ເພີດເພີນໄປກັບປະສົບການຟາຍດາຍນິງ (Fine Dining) ໃນວຽງຈັນ
ເພີດເພີນໄປກັບປະສົບການຟາຍດາຍນິງ (Fine Dining) ໃນວຽງຈັນ
ສຳລັບຜູ້ທີ່ເດີນທາງມາຮ່ວມການປະຊຸມ ຫຼື ງານສໍາມະນາໃນຕົວເມືອງ ມັກຈະຢາກລ້ຽງຕ້ອນຮັບລູກຄ້າ ແລະ ເພື່ອນຮ່ວມງານດ້ວຍມຶ້ອອາຫານອັນດີເລີດຫຼັງຈົບພາລະກິດໃນແຕ່ລະວັນ. ແຕ່ການຊອກຫາຮ້ານອາຫານທີ່ດີທີ່ສຸດໃນນະຄອນຫຼວງວຽງຈັນ, ສປປ ລາວ ອາດຈະເປັນເລື່ອງທີ່ຊັບຊ້ອນ ຍ້ອນບາງຄົນຢາກລິ້ມລອງອາຫານລາວທີ່ດີທີ່ສຸດໃນເມືອງ, ໃນຂະນະທີ່ບາງຄົນຊອກຫາລົດຊາດທີ່ຄຸ້ນເຄີຍຂອງບ້ານເກີດ. ບໍ່ວ່າກຸ່ມຂອງທ່ານຈະເລືອກແບບໃດ ກໍໝັ້ນໃຈໄດ້ເລີຍວ່າ ວຽງຈັນມີຮ້ານອາຫານຟາຍດາຍນິງອັນດີເລີດ ທີ່ຈະມອບຄໍ່າຄືນອັນສົມບູນແບບໃຫ້ແກ່ທ່ານ ແລະ ແຂກຂອງທ່ານ. ແລະ ນີ້ຄື 5 ຮ້ານອາຫານຟາຍດາຍນິງທີ່ຂຶ້ນຊື່ ແລະ ເປັນທີ່ຮັກແພງທີ່ສຸດໃນວຽງຈັນ.
ຮ້ານອາຫານ ຄົວລາວ (Kualao Restaurant)
ນີ້ຄືໜຶ່ງໃນຈຸດໝາຍປາຍທາງທີ່ໄດ້ຮັບການແນະນຳຫຼາຍທີ່ສຸດສຳລັບຜູ້ມາຢ້ຽມຢາມວຽງຈັນ ທີ່ຢາກສຳຜັດກັບວັດທະນະທຳ ແລະ ອາຫານລາວທີ່ດີທີ່ສຸດ. ຮ້ານນີ້ມີເມນູອາຫານລາວດັ້ງເດີມທີ່ຫຼາກຫຼາຍ ເຊິ່ງສ້າງສັນຂຶ້ນໂດຍການໃຊ້ອົງປະກອບວັດຖຸດິບທ້ອງຖິ່ນທີ່ສົດໃໝ່ທີ່ສຸດ. ເມນູຈະປ່ຽນແປງໄປຕາມລະດູການ, ແລະ ຮ້ານນີ້ຍັງເປັນຮ້ານໂປດຂອງຄົນລາວທີ່ມັກຮັກໃນອາຫານທ້ອງຖິ່ນທີ່ປຸງແຕ່ງຢ່າງຊ່ຽວຊານ. ແຕ່ຄໍ່າຄືນທີ່ຄົວລາວມີສິ່ງທີ່ພິເສດກວ່າພຽງແຕ່ອາຫານລົດຊາດດີ ເພາະຮ້ານອາຫານຄົວລາວຍັງຈະນຳທ່ານດຳດິ່ງເຂົ້າສູ່ສິລະປະ ແລະ ວັດທະນະທຳລາວ ດ້ວຍນັກສະແດງຟ້ອນຮຳໃນຊຸດປະຈຳເຜົ່າອັນສວຍງາມ ພ້ອມກັບການບັນເລງດົນຕີສົດຈາກເຄື່ອງດົນຕີພື້ນເມືອງ. ບັນຍາກາດຢູ່ຄົວລາວຍັງຊ່ວຍເພີ່ມປະສົບການໃຫ້ດີຂຶ້ນ ໂດຍຮ້ານຕັ້ງຢູ່ໃນເຮືອນຊົງອານານິຄົມຝຣັ່ງທີ່ໄດ້ຮັບການບູລະນະຢ່າງຈົບງາມ ໃຫ້ຄວາມຮູ້ສຶກອົບອຸ່ນ ແລະ ສະບາຍ ເໝາະສຳລັບຄໍ່າຄືນແຫ່ງການຮັບປະທານອາຫານອັນເລີດລົດ ແລະ ການຢ້ອນຊົມວັດທະນະທຳໃຈກາງວຽງຈັນ. ຮ້ານອາຫານຄົວລາວ ຕັ້ງຢູ່ຫົວມຸມຖະໜົນສາມແສນໄທ ແລະ ຖະໜົນຈັນທະຄູມານ.
ແລດເດຣດ – ຄູຊີນ ບາຍ ຕິນາຍ (L’Adresse – Cuisine by Tinay)
ດ້ວຍວັດທະນະທຳ ແລະ ອາຫານຝຣັ່ງທີ່ມີບົດບາດສຳຄັນໃນປະຫວັດສາດຂອງວຽງຈັນ ຄໍ່າຄືນແຫ່ງການທານອາຫານຟາຍດາຍນິງຢູ່ຮ້ານອາຫານຝຣັ່ງຊັ້ນນຳໃນເມືອງ ຈຶ່ງເປັນສິ່ງທີ່ທຸກຄົນຢາກມາສຳຜັດ. ດ້ວຍການນຳພາຂອງເຊຟໃຫຍ່ຊາວຝຣັ່ງເຊື້ອສາຍລາວ ທີ່ມີປະສົບການປຸງແຕ່ງອາຫານໃນປະເທດຝຣັ່ງມາດົນກວ່າ 20 ປີ, ທ່ານຈະໄດ້ສຳຜັດກັບຄໍ່າຄືນອັນດີເລີດໃນການລິ້ມລອງອາຫານຝຣັ່ງດັ້ງເດີມທີ່ດີທີ່ສຸດໃນເມືອງ. ເມນູເຫຼົ່ານີ້ລວມມີ ຟົວການ໌ (ຕັບຫ່ານ) ຈີ່ກະທະໃນແບບຂອງເຊຟຕິນາຍ, ໂຄງແກະອົບອັນຊຸ່ມຊ່ຳ, ແລະ ທູນ່າທາທ້າ (Tuna Tartare) ລົດຊາດແປກໃໝ່. ດ້ວຍການບໍລິການທີ່ດີເລີດ ແລະ ເອົາໃຈໃສ່ ພ້ອມທັງລາຍຊື່ວາຍ (Wine) ທີ່ຄັດສັນມາຢ່າງດີ, L’Adresse ຈະສ້າງຄວາມປະທັບໃຈໃຫ້ແກ່ນັກຊິມທຸກກຸ່ມທີ່ຢູ່ໃນອາລົມຢາກທານອາຫານຝຣັ່ງຄຸນນະພາບສູງ. ຮ້ານຕັ້ງຢູ່ໃນ ເບເນຄຳ ອະພາດເມັ້ນ (Benecam apartments) ໃກ້ກັບຖະໜົນເຈົ້າອານຸ. ຈາກແຄມຂອງຂຶ້ນມາຕາມຖະໜົນເຈົ້າອານຸ, ລ້ຽວຂວາຊອຍທຳອິດ, ທ່ານຈະພົບອະພາດເມັ້ນຢູ່ທາງຂວາມື.
ພີເມັນຕັນ ໂອເພັນ ຟາຍ ເຕັກເຮົາສ໌ (Pimenton Open Fire Steakhouse)
ສະຖານທີ່ທີ່ສົມບູນແບບສຳລັບມຶ້ມີ້ອັນອີ່ມໜຳສຳລານຮ່ວມກັບເພື່ອນຮ່ວມງານທາງທຸລະກິດຫຼັງຈາກວັນອັນ bussy ຂອງການປະຊຸມ, Pimenton ຄືຮ້ານສະເຕັກຟາຍດາຍນິງແທ້ໆ ທີ່ດີທີ່ສຸດໃນວຽງຈັນ. ຫາກທ່ານສາມາດປ່ຽນບັນຍາກາດຈາກການປະຊຸມມາທານມຶ້ທ່ຽງ ທາງຮ້ານມີບໍລິການ Business Lunch ທີ່ລວມມີເນື້ອສັດທີ່ທ່ານເລືອກ ເສີບພ້ອມພາດຕ້າ, ສະຫຼັດ, ມັນຝຣັ່ງທອດ, ຜັກ ແລະ ຂອງຫວານ ໃນລາຄາພຽງ 75,000 ກີບ (ຫຼື ຕໍ່າກວ່າ 8 ໂດລາສະຫະລັດ). ຮ້ານອາຫານຍັງມີເມນູທາປັສ (Tapas) ທີ່ຫຼາກຫຼາຍ ເຊັ່ນ ໄສ້ກອກປີ້ງ, ຄາປັດໂຊປາມຶກຍັກ (Octopus Carpaccio), ປາມຶກທອດ, ປາແອນໂຊວີສນຳເຂົ້າ, ໄຂ່ຈຽວສະເປນ, ໝາກກອກ ແລະ ອື່ນໆອີກຫຼາກຫຼາຍ. ເນື້ອງົວຂອງພວກເຂົານຳເຂົ້າຈາກນິວຊີແລນ ແລະ ແຄນນາດາ, ແລະ ປະເທດຍີ່ປຸ່ນກໍມີເນື້ອໂກເບຊະລວຍ (Kobe Sirloin) ອັນແຊບຊ້ອຍໃຫ້ບໍລິການ, ດັ່ງນັ້ນວັດຖຸດິບຂອງພວກເຂົາຈຶ່ງມີຄຸນນະພາບສູງສຸດສະເໝີ. Pimenton Open Fire Steakhouse ຕັ້ງຢູ່ເຮືອນເລກທີ 5 ຖະໜົນນົກແກ້ວມານ, ພຽງແຕ່ຂ້າມຖະໜົນ ແລະ ຂຶ້ນມາໜ້ອຍໜຶ່ງຈາກຕຼາດກາງຄືນວຽງຈັນ.
ວິນລ່າ ໂອເປຣ່າ (Villa Opera)
Villa Opera ໄດ້ເປີດບໍລິການເມື່ອບໍ່ດົນມານີ້, ແຕ່ເຈົ້າຂອງຮ້ານຄື ທ່ານ ປີໂນ ເປຣູດຊີ (Mr. Pino Peruzzi) ໄດ້ປຸງແຕ່ງອາຫານອິຕາລີຄຸນນະພາບສູງໃນວຽງຈັນມາເປັນເວລາຫຼາຍປີແລ້ວ ຢູ່ຮ້ານເກົ່າຂອງລາວທີ່ມີຊື່ວ່າ L’Opera. ລາວໄດ້ຮັບຄວາມນິຍົມຊົມຊອບຈາກແຟນໆຫຼວງຫຼາຍໃນຕົວເມືອງ ຜູ້ທີ່ຕິດຕາມລາວມາຈາກຮ້ານເກົ່າຈົນເຖິງ Villa Opera. ຮ້ານອາຫານແຫ່ງໃໝ່ນີ້ຍັງຄົງຮັກສາມາດຕະຖານການບໍລິການ ແລະ ບັນຍາກາດອັນດີເລີດທີ່ L’Opera ເຄີຍມີຊື່ສຽງ. ຕົວຮ້ານຕັ້ງຢູ່ໃນເຮືອນຊົງອານານິຄົມຝຣັ່ງອັນສວຍງາມ ແລະ ມີສະເໜ່ ໃກ້ກັບຖະໜົນສາຍຫຼັກແຄມຂອງ, ມອບສະພາບແວດລ້ອມທີ່ອົບອຸ່ນ ແລະ ເຊື້ອເຊີນ ເຊິ່ງໄດ້ຮັບການເຕີມເຕັມດ້ວຍກິ່ນຫອມອັນເຍົ້າຍວນຂອງອາຫານອິຕາລີທີ່ສົ່ງກິ່ນມາຈາກເຮືອນຄົວ. ນີ້ຄືສະຖານທີ່ໃນວຽງຈັນທີ່ຈະພາເພື່ອນຮ່ວມງານທາງທຸລະກິດ ຜູ້ທີ່ຊື່ນຊົມໃນອາຫານອິຕາລີຟາຍດາຍນິງທີ່ປຸງແຕ່ງຢ່າງພິຖີພິຖັນມາສຳຜັດ, ພວກເຂົາຈະບໍ່ຜິດຫວັງກັບການມາຢ້ຽມຢາມ Villa Opera. ທ່ານຈະພົບຮ້ານອາຫານແຫ່ງນີ້ໄດ້ໃນບລັອກຖັດໄປຈາກຖະໜົນປັນຍາສີ.
ທຼີ ເມີເຊິນສ໌ (3 Merchants)
ຫາກທ່ານມີແຂກທີ່ບໍ່ຄຸ້ນເຄີຍກັບອາຫານອາຊີຕາເວັນອອກສ່ຽງໃຕ້, ການມາຢ້ຽມຢາມ 3 Merchants ແມ່ນສິ່ງທີ່ຕ້ອງເຮັດ. ຮ້ານອາຫານອັນສະຫງ່າງາມແຫ່ງນີ້ຕັ້ງຢູ່ຊັ້ນລຸ່ມຂອງ ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ. ເຊຟທີ່ມີພອນສະຫວັນມີຄວາມຊ່ຽວຊານໃນການປະສົມປະສານລົດຊາດ (Fusion twists) ເຂົ້າໃນເມນູຍອດນິຍົມຂອງບັນດາປະເທດໃນອາຊີຕາເວັນອອກສ່ຽງໃຕ້. ເມນູຕ່າງໆ ເຊັ່ນ ຜັດໄທ ແລະ ຕົ້ມຍຳກຸ້ງ ຂອງປະເທດໄທ, ສະເຕະລູກຊີ້ນໄກ່ (Chicken Satay) ຂອງມາເລເຊຍ, ແລະ ບີຟລຸກແລັກ (Beef Luc Lac) ຂອງຫວຽດນາມ ລ້ວນແຕ່ໄດ້ຮັບການປຸງແຕ່ງດ້ວຍມື ແລະ ໃສ່ລູກຫຼິ້ນທີ່ທັນສະໄໝ ເພື່ອຍົກລະດັບລົດຊາດດັ້ງເດີມໃຫ້ໂດດເດັ່ນຂຶ້ນ. ຜູ້ນັ່ງທານອາຫານສາມາດຊິມອາຫານຄຸນນະພາບສູງຈາກພາກພື້ນອິນໂດ-ປາຊີຟິກ, ເຮັດໃຫ້ພວກເຂົາໄດ້ສຳຜັດກັບລົດຊາດ, ເນື້ອສຳຜັດ ແລະ ກິ່ນຫອມອັນຫຼາກຫຼາຍ. ຮ້ານອາຫານຍັງມີເມນູສະເຕັກ, ແກະ, ໄກ່, ແລະ ປາ ອັນດີເລີດ ທີ່ປຸງແຕ່ງດ້ວຍເຄື່ອງເທດ ແລະ ຊອດຈາກພາກພື້ນນີ້.
ຟາຍດາຍນິງໃນວຽງຈັນ (Fine Dining in Vientiane)
ໃນຂະນະທີ່ໂລກພະຍາຍາມກັບຄືນສູ່ສະພາວະປົກກະຕິຫຼັງການລະບາດໃຫຍ່, ວຽງຈັນກໍພ້ອມແລ້ວທີ່ຈະສະແດງໃຫ້ໂລກເຫັນເຖິງສິ່ງທີ່ສາມາດມອບໃຫ້ແກ່ວົງການອາຫານຟາຍດາຍນິງ. ຮ້ານອາຫານເຫຼົ່ານີ້ບາງແຫ່ງໃນວຽງຈັນໄດ້ເປີດບໍລິການມາເປັນເວລາຫຼາຍປີ ແລະ ເປັນບ່ອນຢູ່ຂອງເຊຟທີ່ມີພອນສະຫວັນສູງ. ດັ່ງນັ້ນ, ຂໍໃຫ້ບັນທຶກລາຍຊື່ຮ້ານອາຫານເຫຼົ່ານີ້ໄວ້, ພວກເຂົາຈະໃຫ້ການບໍລິການແກ່ທ່ານເປັນຢ່າງດີ ບໍ່ວ່າທ່ານຈະມາຢ້ຽມຢາມວຽງຈັນເພື່ອທຸລະກິດ ຫຼື ເພື່ອຄວາມເພີດເພີນສ່ວນຕົວ.