Crowne Plaza Vientiane

ຜ່ອນຄາຍໃນມື້ທີ່ອິດເມື່ອຍ ກັບ ສຸດຍອດ 3 ຮ້ານ ສະປາທີ່ດີທີ່ສຸດໃນວຽງຈັນ

ຜ່ອນຄາຍໃນມື້ທີ່ອິດເມື່ອຍ ກັບ ສຸດຍອດ 3 ຮ້ານ ສະປາທີ່ດີທີ່ສຸດໃນວຽງຈັນ

ມາຊົມວຽງຈັນທັງທີແຕ່ກໍຕ້ອງເຮັດວຽກໄປນຳ ພໍມີເວລາຫວ່າງກໍຕ້ອງການພັກຜ່ອນ ຄາຍຄວາມອິດເມື່ອຍ ແລະ ເຕີມພະລັງແບບຮີບດ່ວນ ຂໍແນະນຳແວ່ເຂົ້າສະປານວດຜ່ອນຄາຍແບບງາມໆ ເຮັດທຣີດເມນຕ໌ຜິວກາຍ ນວດແຜນບູຮານ ນວດນ້ຳມັນ ນວດຄາຍເສັ້ນ ເພື່ອບຳບັດຄວາມອິດເມື່ອຍ ກັບສະປາຄຸນນະພາບລະດັບແຖວໜ້າໃນວຽງຈັນ ຢາກຮູ້ວ່າມີຮ້ານໃດແດ່ ໄປຊົມກັນເລີຍ

|

Senses Day Spa

Vientiane 2019 Laos Luxury Day Spa Winner | World Luxury Spa Awards

ເຊັນເຊສ ສະປາ (Senses Spa) ສະປາສຸດຫຼູໃນວຽງຈັນ ຕັ້ງຢູ່ເທິງຊັ້ນສາມຂອງ ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ, ເປັນສະຖານທີ່ສ່ວນຕົວສຳລັບການພັກຜ່ອນ ແລະ ເຕີມພະລັງ ຟື້ນຟູຮ່າງກາຍ. ອີກທັງຍັງເປັນອີກໜຶ່ງກິດຈະກຳທີ່ຈະຊ່ວຍໃຫ້ທ່ານຫຼີກໜີຄວາມວຸ້ນວາຍຈາກກິດຈະວັດປະຈຳວັນທີ່ເຮັດໃຫ້ທ່ານເຄັ່ງຕຶງ ທ່າມກາງບັນຍາກາດສະບາຍໆ ແສງໄຟສີສົ້ມສະຫຼົວເພີ່ມຄວາມຜ່ອນຄາຍ. ລອງມາໃຫ້ນັກບຳບັດຜູ້ຊ່ຽວຊານຂອງພວກເຮົາ ນຳພາທ່ານສູ່ການເດີນທາງທີ່ຈະເຮັດໃຫ້ທ່ານຮູ້ສຶກກະຊຸ່ມກະຊວຍຂຶ້ນອີກຄັ້ງ. ເຊັນເຊສ ສະປາ ປະສົມປະສານເຕັກນິກຮ່ວມສະໄໝ ເຂົ້າກັບເຕັກນິກບູຮານດັ້ງເດີມຂອງຊາວລາວ, ມີບໍລິການບຳບັດສະເພາະດ້ານທີ່ຫຼາກຫຼາຍ ຕັ້ງແຕ່ຫົວຈົຮອດປາຍຕີນ. ໂດຍສະປາສຸດຫຼູທີ່ ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ມີຕົວເລືອກຫ້ອງບຳບັດທັງໝົດສີ່ຫ້ອງ ທີ່ຈັດຕຽມມາຢ່າງເໝາະສົມກັບໂປຣແກຣມການນວດແຕ່ລະແບບ ເຊັ່ນ: ການນວດຜ່ອນຄາຍ, ການນວດມື, ການນວດໜ້າ, ການນວດກະຊັບສັດສ່ວນ ເປັນຕົ້ນ. ໂດຍທ່ານສາມາດເວົ້າຄຸຍກັບຜູ້ຊ່ຽວຊານຂອງພວກເຮົາຢ່າງເປັນກັນເອງ ເພື່ອເຟັ້ນຫາເມນູນວດທີ່ກົງກັບຄວາມຕ້ອງການຂອງທ່ານຫຼາຍທີ່ສຸດໄດ້ຈົນກວ່າທ່ານຈະພໍໃຈ, ຊ່ວຍໃຫ້ການນວດທີ່ເໝາະສົມນັ້ນ ຊ່ວຍນຳຄວາມສົມດຸນກັບຄືນສູ່ຮ່າງກາຍ ແລະ ຈິດໃຈ ຫຼັງຈາກການປະຊຸມອັນເຄັ່ງເຄືອດ ຫຼື ການຕະເວນທ່ຽວຊົມທັດສະນີຍະພາບຢ່າງອິດເມື່ອຍມາຕະຫຼອດທັງມື້ ດ້ວຍບໍລິການລະດັບພຣີມຽມຈາກສະປາສຸດຫຼູໃນວຽງຈັນ.

ພິກັດ: ຊັ້ນສາມຂອງ ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ຖະໜົນສາມແສນໄທ, ເມືອງສີໂຄດຕະບອງ.

ເປີດບໍລິການທຸກມື້ ເວລາ 10:00 ໂມງ - 20:00 ໂມງ

ຂໍ້ມູນເພີ່ມເຕີມ ກົດທີ່ນີ້

Manee Spa

ສະປາແບບພື້ນເມືອງດັ້ງເດີມ ເນັ້ນການນວດແຜນບູຮານໃຫ້ຄວາມຜ່ອນຄາຍ, ມີການຕົກແຕ່ງແບບປະສົມປະສານລະຫວ່າງ ລາວ-ໄທ ຢ່າງລົງຕົວ ທີ່ສາມາດເຂົ້າກັບຍຸກສະໄໝປັດຈຸບັນໄດ້ດີ. ມີຈຸດດຶງດູດດ້ວຍບັນຍາກາດທີ່ເນັ້ນຄວາມເປັນທຳມະຊາດ ເຕັມໄປດ້ວຍຕົ້ນໄມ້ ແລະ ດອກໄມ້, ໄດ້ກິ່ນອາຍຂອງຄວາມຮົ່ມເຢັນສະບາຍໃຈ ພ້ອມກັບການບໍລິການທີ່ຄົບຄັນ.

ພິກັດ: ບ້ານທົ່ງກາງ, ເມືອງສີສັດຕະນາກ.

ເປີດບໍລິการທຸກມື້ ເວລາ 10:00 ໂມງ - 21:00 ໂມງ

Spa Na Vientiane

ສະປາ ນະ ວຽງຈັນ ເປັນສະຖານທີ່ທີ່ເໝາະແກ່ການພັກຜ່ອນຈາກຄວາມອິດເມື່ອຍຂອງການເຮັດວຽກມາທັງມື້, ພ້ອມມີບັນຍາກາດທີ່ງຽບສະຫງົບ, ສະອາດ, ເຢັນສະບາຍ ດ້ວຍການບໍລິການທີ່ຫຼາກຫຼາຍ ແລະ ໜ້າປະທັບໃຈ ເຊັ່ນ: ນວດປະຄົບສະໝຸນໄພ, ນວດຕົບໜ້າທ້ອງ, ນວດນ້ຳມັນ ເປັນຕົ້ນ. ລວມເຖິງມີສະປາຜິວ, ອາບນ້ຳແຮ່ແຊ່ນ້ຳນົມ ເຮັດໃຫ້ຜິວຂາວສະຫວ່າງໃສເປັນທຳມະຊາດ.

ພິກັດ: ບ້ານທາດຫຼວງໃຕ້, ເມືອງໄຊເຊດຖາ.

ເປີດບໍລິການທຸກມື້ ເວລາ 10:00 ໂມງ - 21:00 ໂມງ

ຫ້ອງພັກຂອງພວກເຮົາມີບໍລິການ...