Crowne Plaza Vientiane

ຈອງຫ້ອງພັກທີ່ໂຮງແຮມໃຈກາງເມືອງໃນວຽງຈັນ

ຈອງຫ້ອງພັກທີ່ໂຮງແຮມໃຈກາງເມືອງໃນວຽງຈັນ

ຈອງຫ້ອງພັກທີ່ໂຮງແຮມໃຈກາງເມືອງໃນວຽງຈັນ

ຈອງຫ້ອງພັກທີ່ໂຮງແຮມໃຈກາງເມືອງໃນວຽງຈັນ

ຫາກທ່ານກຳລັງວາງແຜນການເດີນທາງມາຢ້ຽມຢາມນະຄອນຫຼວງວຽງຈັນ, ເປັນຫຍັງຈຶ່ງບໍ່ລອງຈອງຫ້ອງພັກໃນໂຮງແຮມລະດັບ 5 ດາວ ໃຈກາງເມືອງວຽງຈັນ? ທ່ານຈະໄດ້ເພີດເພີນໄປກັບຄວາມສະດວກສະບາຍ ແລະ ສິ່ງອຳນວຍຄວາມສະດວກທັງໝົດຂອງໂຮງແຮມອັນຫຼູຫຼາລະດັບ 5 ດາວ, ແຖມຍັງຢູ່ໃກ້ກັບສະຖານທີ່ທ່ອງທ່ຽວຕ່າງໆ ທີ່ເຮັດໃຫ້ເມືອງອັນມີສະເໜ່ແຫ່ງນີ້ ເປັນສະຖານທີ່ທີ່ນັກເດີນທາງທົ່ວໂລກຕ້ອງມາຢ້ຽມຢາມໃຫ້ໄດ້. ເມືອງຫຼວງຂອງປະເທດລາວແຫ່ງນີ້ ແມ່ນມີຊື່ສຽງໂດ່ງດັງໃນດ້ານວັດວາອາຮາມທີ່ເກົ່າແກ່, ຕະຫຼາດກາງຄືນ, ແລະ ແລນມາກຕ່າງໆອ້ອມຮອບໃຈກາງເມືອງ. ນອກຈາກນີ້, ຍັງມີຊື່ສຽງໃນດ້ານແມ່ນໍ້າຂອງທີ່ໄຫຼຜ່ານຕົວເມືອງອີກດ້ວຍ. ເມື່ອທ່ານຈອງຫ້ອງພັກທີ່ໂຮງແຮມໃຈກາງເມືອງໃນວຽງຈັນ, ທ່ານຈະຢູ່ໃກ້ຊິດກັບສະຖານທີ່ທ່ອງທ່ຽວອັນມີສະເໜ່ ແລະ ສວຍງາມຄືກັບພາບວາດ ຂອງເມືອງທີ່ມີຊີວິດຊີວາ ແລະ ເຕັມໄປດ້ວຍສີສັນແຫ່ງນີ້. ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ພ້ອມມອບທີ່ພັກລະດັບ 5 ດາວ ແລະ ທຳເລທີ່ຕັ້ງທີ່ຢູ່ໃຈກາງເມືອງຢ່າງແທ້ຈິງ.

ຫ້ອງພັກ ແລະ ຫ້ອງຊຸດອັນກວ້າງຂວາງ ແລະ ສະດວກສະບາຍ ປະສົບການການຮັບປະທານອາຫານ ທີ່ ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ

 

ທ່ານມີຕົວເລືອກປະສົບການອາຫານ ແລະ ເຄື່ອງດື່ມເຖິງ 5 ຮູບແບບ ເມື່ອທ່ານຈອງຫ້ອງພັກທີ່ໂຮງແຮມໃຈກາງເມືອງວຽງຈັນແຫ່ງນີ້. ຫ້ອງອາຫານ ໂມເສກ (Mosaic) ພ້ອມເສີບອາຫານນານາຊາດ ທີ່ຮັງສັນການກຽມອາຫານຂອງທ່ານໃຫ້ກາຍເປັນສິລະປະ. ສະຖານີປຸງແຕ່ງອາຫານແບບສົດໆ (Live, interactive cooking stations) ຂອງພວກເຂົາ ຈະມອບຄວາມຕື່ນເຕັ້ນ ແລະ ຄວາມເພີດເພີນໃຫ້ກັບອາຫານເຊົ້າ, ອາຫານທ່ຽງ ແລະ ອາຫານແລງຂອງທ່ານ. ສ່ວນອາຫານຈານເດັດຈາກອິນດູຈີນ ແມ່ນເມນູເດັ່ນຢູ່ທີ່ຫ້ອງອາຫານ ທຣີ ເມີເຊິນສ໌ (3 Merchants). ຫ້ອງອາຫານທີ່ຕົກແຕ່ງຢ່າງມີສະເໜ່ສະໄຕລ໌ເອໂຊຕິກ (Exotic) ແຫ່ງນີ້ ມີບໍລິການອາຫານຈາກ ປະເທດລາວ, ກໍາປູເຈຍ, ມາເລເຊຍ, ໄທ ແລະ ຫວຽດນາມ. ເຊຟ (Chef) ຜູ້ມີພອນສະຫວັນຂອງພວກເຂົາ ໄດ້ຮັງສັນທຸກລົດຊາດຂອງອິນດູຈີນ ເຂົ້າໃນອາຫານແຕ່ລະຈານ ທີ່ຖືກກະກຽມຢ່າງມີສິລະປະ ເພື່ອນຳສະເໜີໃຫ້ແກ່ແຂກຜູ້ເຂົ້າພັກ. ຮ່ວມສຳຜັດກັບລົດຊາດຂອງປະເທດສະເປນ ເມື່ອທ່ານເພີດເພີນໄປກັບເມນູທາປັສ (Tapas) ຢູ່ທີ່ ເດິ ລິ້ງຄ໌ (The Link), ເຊິ່ງຕັ້ງຢູ່ຊັ້ນສາມຂອງໂຮງແຮມໃຈກາງເມືອງວຽງຈັນແຫ່ງນີ້. ເດິ ລິ້ງຄ໌ ຍັງເປັນສະຖານທີ່ທີ່ດີເລີດ ໃນການຮັບປະທານອາຫານ ແລະ ດື່ມສັງສັນກັບໝູ່ເພື່ອນ ໂດຍມີບໍລິການບາແບບເຕັມຮູບແບບ ແລະ ຄັອກເທວສູດພິເສດ ເພື່ອເສີບຄູ່ກັບເມນູທາປັສອັນຫຼາກຫຼາຍ. ສ່ວນ ເດິ ກາເດັນ (The Garden) ແມ່ນບາ ແລະ ຫ້ອງອາຫານແບບກາງແຈ້ງ (Alfresco) ທີ່ມອບບັນຍາກາດອັນສົມບູນແບບ ສຳລັບການເພີດເພີນໄປກັບຄໍ່າຄືນແຫ່ງການຮັບປະທານອາຫານ ແລະ ດື່ມສັງສັນແບບສະບາຍໆ ກັບໝູ່ເພື່ອນ ຫຼື ເພື່ອນຮ່ວມງານທາງທຸລະກິດ. ຕັ້ງຢູ່ທ່າມກາງສວນໄມ້ເຂດຮ້ອນອັນຂຽວງາມຂອງ ໂໂຮງແຮມ ຄຣາວ ພລາຊ່າ ວຽງຈັນ, ທ່ານຈະຫຼົງຮັກກັບບັນຍາກາດໃນຄໍ່າຄືນແຫ່ງການດື່ມເຄື່ອງດື່ມພາຍໃຕ້ແສງດາວ. ແລະ ເອເລເຟັນ ໂລນຈ໌ (The Elephant Lounge) ແມ່ນໜຶ່ງໃນບາທີ່ມີຊື່ສຽງທີ່ສຸດໃນວຽງຈັນ. ສະຖານທີ່ແຫ່ງນີ້ແມ່ນຈຸດນັດພົບຂອງບັນດາຜູ້ມີອິດທິພົນ ແລະ ນັກທຸລະກິດລະດັບແນວໜ້າຂອງວຽງຈັນ, ເຊິ່ງຄັອກເທວໂລນຈ໌ອັນສະຫງ່າງາມ ແຕ່ໃຫ້ຄວາມຮູ້ສຶກສະດວກສະບາຍແຫ່ງນີ້ ມີແບຣນວິກກີ້ເປັນຂອງຕົນເອງ ພ້ອມດ້ວຍບາແບບເຕັມຮູບແບບ ແລະ ອາຫານຫວ່າງອັນແຊບຊ້ອຍ.

ສິ່ງອຳນວຍຄວາມສະດວກຂອງ ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ

 

ສິ່ງອຳນວຍຄວາມສະດວກຂອງໂຮງແຮມໃຈກາງເມືອງວຽງຈັນແຫ່ງນີ້ ແມ່ນມີຊື່ສຽງໂດ່ງດັງ ແລະ ເປັນທີ່ຍອມຮັບຢ່າງກວ້າງຂວາງ. ຮ່ວມໃຊ້ເວລາພັກຜ່ອນຢ່ອນໃຈຢູ່ແຄມສະລອຍນໍ້າຂະໜາດໃຫຍ່ ເທິງຊັ້ນສາມຂອງໂຮງແຮມ ພ້ອມເພີດເພີນໄປກັບວິວທິວທັດຂອງຕົວເມືອງ ໃນຂະນະທີ່ຈິບເຄື່ອງດື່ມອັນເຢັນຊື່ນໃຈ. ປາດຖະໜາຄວາມຜ່ອນຄາຍໄປກັບການນວດ ແລະ ທຣີດເມນຕ໌ (Treatment) ສຸດພິເສດ ຈາກຜູ້ຊ່ຽວຊານດ້ານສະປາ ຢູ່ທີ່ ເຊັນເຊັສ ສະປາ (Senses Spa), ຫຼື ຈະເລືອກອອກກຳລັງກາຍຢ່າງເຕັມທີ່ ໃນຫ້ອງຟິດເນສຕ໌ (Fitness center) ຕິດແອຣ໌ອັນທັນສະໄໝ ຂອງ ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ. ສຳລັບນັກເດີນທາງເພື່ອທຸລະກິດ, ໂຮງແຮມໃຈກາງເມືອງວຽງຈັນແຫ່ງນີ້ ມີສະຖານທີ່ທຸກຮູບແບບທີ່ທ່ານຕ້ອງການ ສຳລັບການຈັດງານປະຊຸມທາງທຸລະກິດ ແລະ ງານສໍາມະນາ. ດ້ວຍທຳເລທີ່ຕັ້ງ ແລະ ຈຸດເດັ່ນອັນຄົບຄັນ ຂອງ ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ລະດັບ 5 ດາວ ຈຶ່ງເຮັດໃຫ້ໂຮງແຮມແຫ່ງນີ້ ເປັນຈຸດໝາຍປາຍທາງອັນດັບໜຶ່ງ ສຳລັບນັກເດີນທາງທຸກທ່ານ ທີ່ມາຢ້ຽມຢາມເມືອງແຫ່ງນີ້.

ຫ້ອງພັກຂອງພວກເຮົາມີບໍລິການ...