Crowne Plaza Vientiane

ສິລະປະແຫ່ງວຽງຈັນ

ສິລະປະແຫ່ງວຽງຈັນ

ສິລະປະແຫ່ງວຽງຈັນ

ສິລະປະແຫ່ງວຽງຈັນ

ສິລະປະໃນລາວກຳລັງຈະເລີນຮຸ່ງເຮືອງຢ່າງຫຼວງຫຼາຍ. ນັບຕັ້ງແຕ່ສິລະປະດັ້ງເດີມຕາມວັດວາອາຮາມ ໄປຈົນເຖິງສິລະປະອັນປະນີດບັນຈົງທີ່ຖືກຖັກທໍລົງເທິງຜືນສິ້ນລາວ, ລວມທັງຮູບແບບ ແລະ ສະຖານທີ່ຈັດສະແດງທີ່ມີຄວາມທັນສະໄໝຂຶ້ນ. ໃນປັດຈຸບັນ ຈຶ່ງເປັນຊ່ວງເວລາທີ່ດີເລີດໃນການອອກໄປສຳຫຼວດສິ່ງທີ່ນະຄອນຫຼວງວຽງຈັນມີມອບໃຫ້ ສຳລັບຜູ້ທີ່ສົນໃຈໃນດ້ານສິລະປະ.

ມີຫໍສິນ ຫຼື ອາຣ໌ດແກເລີຣີຫຼາກຫຼາຍແຫ່ງຕັ້ງຢູ່ອ້ອມຮອບຕົວເມືອງ ໂດຍມີ i:cat Gallery ທີ່ຕັ້ງຢູ່ໃກ້ກັບວັດສີເມືອງ ແລະ T’shop Lai Gallery ໃນໃຈກາງເມືອງ ທີ່ຄູ່ຄວນແກ່ການໄປຢ້ຽມຢາມ, ແຕ່ສະຖານທີ່ໜຶ່ງທີ່ມີຄວາມໜ້າສົນໃຈເປັນຢ່າງຍິ່ງຄື ຫໍພິພິທະພັນສິລະປະຮ່ວມສະໄໝວຽງຈັນ (Vientiane Museum of Contemporary Arts) ເຊິ່ງຢູ່ຫ່າງຈາກໃຈກາງເມືອງອອກໄປພຽງບໍ່ກີ່ກິໂລແມັດ. ງານປະຕິມາກຳຄືຫັດຖະກຳທີ່ຖືກຖ່າຍທອດຈາກຮຸ່ນສູ່ຮຸ່ນໃນລາວ, ແລະ ຫໍພິພິທະພັນອັນແປກຕາແຫ່ງນີ້ ກໍໄດ້ຈັດສະແດງຜົນງານສິລະປະໄມ້ແກະລັກຫຼາຍຮ້ອຍຊິ້ນ ທີ່ຖືກຮັງສັນຂຶ້ນໂດຍຊ່າງຝີມືຈາກລາວ, ຈີນ ແລະ ຫວຽດນາມ. ງານແກະລັກ ແລະ ພາບແຕ້ມເຫຼົ່ານີ້ຫຼາກຫຼາຍຊິ້ນ ໄດ້ຖ່າຍທອດເລື່ອງລາວຈາກຕຳນານພື້ນເມືອງຂອງສະຖານທີ່ເຫຼົ່ານີ້ ແລະ ຈາກທົ່ວໂລກ, ທັງຍັງບອກເລົ່າເລື່ອງລາວທາງປະຫວັດສາດ ແລະ ສາສະໜາອີກດ້ວຍ. ງານແກະລັກອັນປະນີດບັນຈົງທີ່ຕ້ອງໃຊ້ເວລາຫຼາຍປີໃນການສ້າງສັນ ໄດ້ຖືກຈັດສະແດງຄຽງຄູ່ກັບໄມ້ສະໝຸນໄພ ທີ່ຖືກກັດເຊາະແລະຕົກແຕ່ງໂດຍທຳມະຊາດ.

ທ່ານສາມາດຮຽນຮູ້ກ່ຽວກັບວິຖີຊີວິດປະຈຳວັນເທິງພູພຽງບໍລິເວນໄດ້ຈາກພາບແຕ້ມໜຶ່ງ ໃນຂະນະທີ່ພາບແຕ້ມຖັດໄປບອກເລົ່າເລື່ອງລາວຂອງໜຶ່ງໃນເທບພະເຈົ້າທີ່ປົກປັກຮັກສາປະຊາຊົນຂອງພະອົງ.

ຫາກຕ້ອງການປ່ຽນບັນຍາກາດໄປອີກຮູບແບບໜຶ່ງ, ທ່ານສາມາດນັດໝາຍເພື່ອເຂົ້າຢ້ຽມຊົມ Clay House Studio ໂດຍ ສຸລິຍາ. ເຮືອນຂອງຄອບຄົວຂອງລາວ ເຊິ່ງເປັນບ່ອນຕັ້ງຂອງສະຕູດິໂອນັ້ນ ຕັ້ງຢູ່ໃກ້ກັບແມ່ນໍ້າຂອງ ແລະ ຖືກອ້ອມຮອບດ້ວຍສວນທີ່ມີຕົ້ນໄມ້ໃຫ້ໝາກ ເຊິ່ງປູກຢູ່ຄຽງຄູ່ກັບຊາກຫັກພັງຂອງວັດຂະແມໂບຮານ. ໃນສະພາບແວດລ້ອມແຫ່ງນີ້ເອງ ທີ່ສຸລິຍາໄດ້ສ້າງສັນຜົນງານແອນິເມຊັນ ທີ່ໄດ້ນໍາໄປຈັດສະແດງມາແລ້ວທົ່ວໂລກ ທັງໃນບຣິສເບນ (Brisbane) ແລະ ປະເທດເກົາຫຼີ ລວມເຖິງສະຖານທີ່ທີ່ໃກ້ບ້ານ. ການມາຢ້ຽມຊົມສະຕູດິໂອຂອງລາວ ຈະມອບໂອກາດສຸດພິເສດໃຫ້ທ່ານໄດ້ເຫັນເບື້ອງຫຼັງການເຮັດວຽກ ວ່າສຸລິຍາ ແລະ ທີມງານຂອງລາວສ້າງສັນວິດີໂອຕ່າງໆ ແນວໃດ, ພ້ອມທັງມີໂອກາດໄດ້ພົບພໍ້ກັບເຫຼົ່າ "ດາລາ" ບາງຕົວນຳອີກ.

ແນ່ນອນວ່າ ຮູບແບບສິລະປະທີ່ເປັນດັ້ງເດີມທີ່ສຸດໃນພາກພື້ນນີ້ແມ່ນສາມາດພົບໄດ້ຕາມວັດວາອາຮາມ, ນັບຕັ້ງແຕ່ພຣະພຸດທະຮູບ ແລະ ງານແກະລັກ ໄປຈົນເຖິງພາບຈິດລະກຳຝາຜະໜັງທີ່ສະແດງເລື່ອງລາວຊາດົກກ່ຽວກັບອະດີດຊາດຂອງພຣະພຸດທະເຈົ້າ, ລວມທັງງານແກະລັກອັນປະນີດອ້ອມຮອບປະຕູ. ວັດວາອາຮາມຈຶ່ງເປັນແຫຼ່ງຮວມສິລະປະອັນລຳ້ຄ່າໃຫ້ຄົ້ນຫາຢ່າງຫຼວງຫຼາຍ. ຫາກວັດວາອາຮາມຕ່າງໆ ເຮັດໃຫ້ທ່ານເກີດຄວາມສົນໃຈໃນເລື່ອງສັນຍະລັກທາງສາສະໜາ ຫຼື ຫາກທ່ານຕ້ອງການເຂົ້າເຖິງສິລະປະໃນຮູບແບບການລົງມືເຮັດ, MDO Art Studio ກໍມີການເປີດຄຣົສຮຽນທີ່ໜ້າສົນໃຈ ແລະ ແປກໃໝ່ຫຼາກຫຼາຍຄຣົສ, ເຊິ່ງລວມເຖິງຄຣົສຮຽນທີ່ໃຊ້ຢາງຮັກທຳມະຊາດ ແລະ ຄຳປິວ ເພື່ອສອນໃຫ້ທ່ານຮູ້ວິທີການສ້າງສັນພາບຈິດລະກຳຝາຜະໜັງ ຫຼື "ດອກຈອກ" ທີ່ສ່ວນຫຼາຍມັກພົບເຫັນຕາມວັດວາອາຮາມໃນຫຼວງພຣະບາງ.

ນອກຈາກນີ້ ສະຕູດິໂອສິລະປະແຫ່ງນີ້ຍັງມີຄຣົສຮຽນຕັ້ງແຕ່ການເຮັດເຄື່ອງຮັກ (Lacquerware) ໄປຈົນເຖິງ ຄິນສຶງິ (Kintsugi) ເຊິ່ງເປັນສິລະປະຂອງຢີ່ປຸ່ນໃນການຊ່ອມແຊມຮອຍແຕກຮ້າວດ້ວຍຢາງຮັກທີ່ໂຮຍດ້ວຍຜົງຄໍາ ເພື່ອສະແດງໃຫ້ເຫັນເຖິງຄວາມແຂງແກ່ນ ແລະ ຄວາມງົດງາມໃນຄວາມບໍ່ສົມບູນແບບ. ປະເທດລາວມີຊື່ສຽງໂດ່ງດັງໃນດ້ານການຕໍ່າແຜ່ນແພ ແລະ ທັກສະເຫຼົ່ານີ້ກໍຖືກຖ່າຍທອດຈາກຮຸ່ນສູ່ຮຸ່ນ. ເພື່ອຄົ້ນຫາລວດລາຍອັນໜ້າອັດສະຈັນ ທີ່ຖືກຖັກທໍລົງເທິງຜືນຜ້າແຜ່ນແພຢູ່ທີ່ນີ້, ມັນຄູ່ຄວນຢ່າງຍິ່ງທີ່ຈະໄປຢ້ຽມຊົມ Lao Textiles ໂດຍ ແຄຣອນ ແຄສຊິດີ (Carol Cassidy). ຢູ່ທີ່ນີ້, ພາຍໃນເຮືອນສະໄຕລ໌ໂຄໂລນຽນທີ່ອອກແບບໂດຍ ເຈົ້າສຸວັນນະພູມາ, ເຫຼົ່າຍິງສາວຊາວລາວໄດ້ຮ່ວມກັນຕໍ່າແຜ່ນແພມາເປັນເວລານານກວ່າ 30 ປີ. ຜົນງານເຫຼົ່ານີ້ໄດ້ຖືກນໍາໄປຈັດສະແດງໃນງານນິທັນສະການຕ່າງໆ ທົ່ວໂລກ ລວມທັງຖືກນໍາໄປໃຊ້ໃນການຕົກແຕ່ງຂອງດີໄຊເນີຊື່ດັງລະດັບໂລກ ເຊັ່ນ Louis Vuitton ແລະ Giorgio Armani. ຢູ່າງອອກໄປພຽງໄລຍະທາງສັ້ນໆ ຈະເປັນບ່ອນຕັ້ງຂອງ Dee Traditional Antique Textile Lao ເຊິ່ງເປັນສະຖານທີ່ທີ່ທ່ານສາມາດຄົ້ນຫາຜ້າແຜ່ນແພທີ່ຖັກທໍໂດຍກຸ່ມຊົນເຜົ່າຕ່າງໆ ທີ່ຫຼາກຫຼາຍໃນລາວ ແລະ ຊົມຄວາມແຕກຕ່າງຂອງຮູບແບບສິລະປະຂອງພວກເຂົາ. ຫາກທ່ານຕ້ອງການຮູ້ຂໍ້ມູນເພີ່ມເຕີມ ຫຼື ຢາກຮຽນຮູ້ວິທີການຕໍ່າຜ້າ, ທ່ານສາມາດໄປຢ້ຽມຊົມ ຫໍພິພິທະພັນຜ້າໄໝລາວ (Lao Textile Museum) ເພື່ອເບິ່ງວິທີການສ້າງສັນລວດລາຍຕ່າງໆ ທີ່ຫຼາກຫຼາຍໄດ້.

ຫຼັງຈາກໜຶ່ງວັນເຕັມໆ ໃນການດຳດິ່ງເຂົ້າສູ່ໂລກແຫ່ງສິລະປະຂອງວຽງຈັນ, ທ່ານອາດຕ້ອງການປິດຕ້າຍວັນດ້ວຍວາຍຈັກຈອກທ່າມກາງບັນຍາກາດແຫ່ງສິລະປະ. ທີ່ The Secret Art and Wine Bar, ທ່ານສາມາດຊົມຜົນງານຂອງສິລະປິນຫຼ້າສຸດ ທີ່ຖືກນໍາມາຈັດສະແດງໃນຮ້ານ ໃນຂະນະທີ່ເລືອກດື່ມວາຍຄຸນນະພາບສູງທີ່ມີໃຫ້ເລືອກຫຼາກຫຼາຍຊະນິດ. ມັນຄົງບໍ່ມີວິທີໃດທີ່ຈະປິດຕ້າຍວັນໄດ້ດີໄປກວ່ານີ້ອີກແລ້ວ.

ບລັອກ

10 ສິ່ງທີ່ໜ້າຕື່ນເຕັ້ນທີ່ທ່ານສາມາດເຮັດໄດ້ໃນວຽງຈັນ

ຄູ່ມືທ່ອງທ່ຽວລາວແບບຈັດເຕັມ (Bucket List) ຈາກຊ່ຽວຊານທ້ອງຖິ່ນ

20 ສິ່ງທີ່ທ່ານຄວນຮູ້ກ່ອນການເດີນທາງມາປະເທດລາວ

ເບິ່ງບລັອກຫຼ້າສຸດທັງໝົດ

ຫ້ອງພັກຂອງພວກເຮົາມີບໍລິການ...