Crowne Plaza Vientiane

ຈັດອັນດັບທີ່ພັກວຽງຈັນ ບັນຍາກາດດີແຄມຂອງ ປະຈຳປີ 2019

ຄຣາວ ພລາຊ່າ ທີ່ພັກວຽງຈັນຍອດນິຍົມແຄມຂອງອັນດັບຕົ້ນໆ ປະຈຳປີ 2019

ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ໂຮງແຮມລະດັບ 5 ດາວໃນວຽງຈັນ ເປັນໜຶ່ງໃນທີ່ພັກວຽງຈັນແຄມຂອງ ທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວເປັນອັນດັບຕົ້ນໆ ເນື່ອງຈາກໂຮງແຮມແຫ່ງນີ້ສາມາດຕອບໂຈດທຸກຄວາມຕ້ອງການແຫ່ງການພັກຜ່ອນໄດ້ເປັນຢ່າງດີ ແຖມຍັງຄົບຄັນໃນທຸກໆດ້ານຕາມມາດຕະຖານໂຮງແຮມລະດັບ 5 ດາວ ບໍ່ວ່າຈະເປັນ ດ້ານການບໍລິການເໜືອລະດັບສຸດປະທັບໃຈ, ຮູບແບບຂອງຫ້ອງພັກທີ່ມີໃຫ້ຜູ້ເຂົ້າພັກເລືອກໄດ້ຢ່າງຫຼາກຫຼາຍປະເພດຕາມຄວາມຕ້ອງການ ລວມໄປເຖິງສິ່ງອຳນວຍຄວາມສະດວກທີ່ທັນສະໄໝຕ່າງໆ ຢ່າງຄົບວົງຈອນ ບໍ່ວ່າທ່ານຈະມາພັກຜ່ອນຢ່ອນໃຈໃນວັນພັກຍາວ ຫຼື ມາເພື່ອທຸລະກິດການເຮັດວຽກໃດໆ ກໍສາມາດວາງໃຈໃນຄຸນນະພາບໄດ້ເລີຍ ເພາະ ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ແຫ່ງນີ້ ເຕັມໄປດ້ວຍເຫດຜົນດີໆ ຫຼາກຫຼາຍ ຈົນເຮັດໃຫ້ຖືກຈັດອັນດັບເປັນທີ່ພັກວຽງຈັນບັນຍາກາດດີແຄມຂອງ ປະຈຳປີ 2019 ເຊິ່ງມີຫຍັງແດ່ ນັ້ນ ຕາມໄປເບິ່ງກັນເລີຍ.

ການບໍລິການເໜືອລະດັບ

ເພື່ອຄວາມສະດວກສະບາຍຕະຫຼອດໄລຍະເວລາການພັກເຊົາ ໂຮງແຮມ ຄຣາວ ພລາຊ່າ ພ້ອມມອບການບໍລິການສຸດພິເສດໃນທຸກຮູບແບບຢ່າງເປັນມືອາຊີບໃຫ້ແກ່ຜູ້ເຂົ້າພັກທຸກທ່ານ ຕັ້ງແຕ່ການຕ້ອນຮັບດ້ວຍຄວາມອົບອຸ່ນຈາກພະນັກງານທີ່ພ້ອມມອບຄວາມສຸກ, ຮອຍຍິ້ມ ແລະ ຄວາມຊ່ວຍເຫຼືອຕະຫຼອດການພັກເຊົາ ຈົນເຮັດໃຫ້ຜູ້ເຂົ້າພັກຮູ້ສຶກປະທັບໃຈ ແລະ ຜ່ອນຄາຍທຸກຄັ້ງເມື່ອໄດ້ມາສຳຜັດ ນອກຈາກນີ້ແລ້ວ ທາງໂຮງແຮມຍັງມີບໍລິການຫ້ອງປະຊຸມ, ຫ້ອງຈັດລ້ຽງ ແລະ ຫ້ອງສະເຫຼີມສະຫຼອງຕ່າງໆ ທີ່ມາພ້ອມກັບພື້ນທີ່ໃຊ້ສອຍຢ່າງກວ້າງຂວາງ ເພື່ອຮອງຮັບຄວາມຕ້ອງການໃນທຸກໂອກາດ ດ້ວຍທີມງານຜູ້ຊ່ຽວຊານລະດັບຄຸນນະພາບທີ່ຄອຍໃຫ້ບໍລິການ ແລະ ຊ່ວຍເຫຼືອທຸກບັນຫາເມື່ອທ່ານຕ້ອງການ ລວມໄປເຖິງຫ້ອງອາຫານ ແລະ ບາຣ໌ ທີ່ໃສ່ໃຈທຸກລາຍລະອຽດໃນຂັ້ນຕອນການປຸງແຕ່ງ ຈົນເຮັດໃຫ້ທ່ານສາມາດໝັ້ນໃຈໃນການດຳເນີນງານຕ່າງໆ ຈາກໂຮງແຮມລະດັບ 5 ດາວໃນວຽງຈັນຢ່າງ ຄຣາວ ພລາຊ່າ ໄດ້ເລີຍ.

ບໍລິການຫ້ອງພັກຫຼາກຫຼາຍປະເພດ

ໃນສ່ວນຂອງດ້ານການບໍລິການຫ້ອງພັກ ໂຮງແຮມ ຄຣາວ ພລາຊ່າ ເປີດໃຫ້ບໍລິການຫ້ອງພັກຫຼາກຫຼາຍຮູບແບບນຳກັນ ເພື່ອໃຫ້ການພັກຜ່ອນຂອງຜູ້ເຂົ້າພັກໃນຄັ້ງນີ້ຜ່ອນຄາຍ ແລະ ສົມບູນແບບຫຼາຍກວ່າທີ່ເຄີຍ ໂດຍ ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ແຫ່ງນີ້ ເປີດໃຫ້ບໍລິການຫ້ອງພັກທັງໝົດ 7 ປະເພດ ໄດ້ແກ່: ຫ້ອງພັກແບບ Deluxe Rooms, Deluxe Mekong View, Crowne Plaza Club, Business Room, Executive Suite, Deluxe Suite ແລະ Presidential Suite ເຊິ່ງໃນແຕ່ລະປະເພດຂອງຫ້ອງພັກມາພ້ອມກັບການຕົກແຕ່ງສຸດຫຮູສະໄຕລ໌ໂມເດິຣ໌ນ ແລະ ສິ່ງອຳນວຍຄວາມສະດວກທີ່ທັນສະໄໝຕ່າງໆ ຢ່າງຄົບຄັນ ບໍ່ວ່າຈະເປັນ ການບໍລິການອິນເຕີເນັດໄຮ້ສາຍດ້ວຍຄວາມໄວສູງ, ເຄື່ອງປັບອາກາດເຢັນສະບາຍ, ບໍລິການໂທປລຸກ (Morning call) ແລະ ອື່ນໆອີກຫຼາກຫຼາຍ ທີ່ພ້ອມໃຫ້ທ່ານໄດ້ມາສຳຜັດກັບປະສົບການຄັ້ງໃໝ່ທີ່ຜ່ອນຄາຍ ແລະ ສະດວກສະບາຍຫຼາຍກວ່າທີ່ເຄີຍ.

ທຳເລທີ່ຕັ້ງໃກ້ແຫຼ່ງທ່ອງທ່ຽວຍອດນິຍົມ

ອີກໜຶ່ງເຫດຜົນດີໆ ທີ່ເຮັດໃຫ້ ໂຮງແຮມ ຄຣາວ ພລາຊ່າ ຖືກຈັດອັນດັບໃຫ້ເປັນໂຮງແຮມ 5 ດາວໃນວຽງຈັນ ປີ 2019 ກໍຄື ທຳເລທີ່ຕັ້ງຂອງທີ່ພັກທີ່ຢູ່ໃກ້ກັບແຫຼ່ງທ່ອງທ່ຽວຍອດນິຍົມຕ່າງໆ ຂອງປະເທດລາວ ບໍ່ວ່າຈະເປັນ ປະຕູໄຊ, ຫໍພະແກ້ວ, ອະນຸສາວະລີເຈົ້າຟ້າງຸ່ມ, ພິພິດທະພັນແຫ່ງຊາດລາວ, ຕະລາດກາງຄືນບ້ານອານຸ, ພະທາດດຳ, ວັດສີສະເກດ ຫຼື ສະໜາມບິນ ທີ່ຢູ່ຫ່າງຈາກທີ່ພັກພຽງແຕ່ 3 ກິໂລແມັດ ເທົ່ານັ້ນ ນອກຈາກນີ້ແລ້ວ ຜູ້ເຂົ້າພັກຍັງສາມາດເດີນຊົມວິວທຳມະຊາດທີ່ບໍລິເວນແຄມແມ່ນ້ຳຂອງ ເຊິ່ງເປັນແມ່ນ້ຳທີ່ໃຫຍ່ທີ່ສຸດໃນເອເຊຍຕາເວັນອອກສຽງໃຕ້ ໄດ້ຢ່າງເພີດເພີນເຊັ່ນກັນ ຍ້ອນເຫດນີ້ຈຶ່ງເຮັດໃຫ້ຜູ້ເຂົ້າພັກສາມາດເດີນທາງໄປຍັງສະຖານທີ່ທ່ອງທ່ຽວຍອດນິຍົມຕ່າງໆ ຂອງປະເທດລາວ ແລະ ບໍລິເວນໃກ້ຄຽງໄດ້ໂດຍງ່າຍ ເອີ້ນໄດ້ວ່າເປັນທີ່ພັກທີ່ສາມາດຕອບສະໜອງຄວາມຕ້ອງການໃນເລື່ອງຂອງການເດີນທາງໄດ້ເປັນຢ່າງດີ.

ແລະທັງໝົດນີ້ກໍເປັນ 3 ເຫດຜົນຫຼັກດີໆ ທີ່ເຮັດໃຫ້ທີ່ພັກວຽງຈັນແຄມຂອງຢ່າງ ຄຣາວ ພລາຊ່າ ຕິດໃນໜຶ່ງອັນດັບທີ່ພັກວຽງຈັນບັນຍາກາດດີແຄມຂອງ ປະຈຳປີ 2019 ຫາກທ່ານກຳລັງມີແຜນທີ່ຈະເດີນທາງມາທ່ຽວລາວເພື່ອພັກຜ່ອນໃນວັນພັກຍາວໄວໆນີ້ ແລ້ວບໍ່ຮູ້ວ່າຈະໄປພັກຢູ່ໃສດີ ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ເປັນໜຶ່ງໃນຕົວເລືອກທີ່ດີທີ່ສຸດທີ່ບໍ່ຄວນພາດ.

 

ຫ້ອງພັກຂອງພວກເຮົາມີບໍລິການ...