ຂໍ້ສະເໜີຫ້ອງພັກສຸດພິເສດ
ແພັກເກັດທີ່ພັກແບບຄົບຄັນ
ພັກຜ່ອນແສນສະບາຍໃນໃຈກາງເມືອງກັບແພັກເກັດທີ່ພັກສຸດຫຼູ ທີ່ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ເຊິ່ງມາພ້ອມກັບອາຫານເຊົ້າ ແລະ ອາຫານຄ່ຳຄຸນນະພາບເລີດ! ສຳພັດກັບແກ່ນແທ້ແຫ່ງການພັກຜ່ອນ ແລະ ຄວາມສະດວກສະບາຍທີ່ຫຼາກຫຼາຍໄດ້ແລ້ວ ບໍ່ວ່າຈະເປັນອາຫານເຊົ້າທີ່ຮ້ານອາຫານໂມເສກ, ສິດໃນການເຂົ້າໃຊ້ສະລອຍນ້ຳ, ຊາວນ້າ, ຈາກຸດຊີ້ ແລະ ຕໍ່ດ້ວຍການດື່ມດ່ຳໄປກັບອາຫານຄ່ຳແບບພຣີມ້ຽມ ທ່າມກາງບັນຍາກາດ ແລະ ການບໍລິການສຸດປະທັບໃຈທີ່ຮ້ານອາຫານ 3 Merchants.
|
ແພັກເກັດດັ່ງກ່າວລວມມີ:
• ຫ້ອງພັກສຸດຫຼູພ້ອມສິ່ງອຳນວຍຄວາມສະດວກຕ່າງໆພາຍໃນຫ້ອງ
• ປະສົບການບຸບເຟ້ອາຫານເຊົ້າທີ່ດີທີ່ສຸດໃນວຽງຈັນສຳລັບ 2 ທ່ານ
• ອາຫານຄ່ຳແບບພຣີມ້ຽມສຳລັບ 2 ທ່ານ ທີ່ຮ້ານອາຫານ 3 Merchants
• ບໍ່ມີການຊຳລະຄ່າມັດຈຳລ່ວງໜ້າ
• ສາມາດຍົກເລີກການຈອງໄດ້ໂດຍບໍ່ມີຄ່າໃຊ້ຈ່າຍໃດໆ*
|
|
|
ເປັນຫຍັງ ຄຣາວ ພລາຊ່າ ວຽງຈັນ ຈຶ່ງເໝາະແກ່ການເຂົ້າພັກ:
ບໍ່ວ່າຈະເປັນ ທຸລະກິດ ຫຼື ການພັກຜ່ອນ, ຄຣາວ ພລາຊ່າ ວຽງຈັນ ລ້ວນມີຄວາມຕັ້ງໃຈທີ່ຈະຕອບສະໜອງທຸກໆຄວາມຕ້ອງການຂອງແຂກທຸກທ່ານຢ່າງເຖິງທີ່ສຸດ.
|
1. ໂປຣແກຣມ IHG Way of Clean
ໃນຂະນະທີ່ໂລກໄດ້ປັບຕົວເຂົ້າກັບບັນທັດຖານ ແລະ ຄວາມຄາດຫວັງໃນດ້ານການເດີນທາງຮູບແບບໃໝ່, ທາງໂຮງແຮມ ແລະ ລີສອດໃນເຄືອ IHG ຈຶ່ງໄດ້ມີແບບແຜນທີ່ຈະຍົກລະດັບປະສົບການການພັກຜ່ອນຄັ້ງໃໝ່ໃຫ້ແກ່ບັນດາແຂກທີ່ເຂົ້າພັກ ຜ່ານຂະບວກການທຳຄວາມສະອາດທີ່ລະອຽດ ແລະ ອຳນວຍຄວາມສະດວກໃຫ້ແກ່ແຂກໃນທຸກໆດ້ານຕະຫຼອດການເຂົ້າພັກ ບໍ່ວ່າຈະເປັນ:
ການນຳໃຊ້ມາດຕະການຄວາມສະອາດຂັ້ນສູງສຸດຂອງ IHG Way of Clean
ການຮ່ວມມືກັບບໍລິສັດທີ່ຊ່ຽວຊານລະດັບແຖວໜ້າ ບໍ່ວ່າຈະເປັນ Cleveland Clinic, Ecolab ແລະ Diversey
ການເປີດໃຊ້ແຜນການ IHG Clean Promise ແບບສາກົນ
ບາດກ້າວການເດີນທາງໃນອະນາຄົດອາດມີຄວາມແຕກຕ່າງໄປຈາກກ່ອນ, ແຕ່ສິ່ງທີ່ບໍ່ເຄີຍປ່ຽນແປງເລີຍກໍ່ຄື ການບໍລິການທີ່ຈິງໃຈຈາກພວກເຮົາ ເຊິ່ງໄດ້ເລັງໃສ່ຄວາມປອດໄພ ແລະ ສຸຂະອານາໄມຕະຫຼອດການເຂົ້າພັກຂອງແຂກ.
|
2.ຄວາມຫຼູຫຼາ
ດ້ວຍຄວາມເອົາໃຈໃສ່ໃນທຸກລາຍລະອຽດ. ຕັ້ງແຕ່ໝອນທີ່ໃຊ້ໝູນໃນທຸກໆຫ້ອງພັກ ທີ່ພວກເຮົາໄດ້ຈັດຫາໝອນໃຫ້ເລືອກໃນຫຼາຍໆແບບທີ່ມີຄຸນນະສົມບັດແຕກຕ່າງກັນ, ຫຼືຈະເປັນບໍລິການສ໌ປາທີ່ສາມາດຜ່ອນຄາຍໄປກັບທຣິດເມັ້ນທີ່ມີປະສິດທິພາບສູງດູແລໂດຍທີມງານມືອາຊີບຂອງພວກເຮົາ, ລວມໄປເຖິງຢີມທີ່ມີອຸປະກອນຫັດກາຍຄົບວົງຈອນທີ່ຖ້າທ່ານຢູ່.
|
3.ຄວາມເປັນມືອາຊີບ
ດ້ວຍສັນຍານອິນເຕີເນັດຄວາມໄວສູງໃນລະດັບແຖວໜ້າໃນວຽງຈັນ ໄປຈົນເຖິງການບໍລິການສຳລັບການທຸລະກິດທີ່ມີຄວາມຢືດຢຸ່ນເພື່ອໃຫ້ແທດເໝາະກັບຄວາມຕ້ອງການຂອງທ່ານ ດັ່ງນັ້ນ ພວກເຮົາເອົາໃຈໃສ່ໃນການບໍລິການ ເພື່ອໃຫ້ໝັ້ນໃຈວ່າ ທ່ານໄດ້ຮັບຄວາມເພິ່ງພໍໃຈຕະຫຼອດໄລຍະການເຂົ້າພັກກັບພວກເຮົາ.
|
4.ຄວາມມີໄມຕີຈິດ
ດ້ວຍການຕ້ອນຮັບທີ່ອົບອຸ່ນ ແລະ ເປັນກັນເອງ ພວກເຮົາຫວັງເປັນຢ່າງຍິ່ງວ່າທ່ານຈະໄດ້ຮັບຄວາມປະທັບໃຈໃນທຸກໆກ້າວຂອງການເຂົ້າພັກໃນໂຮງແຮມເຮົາ ແລະ ທີມງານຂອງພວກເຮົາພ້ອມທີ່ຈະດູແລທ່ານຢູ່ສະເໜີ.
|
5.ອາຫານການກິນ
ດ້ວຍ fusion food ທ່າມກາງບັນຍາກາດຮ່ວມສະໄໝທີ່ຮ້ານອາຫານ 3 Merchants, ອາຫານຕາເວັນຕົກທີ່ຮ້ານອາຫານໂມເສກ, ຄອກເທວ ແລະ ອາຫານເບົາຢູ່ຮ້ານໃກ້ສະລອຍນ້ຳ, ເຄັກ ແລະ ເຄື່ອງດື່ມທີ່ Elephant Lounge, ຫຼືຈະເປັນອາຫານເຊົ້າສຸດພິເສດທີ່ຈະເຮັດໃຫ້ທ່ານປະທັບໃຈຢ່າງບໍ່ມີວັນລືມ.
|
6.ສິ່ງອຳນວຍຄວາມສະດວກຕ່າງໆ
ບໍ່ວ່າທ່ານຕ້ອງການຢາກຈະລອຍນ້ຳ, ຜ່ອນຄາຍດ້ວຍການນວດ, ຊິວໄປກັບຊາວໜ້າ ຫຼື ແຊ່ບໍ່ນ້ຳອຸ່ນ, ກິນອາຫານລົດຟິນ, ອອກກຳລັງກາຍຢູ່ໃນຢີມທີ່ມີຄຸນນະພາບ, ຈັດງານປະຊຸມແບບມືອາຊີບ ຫຼື ສັງສັນກັບໝູ່ເພື່ອນ, ທັງໝົດນີ້ ຄຣາວ ພລາຊ່າ ວຽງຈັນ ມີໄວ້ໃຫ້ທ່ານແລ້ວ.
ພວກເຮົາພ້ອມທີ່ຈະຕ້ອນຮັບທ່ານຢູ່ສະເໝີ.
|
|
ຄ່າບໍລິການ:
ຄ່າບໍລິການ 11% ຕໍ່ຄືນ ຈະບໍ່ລວມໃນລາຄາຫ້ອງພັກ ໂດຍມີຜົນຕັ້ງແຕ່ວັນທີ 13 ສິງຫາ 2021 ຈົນເຖິງ ວັນທີ 14 ສິງຫາ 2021
ຄ່າອາກອນ:
ຄ່າອາກອນ 11% ຕໍ່ຄືນ ຈະບໍ່ລວມໃນລາຄາຫ້ອງພັກ ໂດຍມີຜົນຕັ້ງແຕ່ວັນທີ 13 ສິງຫາ 2021 ຈົນເຖິງ ວັນທີ 14 ສິງຫາ 2021
ລາຄາດັ່ງກ່າວຈະລວມມີຄ່າບໍລິການ 10% ແລະ ຄ່າອາກອນ 10%. ແລະ ເນື່ອງຈາກທາງເຮົາຕ້ອງການໃຫ້ແນ່ໃຈວ່າຄຸນນະພາບ ແລະ ຄວາມສະດວກໃນການເຂົ້າພັກຂອງທ່ານຍັງຢູ່ໃນມາດຕະຖານທີ່ດີ ເຮົາຈຶ່ງໄດ້ຈັດສັນຫ້ອງທີ່ຮອງຮັບສຳລັບການຈັດຕຽງເສີມທັງໝົດ. ດັ່ງນັ້ນ ການຈອງຫ້ອງພັກສຳລັບຜູ້ເຂົ້າພັກທ່ານທີສາມຈະບໍ່ສາມາດແຈ້ງລ່ວງໜ້າຜ່ານທາງອອນໄລນ໌ໄດ້. ເພື່ອຈອງໃຫ້ກັບຜູ້ເຂົ້າພັກທ່ານທີສາມ ແມ່ນຈະຕ້ອງຈອງຜ່ານທີມງານຈອງຫ້ອງພັກຂອງໂຮງແຮມໂດຍກົງຜ່ານ ອີເມລ vientiane.Reservation@ihg.com. ຕຽງເສີມແມ່ນຈະກຽມພ້ອມທັນທີທີ່ມີການຮ້ອງຂໍ ເຊິ່ງຈະມີຄ່າໃຊ້ຈ່າຍເພີ່ມຕື່ມຈຳນວນ $50 ຕໍ່ຄືນ ສຳລັບທັງເດັກນ້ອຍ ແລະ ຜູ້ໃຫຍ່.
ຈຳນວນແຂກທີ່ອະນຸຍາດໃຫ້ສາມາດເຂົ້າພັກໄດ້ຕໍ່ 1 ຫ້ອງພັກ: ສູງສຸດ 2 ທ່ານ
|
ໂມງລົງທະບຽນເຂົ້າອອກ
ລົງທະບຽນເຂົ້າພັກ 3:00 PM
ລົງທະບຽນອອກ 12:00 PM
|
ນະໂຍບາຍການຍົກເລີກ
ສາມາດຍົກເລີກການຈອງໄດ້ກ່ອນເວລາ 6:00 PM ເຊິ່ງເປັນໜຶ່ງມື້ກ່ອນໜ້າມື້ທີ່ມາລົງທະບຽນເຂົ້າພັກ. ການຍົກເລີກການຈອງຫຼັງເວລາ 6:00 PM ໃນວັນທີ່ລົງທະບຽນເຂົ້າພັກ ຫຼື ບໍ່ມີການສະແດງຕົວ, ທາງເຮົາຈະໄດ້ຮຽກເກັບຄ່າໃຊ້ຈ່າຍ ສຳລັບ 1 ຄືນຕໍ່ຫ້ອງພັກຈາກບັດເຄຣດິດຂອງທ່ານ ຫຼື ວິທີການຊຳລະເງິນແບບອື່ນທີ່ຮັບປະກັນ. ອາດຈະມີການເກັບຄ່າອາກອນ ຫາກບໍ່ມີການໂທແຈ້ງ ຫຼື ສະແດງຕົວກ່ອນລົງທະບຽນອອກ ຈາກຄືນທຳອິດຂອງການຈອງ ເຊິ່ງຈະສົ່ງຜົນໃຫ້ການຈອງສ່ວນທີ່ເຫຼືອຂອງທ່ານຖືກຍົກເລີກ.
|
|
ເງື່ອນໄຂການເດີນທາງເຂົ້າປະເທດລາວ
ຫຼັງຈາກທີ່ຄອງຄອຍມາດົນ, ໃນທີ່ສຸດປະເທດລາວກໍ່ໄດ້ອະນຸມັດການເປີດປະເທດຮູບແບບເຕັມ ໂດຍບໍ່ມີການກັກຕົວ, ການກວດໂຄວິດ ແລະ ບໍ່ມີເງື່ອນໄຂການເຂົ້າປະເທດສຳລັບນັກເດີນທາງທີ່ໄດ້ຮັບການສັກວັກຊີນຄົບແລ້ວ. ສ່ວນນັກເດີນທາງທີ່ບໍ່ໄດ້ສັກຢາ ແມ່ນຈະຕ້ອງມີການກວດໂຄວິດແບບ ATK ພາຍໃນ 48 ຊົ່ວໂມງ ເມື່ອກຳລັງຈະເດີນທາງສູ່ປະເທດລາວ ແລະ ນຳຜົນກວດມາສະແດງໃຫ້ເຫັນເມື່ອມາຮອດ ເຊິ່ງສາມາດເຂົ້າປະເທດໄດ້ທັນທີຫາກຜົນເປັນລົບ. ສ່ວນເງື່ອນໄຂການເຂົ້າປະເທດອື່ນເຊັ່ນການຂໍວີຊ້າ ແມ່ນຈະອີງຕາມລະບຽບການ ແລະ ຂໍ້ກຳນົດທົ່ວໄປ.
67.5% ຂອງປະຊາກອນລາວແມ່ນໄດ້ຮັບການສັກວັກຊີເປັນທີ່ຮຽບຮ້ອຍແລ້ວ
ເງື່ອນໄຂໃດສາມາດເດີນທາງເຂົ້າລາວໄດ້ແດ່?
ນັກເດີນທາງທຸກທ່ານທີ່ມີສະຖານະການສັກວັກຊີນຄົບຖ້ວນແມ່ນສາມາດເດີນທາງເຂົ້າປະເທດໄດ້ໂດຍບໍ່ຕ້ອງກັກຕົວ.
ຂໍ້ກຳນົດ ແລະ ເງື່ອນໄຂສຳລັບການເດີນທາງ
ສາມາດອ່ານລາຍລະອຽດແບບເຕັມໄດ້ຕາມເນື່ອໃນດັ່ງລຸ່ມນີ້
ເງື່ອນໄຂການເຂົ້າປະເທດ: | |
ສຳລັບນັກເດີນທາງທີ່ໄດ້ຮັບການສັກວັກຊີນຄົບ: ໄລຍະກ່ອນມາຮອດ: ຕ້ອງໄດ້ຮັບການສັກວັກຊີນຢ່າງໜ້ອຍ 14 ມື້ກ່ອນເດີນທາງມາຮອດລາວບໍ່ວ່າຈະເປັນທາງເຮືອບິນ, ທາງເຮືອ ແລະ ທາງລົດ. ເຊິ່ງເມື່ອມາຮອດແມ່ນຈະບໍ່ມີການກວດໂຄວິດ ເງື່ອນໄຂການຂໍວີຊ້າ: ພົນລະເມືອງຂອງປະເທດທີ່ບໍ່ມີຂໍ້ຕົກລົງເລື່ອງຟຣີວີຊ້າກັບລາວ ແມ່ນສາມາດຍື່ນຂໍວີຊ້າໄດ້ທີ່ສະຖານທູດລາວ ຫຼື ສະຖານກົງສຸນຕ່າງປະເທດ ຫຼື ຜ່ານລະບົບ e-Visa ແບບອອນໄລນ໌. ວີຊ່າຂາເຂົ້າແມ່ນຈະກັບມາມີຜົນສັກສິດຄືນຕາມຈຸດກວດຄົນເຂົ້າເມືອງທົ່ວປະເທດ ຕັ້ງແຕ່ວັນທີ 9 ພຶດສະພາເປັນຕົ້ນໄປ. ໄລຍະເມື່ອມາຮອດ: ນັກທ່ອງທ່ຽວສາມາດເຂົ້າມາປະເທດລາວໄດ້ຕາມປົກກະຕິ ຄືກັນກຳໄລຍະກ່ອນໂຄວິດ. ຕ້ອງສະແດງບັດສັກວັກຊີນ ໄລຍະກຳລັງພັກອາໄສ: ທຸກທ່ານຕ້ອງເຂົ້າພັກໃນໂຮງແຮມທີ່ໄດ້ຮັບການຢັ້ງຢືນຈາກໂຄງການ LaoSafe
ສຳລັບນັກເດີນທາງທີ່ບໍ່ໄດ້ຮັບການສັກວັກຊີນຄົບ: | |
ຂໍມູນການເງື່ອນໄຂການກັກຕົວ | |
ການກັກຕົວແມ່ນບໍ່ຈຳເປັນໃນໄລຍະເປີດປະເທດ. | |
ເງື່ອນໄຂກ່ຽວກັບວັກຊີນ | |
ວັກຊີນທີ່ທາງລາວອະນຸຍາດສຳລັບນັກເດີນທາງ: Moderna, Pfizer/BioNTech, Janssen (Johnson & Johnson), Oxford/AstraZeneca, Serum Institute of India. Covishield (Oxford/AstraZeneca formulation), Sinopharm (Beijing) BBIBP-CorV (Vero Cells), Sinovac | |
ຕ້ອງສະແດງຜົນກວດໂຄວິດແບບ ATK ທີ່ເປັນລົບກ່ອນອອກເດີນທາງມາສູ່ລາວ ຂໍເຊີນທຸກທ່ານມາທ່ຽວລາວຢ່າງເຕັມທີ່ຄືດັ່ງປົກກະຕິ! |