ELEPHANT LOUNGE
ພັກຜ່ອນຢ່ອນໃຈໃນບັນຍາກາດທີ່ຮຽບຫູຮຽບຕາ ແລະ ມີສະໄຕລ໌ ຢູ່ສູນລວມທາງສັງຄົມທີ່ດີທີ່ສຸດໃນວຽງຈັນ ພ້ອມທັງສ້າງມິດຕະພາບໃໝ່ໆ ຮ່ວມກັນຜ່ານການລິ້ມລອງເບເກີຣີລະດັບພຣີມຽມ, ເຄື່ອງດື່ມທີ່ຊ່ວຍເພີ່ມຄວາມສົດຊື່ນ ແລະ ອາຫານວ່າງທີ່ແຊບຊ້ອຍ.
ນະຄອນຫຼວງວຽງຈັນ ເປັນທີ່ຮູ້ຈັກກັນດີໃນເລື່ອງສະເໜ່ອັນແສນສະບາຍ ແລະ ພົບງ່າຍ, ເຊິ່ງປະຈຸບັນກຳລັງພັດທະນາໄປເປັນຈຸດໝາຍປາຍທາງທີ່ມີຄວາມຊີວິດຊີວາ. ທ່າມກາງຈັງຫວະຊີວິດທີ່ຄ່ອຍເປັນຄ່ອຍໄປຂອງເມືອງນີ້, ທ່ານຈະໄດ້ພົບກັບບາຣ໌ ແລະ ຄລັບ ຫຼາກຫຼາຍແຫ່ງທີ່ພ້ອມເສີບເມນູພິເສດທ້ອງຖິ່ນ.
ທີ່ ເອເລເຟັນ ໂລນຈ໌ (Elephant Lounge) ຂອງ ໂຮງແຮມ ຄຣາວ ພລາຊາ ວຽງຈັນ, ເຊິ່ງຕັ້ງຢູ່ຊັ້ນລຸ່ມ (Ground Floor), ທ່ານຈະໄດ້ສຳຜັດກັບໜຶ່ງໃນໂລນຈ໌ທີ່ດີທີ່ສຸດໃນປະເທດລາວ. ດ້ວຍບັນຍາກາດທີ່ອົບອຸ່ນ ແລະ ສະບາຍ, ບ່ອນນີ້ຈຶ່ງເໝາະສົມທີ່ສຸດສຳລັບການພົບປະສ້າງສັນ, ເພີດເພີນໄປກັບຊຸດນ້ຳຊາຍາມບ່າຍ, ເບເກີຣີລະດັບພຣີມຽມ, ກາເຟລາວ ແລະ ຄັອກເທວທີ່ຖືກຮັງສັນຂຶ້ນມາຢ່າງພິເສດ. ບໍ່ວ່າທ່ານຈະເປັນນັກທຸລະກິດທີ່ມີຕາຕະລາງອັນຫຍຸ້ງຍາກ ຫຼື ນັກທ່ອງທ່ຽວທີ່ຊອກຫາຄວາມຜ່ອນຄາຍ, ເອເລເຟັນ ໂລນຈ໌ ຄືສະຖານທີ່ທີ່ຕອບໂຈດໃນການລິ້ມລອງ ວິກກີ້ ສູດພິເສດ, ຄັອກເທວ ແລະ ອາຫານວ່າງ ທີ່ເປັນເອກະລັກຂອງ ໂຮງແຮມ ຄຣາວ ພລາຊາ ວຽງຈັນ ຢ່າງມີສະໄຕລ໌.
ເວລາເປີດບໍລິການ:
• ເວລາ: ທຸກມື້ 07:00 - 23:00 ນາທີ
• ຕູ້ສະແດງເຄັກ: ທຸກມື້, 09:00 - 20:00 ນາທີ
• ຊ່ວງເວລາແຫ່ງຄວາມສຸກ (Happy Hours): 17:00 - 19:00 ນາທີ
ສະຖານທີ່: ຊັ້ນລຸ່ມ (Ground floor)
ເບີໂທຕິດຕໍ່: +856 21 90 8888
ເບິ່ງເມນູ ໂທເພື່ອຈອງທີ່ນັ່ງ