Crowne Plaza Vientiane

ເຂົ້າຊົມ ກິຟທ໌ ແກເລີຣີ່

ເຂົ້າຊົມ ກິຟທ໌ ແກເລີຣີ່

ເຂົ້າຊົມ ກິຟທ໌ ແກເລີຣີ່

ເຂົ້າຊົມ ກິຟທ໌ ແກເລີຣີ່

ເຂົ້າຊົມ ກິຟທ໌ ແກເລີຣີ່

ເຂົ້າຊົມ ກິຟທ໌ ແກເລີຣີ່

ເຂົ້າຊົມ ກິຟທ໌ ແກເລີຣີ່

ກິຟທ໌ ແກເລີຣີ່ (Gift Gallery)

ປະເທດລາວ ຖືເປັນອີກໜຶ່ງດິນແດນທີ່ສວຍງາມໃນອາຊີຕາເວັນອອກສຽງໃຕ້ ເຊິ່ງມີວັດທະນະທຳອັນເກົ່າແກ່ ແລະ ມູນເຊື້ອຮີດຄອງປະເພນີມາຕັ້ງແຕ່ບູຮານ. ດັ່ງນັ້ນ ມາຮຽນຮູ້ເຖິງການອານຸລັກຮັກສາວັດທະນະທຳ ຕໍ່ໃຫ້ຜ່ານການເວລາພຽງໃດກໍຕາມ ໄດ້ທີ່ນີ້.

ຄຣາວ ພລາຊ່າ ກິຟທ໌ ແກເລີຣີ່ (Crowne Plaza Gift Gallery) ຈະເປັນສະຖານທີ່ ທີ່ທ່ານຈະໄດ້ພົບກັບງານສິນລະປະໃນຮູບແບບຂອງສິນຄ້າຜະລິດຕະພັນແບບ ໄລຟ໌ສໄຕລ໌ ທີ່ມີຕັ້ງແຕ່ ຜ້າໄໝລາວ ຈົນໄປເຖິງເຄື່ອງໃຊ້ສຳລັບໂຕະອາຫານເຮັດດ້ວຍໄມ້ ແລະ ຊາລາວອໍແກນິກ. ເຊິ່ງຜະລິດຕະພັນສິນຄ້າຂອງພວກເຮົານີ້ແມ່ນເປັນງານສີມືແບບພຣີມ້ຽມ 100% ທີ່ປະດິດໂດຍບັນດາກົ່ງບໍລິສັດ/ອົງການດ້ານຫັດຖະກຳຊັ້ນນຳຂອງລາວທີ່ລ້ວນແລ້ວແຕ່ເນັ້ນໜັກໄປທີ່ການສົ່ງເສີມການເຮັດທຸລະກິດແບບຍືນຍົງໃຫ້ແກ່ຊຸມຊົນທ້ອງຖິ່ນ. ກິຟທ໌ ແກເລີຣີ່ (Gift Gallery) ໄດ້ມີການນຳເຮົາສິນຄ້າຈາກແບຣນດັງຫຼາຍແບຣນ ເຊັ່ນ Lao Natural, Birds Follow Spring, TaiBaan, Khaolao “ເຂົ້າລາວ”, Traditional Arts & Ethnology Centre, Ock Pop Tok, KHANG, Caruso Lao ແລະ Magic Lao Carpets Handicraft.

|

ກ່ຽວກັບ ກິຟທ໌ ແກເລີຣີ່ (Gift Gallery)

ຮ້ານຂາຍເຄື່ອງທີ່ລະລຶກ, ກິຟທ໌ ແກເລີຣີ່ ຕັ້ງຢູ່ຊັ້ນ G ຂອງອາຄານໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ໂດຍຈຳໜ່າຍສິນຄ້າຫັດຖະກຳ ຫຼື ເຄື່ອງປະດັບຄຸນນະພາບປານີດ ໃນຮູບແບບ one-stop-shop ເຊິ່ງຜະລິດໃນລາວ. ພາຍໃນຮ້ານໄດ້ມີການວາງສະແດງຜະລິດຕະພັນຫັດຖະກຳຈາກທົ່ວປະເທດລາວ ບໍ່ວ່າຈະເປັນຈຳພວກຜ້າໄໝ ຈົນໄປເຖິງ ເຄື່ອງໄມ້ຫັດຖະກຳຕ່າງໆ ພ້ອມນັ້ນຍັງມີ ສິນຄ້າກາເຟຈາກທາງໂຮງແຮມອີກດ້ວຍ.

ໜຶ່ງໃນເຫດຜົນຫຼັກຂອງການສ້າງຮ້ານດັ່ງກ່າວນີ້ ແມ່ນເພື່ອຈຳໜ່າຍສິນຄ້າທີ່ຜະລິດດ້ວຍສີມືຂອງຄົນລາວ ໃຫ້ແກ່ບັນດາແຂກ ຫຼື ລູກຄ້າຄົນຕ່າງປະເທດ ແລະ ພໍ່ແມ່ປະຊາຊົນຢູ່ທີ່ຕົວເມືອງວຽງຈັນ. ທັງນີ້ ກໍເພື່ອເຮັດໃຫ້ຜະລິດຕະພັນຂອງລາວເປັນທີ່ຮູ້ຈັກໃນວົງກວ້າງທັງພາຍໃນ ແລະ ສາກົນ ໂດຍຜ່ານຄວາມເປັນລາວ ໃນຂະນະດຽວກັນ ກໍຍັງເປັນອີກໜຶ່ງຕົວຊ່ວຍທີ່ຈະສາມາດກະຕຸ້ນເສດຖະກິດພາກທ້ອງຖິ່ນພາຍໃນປະເທດອີກດ້ວຍ.

ເຊິ່ງວ່າດ້ວຍການອອກແບບຄັອບເຊັບຂອງຮ້ານ ກິຟທ໌ ແກເລີຣີ່ (Gift Gallery) ນີ້ ແມ່ນໄດ້ຜ່ານການຮ່ວມມືປຶກຫາລືກັນລະຫວ່າງ ຝ່າຍບໍລິຫານຈາກ ຄຣາວ ພລາຊ່າ ແລະ ທ່ານນາງ ຊານດຣ້າ ຢັກ, ເປັນຜູ້ຊ່ຽວຊານຈາກບໍລິສັດ ລາວ ຄາຣູໂຊ່ (Lao Caruso) ທີ່ມີປະສົບການດ້ານຫັດຖະກຳຈາກທົ່ວໂລກເຖິງ 60 ປີ.

ພ້ອມກັນນັ້ນ ທ່ານນາງ ແພັດເທຣຍ ປຸຢ໊າດ, ປະທານໃຫຍ່ຂອງໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ໄດ້ໃຫ້ຄຳກ່າວວ່າ, "ຖືວ່າເປັນສິ່ງທີ່ໜ້າຕື່ນເຕັ້ນ ແລະ ແປກໃໝ່ສຳລັບໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ທີ່ຈະເປັນສູນກາງໃນການວາງສະແດງສິ່ງທີ່ດີທີ່ສຸດໃນປະເທດລາວ. ໂດຍສະເພາະໄລເວລາແບບນີ້, ທາງເຮົາຍິ່ງຕ້ອງໄດ້ຮ່ວມມືຢ່າງໃກ້ຊິດກັບບັນດາຜູ້ປະກອບການພາຍໃນປະເທດຫຼາຍຂຶ້ນ ເພື່ອເປັນການຂັບເຂື່ອນຖຸລະກິດຂອງພວກເຂົາໃຫ້ກ້າວໄປຂ້າງໜ້າ ແລະ ຍັງໄດ້ເປັນສ່ອງທາງໃນການນຳສະແດງຄວາມສາມາດຂອງຄົນລາວໃຫ້ເປັນທີ່ປະຈັກ. ເນື່ອງຈາກທາງໂຮງແຮມເຮົາບໍ່ໄດ້ສັນທັດໃນດ້ານເຄື່ອງຫັດຖະກຳເທົ່າທີຄວນ ພວກເຮົາຈຶ່ງໄດ້ຮ່ວມມືກັບທ່ານນາງ ຊານດຣ້າ ຈາກ ບໍລິສັດ ລາວ ຄາຣູໂຊ່ (Lao Caruso) ເພື່ອເປັນທີ່ປຶກສາກັບໂປຣເຈັກດັ່ງກ່າວ ແລະ ຊ່ວຍນຳສະເໜີຜົນງານລະດັບຄຸນນະພາບນີ້. ຂ້າພະເຈົ້າມີຄວາມປາດຖະນາຢ່າງຍິ່ງ ທີຈະໃຫ້ ກິຟທ໌ ແກເລີຣີ່ (Gift Gallery) ກາຍເປັນທີ່ຮູ້ຈັກໃນນາມສະຖານທີ່ສຳລັບການວາງສະແດງຈຳໜ່າຍສິນຄ້າສີມືທີ່ດີທີ່ສຸດ ເທົ່າທີ່ນັກທ່ອງທ່ຽວສາມາດຊອກຫາໄດ້ໃນລາວ ໂດຍທີ່ມີພວກເຮົາໄດ້ເປັນສ່ວນໜຶ່ງໃນຄວາມສຳເລັດດັ່ງກ່າວ."

ທ່ານນາງ ຊານດຣ້າ ຢັກ ໄດ້ໃຫ້ຄຳເຫັນວ່າ, "ຂ້າພະເຈົ້າມີຄວາມຮູ້ສຶກຕື່ນເຕັ້ນຫຼາຍກັບຮ້ານ Gift Gallery ທີ່ເປັນເອກະລັກສະເພາະນີ້. ເຊິ່ງຈຸດປະສົງຫຼັກຂອງຂ້າພະເຈົ້າຕໍ່ກັບໂປຣເຈັກດັ່ງກ່າວ ກໍແມ່ນເພື່ອນຳສະເໜີ ແລະ ສັນສ້າງຄວາມສວຍງາມໃນສິນຄ້າ ທີ່ຄົນລາວໄດ້ອອກມາດ້ວຄວາມປານີດນີ້. ເຊິ່ງບໍລິສັດ ລາວ ຄາຣູໂຊ່ (Lao Caruso) ເອງ ກໍຖືວ່າ ມີປະສົບການມາໄດ້ 20 ປີແລ້ວ ໃນການຄຸກຄີກັບການງານສີມື ທີ່ເປັນເອກະລັກ ແລະ ໄດ້ຮັບການຍອມຮັບໃນລະດັບສາກົນແບບນີ້ ເຊິ່ງເປັນຕົວເລັ່ງໃຫ້ກຳຊ່າງຝືມືຂອງລາວພັດທະນາທັກສະຈົນຊຳນານນັ້ນເອງ. ສະນັ້ນ ເຮົາຈຶ່ງມີຄວາມປາດຖະໜາທີ່ຈະນຳສະເໜີຜົນງານສິນລະປະ ແລະ ງານຝີມືທີ່ດີທີ່ສຸດຂອງລາວ ໃຫ້ແກ່ຄົນຈາກທົ່ວໂລກທີ່ມັກຮັກໃນດ້ານນີ້ ເປັນທີ່ຮູ້ຈັກທີ່ສຸດ ແລະ ຄິດທີ່ຈະສະສົມມັນ."

 

ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່ +856 21 908 888 ຫຼື ອີເມວ giftgallery.vtecp@ihg.com