
ດື່ມດ່ຳກັບທຸກຊ່ວງເວລາທີ່ ເດິລິ້ງຄ໌: ສະຫວັນແຫ່ງທາປັສແຄມສະລອຍນ້ຳ
ຕັ້ງຢູ່ເທິງຊັ້ນ 3 ຂອງ ຄຣາວ ພລາຊາ ວຽງຈັນ, ເດິ ລິ້ງຄ໌ (The Link) ຄືສະຖານທີ່ພັກຜ່ອນອັນແສນວິເສດ ບ່ອນທີ່ຄວາມຜ່ອນຄາຍມາບັນຈົບກັບຄວາມເປັນເລີດດ້ານອາຫານ. ທາປັສບາແຄມສະລອຍນ້ຳຂອງພວກເຮົາ ພ້ອມມອບປະສົບການແຫ່ງລົດຊາດທີ່ປະສົມປະສານກັນຢ່າງລົງຕົວເພື່ອສ້າງຄວາມປະທັບໃຈໃຫ້ທ່ານ. ບໍ່ວ່າທ່ານຈະຊອກຫາທາປັສລົດຊາດຢ້ຽມ, ອາຫານວ່າງຈານໂປດ ຫຼື ເຄື່ອງດື່ມທີ່ຊ່ວຍເພີ່ມຄວາມສົດຊື່ນ, ພວກເຮົາກໍໄດ້ຄັດສັນເມນູອັນໜ້າຫຼົງໄຫຼເພື່ອມາປຸກປ່ຽນປະສົບການລົດຊາດຂອງທ່ານ.
ເຕັມອີ່ມໄປກັບບັນຍາກາດສະບາຍໆໃນຂະນະທີ່ທ່ານຮັບແສງແດດອ່ອນໆ, ພ້ອມເພີດເພີນໄປກັບວິວແຄມສະລອຍນ້ຳທີ່ໃຫ້ຄວາມຮູ້ສຶກສົດຊື່ນຄືກັນກັບເຄື່ອງດື່ມຂອງພວກເຮົາ. ບ່ອນນີ້ບໍ່ແມ່ນພຽງແຕ່ບາເຄື່ອງດື່ມທົ່ວໄປ, ແຕ່ເປັນສະຖານທີ່ພົບປະສັງສັນ ບ່ອນທີ່ໝູ່ເພື່ອນມາຮ່ວມສະຫຼອງ ແລະ ຈຸດປະກາຍການເຊື່ອມຕໍ່ໃໝ່ໆ ທ່າມກາງສຽງຫົວ ແລະ ສຽງຈອກກະທົບກັນຢ່າງມີຄວາມສຸກ.
ເວລາເປີດບໍລິການ:
• ເມນູອານາຄາດ (A la carte): ທຸກມື້, 11:00 - 19:00
• ການບໍລິການແຄມສະລອຍນ້ຳ: ທຸກມື້, 07:00 - 21:00
ສະຖານທີ່: ຊັ້ນ 3
ຕິດຕໍ່: 021 908 888