Crowne Plaza Vientiane

ບາໃນວຽງຈັນ | Elephant Bar| Crowne Plaza Vientiane

ບາ ແລະ ຮ້ານອາຫານໃນວຽງຈັນ | Elephant Bar| Crowne Plaza Vientiane

ສະລອຍນ້ຳໃນວຽງຈັນ | Crowne Plaza Vientiane

ສະລອຍນ້ຳໃນວຽງຈັນ | Crowne Plaza Vientiane

ກ່ຽວກັບພວກເຮົາ

ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ຕັ້ງຢູ່ໃນທຳເລທີ່ຕັ້ງຍຸດທະສາດເພື່ອຄວາມສຳເລັດໃນການເດີນທາງຂອງທ່ານ ໃຈກາງເມືອງສີໂຄດຕະບອງ ເຊິ່ງຢູ່ຫ່າງຈາກສະໜາມບິນສากົນວັດໄຕພຽງແຕ່ 15 ນາທີ ເປີດບໍລິການຫ້ອງພັກຮ່ວມສະໄໝທັງໝົດ 198 ຫ້ອງ ເຊິ່ງລວມມີຫ້ອງຊຸດ (Suites) 8 ຫ້ອງ.

ເພື່ອເປັນໄປຕາມມາດຕະຖານອັນເປັນເອກະລັກຂອງແບຣນ ຄຣາວ ພລາຊ່າ, ແຂກຜູ້ເຂົ້າພັກສາມາດເລືອກໝອນໄດ້ຕາມຄວາມຕ້ອງການ, ບໍລິການໂທປລຸກທີ່ຮັບປະກັນຄວາມຊັດເຈນ, ໂຊນຫ້ອງພັກທີ່ງຽບສະຫງົບ (Quiet Zone), ແລະ ສະເປຣນ້ຳມັນຫອມລະເຫີຍ (Aromatherapy Spray) ເພື່ອຊ່ວຍໃຫ້ທ່ານນອນຫຼັບສະບາຍຕະຫຼອດຄືນ.

ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ຮວບຮວມຕົວເລືອກດ້ານການທານອາຫານໄວ້ຫຼາກຫຼາຍຮູບແບບ, ນັບຕັ້ງແຕ່ ຮ້ານອາຫານ ໂມເສກ (Mosaic All Day Dining) ທີ່ພ້ອມເສີບອາຫານທ້ອງຖິ່ນ ແລະ ສາກົນ ຜ່ານເຄົາເຕີປຸງແຕ່ງອາຫານແບບສົດໆ ໄປຈົນຮອດ ເອເລຟຣານທ໌ ລາວນ໌ (Elephant Lounge) ອັນເປັນເອກະລັກ ເຊິ່ງຕັ້ງຢູ່ບໍລິເວນລັອບບີ້ຂອງໂຮງແຮມ ທີ່ພ້ອມມອບບັນຍາກາດອັນຜ່ອນຄາຍ ແລະ ອົບອຸ່ນ ພ້ອມດ້ວຍເຄື່ອງດື່ມສຸດສົດຊື່ນ ແລະ ອາຫານວ່າງທີ່ມີໃຫ້ເລືອກຢ່າງຫຼາກຫຼາຍ.

ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ຄືສະຖານທີ່ຍອດນິຍົມສຳລັບການຈັດງານແຕ່ງງານ, ງານລ້ຽງສັງສັນ, ງານກິດຈະກຳຂອງອົງກອນ, ງານປະຊຸມ, ແລະ ງານທ່ອງທ່ຽວເພື່ອເປັນລາງວັນ (Incentive). ໂຮງແຮມລະດັບ 5 ດາວ ໃນວຽງຈັນແຫ່ງນີ້ ພາກພູມໃຈນຳສະເໜີສະຖານທີ່ຈັດງານປະຊຸມທີ່ທັນສະໄໝ ແລະ ຢືດຢຸ່ນຫຼາກຫຼາຍຮູບແບບ, ນັບຕັ້ງແຕ່ຫ້ອງ ແກຣນ ບອນຣູມ (Grand Ballroom) ອັນກວ້າງຂວາງ ທີ່ມີພື້ນທີ່ໂລ່ງສະບາຍແບບບໍ່ມີເສົາບັງເຖິງ 784 ຕາແມັດ ເຊິ່ງສາມາດເດີນທາງເຂົ້າເຖິງໄດ້ໂດຍກົງຜ່ານຂັ້ນໄດ ແລະ ຂັ້ນໄດເລື່ອນຈາກລັອບບີ້ໂຮງແຮມ, ໄປຈົນຮອດຫ້ອງປະຊຸມຂະໜາດນ້ອຍ (Boardroom), ຫ້ອງຍ່ອຍ (Breakout Rooms) ແລະ ພື້ນທີ່ຈັດກິດຈະກຳຕ່າງໆ.

ດ້ວຍສະຖານທີ່ທ່ອງທ່ຽວທາງວັດທະນະທຳ, ແລນມາກຂອງເມືອງ ພ້ອມທັງບາ, ຮ້ານອາຫານ ແລະ ສະຖານທີ່ບັນເທີງຫຼາກຫຼາຍແຫ່ງ ທີ່ຕັ້ງຢູ່ໃກ້ກັບ ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ພຽງເອື້ອມມື, ແຂກຜູ້ເຂົ້າພັກຈຶ່ງສາມາດອອກໄປເກັບກ່ຽວປະສົບການໃນ ນະຄອນຫຼວງວຽງຈັນ ຂອງລາວ ໄດ້ຢ່າງຢືດຢຸ່ນ ແລະ ເຕັມທີ່.

ໂຮງແຮມມີບໍລິການອິນເຕີເນັດ Wi-Fi ຄວາມໄວສູງແບບບໍ່ມີສະດຸດໃຫ້ບໍລິການຟຣີ ທົ່ວທັງຫ້ອງພັກທັງ 198 ຫ້ອງ, ສິ່ງອຳນວຍຄວາມສະດວກໃນການຈັດງານ ແລະ ພື້ນທີ່ສາທາລະນະ ຜ່ານລະບົບຮັກສາຄວາມປອດໄພທາງອິນເຕີເນັດທີ່ແໜ້ນໜາ ແລະ ປອດໄພ.

ຟິດເນສເຊັນເຕີ ທີ່ເປີດບໍລິການຕະຫຼອດ 24 ຊົ່ວໂມງ ພ້ອມທິວທັດແມ່ນ້ຳຂອງອັນຍິ່ງໃຫຍ່ ມາພ້ອມກັບອຸປະກອນບໍລິຫານຫົວໃຈແລະຫຼອດເລືອດ (Cardiovascular Equipment) ອັນທັນສະໄໝ ແລະ ດຳເບວ (Free Weights) ເພື່ອໃຫ້ທ່ານໄດ້ຮັກສາຮູບຮ່າງໃນຊ່ວງທີ່ຢູ່ຫ່າງຈາກເຮືອນ. ນອກຈາກນີ້ THE GYM ຍັງເປີດຮັບສະມາຊິກໃນຈຳນວນຈຳກັດ ສຳລັບຊາວວຽງຈັນ ແລະ ຜູ້ປະກອບອາຊີບຕ່າງໆ ທີ່ກຳລັງຊອກຫາສະຖານທີ່ອອກກຳລັງກາຍທີ່ສະດວກສະບາຍ ແລະ ທັນສະໄໝໃນເຂດວຽງຈັນ.

ແຂກຜູ້ເຂົ້າພັກສາມາດພົບກັບສະລອຍນ້ຳກາງແຈ້ງແບບອິນຟິນິຕີ້ (Infinity Pool) ຂອງພວກເຮົາໄດ້ຢູ່ບໍລິເວນສວນດາດຟ້າຊັ້ນ 3 ຂອງໂຮງແຮມ, ເຊິ່ງພ້ອມບໍລິການເຄື່ອງດື່ມແລະອາຫານວ່າງທີ່ບາແຄມສະຫຼອຍນ້ຳຢ່າງຄົບຄັນ.