Crowne Plaza Vientiane

ແພັກເກັດງານແຕ່ງງານ

ອອກແບບມາເພື່ອທ່ານ, ຮີດສັນໃຫ້ສົມບູນແບບໂດຍພວກເຮົາ

ທີ່ ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ, ແພັກເກດງານແຕ່ງງານຂອງພວກເຮົາໄດ້ຮັບການຮີດສັນຂຶ້ນມາຢ່າງພິຖີພິຖັນ ເພື່ອໃຫ້ໝັ້ນໃຈວ່າວັນສຳຄັນຂອງທ່ານຈະຖືກວາງແຜນຢ່າງງ່າຍດາຍ ແລະ ສະທ້ອນເຖິງຄວາມເປັນຕົວຕົນຂອງທ່ານໄດ້ຢ່າງສົມບູນແບບ. ດ້ວຍທີມງານຜູ້ຊ່ຽວຊານດ້ານການຈັດງານແຕ່ງງານທີ່ຄອຍໃຫ້ຄຳປຶກສາ ແລະ ດູແລທ່ານໃນທຸກໆຂັ້ນຕອນ, ພວກເຮົາຍິນດີມອບປະສົບການອັນຮາບຮື່ນ ໄຮ້ກັງວົນ ເພື່ອສ້າງຄວາມຊົງຈຳອັນແສນປະທັບໃຈທີ່ຈະຄົງຢູ່ຕະຫຼອດໄປ.

ບໍ່ວ່າຈະເປັນພິທີອັນແສນອົບອຸ່ນເປັນສ່ວນຕົວ ຫຼື ງານສະຫຼອງມົງຄຸນສົມລົດອັນຍິ່ງໃຫຍ່, ໂຮງແຮມຂອງພວກເຮົາກໍສາມາດຮອງຮັບການສະຫຼອງໄດ້ທຸກຂະໜາດ ແລະ ທຸກຮູບແບບ. ໝັ້ນໃຈໄດ້ວ່າທີມງານຜູ້ຊ່ຽວຊານດ້ານການຈັດງານແຕ່ງງານທີ່ ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ຈະຄອຍໃຫ້ຄຳປຶກສາ ແລະ ດູແລທ່ານໃນທຸກໆຂັ້ນຕອນ ນັບຕັ້ງແຕ່ການວາງແຜນ, ການຈັດຕັ້ງສະຖານທີ່ ໄປຈົນເຖິງວັນສຳຄັນຂອງທ່ານ ເພື່ອຮີດສັນການຈັດງານທີ່ເປັນເອກະລັກ ສະເພາະຕົວ ແລະ ເຮັດໃຫ້ທຸກຊ່ວງເວລາກາຍເປັນຊ່ວງເວລາອັນແສນມຫັດສະຈັນຢ່າງແທ້ຈິງ. ທຸກໆອົງປະກອບ ນັບຕັ້ງແຕ່ການຕົກແຕ່ງ, ແນວຄິດການຈັດງານ ໄປຈົນເຖິງລາຍລະອຽດທີ່ນ້ອຍທີ່ສຸດ ຈະຖືກວາງແຜນຢ່າງພິຖີພິຖັນ ໂດຍການປະສານແນວຄິດຈິນຕະນາການຂອງທ່ານເຂົ້າກັບປະສົບການອັນເປັນມືອາຊີບທີ່ຍາວນານຂອງທີມງານຜູ້ຊ່ຽວຊານຂອງພວກເຮົາ.

ສອບຖາມຂໍ້ມູນເພີ່ມເຕີມ ຕິດຕໍ່ vtecpcmt@ihg.com ຫຼື +856 20 95 275 888

ຕິດຕໍ່ພວກເຮົາ