Crowne Plaza Vientiane

ພັກຜ່ອນ ແລະ ເຕີມພະລັງແບບມີສະໄຕລ໌

ນອນຫຼັບຝັນດີ

ເຊື່ອມຕໍ່ກັບຄົນອື່ນໆຢູ່ສະເໜີ

ຫ້ອງພັກ & ຫ້ອງສູດ

ຫ້ອງພັກທີ່ກວ້າງຂວາງ ແລະ ທັນສະໄໝ ເຮັດໃຫ້ເປັນສະຖານທີ່ພັກຜ່ອນທີ່ຫຼູຫຼາ ຢູ່ໃນໃຈກາງເມືອງຫຼວງທີ່ມີຊີວິດຊີວາຂອງລາວ.

 ໂຮງແຮມຄຣາວພລາຊ່າ ວຽງຈັນ ມີຫ້ອງພັກ ແລະ ຫ້ອງສູດທີ່ມີອຸປະກອນ ແລະ ເຄື່ອງຕົບແຕ່ງຄົບຊຸດ ຈໍານວນ 198 ຫ້ອງ ທີ່ໄດ້ຮັບການຕົບແຕ່ງເປັນຢ່າງດີ ຊຶ່ງປະສົມປະສານອົງປະກອບພື້ນເມືອງຂອງລາວ ເຂົ້າກັບສິ່ງອໍານວຍຄວາມສະດວກສະໄໝໃໝ່ ໄດ້ຢ່າງກົມກືນ ຊ່ວຍໃຫ້ທ່ານໄດ້ຜ່ອນຄາຍ ແລະ ເຕີມພະລັງໄດ້ຢ່າງສະດວກສະບາຍໃນສະໄຕລ໌ຂອງທ່ານ.

ແຂກທີ່ເຂົ້າພັກໃນຫ້ອງພັກລະດັບ Executive ຈະໄດ້ຮັບການເອົາໃຈໃສ່ທີ່ພິເສດ ຢູ່ທີ່ ຫ້ອງ Club Lounge ທີ່ຫຼູຫຼາທີ່ສຸດໃນນະຄອນຫຼວງວຽງຈັນ ມາພ້ອມກັບການບໍລິການແບບເປັນສ່ວນຕົວ ແລະ ສິ່ງອໍານວຍຄວາມສະດວກຕ່າງໆທີ່ຮັບປະກັນຄວາມເພິ່ງພໍໃຈຂອງບັນດາແຂກຜູ້ທີ່ຕ້ອງການສຳພັດກັບປະສົບການທີ່ດີທີ່ສຸດ.

ໃນຫ້ອງພັກທຸກຫ້ອງ ມີອິນເຕີເນັດໄຮ້ສາຍຄວາມໄວສູງ ໄວ້ຄອຍບໍລິການທ່ານ. ນອກຈາກນີ້, ທ່ານຍັງສາມາດເລືອກໝອນແບບຕ່າງໆ, ໃຊ້ບໍລິການໂທປຸກໃນຍາມເຊົ້າ,  ໃຊ້ພື້ນທີ່ໆງຽບສະຫງົບ ແລະ ສະເປນໍ້າມັນຫອມລະເຫີຍ ເພື່ອຊ່ວຍຮັບປະກັນໃຫ້ທ່ານ ນອນຫຼັບສະບາຍຕະຫຼອດຄືນ. ບໍລິການດັ່ງກ່າວຖືເປັນການບໍລິການອັນເປັນເອກະລັກຂອງ ໂຮງແຮມຄຣາວພລາຊ່າ ວຽງຈັນ. 

 

ຫ້ອງ STANDARD

ຫ້ອງ Standard ວິວແມ່ຂອງ

ຫ້ອງ Standard ພ້ອມ Club Lounge

ຫ້ອງຊັ້ນທຸລະກິດ (BUSINESS ROOM)

ຫ້ອງ ເອັກເຊັກຄູທີບ ຊູທ໌ສ໌ (EXECUTIVE SUITE)

ຫ້ອງດີລັກສ໌ ຊູທ໌ສ໌ (DELUXE SUITE)

ຫ້ອງສູດປະທານ (PRESIDENTIAL SUITE)

ຈຸດພິເສດ

8 ເຫດຜົນທີ່ທ່ານຄວນເລືອກພັກທີ່ ໂຮງແຮມ ຄຣາວພລາຊ່າ ວຽງຈັນ

Sleep Advantage® Programme

Sleep Advantage® Programme

ຊຸດເຄື່ອງນອນທີ່ດີທີ່ສຸດ ພື້ນທີ່ງຽບສະຫງົບ ແລະ ບໍລິການໂທປຸກໃນຍາມເຊົ້າ ຈະຊ່ວຍໃຫ້ທ່ານນອນຫຼັບສະບາຍຍິ່ງຂຶ້ນ.

Completely Connected

Completely Connected

ທ່ານສາມາດນໍາໃຊ້ໄຟຟ້າໄດ້ຢ່າງສະດວກສະບາຍ ທຸກທີ່ ແລະ ທຸກເວລາທີ່ທ່ານຕ້ອງການ ຊຶ່ງເຮັດໃຫ້ທ່ານສາມາດເຊື່ອມຕໍ່ກັບຄົນອື່ນໆ ແລະ ເຮັດວຽກໄດ້ຢ່າງມີປະສິດຕິພາບ.

Prime Business Locations

Prime Business Locations

ສະຖານທີ່ຕັ້ງໃນຕົວເມືອງຫວຼງໃຈກາງຍ່ານທຸລະກິດ ເຫມາະສົມສໍາລັບການຈັດກອງປະຊຸມ ແລະ ພົບປະຕ່າງໆທາງດ້ານທຸລະກິດ ແລະ ສັງຄົມ.

Wi-fi Included

Wi-fi Included

ອິນເຕີເນັດແບບໄຮ້ສາຍສາມາດໃຊ້ໄດ້ທົ່ວບໍລິເວນຂອງໂຮງແຮມ ດ້ວຍການໃຊ້ລະຫັດຜ່ານພຽງລະຫັດດຽວເທົ່ານັ້ນ.

Fast & Fresh

Fast & Fresh

ຕົວເລືອກອາຫານທີ່ປຸງສົດໆ, ຮ້ອນໆ ພ້ອມບໍລິການໃນເວລາອັນວ່ອງໄວ ຈະເຮັດໃຫ້ທ່ານແຂງແຮງມີພະລັງ ແລະ ມີສະມາທິກັບການເຮັດກິດຈະກຳຕ່າງໆຂອງທ່ານ.

Fitness & Wellness

Fitness & Wellness

ສິ່ງອໍານວຍຄວາມສະດວກສຳລັບການອອກກໍາລັງກາຍ ແລະ ທາງເລືອກໃນການເບິ່ງແຍງສຸຂະພາບ ຈະຊ່ວຍໃຫ້ທ່ານມີສຸຂະພາບທີ່ແຂງແຮງ ແລະ ມີພະລັງ.

Best Price Guarantee

Best Price Guarantee

ພວກເຮົາຮັບປະກັນວ່າທ່ານຈະໄດ້ຮັບລາຄາທີ່ດີທີ່ສຸດສຳລັບການຈອງອອນໄລນ໌.

IHG® Rewards Club

IHG® Rewards Club

ເພີດເພີນກັບໂປຣແກຣມຕອບແທນສະມາຊິກ ທີ່ກວ້າງໄກ ແລະ ໃຫ່ຍທີ່ສຸດໃນໂລກ.

ຂໍ້ສະເຫນີຫ້ອງພັກຫຼ້າສຸດ

Special Room Offer

Jetsetter Package

Special Room Offer

Leisure Escape

Special Room Offer

Dinner, Bed and Breakfast