Crowne Plaza Vientiane

Where To Buy the Best Souvenirs in Vientiane

ສະຖານທີ່ຂາຍເຄື່ອງທີ່ລະລຶກຍອດຮິດໃນວຽງຈັນ

ວຽງຈັນແມ່ນນະຄອນຫຼວງຂອງປະເທດລາວທີ່ຖືວ່າເປັນອີກຈຸດໝາຍປາຍທາງຫຼັກຂອງນັກທ່ອງທ່ຽວຫຼາຍໆຄົນ. ເຊິ່ງນັກທ່ອງທ່ຽວຈາກທົ່ວໂລກໄດ້ເຂົ້າມາພັກຜ່ອນຢູ່ໃນລາວ ໂດຍການສຳພັດກັບກິ່ນອາຍແບບ colonial ຜ່ານສະຖາປະນິດ ຫຼື ອາຄານຕ່າງໆ, ເລາະຊົມວັດວາອາຮາມ, ແລະ ດື່ມດຳກັບພາບຕາເວັນຕົກດິນຜ່ານວິວແມ່ນ້ຳຂອງ.

ດ້ວຍຕະຫຼາດກາງຄືນທີ່ມີມົນສະເໜ່ ບວກ ກັບຮ້ານຜ້າໄໝາແບບດັ້ງເດີມ ແລະ ຫ້າງຮ້ານຊັບພະສິນຄ້າຕ່າງໆທີ່ທັນສະໄໝ, ວຽງຈັນຈຶ່ງເປັນແຫຼ່ງຊັອບປິ້ງທີ່ໃຫຍ່ທີ່ສຸດຂອງລາວ. ດັງນັ້ນ ມັນຈຶ່ງຄຸ້ມຄ່າຫຼາຍທີ່ຈະເລືອກຊື້ຂອງຝາກຈາກວຽງຈັນກ່ອນອອກເດີນທາງກັບບ້ານ ຫຼື ເດີນທາງຕໍ່.

ຕະຫຼາດກາງຄືນຢູ່ແຄມຂອງ

ສຳລັບນັກທ່ອງທ່ຽວແລ້ວ, ຕະຫຼາດກາງຄືນແຫ່ງນີ້ ເປັນແຫຼ່ງຊັອບປິ້ງທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນວຽງຈັນ ແລະ ເປັນສະຖານທີ່ທີ່ທ່ານສາມາດແວ່ຊິມອາຫານຂ້າງທາງໃນຂະນະທີ່ເລາະຊື້ເຄື່ອງ.

ຫາທຽບກັບຕະຫຼາດທົ່ວໄປຢູ່ໃນລາວ, ຕະຫຼາດກາງຄືນຖືເປັນບ່ອນທີ່ໃຫ້ຄວາມຜ່ອນຄາຍ ທີ່ທ່ານສາມາດເພີດເພີນໄປກັບການຊັອບປິ້ງໂດຍທີ່ບໍ່ຮູ້ສຶກອືດອັດກັບຜູ້ຄົນ ແລະ ຍັງຫາຍຫ່ວງໃນເລື່ອງລາຄາ.


ໃນຂະນະທີ່ຕະຫຼາດສ່ວນຫຼາຍມັກຈະວາງຈຳໜ່າຍເສື້ອຜ້າ ຫຼຶ ສິນຄ້າມີ່ຜະລິດດ້ວຍເຄື່ອງຈັກ, ແຕ່ຕະຫຼາດກາງຄືນແຫ່ງນີ້ແມ່ນຈະເນັ້ນຂາຍສິນຄ້າຫັດຖະກຳເປັນສ່ວນໃຫຍ່ ບໍ່ວ່າຈະເປັນ ເສືື້ອຜ້າໄໝ, ຮູບແຕ້ມ, ຜ້າພັນຄໍໄໝ, ເຄື່ອງປະດັບ, ຂອງທີ່ລະລຶກຕ່າງໆ ທີ່ລ້ວນແລ້ວຢູ່ໃນລາຄາທີ່ເປັນກັນເອງ ແລະ ສາມາດຕໍ່ລອງໄດ້ອີກດ້ວຍ.

ເລີ່ມເປີດແຕ່ 6 ຫາ 11 ໂມງກາງຄືນ

ຕັ້ງຢູ່ຫາດຟ້າງຸ່ມ ທາງທິດເໜືອຂອງແມ່ນ້ຳຂອງ

ແພງໄໝ ແກເລີລີ້

ແພງ ໄໝ ແກເລີລີ້ ຈັດເປັນໜຶ່ງໃນຮ້ານຜ້າໄໝທີ່ດີທີ່ສຸດໃນວຽງຈັນ ທີ່ເປັນເຈົ້າຂອງໂດຍຄົນລາວ ບວກກັບທີມງານຕໍ່າຜ້າໄໝລະດັບມືອາຊີບ. ພາຍໃນຮ້ານ ທ່ານຈະໄດ້ເຫັນຜົນງານການຕ່ຳຜ້າໄໝ ແລະ ການຍ້ອມຜ້າທີ່ປານີດ ເຊິ່ງວາງສະແດງຢູ່ຊັ້ນໜຶ່ງ. ນອກນັ້ນ ຍັງມີການວາງສະແດງເສື້ອຜ້າພື້ນເມືອງລາວ.

ເຖິງວ່າສິນຄ້າຈະຈັດຢູ່ໃນລາຄາທີ່ຂ້ອນຂ້າງສູງ, ແຕໍ່ກໍຖືວ່າຄຸ້ມຄ່າໃນດ້ານຄຸນນະພາບທີ່ຈັດໄດ້ວ່າລະອຽດແລະປານີດ ຈົນທ່ານຈະຕ້ອງຮູ້ສຶກປະທັບໃຈເມື່ອໄດ້ສຳພັດ. ການຊື້ຂາຍແມ່ນມີຄວາມສະດວກວ່ອງໄວ ແລະ ຮ້ານຍັງຮັບບັດເຄຣດິດອີກດ້ວຍ.

ເນື່ອງຈາກ ຮ້ານແພງ ໄໝ ເປັນຮ້ານທີ່ມີຂະໜາດນ້ອຍເຊິ່ງຍາກຕໍ່ການພົບເຫັນດ ດັ່ງນັ້ນ ຈຶ່ງແນະນຳໃຫ້ທ່ານເດີນທາງໄປຮ້ານນີ້ດ້ວຍບໍລິການຕຸກຕຸກ ໂດຍໃຊ້ເວລາພຽງ 10 ນາທີ ອອກຈາກໂຮງແຮມຄຣາວ ພລາຊ່າ ວຽງຈັນ.

ບ້ານໜອງດ້ວງໃຕ້ຮ່ອມ 10, ເມືອງສີໂຄດຕະບອງ

ຕະຫຼາດເຊົ້າມໍ

ຕະຫຼາດເຊົ້າຖືວ່າເຄີຍເປັນສະຖານທີ່ທີ່ມີຄວາມເກົ່າແກ່ຂຶ້ນຊື່ເລື່ອງເຄື່ອງປະດັບ ແລະ ຂອງບູຮານ ແຕ່ປັນຈຸບັນ ໄດ້ກາຍມາເປັນຫ້າງມີຄວາມທັນສະໄໝທີ່ສຸດ. ແຕ່ກໍຍັງຄົງມີຮ້ານຂາຍເສື້ອຜ້າພື້ນເມືອງບາງຈຳນວນ ແລະ ເຄື່ອງໄມ້ແກະສະຫຼັກຢູ່ທາງດ້ານນອກ, ສ່ວນພາຍໃນແມ່ນມີຮ້ານຂາຍເຄື່ອງໄຟຟ້າ, ຊຸບເປີມາເກັດ ແລະ ໂຮງໜັງ.

ຕະຫຼາດເຊົ້າຈັດເປັນແຫຼ່ງຊັອບປິ້ງທີ່ໃຫຍ່ທີ່ສຸດໃນວຽງຈັນ ດ້ວຍບັນຍາກາດທີ່ມີຄວາມທັນສະໄໝ ແຕ່ຍັງຄົງຄວາມເປັນກັນເອງ. ຫາກທ່ານກຳລັງຕ້ອງການຢາກຊື້ເຄື່ອງໄຟຟ້າ, ເສື້ອຜ້າແຟຊັ້ນ, ຫຼື ເຄື່ອງໃຊ້ສອຍທົ່ວໄປ, ຕະຫຼາດເຊົ້າມີທຸກຢ່າງໄວ້ໃຫ້ທ່ານແລ້ວ. ແລະ ຖ້າຫາກທ່ານໄດ້ໄປເລາະຊົມໃນຕອນເຊົ້າ ທ່ານຍັງຈະໄດ້ພໄບເຫັນຮ້ານຂາຍເຄື່ອງພື້ນເມືອງອີກດ້ວຍ.

ເລີ່ມເປີດແຕ່ 8am ຫາ 5.30pm (ຕະຫຼາດເຊົ້າແມ່ນເປີດຕອນ 7 ໂມງເຊົ້າ)

ຖະໜົນລ້ານຊ້າງ

ຄຸ້ມຂາຍເຄ່ືອງນ້ຳພຸ

ໃນບໍລິເວນຮອບໆຈະຕຸລັດນ້ຳພຸ, ຈະມີຮ້ານຂາຍເຄື່ອງ, ຮ້ານອາຫານ, ຄາເຟ້, ຮ້ານເບເກີຣີ້ ແລະ ຮ້ານຂາຍໄວນ໌. ເຊິ່ງຄຸ້ມນີ້ຈະມິຄວາມຄຶກຄື້ນເປັນພິເສດໃນຍາມແລງ ເມື່ອນ້ຳພຸໄດ້ເລີ່ມທຳການໃຊ້ງານ ເພື່ອໂຊການເຕັ້ນລະບຳທີ່ໜ້າຕື່ນຕາຕື່ນໃຈ.

ໃກ້ໆບໍລິເວນນັ້ໜ, ທ່ານຈະໄດ້ພົບກັບ Monument Books ທີ່ໄດ້ລວບລວມໜັງສື ແລະ ວາລະສານທີ່ເປັນພາສາອັງກິດ, ພ້ອມກັນນັ້ນຍັງມີຮ້ານຂາຍເສື້ອຜ້າ, ເຄື່ອງປະດັບ, ແລະ ຮ້ານເສື້ອຜ້າລາຕີຕ່າງໆ.

ຮ້ານຂາຍເຄື່ອງປະດັບໃນນັ້ນ ແມ່ນຖືເປັນສະຖານທີ່ເໝາະສົມທີ່ສຸດໃນການຊື້ຂອງຝາກ ຫຼື ຂອງທີ່ລະລຶກ ໂດຍທາງຮ້ານ ມີການດູແລຄວາມປອດໄພທີ່ໜາແໜ້ນ. ສ່ວນຮ້ານຂາຍເຄື່ອງແຟຊັ້ນເອງກໍບໍ່ນ້ອຍໜ້າ, ໂດຍມີການວາງຈຳໜ່າຍຜ້າໄໝ ແລະ ເຄື່ອງນຸ່ງຄຸນນະພາບດີສຳລັງຍິງ ແລະ ຊາຍ ນອກນັ້ນຍັງມີເຄື່ອງເງິນຫັດຖະກຳທີ່ມີເອກກະລັກສະເພາະ ແລະ ຍັງມີເຄື່ອງຫັດຖະກຳອື່ນໆທີ່ເຮັດ້ວຍໄມ້ ແລະ ກະໂປະໝາກພ້າວ.

ນ້ຳພຸ, ຖະໜົນ ແພງຄຳ

ກິຟທ໌ ແກເລີຣີ່ (Gift Gallery)

ພົບກັບງານຝືມີທີ່ລຽບຫຼູ ແລະ ປານີດໄດ້ ທີ່ຮ້ານ ກິຟທ໌ ແກເລີຣີ່ (Gift Gallery) ຂອງໂຮງແຮມ ຄຣາວ ພລາຊ່າ ວຽງຈັນ, ເຊິ່ງຈະເປັນແຫຼ່ງຊັອບປິ້ງສິນຄ້າຫັດຖະກຳແບບຄົບວົງຈອນຜະລິດໃນລາວ 100%.

ດ້ວຍການຮ່ວມມືກັບແບຣນຊື່ດັງໃນປະເທດ ບໍ່ວ່າຈະເປັນ Lao Natural, Birds Follow Spring, TaiBaan, Khaolao, Traditional Arts & Ethnology Centre, Ock Pop Tok, KHANG, Caruso Lao and Magic ແລະ Carpets Handicraft, ເຮັດໃຫ້ຮ້ານ ກິຟທ໌ ແກເລີຣີ່ ເຕັມໄປດ້ວຍສິນຄ້າງານຝີມືທີ່ປານີດ ແລະ ຕົບແຕ່ງຢ່າງສວຍງາມ ທີ່ມີຕັ້ງແຕ່ເຄື່ອງຜ້າໄໝ ເຄື່ອງປະດັບ ແລະ ງານໄມ້ຕ່າງໆ ໂດຍໃຊ້ວັດສະດຸສະດຸແນວນະວັດຕະກຳ ພ້ອມໆກັບສ່ວນປະກອບທີ່ທັນສະໄໝເປັນພິເສດ.

ເປີດບໍລິການ 9.00 ຫາ 19.00 ຂອງທຸກໆມື້, ຊັ້ນ G | ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ

 

ລິດໂຕ້ເຮາສ໌ ຄາເຟ້ (Little House Café)

ເພື່ອປະສົບການການຊັອບປິ້ງທີ່ແຕກຕ່າງ, ລິດໂຕ້ເຮາສ໌ ຄາເຟ້ (Little House Café) ເປັນອີກບ່ອນໜຶ່ງທີ່ທ່ານຈະໄດ້ດື່ມດ່ຳກັບລົດຊາດກາເຟແບບດັ້ງເດີມ ແລະ ເລືອກຊື້ເຄື່ອງຫັດຖະກຳໃນເວລາດຽວກັນ. ເຊິ່ງຮ້ານຄາເຟ້ດັ່ງກ່າວ ແມ່ນໄດ້ດຳເນີນກິດຈະການ ແລະ ຄອບຄອງໂດຍ H.P.E. (Handicraft Promotion Enterprise), ໜຶ່ງໃນເຄືອຂ່າຍການຄ້າທີ່ຂຶ້ນຊື່ທີ່ສຸດໃນວຽງຈັນ.

ຕັ້ງຢູ່ຖະໜົນມັນທາທຸລາດ, ໂດຍຕົວຮ້ານມີບັນຍາກາດທີ່ສະບາຍສະບາຍ ບວກກັບການບໍລິການທີ່ໃຫ້ຄວາມເປັນກັນເອງ. ກາເຟໃນຮ້ານນີ້ແມ່ນນຳເຂົ້າຈາກພູພຽງບໍລະເວນ ແຫຼ່ງເພາະປູກກາເຟຕັ້ງຢູ່ພາກໃຕ້ຂອງລາວ. ນອກນີ້ ຄາເຟ້ຍັງຈຳໜ່າຍກະເປົ໋າ ແລະ ເມັດກາເຟ ທີ່ທ່ານສາມາດນຳໄປເປັນຂອງຝາກໃຫ້ກັບໝູ່ເພື່ອນຂອງທ່ານທີ່ມັກຮັກໃນກາເຟ.

ທາງຮ້ານໄດ້ມີສິນຄ້າຫັດຖະກຳໃຫ້ເລືອກອີກຫຼາກຫຼາຍບໍ່ວ່າຈະເປັນ ກະເປົ໋າ ຈານຮອງ ແລະ ຊົບໝອນ. ຍິ່ງໄປກວ່ານັ້ນ ກຳໄລທີ່ໄດ້ຈາກການຂາຍສິນຄ້າດັ່ງກ່າວ ແມ່ນຈະນຳໄປຊ່ວຍເຫຼືອປະຊາຊົນບັນດາເຜົ່າ ຜູ້ທີ່ສ້າງສິນຄ້າຫັດຖະກຳນີ້. 

ເລີ່ມເປີດແຕ່ 8.30 am ຫາ 6.30 pm, ວັນອັງຄານ ເຖິງ ວັນອາທິດ

ຖະໜົນ ມັນທາທຸລາດ

Latest posts

ໂຮງແຮມ 5 ດາວ ໃນນະຄອນຫຼວງວຽງຈັນ - Crowne Plaza ວຽງຈັນ

Best Beer Gardens in Vientiane

ตะลุยกิน เช็คอินสวยๆ ที่ร้านอาหารหรูทั่วเวียงจันทน์

Hotel with a Mekong View Vientiane

ไปเที่ยวลาวต้องโดน! ชี้พิกัด 5 ร้านอาหารหรูในเวียงจันทน์ที่สายกินพลาดไม่ได้!

Book a Stay at a City Center Hotel in Vientiane

ເທດສະການຕ່າງໆຢູ່ໃນບາວ

IHG ‘Best of the Best’ Accommodation in Indochina

ผ่อนคลายวันเหนื่อยๆกับ สุดยอด 3 ร้าน สปาดีที่สุดในเวียงจันทร์

What can you do for a weekend in Vientiane?

The story of Wat Sisaket

ไปเที่ยวลาวซื้อไรดี? ตามไปส่องของแฮนด์เมดที่น่าซื้อฝากกันดีกว่า

ເລືອກຮ້ານບັນເທີງໃນຕົວເມືອງວຽງຈັນຢ່າງມີສະໄຕລ໌ໃນຊ້ວງຊຳເມີ້ນີ້

ພັກຜ່ອນແບບ ໄປໃນອີກລະດັບທີ່ ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ

The Hub of Business Life in Vientiane

Top 5 Destinations in South-east Asia

The Top 5 Cities to Visit in Laos

A Refreshing Spa in the Middle of Vientiane

ตามรอยประวัติศาสตร์ฝรั่งเศสร่องรอยอารยธรรมที่ยังคงหลงเหลืออยู่ในเวียงจันทน์

THE ART OF VIENTIANE

Top 5 Event Catering Providers in Vientiane

ลายแทง 5 น้ำตกที่ต้องแวะไปเที่ยวเมื่อไปเยือนประเทศลาว

ກິນລົມຊົມວິວ ແລະ ເພີດເພີນໄປກັບ 5 ແຫຼ່ງທ່ອງທ່ຽວນ້ຳຕົກຕາດໃນວຽງຈັນ

ທ່ຽວນ້ຳປ່ຽນໃຫ້ຄຸ້ມກັບ 5 ກິດຈະກຳສຸດຮິດ

Rejuvenate Yourself in a Vientiane Spa

The Best Places in Vientiane to Celebrate a Birthday

Book Your Meeting at the Best Business Hotel in Vientiane

Discover Fine Dining in Vientiane

จัดอันดับที่พักเวียงจันทน์บรรยากาศดีริมโขงประจำปี 2019

ເຕັກນິກ ແລະ ເຄັດລັບໃນການຈັດກອງປະຊຸມແບບມືອາຊີບ

Discover each outlet at Crowne Plaza Vientiane

Discover the History of Vientiane

เคล็ดไม่ลับในการเลือกโรงแรมในเวียงจันทน์ประเทศลาวอย่างไรไม่ให้สะดุด

ຂໍ້ສະເຫນີຫ້ອງພັກຫຼ້າສຸດ

Special Room Offer

Jetsetter Package

Special Room Offer

Leisure Escape

Special Room Offer

Dinner, Bed and Breakfast