ອາຫານອິນໂດຈີນໄດ້ພັດທະນາເອກະລັກທ້ອງຖິ່ນທີ່ໂດດເດັ່ນເຊັ່ນດຽວກັບພາສາ ແລະ ສິລະປະ ແຕ່ທັງໝົດຖືກຜູກມັດເຂົ້າກັນດ້ວຍຄວາມທຸ່ມເທ ວັດຖຸດິບສົດໃໝ່ ແລະ ລົດຊາດແຊບເຂັ້ນຂຸ້ນ.
ຄວາມຫຼາກຫຼາຍຂອງອາຫານອິນໂດຈີນນັ້ນກໍປຽບເໝືອນກັບຜົນງານສິລະປະ ແລະ ພາສາທີ່ເປັ່ງປະກາຍດ້ວຍເອກະລັກສະເພາະຕົວຂອງທ້ອງຖິ່ນ. 3 Merchants ປະສົມປະສານລົດຊາດເຫຼົ່ານີ້ເຂົ້າດ້ວຍກັນ ໂດຍມີທີມງານເຊັຟຜູ້ຊ່ຽວຊານທີ່ຄອຍແນະນຳຄຸນສົມບັດອັນລ້ຳຄ່າຂອງອາຫານອາຊີຕາເວັນອອກສ່ຽງໃຕ້. ເມນູຂອງເຮົານຳສະເໜີເລື່ອງລາວອັນຫຼາກຫຼາຍຈາກ ປະເທດ ລາວ, ຫວຽດນາມ, ກຳປູເຈຍ, ໄທ ແລະ ມາເລເຊຍ ເຊິ່ງເຂົ້າກັນໄດ້ດີກັບຕີມສະໄຕລ໌ການຕົບແຕ່ງ. ຮ່ວມຮັບປະທານອາຫານຄ່ຳກັບພວກເຮົາພ້ອມດື່ມວາຍ ແລະ ເຄື່ອງດື່ມເກຣດພຣີ້ມ້ຽມທີ່ຄັດສັນມາຢ່າງດີ ແລະ ສຳຜັດກັບປະສົບການການຮັບປະທານອາກຫານທີ່ຫຼູຫຼາ ແລະ ມີກິ່ນອາຍຂອງປະຫວັດສາດທີ່ 3 Merchants.
ເວລາເປີດ - ປິດ (ເລີ່ມຕັ້ງແຕ່ 01 ພຶດສະພາ 2025):
• ຈັນ - ສຸກ 11.30 ມ - 21.30 ມ
• ເສົາ - ອາທິດ 17.00 ມ - 21.30 ມ
• Happy Hour 17.00 ມ - 19.00 ມ
ສະຖານທີ່: ຊັ້ນ G
ຕິດຕໍ່ທີ່ເບີ: 021 908 888
*ສ່ວນຫຼຸດ 25% ສຳລັບອາຫານ ແລະ ຊື້ 1 ແຖມ 1 ສຳລັບເຄື່ອງດື່ມ (ເບຍ, ວາຍ ແລະ ເຫຼົ້າເປັນແກ້ວ)