Crowne Plaza Vientiane

ມາດຕະຖານ IHG CLEAN PROMISE

ຖະແຫຼງການກ່ຽວກັບ IHG CLEAN PROMISE

ໃນຂະນະທີ່ໂລກໄດ້ປັບຕົວເຂົ້າກັບບັນທັດຖານ ແລະ ຄວາມຄາດຫວັງໃນດ້ານການເດີນທາງຮູບແບບໃໝ່, ທາງໂຮງແຮມ ແລະ ລີສອດໃນເຄືອ IHG ຈຶ່ງໄດ້ມີແບບແຜນທີ່ຈະຍົກລະດັບປະສົບການການພັກຜ່ອນຄັ້ງໃໝ່ໃຫ້ແກ່ບັນດາແຂກທີ່ເຂົ້າພັກ ຜ່ານຂະບວກການທຳຄວາມສະອາດທີ່ລະອຽດ ແລະ ອຳນວຍຄວາມສະດວກໃຫ້ແກ່ແຂກໃນທຸກໆດ້ານຕະຫຼອດການເຂົ້າພັກ ບໍ່ວ່າຈະເປັນ:

 |

ການນຳໃຊ້ມາດຕະການຄວາມສະອາດຂັ້ນສູງສຸດ

|

ການຮ່ວມມືກັບບໍລິສັດທີ່ຊ່ຽວຊານລະດັບແຖວໜ້າ ບໍ່ວ່າຈະເປັນ Cleveland Clinic, Ecolab ແລະ Diversey

|

ການເປີດໃຊ້ແຜນການ IHG Clean Promise ແລະ Global Cleanliness Board

|

ບາດກ້າວການເດີນທາງໃນອະນາຄົດອາດມີຄວາມແຕກຕ່າງໄປຈາກກ່ອນ, ແຕ່ສິ່ງທີ່ບໍ່ເຄີຍປ່ຽນແປງເລີຍກໍ່ຄື ການບໍລິການທີ່ຈິງໃຈຈາກພວກເຮົາ ເຊິ່ງໄດ້ເລັງໃສ່ຄວາມປອດໄພ ແລະ ສຸຂະອານາໄມຕະຫຼອດການເຂົ້າພັກຂອງແຂກ. ໂດຍການນຳເອົາຄວາມຮູ້ ແລະ ມາດຕະການລະດັບໂລກຂອງ IHG ມາປະກອບກັບຄວາມວິທະຍາການທີ່ທັນສະໄໝຂອງບໍລິສັດທີ່ຊ່ຽວຊານລະດັບແຖວໜ້າ ບໍ່ວ່າຈະເປັນ Cleveland Clinic, Ecolab ແລະ Diversey, ເຊິ່ງເຮົາສາມາດໝັ້ນໃຈ ແລະ ຮັບປະກັນຄວາມປອດໄພ ແລະ ຄວາມເປັນຢູ່ທີ່ດີຈາກທັງຝ່າຍແຂກ ແລະ ພະນັກງານພາຍໃນໂຮງແຮມ. ນີ້ລວມໄປເຖິງການກວດກາຄວາມແທດເໝາະຂອງແຕ່ລະຂະບວນການດັ່ງວ່າສາມາດປະຍຸກກັບສິ່ງໃດໄດ້ ເພື່ອໃຫ້ຢູ່ໃນຮູບແຜນຂອງ IHG® Clean Promise ນັ້ນເອງ. ສາມາດເຂົ້າເບິ່ງລາຍລະອຽດເພີ່ມເຕີມໄດ້ທີ່ www.ihg.com/clean.

|

ການຍົກລະດັບແນວທາງການທຳຄວາມສະອາດຂອງ IHG (IHG Way of Clean)

ຍາມໃດ IHG ໄດ້ມີຄວາມຕັ້ງໃຈທີ່ຈະພັດທະນາມາດຕະການຄວາມສະອາດໃຫ້ກ້າວໜ້າຍິ່ງໆຂຶ້ນໄປ. ໂປຣແກຣມ IHG Way of Clean ໄດ້ເລີ່ມຕັ້ງແຕ່ປີ 2015, ເຊິ່ງໄດ້ມີການຮ່ວມມືກັບ Ecolab ແລະ Diversey, ທີ່ເປັນບໍລິສັດກ່ຽວກັບການບໍລິການດ້ານສຸຂະອານາໄມ ແລະ ເຕັກໂນໂລຊີທຳຄວາມສະອາດລະດັບແຖວໜ້າຂອງໂລກ.

ດ້ວຍການເຮັດວຽກກັບ Cleveland Clinic ແລະ ບັນດາຄູ່ຮ່ວມທຸລະກິດຕ່າງໆ, ໂປຣແກຣມ IHG Way of Clean ກຳລັງຂະຫຍາຍແຜນມາດຕະການຮັບມືກັບການແຜ່ລະບາດຂອງພະຍາດ COVID-19 ພ້ອມແນວທາງການປະຕິບັດທີ່ດີທີ່ສຸດ ເຊິ່ງແຜນການດັ່ງກ່າວແມ່ນໄດ້ດຳເນີນຕາມຄຳແນະນຳຂອງອົງການອານໄມໂລກ, ບັນດາໜ່ວຍງານສະເພາະກິດ ແລະ ຂະແໜງສາທາລະນະສຸກປະຈຳທ້ອງຖິ່ນຈາກທົ່ວທຸກມຸມໂລກ.

ໂປຣແກຣມ IHG Way of Clean ນີ້ຫຼັກໆແມ່ນເນັ້ນໜັກໄປທີ່ການທຳຄວາມສະອາດທີ່ເຂັ້ມງວດດ້ວຍນ້ຳຢາຂ້າເຊື້ອສາທາລະນະສຸກ, ແລະ ບັນດາແຂກທີ່ຈະເຂົ້າພັກພາຍໃນໂຮງແຮມກໍມີສ່ວນຮ່ວມໃນຂະບວນການຮັກສາຄວາມສະອາດນີ້ ໃນທຸກໆພື້ນທີ່ຂອງໂຮງແຮມ, ບໍ່ວ່າຈະເປັນ:

|

ພື້ນທີ່ປະຊາສຳພັນ

ຫຼຸດຜ່ອນການປະຕິສຳພັນໃນລະຫວ່າງການເຊັກອິນ, ການສຳພັດ, ທີ່ຕັ້ງເຈວລ້າງມື, ຄີກາດທີ່ຂ້າເຊື້ອ, ແລະ ການເຊັກເອົ້າໂດຍບໍ່ໃຊ້ເອກກະສານແບບເຈ້ຍ

|

ຫ້ອງພັກແຂກ

ການກວດຄົ້ນທີ່ພົບເຫັນໄດ້ຈາກວັດຖຸທີ່ຂ້າເຊື້ອ (ຕົວຢ່າງ: ເຄື່ອງແກ້ວ, ຣີໂໝດຄອນໂທຣ), ເຄື່ອງມືໃນການຊັກລີດແບບໃໝ່, ການນຳໃຊ້ວິທະຍາການທຳຄວາມສະອາດແບບໃໝ່

|

ພື້ນທີ່ສາທາລະນະ ແລະ ສິ່ງອຳນວຍຄວາມສະດວກ

ການທຳຄວາມສະອາດຂັ້ນສູງຕໍ່ກັບພື້ນທີ່ທີ່ມີການສຳພັດປະຈຳ, ຮັກສາໄລຍະຮ່າງ, ຕາຕະລາງກາທຳຄວາມສະອາດ, ການປະຕິບັດຕົວຈິງໃນສະນ້ຳ, ສູນອອກກຳລັງກາຍ ແລະ ຮ້ານກິນດື່ມA

|

ອາຫານ ແລະ ເຄື່ອງດື່ມ

ວາງມາດຕະຖານການບໍລິການຮູບແບບໃໝ່ບໍ່ວ່າຈະເປັນບຸບເຟ້ອາຫານ, ແບັງເຄັດ: ການເສີບຢູ່ຫ້ອງ ແລະ ງານລ້ຽງຕ່າງໆ

|

ການມອບຄວາມເປັນຢູ່ທີ່ດີໃຫ້ແກ່ແຂກ ແລະ ເພື່ອນຮ່ວມງານແມ່ນຖືເປັນສິ່ງທີ່ສຳຄັນທີ່ສຸດ, IHG ຈຶ່ງໄດ້ປະສານງານຢ່າງໃກ້ຊິດກັບບັນດາຜູ້ຊ່ຽວຊານທາງການແພດຈາກໜ່ວຍງານຊັ້ນແຖວໜ້າຂອງໂລກນັ້ນຄື Cleveland Clinic ເພື່ອເປັນຄູ່ເມືອຊີ້ແນະໃຫ້ກັບທີມງານໃນການປະຕິບັດວຽກງານ ແລະ ຮັກສາຄວາມປອດໄພຂອງແຂກທ່າມກາງສະພາບແວດລ້ອມອັນໃໝ່ນີ້.

|

ເຊິ່ງລວມມີ:

ຂໍ້ມູນການທຳຄວາມສະອາດທີ່ຢູ່ພາຍໃນໂຮງແຮມ ແລະ ຊ່ອງທາງການຈອງທີ່ພັກຂອງ IHG

ປ້າຍແຈ້ງເຕືອນ ແລະ ຂະບວນການກ່ຽວກັບການຮັກສາໄລຍະຫ່າງ

ການໃຫ້ແນວທາງການໃຊ້ເຄື່ອງມືປ້ອງທີ່ຈຳເປັນໃຫ້ກັບທີມງານພາຍໃນໂຮງແຮມ

ການຝຶກອົບຮົມຢ່າງບໍ່ຂາດສາຍໃຫ້ແກ່ພະນັກງານ ໂດຍມີການຢັ້ງຢືນຈິງຈັງຫຼັງຈາກອົບຮົມ

ຄວາມພ້ອມຂອງເຄື່ອງມືທຳຄວາມສະອາດເພື່ອອຳນວຍຄວາມສະດວກໃຫ້ແກ່ແຂກແຕ່ລະທ່ານ

ຜ້າທຳຄວາມສະອາດ ແລະ ຊຸດເຈວລ້າງມືທີ່ມີພ້ອມໄວ້ໃນຫ້ອງພັກ ແລະ ພື້ນທີ່ທີ່ມີການສຳພັດສູງພາຍໃນຕົວໂຮງແຮມ

 

|

ກ່ຽວກັບ IHG CLEAN PROMISE ແລະ GLOBAL CLEANLINESS BOARD

ໂປຣແກຣມ IHG Clean Promise ແມ່ນໄດ້ເລີ່ມຕັ້ງແຕ່ວັນທີ 1 ມິຖຸນາ 2020 ເຊິ້ງເປັນໂປຣແກຣມທີ່ບັນດາແຂກສາມາດໝັ້ນໃຈໄດ້ທີ່ສຸດວ່າຫ້ອງພັກຂອງພວກເຂົານັ້ນແມ່ນສະອາດກົງກັບມາດຕະຖານຂັ້ນສູງທີ່ IHG ໄດ້ວາງໄວ້. ການປະຕິຕິບັດງານດັ່ງກ່າວນີ້ແມ່ນຖືເປັນ Global Cleanliness Board ຮູບແບບໃໝ່ຂອງ IHG ເພາະໄດ້ມີການຮ່ວມມືກັບຄູ່ຮ່ວມທຸລະກິດທີ່ມີຊື່ສຽງຕົ້ນໃນສາກົນນັ້ນຄື Cleveland Clinic. ໂດຍທ່ານ ເຈມ ເມີຣີໂນ້ ຫົວໜ້າເຈົ້າໜ້າທີ່ຝ່າຍການປັບປ່ຽນຂອງ Cleveland Clinic ຈະຄອຍໃຫ້ຄຳປຶກສາເພື່ອກຳນົດແນວທາງການປະຕິບັດທີ່ດີທີ່ສຸດ ແລະ ດຳເນີນການຕາມຂະບວນການ.

|

ໂປຣແກຣມ IHG Clean Promise ນີ້ແມ່ນພ້ອມໄວ້ສຳລັບບັນດາໂຮງແຮມໃນເຄືອ IHG ທົ່ວໂລກ ເຊິ່ງໃຊ້ສະເພາະແຕ່ທ່ານທີ່ລົງທະບຽນເທົ່ານັ້ນ. ພາຍໃນ 2 ຊົ່ວໂມງກ່ອນເຊັກອິນ, ແຂກສາມາດແຈ້ງໄປຍັງພະນັກງານສ່ວນໜ້າໃນກໍລະນີທີ່ຫ້ອງຂອງພວກເຂົາບໍ່ກົງກັບແຜນໂປຣແກຣມ IHG Clean Promise ເພື່ອທາງໂຮງແຮມຈະໄດ້ປະຕິບັດຕາມຂັ້ນຕອນດັ່ງຕໍ່ໄປນີ້:

- ຮັບຊາບບັນຫາ ແລ້ວຫາທາງແກ້ໄຂໂດຍດ່ວນ ຫຼື

- ສະເໜີການປ່ຽນຫ້ອງທີ່ເໝາະສົມໃຫ້ແຂກ ເຊິ່ງກົງກັບມາດຕະຖານຂອງ  IHG Clean Promise

|

ຫາກແຂກຕົກລົງເລືອກທີ່ຈະປ່ຽນຫ້ອງ, ທາງທີມງານເຮົາຈະພາແຂກໄປສົ່ງຍັງໃຫ້ພັກທີ່ປ່ຽນໃໝ່ນັ້ນ ເພື່ອໃຫ້ແນ່ໃຈວ່າຫ້ອງດັ່ງກ່າວກົງກັບມາດຕະຖານຂອງ  IHG Clean Promise ຢ່າງແທ້ຈິງ. ຖ້າຫາກບໍ່ທີ່ຍັງບໍ່ໄດ້ຢູ່ໃນມາດຕະຖານຂອງ  IHG Clean Promise, ທາງທີມງານຈະຫາທາງອອກທີ່ດີທີ່ສຸດໃຫ້ແກ່ແຂກຢູ່ສະເໝີ.   

|

ທາງເຮົາຍັງໄດ້ມີເຈົ້າໜ້າທີ່ຜູ້ດູແລຄວາມສະອາດໂດຍສະເພາະ ເພື່ອສ້າງວັດທະນະທຳແຫ່ງການຮັກສາຄວາມສະອາດໃຫ້ກັບບັນດາໂຮງແຮມ IHG ທົ່ວໂລກ. ໂດຍເຈົ້າໜ້າທີ່ເຫຼົ່ານີ້ຈະເຮັດໜ້າທີີ່ກວດກາຄວາມຮຽບຮ້ອຍພາຍໃນໂຮງແຮມ ແລະ ຊ່ວຍເຫຼືອທີມງານທຳຄວາມສະອາດໃນການສົ່ງມອບມາດຕະຖານຄວາມສະອາດໃຫ້ແກ່ແຂກຕະຫຼອດການເຂົ້າພັກ.