Crowne Plaza Vientiane
SENSES SPA
ສະຫວັນທີ່ສະຫງົບແຫ່ງການຮັກສາສຸຂະພາບ ແລະ ການຜ່ອນຄາຍ ບ່ອນທີ່ມີປະເພນີທ້ອງຖິ່ນທີ່ດີທີ່ສຸດຖືກຮັກສາໄວ້ ປະສານເປັນໜຶ່ງດຽວກັບທໍາມະຊາດ ແລະ ຄວາມສະບາຍທີ່ພິຖີພິຖັນ.
|
|
Senses Spa ຕັ້ງຢູ່ຊັ້ນສາມຂອງ ໂຮງແຮມຄຣາວພລາຊ່າ ວຽງຈັນ ເປັນສະຖານທີ່ແຫ່ງການພັກຜ່ອນ ແລະ ການຟື້ນຟູຮ່າງກາຍທີ່ເປັນສ່ວນຕົວຂອງທ່ານ ເປັນບ່ອນທີ່ໃຫ້ທ່ານຫຼົບຫຼີກຈາກຊີວິດປະຈໍາວັນທີ່ເຄັ່ງຄຽດ ປ່ອຍໃຫ້ນັກບໍາບັດຜູ້ຊ່ຽວຊານຂອງພວກເຮົານໍາພາທ່ານໄປສູ່ຄວາມສະບາຍ ແລະ ຜ່ອນຄາຍ.
ດ້ວຍການປະສົມປະສານເຕັກນິກຮ່ວມສະໄໝ ເຂົ້າກັບເຕັກນິກບູຮານນະການ ເຮັດໃຫ້ Senses Spa ມີບໍລິການບໍາບັດສະເພາະດ້ານທີ່ຫຼາກຫຼາຍ ແລະ ມີຫ້ອງບໍາບັດຍ່ອຍສີ່ຫ້ອງເພື່ອຟື້ນຟູຄວາມສົມດູນຂອງຮ່າງກາຍ ແລະ ຈິດໃຈຫຼັງຈາກວັນທີ່ຍາວນານຂອງການປະຊຸມ ຫຼື ການທ່ຽວຊົມສະຖານທີ່ຕ່າງໆ.
|
AWARDS
|
2022 Luxury Urban Escape | 2020 Luxury Business Hotel Spa | 2019 Laos Luxury Day Spa Winner
|
|