Crowne Plaza Vientiane

ສຳພັດກັບຄວາມເປັນເລີດ

ໂລກແຫ່ງການເດີນທາງທີ່ໂດດເດັ່ນ...

ສຳພັດລົດຊາດຂອງຄວາມແຕກຕ່າງ

ງານວິວາໃນຝັນຂອງທ່ານ ເກີດຂື້ນໄດ້ທີ່ ໂຮງແຮມ ຄຣາວພລາຊ່າ ວຽງຈັນ

ພັກຜ່ອນ ແລະ ຫຼົບຫຼີກຈາກຊີວິດທີ່ວຸ້ນວາຍ

ຈັດປະຊຸມແບບມີສະໄຕລ໌

ຄຸນນະສົມບັດຂອງໂຮງແຮມ

ບໍ່ຂາດການຕິດຕໍ່, ໄຮ້ຄວາມອິດເມື່ອຍ ແລະ ສົດຊື່ນຢູ່ສະເໝີ

ກອງປະຊຸມ & ການຈັດລ້ຽງ

ກອງປະຊຸມ & ການຈັດລ້ຽງ

ສະປາ

ສະປາ

ຫ້ອງອາຫານ & ບາຣ໌

ຫ້ອງອາຫານ & ບາຣ໌

ຂໍ້ສະເໜີລ້າສຸດ

Great experience with greater value...

Dining Offers

Experience excellence with greater benefits...

Accommodation Offers

Save more on your meetings...

Meetings and Events Offers

Visit our Gift Gallery

Gift Gallery

ໂຮງແຮມຄຣາວ ພລາຊ່າ ວຽງຈັນ

ໂຮງແຮມ Crowne Plaza Vientiane ຕັ້ງຢູ່ຖະໜົນສາມແສນໄທທ່າມກາງຄວາມສະດວກສະບາຍພຽບພ້ອມທຸກດ້ານໃນໃຈກາງນະຄອນຫຼວງວຽງຈັນຊຶ່ງຫ່າງຈາກສະໜາມ ບິນສາກົນວັດໄຕພຽງແຕ່ 15 ນາທີເທົ່ານັ້ນ. ໂຮງແຮມ Crowne Plaza Vientiane ເປັນສະຖານທີ່ເໝາະສົມໃນການໃຫ້ບໍລິການແຂກນັກທ່ອງທ່ຽວແບບ ເປັນອົງກອນ ແລະ ແຂກນັກທ່ອງທ່ຽວທີ່ມາພັກຜ່ອນ ຢ້ຽມຢາມປະເທດລາວ.

 

ທ່ານສາມາດສຳພັດກັບຄວາມຫຼູຫຼາ ຂອງຫ້ອງພັກ ແລະ ຫ້ອງສູດທັງໝົດ ຈຳນວນ 198 ຫ້ອງ ໄດ້ທີ່ Crowne Plaza Vientiane ຊຶ່ງຖືກອອກແບບມາ ໂດຍການປະສົມປະສານກັນລະຫວ່າງຮີດຄອງແບບ ດັ້ງເດີມແຕ່ເນັ້ນໜັກຄວາມສະດວກສະບາຍ ຂອງ ໂລກປະຈຸບັນ. ນອກຈາກນີ້ ໂຮງແຮມຂອງພວກເຮົາຍັງມີຮ້ານອາຫານແບບພິເສດ, ຮ້ານອາຫານສາກົນບໍລິການ ຕະຫຼອດທັງວັນ ແລະ ບາ (Elephant lounge) ຊຶ່ງມີເຄື່ອງດື່ມຫຼາກຫຼາຍປະເພດໄວ້ໃຫ້ບໍລິການທ່ານໃນຂະນະທີ່ທ່ານລໍຖ້າທີ່ຫ້ອງໂຖງຂອງໂຮງແຮມ.

 

ສຳລັບແຂກທີ່ເຂົ້າພັກໃນຊັ້ນ Executive Level ຈະໄດ້ສຳພັດເຖິງການບໍລິການໃນລະດັບພິເສດ ຊຶ່ງເນັ້ນການເອົາ ໃຈໃສ່ແບບເປັນສ່ວນຕົວ ເລີ່ມຕົ້ນທີ່ຫ້ອງ Executive Club Lounge ທີ່ເປັນຫ້ອງພັກຮັບຮອງແຂກແບບ Exclusive ລະດັບຫ້າດາວແຫ່ງທຳອິດໃນນະຄອນຫຼວງວຽງຈັນ ພຽບພ້ອມໄປດ້ວຍການບໍລິການແບບພິເສດ ແລະ ສິ່ງອຳນວຍຄວາມ ສະດວກຫຼາກຫຼາຍປະເພດເພື່ອຕອບສະໜອງແຂກທີ່ຕ້ອງການ ການບໍລິການແບບຊັ້ນໜຶ່ງ.

 

ຫ້ອງຈັດສະແດງ ແລະ ຫ້ອງປະຊຸມ ທີ່ທັນສະໄໝຂອງໂຮງແຮມ Crowne Plaza Vientiane ແມ່ນໄດ້ຮັບການອອກແບບມາເປັນພິເສດ ມີເອກະລັກທີ່ແຕກຕ່າງຈາກໂຮງແຮມອື່ນໆທົ່ວໄປໃນນະຄອນຫຼວງວຽງຈັນນອກຈາກນັ້ນ ໂຮງແຮມຍັງມີທີມງານຈັດກອງປະຊຸມ ແລະ ງານຕ່າງໆທີ່ເປັນມືອາຊີບຊຶ່ງໃຫ້ຄວາມສຳຄັນ ແລະ ກຽມພ້ອມທີ່ຈະອຳນວຍຄວາມສະດວກແກ່ທ່ານໃນການຈັດງານເພື່ອໃຫ້ງານຂອງທ່ານບັນລຸຜົນສຳເລັດຕາມເປົ້າໝາຍທີ່ວາງໄວ້

 

ຫ້ອງໂຖງໃຫຍ່ຂອງພວກເຮົາເປັນຫ້ອງທີ່ມີຄວາມກວ້າງຂວາງ ຂະໜາດ 784 ຕາແມັດຊຶ່ງສາມາດບັນຈຸບັນດາແຂກໄດ້ເຖິງ 550 ຄົນ (ສຳລັບການຈັດງານພົບປະສັງສັນແລະ ງານທາງ ສັງຄົມຕ່າງໆ)ຫ້ອງປະຊຸມຂອງພວກເຮົາມີອຸປະກອນສິ່ງອຳນວຍຄວາມສະດວກເຕັມຮູບແບບ ຊຶ່ງມີຄວາມເໝາະສົມເປັນຢ່າງຍິ່ງໃນການຈັດງານພົບປະສັງສັນແລະ ຈັດກອງປະຊຸມຕ່າງໆທາງດ້ານທຸລະກິດ.

 

ລະບົບເຊື່ອມຕໍ່ອິນເຕີເນັດຂອງໂຮງແຮມພວກເຮົາແມ່ນຮັບປະກັນການເຊື່ອມຕໍ່ແບບໄຮ້ສາຍ ບໍ່ວ່າທ່ານຈະຢູ່ນະຈຸດໃດພາຍໃນໂຮງແຮມ.

 

ຫຼັງຈາກການເຮັດ ວຽກທີ່ອິດເມື່ອຍມາຕະຫຼອດວັນ, ທ່ານສາມາດນັ່ງຫຼິ້ນແຄມສະລອຍນ້ຳກາງແຈ້ງ ເພື່ອພັກຜ່ອນແບບບໍ່ມີຂີດຈຳກັດ ແລະ ທ່ານຍັງສາມາດອອກກຳລັງກາຍໃນສູນອອກກຳລັງກາຍທີ່ເປີດ ໃຫ້ບໍລິການຕະຫຼອດ 24 ຊົ່ວໂມງ ຫຼື ຜ່ອນຄາຍໄປກັບການ ສະປາອົບອາຍນ້ຳ ຊື່ງມີຫ້ອງສ່ວນຕົວແບບງຽບສະຫງົບຈຳນວນ 4 ຫ້ອງ ແລະ ຫ້ອງຄູ່ 1 ຫ້ອງໄວ້ໃຫ້ບໍລິການທ່ານ.

Our Clean Promise

IHG Clean Promise
LaoSafe Certified Hotel

ຂໍ້ສະເຫນີຫ້ອງພັກຫຼ້າສຸດ

Special Room Offer

Weekend Sweet Escape

Special Room Offer

Dinner, Bed and Breakfast

ລາງວັນ

2019 Laos's Leading Business Hotel
2019 Laos' Luxury Business Hotel
2019 Laos Luxury Day Spa

Locate Us

ນຳທ່ຽວທ້ອງຖິ່ນ

ສະໜາມບິນສາກົນວັດໄຕ

 

ໄລຍະທາງ: 7.4 ກິໂລແມັດ

ໄລຍະເວລາໃນການເດີນທາງດ້ວຍລົດ: 10 ນາທີ

 

ຂົວມິດຕະພາບ ລາວ-ໄທ

 

ໄລຍະທາງ: 20.3 ກິໂລແມັດ

ໄລຍະເວລາໃນການເດີນທາງດ້ວຍລົດ: 30 ນາທີ

Blogs

10 exciting things you can do in Vientiane

The ultimate bucket list for your trip in Laos from a local expert

20 Things you should know before your trip to Laos

View all latest blogs