Crowne Plaza Vientiane

ທ່ານສາມາດເຮັດຫຍັງໄດ້ແດ່ໃນຊ່ວງວັນຫຍຸດທ້າຍອາທິດທີ່ ວຽງຈັນ?

ທ່ານສາມາດເຮັດຫຍັງໄດ້ແດ່ໃນຊ່ວງວັນຫຍຸດທ້າຍອາທິດທີ່ ວຽງຈັນ?

ວຽງຈັນ ເປັນສະຖານທີ່ທີ່ວິເສດ ແລະ ມີສະເໜ່ສະເພาະຕົວ. ມັນເປັນເມືອງຫຼວງທີ່ມີບັນຍາກາດອັນອົບອຸ່ນຄືກັບໝູ່ບ້ານ, ເຊິ່ງເປັນບ່ອນທີ່ສາສະໜາ ແລະ ຄວາມເຊື່ອພື້ນເມືອງເປັນສິ່ງນຳພາວິຖີຊີວິດ, ທັງຍັງໃຫ້ຄວາມສຳຄັນກັບຄອບຄົວ ແລະ ຄວາມສຸກມາເປັນອັນດັບທຳອິດ. ການໃຊ້ເວລາຊ່ວງວັນຢຸດສຸດສັບປະດາຢູ່ທີ່ນີ້ ຈະເຮັດໃຫ້ທ່ານໄດ້ສຳຜັດກັບລົດຊາດຂອງຊີວິດໃນເມືອງອັນເປັນເອກະລັກ ແລະ ແຕກຕ່າງຈາກເມືອງຫຼວງແຫ່ງອື່ນໆ ຢ່າງສິ້ນເຊີງ.

ເລີ່ມຕົ້ນຄຳຄືນວັນສຸກອັນໜ້າປະທັບໃຈ ແລະ ຢູ່ໃນຄວາມຊົງຈຳ ດ້ວຍການລິ້ມລອງ ເທສຕິ້ງ ເມນູ (Tasting Menu) ທີ່ຮ້ານອາຫານ 3 Merchants. ນີ້ຄືການແນະນຳໃຫ້ທ່ານໄດ້ຮູ້ຈັກກັບອາຫານແບບຟິວຊັນ (Fusion) ທີ່ຍອດຢ້ຽມ ໂດຍການປະສົມປະສານວັດຖຸດິບອັນດີເລີດຈາກຝັ່ງຕາເວັນຕົກ ເຂົ້າກັບລົດຊາດອັນເປັນເອກະລັກທີ່ຂຶ້ນຊື່ຂອງອິນໂດຈີນ ແລະ ພາກພື້ນອື່ນໆ ໄວ້ຢ່າງລົງຕົວ ຢູ່ທີ່ໜຶ່ງໃນຮ້ານອາຫານທີ່ດີທີ່ສຸດຂອງປະເທດ.

 

3 Merchants

ໃນວັນເສົາ, ເລີ່ມຕົ້ນມື້ໃໝ່ຂອງທ່ານແບບສະບາຍໆ ດ້ວຍບຸບເຟ້ອາຫານເຊົ້າທີ່ ຮ້ານອາຫານ ໂມເສກ (Mosaic) ເຊິ່ງເປັນທີ່ຮູ້ຈັກກັນດີວ່າເປັນບ່ອນທີ່ມີອາຫານເຊົ້າທີ່ດີທີ່ສຸດໃນເມືອງ. ປະເທດລາວມີຊື່ສຽງໂດ່ງດັງໃນເລື່ອງກາເຟທີ່ດີຢ້ຽມ ເຊິ່ງສ່ວນໃຫຍ່ແມ່ນປູກຢູ່ເຂດພູພຽງບໍລິເວນທາງພາກໃຕ້. ຢ່າລືມແວ່ຊົມ ສິນຸກ ກາເຟ ພາວິລຽນ (Sinouk Coffee Pavilion) ເຊິ່ງທ່ານສາມາດຮ່ວມທົວເພື່ອຮຽນຮູ້ກ່ຽວກັບກາເຟ ຕັ້ງແຕ່ຂັ້ນຕອນການເປັນເບ້ຍພັນໄປຈົນເຖິງການມາເປັນກາເຟໃນຈອກ. ທົວນີ້ຈະພາທ່ານໄປເບິ່ງແຕ່ລະຂັ້ນຕອນຂອງຂະບວນການ ແລະ ລວມມີກິດຈະກຳຊີມກາເຟ ເພື່ອໃຫ້ທ່ານເລີ່ມເຂົ້າໃຈເຖິງຄວາມແຕກຕ່າງຂອງແຕ່ລະສູດ ແລະ ແຕ່ລະລະດັບການຂົ້ວ. ບາງທີທ່ານອາດຈະໄດ້ໝາກກາເຟດິບ (ໝາກກາເຟທີ່ຍັງບໍ່ທັນຂົ້ວ) ຕິດມືກັບເມືອເຮືອນ ເພື່ອໄປທົດລອງຂົ້ວດ້ວຍຕົວເອງ.

ຫຼັງຈາກນັ້ນ ໃຫ້ຍ່າງຂ້າມທາງໄປຢ້ຽມຊົມ ສູນຂໍ້ມູນຂ່າວສານກຳແພງເມືອງວຽງຈັນ (City Wall Visitor Centre) ເຊິ່ງເປັນບ່ອນທີ່ທ່ານສາມາດຮຽນຮູ້ກ່ຽວກັບກຳແພງເມືອງດັ້ງເດີມ ທີ່ຖືກສ້າງຂຶ້ນເມື່ອຕອນສ້າງຕັ້ງວຽງຈັນໃນສະຕະວັດທີ 13 ບັດນີ້ແນ່ນອນວ່າເຫຼືອພຽງແຕ່ຮ່ອງຮອຍຊາກຫັກພັງເທົ່ານັ້ນ. ຈາກນັ້ນ, ມຸ່ງໜ້າໄປສູ່ ວັດຊຽງຄວນ (Buddha Park) ສະຖານທີ່ທີ່ມີການປະສົມປະສານອັນໜ້າອັດສະຈັນລະຫວ່າງພຸດທະສາສະໜາ ແລະ ສາສະໜາຮິນດູ ເຊິ່ງຖືກສ້າງຂຶ້ນຫຼັງຈາກທີ່ຜູ້ສ້າງໄດ້ມີໂອກາດພົບກັບລືສີຕົນໜຶ່ງ ໂດຍຄວາມບັງເອີນຕອນທີ່ລາວຕົກລົງໄປໃນນ້ຳສ້າງ. ຮ່ວມຄົ້ນຫາແລະຊົມຮູບປັ້ນຕ່າງໆ ທີ່ໜ້າຕື່ນຕາຕື່ນໃຈຢູ່ທີ່ນັ້ນ, ພ້ອມທັງຮັບປະທານອາຫານທ່ຽງ ແລະ ດື່ມນ້ຳໝາກພ້າວສົດໆ ຢູ່ແຄມຝັ່ງແມ່ນ້ຳຂອງ. ໃນລະຫວ່າງທາງກັບ, ຢ່າລືມແວ່ ສູນພັດທະນາແມ່ຍິງພິການລາວ (Lao Disabled Women’s Development Centre) ແລະ ເຂົ້າຮ່ວມກິດຈະກຳເວີກຊັອບເພື່ອຮຽນຮູ່ວິທີການເຮັດເຄື່ອງເອ້ຍ້ອງຈາກເຈ້ຍ ຫຼື ແຜ່ນຮອງຈອກ ທີ່ພວກເຂົາເຈົ້າວາງຈຳໜ່າຍ ຖືວ່າເປັນການສະໜັບສະໜູນແມ່ຍິງທີ່ຢູ່ໃນຄວາມດູແລແລະຝຶກອົບຮົມຂອງສູນ. ທ່ານອາດຈະຢາກແວ່ລອຍນ້ຳຢູ່ ສວນນ້ຳ ທີ່ຢູ່ໃກ້ຄຽງ ໃນລະຫວ່າງທາງກັບເຂົ້າໃຈກາງເມືອງ.

ເມື່ອກັບມາຮອດແລ້ວ, ຍ່າງຫຼິ້ນເລາະຕາມແຄມຂອງໄປຫາຕະລາດມຶດ, ແລ້ວຊອກຫາອາຫານສະຕຣີດຟູດ (Street Food) ມາທານໃນຊ່ວງທີ່ພະອາທິດກຳລັງຕົກດິນເໜືອແມ່ນ້ຳຂອງ, ເບິ່ງພາບເດັກນ້ອຍທີ່ກຳລັງຫັດຂີ່ລົດຖີບ ແລະ ຄູ່ຮັກທີ່ຍ່າງຫຼິ້ນນຳກັນພ້ອມຫົວຂວັນຢອກໄຍຢ່າງມີຄວາມສຸກ. 

Buddha Park

ໃນເຊົ້າວັນອາທິດ, ຕື່ນແຕ່ເຊົ້າເພື່ອໄປຕັກບາດ. ພະສົງຈະອອກບິນທະບາດໃນທຸກໆ ເຊົ້າ ເວລາປະມານ 6:00 ໂມງ, ແລະ ອາຫານທັງໝົດທີ່ທ່ານຖວາຍ ຈະຖືກນຳໄປສັນຢູ່ທີ່ວັດ ໂດຍແມ່ນພະສົງສັນກ່ອນ ແລ້ວຈຶ່ງຕາມດ້ວຍຜູ້ຄົນທີ່ມາຮ່ວມຢູ່ວັດ. ທ່ານສາມາດມຸ່ງໜ້າໄປທີ່ວັດເພື່ອສຳຜັດກັບປະສົບການນີ້, ຫຼື ອາດຈະເລືອກໄປແວ່ຮ້ານ Kung’s Café ເພື່ອທານແພນເຄັກເຂົ້ານຽວໝາກມ່ວງ ພ້ອມດື່ມກາເຟລາວຈອກໜຶ່ງ ເຊິ່ງຈະຊ່ວຍເຕີມພະລັງໃຫ້ທ່ານໄດ້ຢ່າງຍອດຢ້ຽມສຳລັບມື້ໃໝ່. ຈາກນັ້ນ, ຍ່າງເລາະຕາມທາງໄປຫາ ວັດສີເມືອງ ເພື່ອຊົມຮ່ອງຮອຍຊາກຫັກພັງຂອມດັ້ງເດີມຂອງວັດ ແລະ ຮ່ວມຂາບໄຫວ້ພະພຸດທະຮູບທອງສຳລິດອົງໃຫຍ່. ໃນລະຫວ່າງທີ່ຢູ່ທີ່ນັ້ນ, ຢ່າລືມຊອກເບິ່ງຮູບປັ້ນຂອງ ແມ່ສີ. ວັດແຫ່ງນີ້ຖືກສ້າງຂຶ້ນໃນຊ່ວງທີ່ມີການຍ້າຍເມືອງຫຼວງຈາກຫຼວງພະບາງມາວຽງຈັນ ໂດຍຜູ້ຄົນໃນສະໄໝນັ້ນເຊື່ອວ່າ ຕ້ອງມີການບູຊາຍັນດ້ວຍຊີວິດມະນຸດ ເທົ່ານັ້ນ ຈຶ່ງຈະນຳພາໂຊກລາບແລະຄວາມເປັນສິຣິມຸງຄຸນມາໃຫ້ ຫຼັງຈາກທີ່ຕ້ອງຜ່ານເລື່ອງຮ້າຍໆ ມາຫຼາກຫຼາຍ. ຕາມຕຳນານເລົ່າຂານກັນວ່າ ແມ່ສີ ແມ່ນກຳລັງຖືພາໃນຊ່ວງທີ່ລາວໄດ້ກະໂດດລົງໄປ (ຫຼື ອາດຈະຖືກຊຸກລົງໄປ) ໃນຂຸມທີ່ຂຸດໄວ້ສຳລັບເສົາຫຼັກເມືອງຂອງວັດ ຈາກນັ້ນເພິ່ນຈຶ່ງໄດ້ຢ່ອນເສົາຫຼັກເມືອງລົງໄປທັບປະຈຳທີ່. 

Wat Si Muang

 

ເຕີມຄວາມສົດຊື່ນໃຫ້ກັບຮ່າງກາຍດ້ວຍ ກາເຟປັ່ນ (Coffee Shake) ຢູ່ຮ້ານ The Little House ເຊິ່ງເປັນຮ້ານທີ່ມີຜະລິດຕະພັນຜ້າຝ້າຍຍ້ອມຄາມທຳມະຊາດໃຫ້ເລືອກຊົມຫຼາກຫຼາຍຮູບແບບ. ຢູ່ຈຸດນີ້ ທ່ານຈະຢູ່ໃກ້ກັບສະຖານທີ່ສະແດງຜົນງານສິລະປະອັນມີສະເໜ່ເຖິງສອງແຫ່ງ ຄື: Eastern Gallery ແລະ iCat Gallery, ນີ້ຈຶ່ງເປັນໂອກາດອັນດີເລີດທີ່ຈະເພີ່ມພະລັງກາຍແລະໃຈຂອງທ່ານໄປກັບງານສິລະປະ, ກ່ອນທີ່ຈະຍ່າງເລາະຕໍ່ໄປອີກໜ້ອຍໜຶ່ງເພື່ອເຂົ້າຊົມ ສູນການຮ່ວມມືເພື່ອການຊ່ວຍເຫຼືອດ້ານຂາທຽມ ແລະ ອຸປະກອນຊ່ວຍພິການ ຫຼື COPE (ຄົບ) ທີ່ຕັ້ງຢູ່ໃກ້ໆ ພຽງແຕ່ໄລຍະຍ່າງເຖິງ. ຢູ່ທີ່ນີ້, ທ່ານສາມາດຮຽນຮູ້ເພີ່ມເຕີມກ່ຽວກັບສົງຄາມລັບໃນລາວ ເຊິ່ງເປັນປະເທດທີ່ຖືກຖິ້ມລະເບີດໃສ່ຫຼາຍທີ່ສຸດໃນໂລກເມື່ອທຽບໃສ່ຈຳນວນປະຊາກອນ. ຮ່ວມຄົ້ນຫາ ແລະ ຮັບຮູ້ກ່ຽວກັບຜົນກະທົບທີ່ຍັງຄົງມີຢູ່ຢ່າງຕໍ່ເນື່ອງຈາກການທີ່ລາວຖືກຖິ້ມລະເບີດໃສ່ຢ່າງຫຼວງຫຼາຍໃນອະດີດ ແລະ ສິ່ງທີ່ສູນ COPE ກຳລັງເຮັດເພື່ອຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບຈາກໄພຫຼັງສົງຄາມ. ຫຼັງຈາກຜ່ານຊ່ວງເຊົ້າອັນແສນ ວຸ້ນວາຍນີ້ ທ່ານຄົງຈະເລີ່ມຫິວແລ້ວ, ສະນັ້ນ ໃຫ້ມຸ່ງໜ້າໄປທີ່ຮ້ານ PVO ສໍາລັບ ເຂົ້າຈີ່ປາເຕ້ (Khaojee Sandwich) ແລະ ໝາກນາວປັ່ນ (Passion Fruit Shake) ສຸດແຊບ.

COPE

ໜຶ່ງໃນຄວາມສຸກຂອງການມາທ່ຽວອາຊີຕາເວັນອອກສຽງໃຕ້ ຄືການມີຕົວເລືອກການນວດ ແລະ ສະປາ ທີ່ດີຢ້ຽມໃຫ້ເລືອກຫຼາກຫຼາຍຮູບແບບ. ໃຫ້ລາງວັນຕົວເອງດ້ວຍການເບິ່ງແຍງຜິວພັນ ແລະ ຜ່ອນຄາຍຮ່າງກາຍ ຜ່ານໂປຣແກຣມ ທຣານຄວິລ ເຈີນີ (Tranquil Journey) ທີ່ ເຊັນເຊສ ສະປາ (Senses Spa) ການັນຕີດ້ວຍລາງວັນຊະນະເລີດ, ຈາກນັ້ນໄປລອຍນ້ຳໃນສະຫຼອຍນ້ຳ ແລະ ຈິບຄັອກເທວສຸດພິເສດຢູ່ທີ່ ເດິ ລິ້ງ (The Link) ພ້ອມຊົມພາບພະອາທິດກຳລັງຕົກດິນເໜືອເມືອງຫຼວງ. ເມື່ອຮ່າງກາຍຮູ້ສຶກສົດຊື່ນແລ້ວ, ກໍຂີ່ລົດແທັກຊີໄປທີ່ ຮ້ານ ດອຍກະນ້ອຍ (Doi Ka Noi) ສໍາລັບອາຫານຄ່ຳແບບລາວແທ້ໆ ທີ່ປຸງແຕ່ງຈາກວັດຖຸດິບທຳມະຊາດທີ່ແມ່ຄົວ (ເອື້ອຍນ້ອຍ) ຫາໄດ້ໃນແຕ່ລະມື້.

ຖືເປັນການປິດຕອນທ້າຍຂອງຊ່ວງວັນຫຍຸດທ້າຍອາທິດໃນແບບລາວໆ ທີ່ສົມບູນແບບ ແລະ ໜ້າປະທັບໃຈທີ່ສຸດ!

ຫ້ອງພັກຂອງພວກເຮົາມີບໍລິການ...