ຄົ້ນພົບມຸມມອງອັນມີສີສັນ ແລະ ມີຊີວິດຊີວາຂອງ ວຽງຈັນ
ສຳຜັດກັບຈິດວິນຍານຂອງລາວ ທີ່ ວຽງຈັນ, ເມືອງອັນແສນສະຫງົບອົບອຸ່ນ ບ່ອນທີ່ສະເໜ່ໃນອະດີດໄດ້ປະສານເຂົ້າກັບວິຖີຊີວິດອັນລຽບງ່າຍ ແລະ ຄ່ອຍເປັນຄ່ອຍໄປຢ່າງລົງຕົວ. ທີ່ນີ້ຄືສະຫວັນຂອງນັກຊິມຢ່າງແທ້ຈິງ, ທ່ານສາມາດພັກຜ່ອນຢ່ອນໃຈທ່າມກາງຕຶກອາຄານສະໄຕລ໌ອານານິຄົມຝຣັ່ງອັນມີປະຫວັດສາດ, ພ້ອມທັງຈິບກາເຟລາວລົດຊາດຢ້ຽມຢາມ ໃນຂະນະທີ່ແມ່ນ້ຳຂອງໄຫຼຜ່ານໄປຢ່າງຊ້າໆ. ເຖິງວ່າສະຖານທີ່ອັນສວຍງາມ ແລະ ໜ້າຄົ້ນຫາທີ່ດີທີ່ສຸດຂອງເມືອງນີ້ຈະຊົ້ນຕົວຢູ່ໃນຮ່ອມທາງຕ່າງໆ, ແຕ່ການໄດ້ອອກໄປຄົ້ນພົບຄວາມງາມແບບທ້ອງຖິ່ນເຫຼົ່ານີ້ ຄືເຄັດລັບທີ່ຈະເຮັດໃຫ້ການເດີນທາງມາທ່ອງທ່ຽວລາວຂອງທ່ານເປັນໜ້າປະທັບໃຈແບບບໍ່ມີວັນລືມ. ມາຢ້ຽມຢາມຈັກຄັ້ງ, ແລ້ວພວກເຮົາເຊື່ອວ່າທ່ານຈະຕ້ອງຢາກກັບມາອີກແນ່ນອນ.