Crowne Plaza Vientiane

ຄວາມສຳເລັດແບບບໍ່ມີດຣາມາ

ສ້າງສັນງານຕ່າງໆໃຫ້ປະສົບຜົນສໍາເລັດໄປພ້ອມໆກັນ

ຫ້ອງສໍາລັບທຸກກາລະໂອກາດ

ທຸລະກິດຂອງທ່ານຄືພາລະກິດຂອງພວກເຮົາ

YOUR BUSINESS IS OUR BUSINESS

ພື້ນທີ່ຈັດງານທີ່ສາມາດປັບປ່ຽນໄດ້

ງານປະຊຸມ ແລະ ງານລ້ຽງ

ຢູ່ທີ່ ໂຮງແຮມຄຣາວພລາຊ່າ ວຽງຈັນ ພວກເຮົາເຂົ້າໃຈດີວ່າ ເມື່ອມີການຈັດງານໃດໜຶ່ງນັ້ນ ຄວາມສໍາເລັດຂອງທ່ານກໍ່ຄືໄຊຊະນະຂອງພວກເຮົາ.

ນັບຕັ້ງແຕ່ການປະຊຸມ ແລະ ການສໍາມະນາທາງທຸລະກິດ ໄປຈົນເຖິງ ງານລ້ຽງງານສັງສັນຕ່າງໆ ສິ່ງອໍານວຍຄວາມສະດວກຕ່າງໆທີ່ສາມາດປັບປ່ຽນໄດ້ຂອງພວກເຮົາ ແລະ ທີມງານຊຽວຊານໃນການຈັດປະຊຸມ ຄຣາວພລາຊ່າຂອງພວກເຮົາ ຈະຊ່ວຍແກ່ບັນຫາຢ່າງດີທີ່ສຸດ ເພື່ອຕອບໂຈດຄວາມຕ້ອງການຂອງທ່ານ ໄດ້ທຸກຮູບແບບ.

ຫ້ອງປະຊຸມໃຫຍ່ (Grand Ballroom) ຂອງ ໂຮງແຮມຄຣາວພລາຊ່າ ວຽງຈັນຂອງພວກເຮົາ ມີພື້ນທີ່ໃຊ້ສອຍເຖິງ 782 ຕາແມັດ ໄດ້ຮັບການອອກແບບມາເພື່ອຮອງຮັບຜູ້ເຂົ້າຮ່ວມງານໄດ້ເຖິງ 555 ຄົນ ໃນການຈັດງານແບບງານລ້ຽງ ຫຼື 1,012 ຄົນ ໃນການຈັດງານແບບໂຮງຮູບເງົາ. 

ພວກເຮົາຍັງມີຫ້ອງປະຊຸມອະເນກປະສົງຈໍານວນ 6 ຫ້ອງ ໂດຍທີ່ 4 ຫ້ອງ ສາມາດທີ່ຈະລ່ວງຫາກັນໄດ້ ເພື່ອໃຫ້ມີພື້ນທີ່ໃຊ້ສອຍທີ່ກວ້າງຂຶ້ນ ເຮັດໃຫ້ສາມາດປັບປ່ຽນ ເພື່ອຕອບໂຈດທຸກຄວາມຕ້ອງການໃນການຈັດງານຂອງທ່ານ.

ຫ້ອງປະຊຸມຂອງພວກເຮົາທຸກຫ້ອງ ມີສິ່ງອໍານວຍຄວາມສະດວກຕ່າງໆທີ່ໃໝ່ຫຼ້າສຸດ ລວມເຖິງ ອິນເຕີເນັດໄຮ້ສາຍຄວາມໄວສູງ ການຄວບຄຸມອຸນຫະພູມແບບແຍກເປັນເອກະລາດ ແລະ ການຕົບແຕ່ງທີ່ຫຼູຫຼາ.

ສໍາລັບການຈັດງານກາງແຈ້ງ ພື້ນທີ່ສະລອຍນໍ້າ ແລະ ລານເບຍຂອງພວກເຮົາຖືເປັນສະຖານທີ່ໆເໝາະສົມເປັນຢ່າງຍິ່ງ. 

ບໍ່ວ່າທ່ານຈະຕ້ອງການຈັດງານໃນຮູບແບບໃດ ພວກເຮົາມີຄຳຕອບທີ່ເໝາະສົມສໍາລັບທ່ານສະເໝີ.

 

ສິ່ງອໍານວຍຄວາມສະດວກຕ່າງໆທີ່ສາມາດປັບປ່ຽນໃຫ້ເໝາະສົມກັບທຸກໂອກາດ

ຫ້ອງປະຊຸມໃຫຍ່ (Grand Ballroom) ຂອງ ໂຮງແຮມຄຣາວພລາຊ່າ ວຽງຈັນ ໃຫ້ການບໍລິການ ແລະ ຄວາມຫຼູຫຼາໃນລະດັບທີ່ບໍ່ເຄີຍມີມາກ່ອນ ສໍາລັບການຈັດງານຂະໜາດໃຫຍ່ຕ່າງໆ. ຕັ້ງຢູ່ຊັ້ນສອງຂອງໂຮງແຮມ ຫ້ອງດັ່ງກ່າວນີ້ມີພື້ນທີ່ສຳລັບກະກຽມການຈັດງານສະເພາະ ແລະ ສາມາດຮອງຮັບແຂກໄດ້ເຖິງ 1,012 ຄົນ ໃນການຈັດບ່ອນນັ່ງແບບໂຮງຮູບເງົາ ຫຼື 555 ຄົນ ໃນການຈັດບ່ອນນັ່ງແບບງານລ້ຽງ. ຫ້ອງປະຊຸມໃຫຍ່ແຫ່ງນີ້ຍັງສາມາດແບ່ງອອກເປັນສາມຫ້ອງໃຊ້ສອຍຂະໜາດນ້ອຍໄດ້ ເພື່ອໃຫ້ແທດເໝາະກັບຄວາມຕ້ອງການຂອງທ່ານ.

ໂຮງແຮມຍັງມີອີກຫົກພື້ນທີ່ຍ່ອຍໃນການຈັດງານຢູ່ຊັ້ນລຸ່ມ ເໝາະທີ່ຈະໃຊ້ເປັນຫ້ອງປະຊຸມຍ່ອຍ ແລະ ຫ້ອງປະຊຸມຂະໜາດນ້ອຍ ແລະ ໂຮງແຮມມີບ່ອນນັ່ງຫຼາຍແບບໃຫ້ເລືອກ ເພື່ອໃຫ້ແທດເໝາະກັບທຸກຄວາມຕ້ອງການໃນການຈັດປະຊຸມ ຫຼື ການຈັດງານຕ່າງໆຂອງທ່ານ. 

ທຸກໜ້າທີ່ການໃຊ້ງານ ແລະ ຫ້ອງປະຊຸມທັງໝົດຂອງພວກເຮົາ ແມ່ນໄດ້ມີການຕິດຕັ້ງອຸປະກອນທັງພາບ ແລະ ສຽງທີ່ທັນສະໄໝຢ່າງຄົບຊຸດ ລວມທັງ ອິນເຕີເນັດ WiFi ທີ່ໄວທີ່ສຸດໃນນະຄອນຫຼວງວຽງຈັນ ແລະ ສະຖານທີ່ຈອດລົດໃນຮົ່ມ.

 

ທີມງານຝ່າຍບໍລິການຫ້ອງປະຊຸມຂອງ ໂຮງແຮມຄຣາວພລາຊ່າ ວຽງຈັນ ຈະຊ່ວຍໃຫ້ການວາງແຜນຂອງທ່ານ ປັດສະຈາກຄວາມຕຶງຄຽດ.

ພວກເຮົາຕ້ອງການເຮັດໃຫ້ການຈັດງານຕ່າງໆເປັນເລື່ອງທີ່ງ່າຍຂຶ້ນສໍາລັບທ່ານ. ໂຮງແຮມຄຣາວພລາຊ່າ ວຽງຈັນ ຈຶ່ງໄດ້​ແຕ່ງ​ຕັ້ງ​ຜູ້ອຳນວຍການຫ້ອງປະຊຸມ (Crowne Meeting Director) ຂອງ ໂຮງແຮມຄຣາວພລາຊ່າ ເປັນການສະເພາະ ເພື່ອເປັນຈຸດຕິດ​ຕໍ່​ປະສານງານບ່ອນດຽວສຳລັບທ່ານ ເຊິ່ງຈະ​ຄອຍໃຫ້​​ບໍ​ລິ​ການທີ່ມີຄວາມແນ່ນອນ ແລະ ເປັນສ່ວນ​ຕົວ ​ເພື່ອ​​ຮັບ​ປະ​ກັນ​ຄວາມ​ສຳ​ເລັດ​​ໃນການຈັດງານ​ຕ່າງໆ​ຂອງ​ທ່ານ.

ພວກເຮົາໃຫ້ຄຳ​ຕອບພາຍໃນສອງ​ຊົ່ວ​ໂມງ ​ສຳ​ລັບທຸກການສອບຖາມຂໍ້ມູນກ່ຽວກັບການກະກຽມງານທັງໝົດ ໝາຍ​ຄວາມວ່າ​ທ່ານ​ຈະໄດ້​ຮັບ​ຂໍ້​ມູນລາຍ​ລະ​ອຽດ​ຢ່າງວ່ອງ​ໄວ ແລະ ທີມ​ງານ​ຂອງ​ພວກ​ເຮົາ​ຈະ​ສົ່ງ​ຂໍ້ສ​ະ​ເໜີ​ທີ່ຄົບຖ້ວນໃຫ້ແກ່​ທ່ານ​ ພາຍ​ໃນ​ໜຶ່ງວັນ​ລັດຖະການ ນັບແຕ່ວັນທີ່ທ່ານສອບຖາມມາ.

ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຢູ່​ໃນ​ສະ​ຖານ​ທີ່​ຈັດງານ​ຂອງ​ທ່ານ​ຕະຫຼອດເວລາ ເຮັດໃຫ້ໝັ້ນ​ໃຈ​ໄດ້ວ່າ ທຸກໆ​ຢ່າງ​ຈະ​ເດີນ​ແມ່ນ​ແລ່ນ​ສະ​ດວກ ແລະ ​ຂໍ້​ມູນສະຫຼຸບ​ຄ່າ​ໃຊ້​ຈ່າຍ​ປະ​ຈຳ​ວັນ​ທີ່​ສະໜອງ​ໃຫ້​ແກ່​ທ່ານ​ຫຼັງ​ສິ້ນ​ສຸດ​ງານໃນແຕ່​ລະ​ມື້ ຈະ​ຊ່ວຍໃຫ້​ທ່ານ​ສາ​ມາດ​ຄວບຄຸມ​ຄ່າ​ໃຊ້​ຈ່າຍ​​ໄດ້ຢ່າງມີປະສິດທິພາບ.

ຢູ່ທີ່ ໂຮງແຮມຄຣາວພລາຊ່າ ວຽງຈັນ ທຸລະກິດຂອງທ່ານຄືພາລະກິດຂອງພວກເຮົາ.

 

ສອບຖາມຂໍ້ມູນການຈັດປະຊຸມ ແລະ ງານລ້ຽງ

ຄຸນນະສົມບັດເດັ່ນ & ບໍລິການຕ່າງໆ

ບໍລິການຈັດກອງປະຊຸມ ແລະ ງານລ້ຽງທີ່ດີເລີດ

4 ເຫດຜົນຫຼັກທີ່ທ່ານຄວນຈັດງານຕ່າງໆທີ່ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ

CROWNE PLAZA® MEETINGS DIRECTOR

CROWNE PLAZA® MEETINGS DIRECTOR

ນີ້ແມ່ນຜູ້ຕິດຕໍ່ປະສານງານສະເພາະສໍາລັບການຈັດງານທັງໝົດຂອງທ່ານ. ພວກເຮົາຈະເປັນຜູ້ຈັດການກັບລາຍລະອຽດຕ່າງໆເພື່ອໃຫ້ທ່ານສາມາດເນັ້ນໃສ່ພາບລວມຫຼັກໆຂອງງານໄດ້.

TWO-HOUR RESPONSE GUARANTEE ON RFP’S

TWO-HOUR RESPONSE GUARANTEE ON RFP’S

ພາຍໃນເວລາສອງຊົ່ວໂມງ ພວກເຮົາຈະໃຫ້ຄຳຕອບຕໍ່ຄໍາສະເໜີຂອງທ່ານ ບໍ່ວ່າຈະເປັນຂໍ້ມູນດ້ານພື້ນທີ່ຈັດງານ, ລາຄາ ແລະ ວັນທີ່ພ້ອມໃຫ້ບໍລິການ.

DAILY MEETINGS DEBRIEF

DAILY MEETINGS DEBRIEF

ທ່ານຈະໄດ້ຮັບລາຍການຄ່າໃຊ້ຈ່າຍປະຈໍາວັນທີ່ແຍກເປັນລາຍການ ເຮັດໃຫ້ທ່ານສາມາດທີ່ຈະບໍລິຫານງົບປະມານຂອງທ່ານໄດ້ຢ່າງມີປະສິດທິພາບໃນເວລາຈິງ.

MEETINGS SERVICE EXCELLENCE

MEETINGS SERVICE EXCELLENCE

ຄຸນນະພາບ ແລະ ການບໍລິການທີ່ຖືກໄວ້ວາງໃຈໂດຍນັກຈັດກອງປະຊຸມ ແລະ ງານຕ່າງໆ.

ສອບຖາມຂໍ້ມູນການຈັດປະຊຸມ ແລະ ງານລ້ຽງ

ກະລຸນາຕື່ມແບບຟອມດັ່ງລຸ່ມນີ້ແລະທີມງານປະຊຸມຂອງພວກເຮົາຈະຕິດຕໍ່ຫາທ່ານ ຫຼື ທ່ານສາມາດຕິດຕໍ່ຫາພວກເຮົາທີ່ [Hotel_phone] ຫຼື ອີເມລ໌ ກະລຸນາຕື່ມແບບຟອມດັ່ງລຸ່ມນີ້ແລະທີມງານປະຊຸມຂອງພວກເຮົາຈະຕິດຕໍ່ຫາທ່ານ ຫຼື ທ່ານສາມາດຕິດຕໍ່ຫາພວກເຮົາທີ່ 856-21-908888  ຫຼື ອີເມລ໌ alisa.khounsombath@ihg.com