Crowne Plaza Vientiane

MOSAIC

MOSAIC

MOSAIC

ໂມເສກ

ອາຫານເປັນເສົາຫຼັກຂອງຊີວິດໃນປະເທດລາວ  ເຊິ່ງການຮັບປະທານອາຫານມັກຈະເປັນປະສົບການທາງປະສາດສໍາຜັດທີ່ໜ້າຕື່ນເຕັ້ນ. ອາຫານຈານຕ່າງໆໄດ້ຮັບການປຸງແຕ່ງຂື້ນ ໂດຍນໍາໃຊ້ວັດຖຸດິບພາຍໃນທ້ອງຖິ່ນທີ່ສົດໃໝ່ທີ່ສຸດ ກ່ອນທີ່ຈະຖືກສົ່ງໄປຍັງຮ້ານຄ້າຕ່າງໆໃນຕະຫຼາດ ເຮັດໃຫ້ທ່ານຕື່ນຕາຕື່ນໃຈກັບກິ່ນ, ສີສັນ ແລະ ລົດຊາດແຫ່ງຄວາມແຊບຊ້ອຍ. 

ຫ້ອງອາຫານ Mosaic ໄດ້ຮັບແຮງບັນດານໃຈມາຈາກ ວັດທະນະທໍາການປຸງແຕ່ງອາຫານທີ່ໜ້າເຫຼືອເຊື່ອນີ້. ບັນດາພໍ່ຄົວລະດັບໂລກຂອງພວກເຮົາຈຶ່ງໃຊ້ສີມືໃນການປຸງແຕ່ງອາຫານແບບສົດໆ ຢູ່ທີ່ໂຊນເຮັດອາຫານທີ່ມີການສື່ສານລະຫວ່າງກັນແບບຕະຫຼາດສົດ ໂດຍນຳໃຊ້ວັດຖຸດິບທີ່ສົດໃໝ່ ແລະ ດີທີ່ສຸດຂອງວຽງຈັນ ເຮັດໃຫ້ທ່ານໄດ້ສໍາຜັດກັບບັນຍາກາດທີ່ມີສີສັນຂອງຕະຫຼາດທ້ອງຖິ່ນຈາກ ສິ່ງອໍານວຍຄວາມສະດວກທີ່ຫຼາກຫຼາຍຂອງຫ້ອງອາຫານທີ່ຕົບແຕ່ງຢ່າງມີສະໄຕລ໌ຂອງພວກເຮົາ.

ບັນດາພໍ່ຄົວຂອງຫ້ອງອາຫານ Mosaic ພ້ອມຕະຫຼອດວັນ ເພື່ອໃຫ້ບໍລິການອາຫານທີ່ທ່ານຕ້ອງການ ທັງອາຫານພື້ນເມືອງ, ອາຫານນາໆຊາດ ແລະ ຍັງມີອາຫານຕາມສັ່ງ ເພື່ອຮັບປະກັນຄວາມເພິ່ງພໍໃຈຂອງທ່ານ.

ອາຫານເຊົ້າເລີ່ມຕັ້ງແຕ່ 6 AM - 10 AM - ບໍລິການເປັນເມນູ Breakfast Buffet
ອາຫານທ່ຽງເລີ່ມຕັ້ງແຕ່ 12:00 AM - 1:30 PM - ບໍລິການເປັນເມນູ A la carte
ເມນູ A la carte ເລີ່ມຕັ້ງແຕ່ 10 AM - 9:30 PM

|

ເຂົ້າເບິ່ງເມນູ

|

ຊົມພາບແບບ 360 ອົງສາ

|

ຕິດຕໍ່ຫາເຮົາ

ຂໍ້ສະເໜີລ້າສຸດ

Great experience with greater value...

Dining Offers

Experience excellence with greater benefits...

Accommodation Offers

Save more on your meetings...

Meetings and Events Offers

Visit our Gift Gallery

Gift Gallery