Crowne Plaza Vientiane

ປະຫວັດຄວາມເປັນມາຂອງ ວັດສີສະເກດ

ປະຫວັດຄວາມເປັນມາຂອງ ວັດສີສະເກດ

ຊີວິດຂອງຜູ້ຄົນສ່ວນໃຫຍ່ໃນວຽງຈັນ ແມ່ນຜູກພັນ ແລະ ປິ່ນອ້ອມຢູ່ກັບວັດວາອາຮາມ. ພຸດທະສາສະໜາແມ່ນພາກສ່ວນໜຶ່ງທີ່ສຳຄັນຂອງວັດທະນະທຳ ແລະ ເພດຊາຍສ່ວນໃຫຍ່ຈະຕ້ອງໄດ້ບວດເປັນພະ ຫຼື ຈົວ ຢ່າງໜ້ອຍໜຶ່ງຄັ້ງໃນຊີວິດຂອງພວກເຂົາ. ວັດບໍ່ພຽງແຕ່ເປັນສະຖານທີ່ທີ່ຜູ້ຄົນມາພົບປະ, ຮ່ວມຮັບປະທານອາຫານ, ສວດມົນໄຫວ້ພະ ແລະ ຮັບພອນເທົ່ານັ້ນ, ແຕ່ບຸນປະເພນີ ແລະ ເທສະການທີ່ສຳຄັນຕ່າງໆ ກໍມັກຈະຈັດຂຶ້ນໂດຍມີວັດເປັນສູນກາງເຊັ່ນກັນ. ຕຳນານພື້ນບ້ານ, ສາສະໜາ ແລະ ປະຫວັດສາດ ໄດ້ຫຼອມຮວມເຂົ້າກັນໃນເລື່ອງລາວຄວາມເປັນມາຂອງວັດວາອາຮາມຫຼາຍແຫ່ງໃນວຽງຈັນ. ເຊິ່ງວັດທີ່ເກົ່າແກ່ທີ່ສຸດ ແລະ ເຕັມไปด้วยຄວາມໜ້າອັດສະຈັນໃຈຫຼາຍທີ່ສຸດແຫ່ງໜຶ່ງກໍຄື ວັດສີສະເກດ.

 

ຕັ້ງຢູ່ທ່າມກາງສວນອັນຮົ່ມເຢັນ, ຕົວວັດເອງແມ່ນສິ່ງປຸກສ້າງອັນງົດງາມ ທີ່ຖືກສ້າງຂຶ້ນໂດຍດຳລັດຂອງ ເຈົ້າອະນຸວົງ, ເຊິ່ງປັດຈຸບັນຮູບປັ້ນຂອງພະອົງໄດ້ຢືນສະຫງ່າງາມແນມຂ້າມໄປທາງຝັ່ງໄທ ຈາກສວນສາທາລະນະທີ່ມີຊື່ຂອງພະອົງ. ວັດສີສະເກດ ຖືກສ້າງຂຶ້ນໃນຕົ້ນສະຕະວັດທີ 19 ເພື່ອເປັນວັດສ່ວນພະອົງ, ແຕ່ພຽງບໍ່ກີ່ປີຫຼັງຈາກການສ້າງສຳເລັດ, ວຽງຈັນກໍຖືກທຳລາຍໂດຍກອງທັບຜູ້ຮຸກຮານ. ໃນປັດຈຸບັນ, ຢູ່ບໍລິເວນສີ່ແຍກອັນແສນວຸ້ນວາຍແຫ່ງນີ້, ມັນຍາກທີ່ຈະຈິນຕະນາການເຖິງພາບ ທີ່ນັກສຳຫຼວດຊາວຝຣັ່ງໄດ້ພົບເຫັນເມື່ອພວກເຂົາເດີນທາງມາຮອດຕົວເມືອງໃນຊ່ວງປີ ຄ.ສ 1860 ແລະ ໄດ້ພົບວັດສີສະເກດຕັ້ງຢູ່ຢ່າງໂດດດ່ຽວ ໂດຍຖືກໂອບລ້ອມໄປດ້ວຍປ່າດົງດິບ ແລະ ຊາກຫັກພັງຂອງພະລາຊະວັງ ແລະ ວັດວາອາຮາມຫຼັງເກົ່າ.

ວັດແຫ່ງນີ້ມີຄວາມແຕກຕ່າງຈາກວັດອື່ນ, ທັງຍ້ອນການປະສົມປະສານທີ່ຫຼາກຫຼາຍຂອງຮູບແບບສິ່ງປຸກສ້າງທາງພຸດທະສາສະໜາ, ແລະ ການວາງຕຳແໜ່ງຂອງສິມ (ພະອຸໂບສົດ). ຕາມຮີດຄອງປະເພນີແລ້ວ, ວັດວາອາຮາມຈະຕ້ອງສ້າງຂຶ້ນໃນແນວຂະໜານກັບແມ່ນ້ຳ, ແຕ່ການສ້າງວັດແຫ່ງນີ້ແມ່ນສ້າງໃນແນວສະຫຼຽງ, ເພື່ອວ່າໃນເວລາທີ່ພະມະຫາກະສັດຊົງສວດມົນໄຫວ້ພະ, ປາຍພະບາດ (ຕີນ) ຂອງພະອົງຈະປິ່ນໄປທາງແມ່ນ້ຳຂອງ. ຕົວສິມມີຫຼັງຄາ 5 ຊັ້ນສະໄຕລ໌ໄທ, ໃນຂະນະທີ່ຫຼັງຄາຂອງຫໍໄຕ ເຊິ່ງເຄີຍເປັນບ່ອນເກັບຮັກສາພະໄຕປິົກບູຮານນັ້ນ ແມ່ນເປັນສະໄຕລ໌ພະມ້າ. ສ່ວນເຫດຜົນທີ່ວັດແຫ່ງນີ້ຮອດພົ້ນມາໄດ້ນັ້ນ ຍັງຄົງເປັນເລື່ອງທີ່ຄາດເດົາກັນໄປຕ່າງໆ ນາໆ. ອາດຈະຍ້ອນການອອກແບບສິມເປັນສະໄຕລ໌ໄທ, ຫຼື ຍ້ອນການຢູ່ໃກ້ກັບພະລາຊະວັງ, ກອງທັບຜູ້ຮຸກຮານຈຶ່ງໄດ້ໃຊ້ອາຄານວັດແຫ່ງນີ້ເປັນຄ້າຍທະຫານຂອງພວກເຂົາ. ບໍ່ວ່າຈະຍ້ອນເຫດຜົນໃດກໍຕາມ, ວັດແຫ່ງນີ້ພຽງແຫ່ງດຽວເທົ່ານັ້ນທີ່ໄດ້ຮັບການປົກປັກຮັກສາໄວ້.

ພະພຸດທະຮູບເກົ່າແກ່ ແລະ ບາງສ່ວນທີ່ເປ່ເພຈຳນວນຫຼາຍພັນອົງໄດ້ຖືກເກັບຮັກສາໄວ້ຢູ່ຕາມລະບຽງຄົດ, ເຊິ່ງບາງອົງມີອາຍຸເກົ່າແກ່ຍາວນານຫຼາຍສະຕະວັດ. ພະພຸດທະຮູບຖືເປັນສິ່ງສັກສິດ, ແລະ ເມື່ອມີອົງໃດໜຶ່ງໄດ້ຮັບຄວາມເສຍຫາຍ ກໍຈຳເປັນຕ້ອງໄດ້ຮັບການເບິ່ງແຍງຮັກສາດ້ວຍຄວາມເຄົາລົບ, ເຊິ່ງວັດສີສະເກດມີສິ່ງນີ້ມອບໃຫ້. ພາຍໃນຕົວສິມເອງ ກໍມີພະພຸດທະຮູບອີກຈຳນວນຫຼາກຫຼາຍອົງ ພ້ອມທັງພະພຸດທະຮູບຫີນສະໄຕລ໌ຂອມ (ຂະແມ) ທີ່ປົກປັກຮັກສາໂດຍພະຍານາກ, ເຊິ່ງມີອາຍຸຕັ້ງແຕ່ສະຕະວັດທີ 13, ແລະ ພະພຸດທະຮູບອົງຈຳລອງຂອງພະບາງ ເຊິ່ງເປັນທີ່ມາຂອງຊື່ເມືອງຫຼວງພະບາງ. ຢູ່ທາງໜ້າຂອງພະພຸດທະຮູບເຫຼົ່ານີ້ ມີເຊີງທຽນອັນສະຫຼັກສະຫຼ່ຽມຊັບຊ້ອນ, ເຊິ່ງເປັນສັນຍະລັກສະແດງເຖິງແນວຄິດທາງພຸດທະສາສະໜາກ່ຽວກັບໂລກ, ນັບຕັ້ງແຕ່ເຂົາພະສຸເມນ ເຊິ່ງເປັນທີ່ປະທັບຂອງເຫຼົ່າເທວະດາ, ລົງມາຈົນເຖິງໝູ່ປາ ທີ່ກຳລັງແຫວກວ່າຍຢູ່ໃນມະຫາສະໝຸດຈັກກະວານ, ໂດຍມີພະຍານາກຄອຍປົກປັກຮັກສາຢູ່ແຕ່ລະຂ້າງ. ແລະ ຢູ່ເທິງຝາກໍມີຮູບແຕ້ມຝາຜະໜັງປູນປັ້ນ ຈາກສະຕະວັດທີ 19 ຫາ ຕົ້ນສະຕະວັດທີ 20 ທີ່ຖ່າຍທອດເລື່ອງລາວຂອງຊາດົກ ເຊິ່ງກ່າວເຖິງອະດີດຕະຊາດຂອງພະພຸດທະເຈົ້າ.

ໃນແຕ່ລະປີ, ຊ່ວງກາງເດືອນເມສາ, ພະພຸດທະຮູບຈະຖືກອັງເຊີນອອກມາເພື່ອຫົດສົງທຳຄວາມສະອາດ ເຊິ່ງເປັນສ່ວນໜຶ່ງທີ່ສຳຄັນຂອງພິທີກຳສະຫຼອງປີໃໝ່ລາວ. ຢູ່ທີ່ວັດສີສະເກດ, ເຂົາເຈົ້າຈະໃຊ້ຮາງໄມ້, ທີ່ເອີ້ນວ່າ "ຮາງຫົດ" ເຊິ່ງຖືກແກະສະຫຼັກຢ່າງງົດງາມເປັນຮູບພະຍານາກ. ນ້ຳອົບນ້ຳຫອມຈະໄຫຼຜ່ານຮາງຫົດນີ້ລົງສູ່ພະເສົຽນ (ຫົວ) ຂອງພະພຸດທະຮູບ ແລະ ພະສົງສາມະເນນ. ຮາງຫົດນີ້ຖືກຕັ້ງຢູ່ບໍລິເວນທາງຫຼັງຂອງສິມ, ເພື່ອລໍຖ້າການປະຕິບັດໜ້າທີ່ປະຈຳປີ.

ເມື່ອທ່ານຍ່າງຜ່ານບໍລິເວນສວນ, ລອງຊອກຫາຈິດຕະກອນ ບຸນເສັງ ຜູ້ທີ່ໃຊ້ເວລາໃນແຕ່ລະມື້ຢູ່ທ່າມກາງສະຕູບາ (ທາດ), ໃນການແຕ້ມຮູບອັນລະອຽດອ່ອນຊັບຊ້ອນ ຂອງຕົວວັດ ລວມເຖິງເລື່ອງລາວຕຳນານພື້ນບ້ານ ແລະ ປະຫວັດສາດຂອງລາວ ແລະ ພຸດທະສາສະໜາ. ນອກຈາກນີ້, ທ່ານອາດຈະຢາກແວ່ຊົມ ຫໍພະແກ້ວ ທີ່ຕັ້ງຢູ່ຝັ່ງກົງກັນຂ້າມ, ເຊິ່ງແຕ່ເດີມຖືກສ້າງຂຶ້ນເພື່ອປະດິດສະຖານພະແກ້ວມໍລະກົດ, ທີ່ປັດຈຸບັນປະດິດສະຖານຢູ່ບາງກອກ, ແຕ່ເລື່ອງລາວນັ້ນພວກເຮົາຈະມາເວົ້າເຖິງໃນໂອກາດໜ້າ.

ຫ້ອງພັກຂອງພວກເຮົາມີບໍລິການ...