Crowne Plaza Vientiane

ໂຮງແຮມ 5 ດາວ ໃນນະຄອນຫຼວງວຽງຈັນ - Crowne Plaza ວຽງຈັນ

ໂຮງແຮມ 5 ດາວ ໃນນະຄອນຫຼວງວຽງຈັນ - Crowne Plaza ວຽງຈັນ

ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ ເຊິ່ງເປັນໜຶ່ງໃນເມືອງທີ່ງຽບສະຫງົບທີ່ສຸດຂອງທະວີບອາຊີ. ນະຄອນຫຼວງວຽງຈັນ ເຕັມໄປດ້ວຍບ້ານ ແລະ ຕຶກເກົ່າແກ່ຮູບຊົງສະໄຕລຝຣັ່ງ, ຫໍອານຸສາວະລີ ແລະ ທາດຫຼວງ ຫຼື ເຈດີໃຫຍ່ ເຊິ່ງແມ່ນຫນຶ່ງໃນສະຖານທີ່ເຄົາລົບບູຊາທີ່ສັກສິດທີ່ສຸດຂອງປະເທດລາວ. ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ແມ່ນຕັ້ງຢູ່ໃກ້ກັບສະຖານທູດໄທ ພ້ອມທັງໃກ້ກັບແມ່ນ້ຳຂອງ ແລະ ສາມາດເຂົ້າເຖິງບັນດາສະຖານທີ່ທ່ອງທ່ຽວທີ່ເປັນທີ່ນິຍົມໄດ້ຢ່າງສະດວກ ແລະ ໃຊ້ເວລາເດີນທາງຈາກສະໜາມບິນວັດໄຕ ພຽງແຕ່15ນາທີເທົ່ານັ້ນ. ທີ່ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ບັນດາແຂກທຸກທ່ານບໍ່ວ່າຈະເປັນແຂກນັກທຸລະກິດ ຫຼື ນັກທ່ອງທ່ຽວ ລ້ວນແລ້ວແຕ່ໄດ້ຮັບການບໍລິການທີ່ມີປະສິດທິພາບ ແລະ ການພັກຜ່ອນທີ່ສະດວກສະບາຍທີ່ສຸດ.

ໃນຖານະທີ່ເປັນໂຮງແຮມຫ້າດາວລະດັບສາກົນແຫ່ງດຽວໃນນະຄອນຫຼວງວຽງຈັນ, ພວກເຮົາຈຶ່ງມີຈຸດມຸ້ງໝາຍທີ່ຈະເຮັດໃຫ້ແຂກໄດ້ຮັບຮູ້ເຖິງນິຍາມໃໝ່ຂອງການບໍລິການທີ່ເປັນເລີດ ໂດຍການລວມຕົວລະຫວ່າງສິ່ງອຳນວຍຄວາມສະດວກທີ່ທັນສະໄໝ ແລະ ການບໍລິການທີ່ຈິງໃຈທີ່ເໜືອກວ່າທີ່ແຂກຄາດຫວັງ. 198 ຫ້ອງພັກທີ່ໂຮງແຮມ ຄຣາວ ພລາຊ່າ ໃຫ້ບໍລິການອິນເຕີເນັດໄຮ້ສາຍທີ່ໄວທີ່ສຸດສະເພາະຫ້ອງຕໍ່ຫ້ອງ ເພື່ອໃຫ້ທ່ານສາມາດຕິດຕໍ່ສື່ສານກັບຄອບຄົວ ແລະ ໝູ່ເພື່ອນໄດ້ຕະຫຼອດຊ່ວງເວລາທີ່ເຂົ້າພັກ. ແຂກທີ່ເຂົ້າພັກສາມາດໃຊ້ບໍລິການເລືອກປະເພດໝອນຕ່າງໆໄດ້ຕາມໃຈ ເພື່ອການນອນຫຼັບສະບາຍຍິ່ງຂຶ້ນຂອງທ່ານເອງ, ມີໂຊນງຽບສະຫງົບ, ມີສະເປຣອາໂຣມາສຳລັບສີດໃສ່ຕຽງ ຫຼື ບໍລິເວນທົ່ວໄປໃນຫ້ອງພັກເພື່ອໃຫ້ຮູ້ສຶກຜ່ອນຄາຍ ແລະ ຫຼັບຝັນດີຕະຫຼອດຄືນ ພ້ອມກັນນັ້ນຍັງມີບໍລິການໂທປຸກໃນຕອນເຊົ້າທີ່ຈະຊ່ວຍໃຫ້ທ່ານໄດ້ກຽມພ້ອມມື້ໃໝ່ຂອງທ່ານອີກດ້ວຍ. ທີມງານພວກເຮົາທຸກຄົນມີຈຸດມຸ້ງໝາຍດຽວກັນຄື: ເຮັດໃຫ້ແຂກທຸກທ່ານຂອງເຮົາຮູ້ສຶກຜ່ອນຄາຍຫາຍເມື່ອຍ ແລະ ສະດວກສະບາຍທີ່ສຸດ. ພວກເຮົາເປັນໂຮງແຮມຫ້າດາວແຫ່ງທຳອິດໃນນະຄອນຫຼວງວຽງຈັນ ທີ່ນຳສະເໜີຫ້ອງຮັບຮອງແຂກພິເສດ ທີ່ຕອບສະໜອງຄວາມຕ້ອງການຂອງບັນດາແຂກນັກທຸລະກິດ - ມອບການບໍລິການທີ່ເປັນສ່ວນຕົວ ພ້ອມຮັບປະກັນຄວາມເພິ່ງພໍໃຈວ່າແຂກຈະໄດ້ຮັບເກີນກວ່າສິ່ງທີ່ແຂກໄດ້ຄາດຫວັງໄວ້ຕະຫຼອດຊ່ວງເວລາທີ່ພັກ.

ຫ້ອງຈັດງານປະຊຸມ ແລະ ສິ່ງອຳນວຍຄວາມສະດວກທີ່ທັນສະໄໝສາມາດຮອງຮັບທຸກໆກາລະໂອກາດ. ບັນດາບໍລິສັດທຸລະກິດຈາກຕ່າງປະເທດ ແລະ ນັກທ່ອງທ່ຽວ ລ້ວນແລ້ວແຕ່ໃຫ້ຄວາມສົນໃຈໃນສິ່ງທີ່ກຳລັງຈະເກີດຂຶ້ນໃນນະຄອນຫຼວງ ລວມເຖິງປະຊາຊົນ. ໃນສ່ວນຂອງພື້ນທີ່ສຳລັບຈັດງານໄດ້ຖືກອອກແບບໃຫ້ມີຄວາມລົງ ບໍ່ວ່າຈະເປັນງານປະຊຸມ, ງານສຳມະນາ, ງານເຝິກອົບຮົມ, ງານລ້ຽງສາມັກຄີ ຫຼື ງານອື່ນໆແບບສ່ວນຕົວ. ພວກເຮົາມີພະນັກງານບໍລິການທີ່ພຽບພ້ອມໄວ້ຄອຍອຳນວຍຄວາມສະດວກຢູ່ສະເໝີ ເພາະພວກເຮົາເຂົ້າໃຈເຖິງຄວາມສຳຄັນໃນງານຂອງທ່ານເປັນທີ່ສຸດ ແລະ ຄວາມສຳເລັດຂອງທ່ານ ປຽບເໝືອນຄວາມສຳເລັດຂອງເຮົາເຊັ່ນດຽວກັນ.

ຫຼັງຈາກຄວາມເມື່ອຍລ້າຈາກການທ່ອງທ່ຽວ ຫຼື ເລີກງານປະຊຸມທຸລະກິດຕ່າງໆ, ທ່ານສາມາດຟື້ນຟູຄວາມສົມດຸນໃຫ້ແກ່ຮ່າງກາຍ ແລະ ຈິດໃຈຢູ່ທີ່ ເຊັນເຊັດສ ສປາ. ພວກເຮົາເປັນໂຮງແຮມໜຶ່ງໃນນະຄອນຫຼວງວຽງຈັນທີ່ມີການບໍລິການນວດຜ່ອນຄາຍທີ່ເປັນເອກກະລັກສະເພາະ ທີ່ເຮັດໃຫ້ທ່ານຜ່ອນຄາຍຈາກຄວາມເມື່ອຍລ້າທັງໝົດ. ແຂກທີ່ເຂົ້າພັກສາມາດອອກກຳລັງກາຍໄດ້ຕະຫຼອດ 24ຊົ່ວໂມງ ທີ່ສູນອອກກຳລັງກາຍຂອງໂຮງແຮມທີ່ພ້ອມດ້ວຍອຸປະກອນເຄື່ອງຫຼິ້ນຫຼາກຫຼາຍຄົບຄັນ ແລະ ໄດ້ມາດຕະຖານສາກົນ ຫຼື ເພີດເພີນກັບການລອຍນຳ້ຢ່າງສົດຊື່ນພ້ອມຊົມວິວທົ່ວຕົວເມືອງເທິງຊັ້ນສາມຂອງໂຮງແຮມ. ຮ້ານອາຫານຂອງເຮົານຳສະເໜີອາຫານພິເສດຫຼາກຫຼາຍທີ່ປຸງແຕ່ງໂດຍພໍ່ຄົວລະດັບໂລກ ເຊິ່ງແຕ່ລະເມນູລ້ວນແລ້ວແຕ່ມີເລື່ອງເລົ່າຂອງມັນ. ທ່ານສາມາດເພີດເພີນກັບການຮັບປະທານອາຫານສະໄຕລຕະຫຼາດສົດທີ່ປຸງແຕ່ງສົດໃໝ່ໃຫ້ທ່ານໄດ້ເລືອກຊິມທີ່ຫ້ອງອາຫານ ໂມເສກ ຫຼື ຈະລອງສຳພັດກັບການຮັບປະທານອາຫານສະໄຕລ 3ເມີເຈັ້ນ ເຊິ່ງນຳສະເໜີເມນູອາຫານທີ່ສ້າງສັນສະໄຕລອິນດູຈີນມາໃຫ້ທ່ານໃນສຳພັດທີ່ນີ້ທີ່ດຽວໃນນະຄອນຫຼວງວຽງຈັນ.

ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ມີຈຸດມຸ້ງໝາຍທີ່ຈະຕອບສະໜອງຄວາມຕ້ອງການຂອງບັນດາແຂກທຸກທ່ານຢ່າງຈິງໃຈ ແລະ ຂໍໃຫ້ທ່ານໄວ້ວາງໃຈວ່າທ່ານຈະໄດ້ຮັບການດູແລ ແລະ ຄວາມສະດວກສະບາຍປຽບດັ່ງພັກຢູ່ບ້ານຂອງທ່ານເອງ.

Latest posts

ສະຖານທີ່ຂາຍເຄື່ອງທີ່ລະລຶກຍອດຮິດໃນວຽງຈັນ

Best Beer Gardens in Vientiane

ตะลุยกิน เช็คอินสวยๆ ที่ร้านอาหารหรูทั่วเวียงจันทน์

Hotel with a Mekong View Vientiane

ไปเที่ยวลาวต้องโดน! ชี้พิกัด 5 ร้านอาหารหรูในเวียงจันทน์ที่สายกินพลาดไม่ได้!

Book a Stay at a City Center Hotel in Vientiane

ເທດສະການຕ່າງໆຢູ່ໃນບາວ

IHG ‘Best of the Best’ Accommodation in Indochina

What can you do for a weekend in Vientiane?

ผ่อนคลายวันเหนื่อยๆกับ สุดยอด 3 ร้าน สปาดีที่สุดในเวียงจันทร์

The story of Wat Sisaket

ไปเที่ยวลาวซื้อไรดี? ตามไปส่องของแฮนด์เมดที่น่าซื้อฝากกันดีกว่า

ເລືອກຮ້ານບັນເທີງໃນຕົວເມືອງວຽງຈັນຢ່າງມີສະໄຕລ໌ໃນຊ້ວງຊຳເມີ້ນີ້

ພັກຜ່ອນແບບ ໄປໃນອີກລະດັບທີ່ ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ

The Hub of Business Life in Vientiane

Top 5 Destinations in South-east Asia

The Top 5 Cities to Visit in Laos

A Refreshing Spa in the Middle of Vientiane

ตามรอยประวัติศาสตร์ฝรั่งเศสร่องรอยอารยธรรมที่ยังคงหลงเหลืออยู่ในเวียงจันทน์

THE ART OF VIENTIANE

Top 5 Event Catering Providers in Vientiane

ลายแทง 5 น้ำตกที่ต้องแวะไปเที่ยวเมื่อไปเยือนประเทศลาว

ກິນລົມຊົມວິວ ແລະ ເພີດເພີນໄປກັບ 5 ແຫຼ່ງທ່ອງທ່ຽວນ້ຳຕົກຕາດໃນວຽງຈັນ

ທ່ຽວນ້ຳປ່ຽນໃຫ້ຄຸ້ມກັບ 5 ກິດຈະກຳສຸດຮິດ

Rejuvenate Yourself in a Vientiane Spa

The Best Places in Vientiane to Celebrate a Birthday

Book Your Meeting at the Best Business Hotel in Vientiane

Discover Fine Dining in Vientiane

จัดอันดับที่พักเวียงจันทน์บรรยากาศดีริมโขงประจำปี 2019

ເຕັກນິກ ແລະ ເຄັດລັບໃນການຈັດກອງປະຊຸມແບບມືອາຊີບ

Discover each outlet at Crowne Plaza Vientiane

Discover the History of Vientiane

เคล็ดไม่ลับในการเลือกโรงแรมในเวียงจันทน์ประเทศลาวอย่างไรไม่ให้สะดุด

ຂໍ້ສະເຫນີຫ້ອງພັກຫຼ້າສຸດ

Special Room Offer

Jetsetter Package

Special Room Offer

Leisure Escape

Special Room Offer

Dinner, Bed and Breakfast