ຕະລຸຍກິນ ເຊັກອິນງາມໆ ທີ່ຮ້ານອາຫານຫຼູທົ່ວວຽງຈັນ
ນອກເໜືອຈາກສະຖານທີ່ທ່ອງທ່ຽວທີ່ສຳຄັນ ແລະ ບັນຍາກາດຂອງວິວງາມໆ ແຄມຝັ່ງແມ່ນ້ຳຂອງແລ້ວ, ເມືອງຫຼວງຢ່າງນະຄອນຫຼວງວຽງຈັນ ຍັງມີຮ້ານອາຫານຫຼູກະຈາຍຕົວຢູ່ທົ່ວວຽງຈັນ ເພື່ອຄອຍຕ້ອນຮັບນັກທ່ອງທ່ຽວຕ່າງຊາດທີ່ມາຢ້ຽມຢາມ. ແລະ ແນ່ນອນວ່າ ຖ້າໃຜທີ່ມີໂອກາດດີໄດ້ມາຢ້ຽມຢາມວຽງຈັນທັງທີ, ຢາກແນະນຳໃຫ້ລອງເປີດປະສົບການຄວາມອີ່ມອະລ່ອຍ ກັບຮ້ານອາຫານຫຼູທົ່ວວຽງຈັນທັງ 3 ແຫ່ງ ທີ່ພວກເຮົາ ນຳມາຝາກກັນໃນມື້ນີ້.
|
Pimenton

ຂໍຂອບໃຈຮູບພາບຈາກ: www.pimentonrestaurant-vte.com
ສະເຕັກເຮົາສ໌ອໍຣິຈິນັລສູດອິມພອດມາຈາກປະເທດສະເປນ ພາຍໃນຕົກແຕ່ງຢ່າງຫຼູຫຼາທີ່ແມ່ນແຕ່ຄົນທ້ອງຖິ່ນເອງຍັງຕ້ອງຍົກໂປ້ໃຫ້ ໂດຍແຕ່ລະເມນູນັ້ນຄວາມອະລ່ອຍຢູ່ທີ່ລະດັບ 5 ດາວ ໂດຍສະເພາະຢ່າງຍິ່ງເມນູສະເຕັກ ແລະ ອາຫານປະເພດກຣິລ (Grill) ແບບຕ່າງໆ ຈັບຄູ່ເຂົ້າກັບວາຍສະເປນຍິ່ງເພີ່ມລົດຊາດຄວາມອະລ່ອຍໄດ້ເຖິງຂີດສຸດ. ເມນູແນະນຳທີ່ຢາກໃຫ້ທຸກຄົນໄດ້ລິ້ມລອງຫາກໄດ້ແວ່ມາຮ້ານອາຫານຫຼູແຫ່ງນີ້ຄື ທາປາດ (Tapas) ແບບຕ່າງໆ ເຊັ່ນ: ໝາກກອກຜັດນ້ຳມັນເນື້ອ, ຫອຍແມງພູອົບຊີສ, ແລະ ທີ່ພາດບໍ່ໄດ້ຄື ຣິບອາຍສະເຕັກ (Ribeye Steak) ເນື້ອສະເຕັກຊິ້ນໂຕ ໝັກຊອດລົດຊາດຫວານຊ່ຳ ແລ້ວນຳໄປຢ້າງຈົນເນື້ອສຸກກຳລັງດີ ເສີບພ້ອມເຂົ້າຈີ່ຝຣັ່ງຊອຍເປັນແວ່ນ ແລະ ນ້ຳຈິ້ມສູດສະເພາະ ໃຜທີ່ກຳລັງຕາມຫາຮ້ານອາຫານຫຼູທົ່ວວຽງຈັນ ຢາກແນະນຳໃຫ້ລອງແວ່ມາທີ່ຮ້ານນີ້ໂດຍ
Pimenton ເປີດບໍລິການຕັ້ງແຕ່ເວລາ 11:00 ໂມງ - 22:00 ໂມງ.
|
L'Adresse - Cuisine by Tinay

ຂໍຂອບໃຈຮູບພາບຈາກ: www.facebook.com/tinay.youtisack.inthavong
ອີກໜຶ່ງໃນຮ້ານອາຫານຫຼູທົ່ວວຽງຈັນທີ່ຢາກແນະນຳໃຫ້ຮູ້ຈັກຄື: ຮ້ານ L'Adresse ໂລເຄຊັນໃຈກາງເມືອງ ໃກ້ກັບແຄມຝັ່ງແມ່ນ້ຳຂອງ. ພາຍໃນຮ້ານຕົກແຕ່ງຢ່າງທັນສະໄໝ ໄດ້ກິ່ນອາຍຮ້ານອາຫານສະໄຕລ໌ຝຣັ່ງຂະໜານແທ້. ສ່ວນເມນູທີ່ຢາກແນະນຳນັ້ນ ເລີ່ມຕົ້ນທີ່ ອົກເປັດຢ້າງທີ່ລາດຊອດເຫັດຊ່ຳໆ ເສີບພ້ອມໝາກເລັ່ນຣາຊິນີ, ຫຼື ຈະເປັນເມນູສະເປຊຽລ ທີ່ເສີບສະເພາະມື້ເດິກຢ່າງ ແກ້ມງົວຢ້າງ ລາດທັບດ້ວຍຊອດເຫັດ, ມັນຝຣັ່ງ ແລະ ເຫັດທຣັຟເຟິລ (Truffle). ແລະ ຫາກອີ່ມເອມກັບອາຫານຈານຫຼັກແລ້ວ ຢ່າລືມປິດຕາດ້ວຍຂະໜົມຫວານລະລານຕາ ບໍ່ວ່າຈະເປັນ ບານັອບຟີ່ ຊັນເດຍ໌ (Banoffee Sundae), ຊັອກໂກແລັດເຄັກ, ໄອສກຣີມໂຮມເມດ ເປັນຕົ້ນ.
ເປີດບໍລິການຕັ້ງແຕ່ເວລາ 11:30 ໂມງ - 22:00 ໂມງ.
|
3 Merchants

ປິດທ້າຍກັນທີ່ຮ້ານອາຫານຫຼູໃນ ໂໂງແຮມ ຄຣາວ ພລາຊ່າ ວຽງຈັນ ກັບຫ້ອງອາຫານສະໄຕລ໌ອິນໂດຈີນຮູບແບບໃໝ່ ທີ່ມາໃນຄອນເຊັບການເລົ່າເລື່ອງລາວຂອງອາຫານສອດຄ່ອງກັບການຕົກແຕ່ງພາຍໃນຮ້ານ ທຣີ ເມີຊານທສ໌ (3 Merchants) ແຫ່ງນີ້, ໂດຍມີບໍລິການອາຫານທັງກາງເວັນ ແລະ ມື້ຄ່ຳ. ນອກຈາກອາຫານຈານຫຼັກແລ້ວ, ຍັງມີເຄື່ອງດື່ມ ແລະ ວາຍໃຫ້ເລືອກຈັບຄູ່ກັບອາຫານເມນູຕ່າງໆ. ໂດຍ 3 Merchants ເສີບອາຫານຈາກຫຼາກຫຼາຍເຊື້ອຊາດ ບໍ່ວ່າຈະເປັນ ອາຫານລາວທ້ອງຖິ່ນ, ຫວຽດນາມ, ມາເລເຊຍ, ກຳປູເຈຍ ແລະ ອາຫານໄທ ເຊັ່ນ: ໄກ່ສະເຕ໊ະ, ຢໍ່ຈືດ (ເປາະເປ້ຍສົດ), ໄສ້ອົ່ວຫຼວງພະບາງ, ໄກ່ລາດຊອດເຜັດສະໄຕລ໌ປີນັງ, ຕົ້ມຍຳກຸ້ງ ເປັນຕົ້ນ.
3 Merchants ເປີດບໍລິການຕັ້ງແຕ່ເວລາ 11:30 ໂມງ - 14:30 ໂມງ ແລະ 18:00 ໂມງ - 22:30 ໂມງ.
ແລະ ທັງໝົດນີ້ຄືຮ້ານອາຫານຫຼູທົ່ວວຽງຈັນ ທີ່ພວກເຮົາຢາກແນະນຳໃຫ້ລອງແວ່ໄປເຊັກອິນ ເພື່ອຕະgridກິນເຕີມພະລັງ ທັງລະຫວ່າງມື້ ແລະ ຫຼັງການທ່ຽວອ້ອມເມືອງທີ່ແສນອິດເມື່ອຍ ເພາະຄົງຈະບໍ່ມີຫຍັງດີໄປກວ່າການໄດ້ຮັບປະທານອາຫານແຊບໆ ທ່າມກາງບັນຍາກາດຊິວໆ ອີກແລ້ວ.