Crowne Plaza Vientiane

The Smart Way to Enjoy the Best Bars in Vientiane in the Summer

ເລືອກຮ້ານບັນເທີງໃນຕົວເມືອງວຽງຈັນຢ່າງມີສະໄຕລ໌ໃນຊ້ວງຊຳເມີ້ນີ້

ສະຖານທີ່ບັນເທີງທີ່ເປັນທີ່ນິຍົມຢູ່ໃນລາວສ່ວນໃຫຍ່ ມັກຈະເປັນຮ້ານເຄື່ອງດື່ມ ທ່າມກາງແອເຢັນໆ ແລະ ຍັງມີອາຫານລົດເລີດ ບວກກັບບັນຍາກາດທີ່ສຸດຈະຜ່ອນຄາຍອີກດ້ວຍ. ລະດູຮ້ອນໃນວຽງຈັນກໍຄືເຊັ່ນດຽວກັນກັບຫຼາຍປະເທດອ້ອມຂ້າງ ທີ່ມີອາກາດແຫ້ງແລ້ງ ແລະ ຮອນຈັດ ແຕ່ກໍເໝາະສຳລັບນັກທ່ອງທ່ຽວທີ່ມັກຜະຈົນໄພ ເພີດເພີນໄປກັບຮ່ອງຮອຍທາງປະຫວັດສາດ ແລະ ອາລິຍະທຳອັນເກົ່າແກ່ຢູ່ໃນລາວ. ແຕ່ອາກາດທີ່ຮ້ອນຈັດອາດທຳລາຍທ່ານໄດ້. ເຖິງຢ່າງໃດກໍ່ຕາມ, ຫາກທ່ານນຸ່ງເຄື່ອງທີ່ເໝົາະກັບອາກາດຮ້ອນເຊັ່ນ ເສື້ອຜ້າບາງ ໝວກ ແລະ ເກີບແບບສະບາຍ ລວມໄປເຖິງ ນ້ຳດື່ມ ແວ້ນຕາ ແລະ ຄຣີມກັນແດດ ຕິດຕົວໄວ້ຢູ່ສະເໝີ ທ່ານກໍສາມາດຢູ່ກັບອາກາດຮ້ອນແບບນີ້ໄດ້ແລ້ວ. ນີ້ແມ່ນມີສາເຫດມາຈາກອາກາດໃນລະດູແລ້ງມັກຈະມີຄວາມຊຸ່ມຕ່ຳ. ແຕ່ ການທີ່ຮ້ອນຈາກການເລາະຊົເມືອງມາໝົດມື້ແບບນີ້ ກໍຖືວ່າເໝາະແກ່ການໄປຜ່ອນຄາຍກັບແອເຢັນໆຢູ່ບາຣ໌ຍາມມື້ແລງ. ແລະນີ້ຄື 3 ສະຖານທີ່ບັນເທີງທີ່ດີທີ່ສຸດໃນວຽງຈັນ.

ແອເລເຟັ້ນ ເລົ້າ

ບາຣ໌ ແອເລເຟັ້ນ ເລົ້າ ແມ່ນຕັ້ງຢູ່ບ່ອນລັອບບີ້ຂອງໂຮງແຮມ ຄຣາວ ພລາຊ່າ ວຽງຈັນ. ວິນາທີແລກທີ່ໄດ້ກ້າວເຂົ້າມາຮ້ານນີ້, ໄດ້ໃຫ້ຄວາມຮູ້ສຶກວ່າທີ່ແຫ່ງນີ້ຄືຈຸດສຸດທ້າຍຂອງມື້ນັ້ນ. ໂດຍນັ່ງຊິວໄປກັບເບຍ, ໄວນ໌ ແລະ ຄັອກເທວ. ໂດຍທີ່ພວກເຂົາມີວີສກີ້ທີ່ເປັນເອກກະລັກ ແລະ ຂອງວ່າງຊັ້ນດີ. ສະຖານທີ່ບັນເທີງແຫ່ງນີ້ເໝາະກັບການມານັ່ງພັກຜ່ອນຢ່າງແທ້ຈິງ ບໍ່ວ່າຈະເປັນກັບໝູ່ເພື່ອນ ຫຼື ຄອບຄົວ ຫຼັງຈາກທີອິດເມື່ອຍກັບການທ່ຽວຊົມຕົວເມືອງມາໝົດມື້. ນອກນີ້ ຫາກທ່ານຍັງຕິດໃຈກິ່ນອາຍຂອງ ຄຣາວ ພລາຊ່າ ຍັງມີຮ້ານອາຫານອີກສາມແຫ່ງທີ່ຖ້າໃຫ້ທ່ານໄປລອງ ແລະ ຢູ່ໃກ້ກັບ ບາຣ໌ ແອເລເຟັ້ນ ເລົ້າ ອີກດ້ວຍ ບໍ່ວ່າຈະເປັນ  Mosaic, 3 Merchants ແລະ The Link.

ຮ້ານ ບໍ່ເປັນຫຍັງ

ລຽບຕາມແຄມຝັ່ງຂອງແມ່ນນ້ຳຂອງ ຈະໜຶ່ງສະຖານທີ່ເປັນທີ່ນິຍົມຢ່າງແຜ່ຫຼາຍທີ່ທ່ານຄວນໄປສຳພັດ ຫຼັງຈາກທີ່ຕ້ອງທົນກັບອາກາດອັນຮ້ອນອົບເອົ້າມາໝົດມື້. ນັ້ນກໍຄື ຮ້ານ ບໍ່ເປັນຫຍັງ. ເປັນຮ້ານທີ່ເມາະກັບການມາຜ່ອນຄາຍດ້ວຍການຊົມຕາເວັນຕົກດິນພ້ອມກັບຈິບເບຍເຢັນໆ. ຮ້ານ ດັ່ງກ່າວ ແມ່ນຕັ້ງຢູ່ເທິງຊັ້ນ 4 ຂອງຕຶກໃກ້ແຄມແມ່ນ້ຳຂອງ ມີອາຫານສ໌ໄຕລ໌ຕາເວັນຕົກໃຫ້ເລືອກຢ່າງຫຼາກຫຼາຍ ບໍ່ວ່າຈະເປັນ ພິດຊ້າ, ຟາຮິຕາສ໌, ບາບີຄິວ ແລະ ເບີເກີ້ ນອກນີ້້ ຍັງມີຕົ້ມຍຳທະເລ ແລະ ລາບອີກດ້ວຍ.ບອກໄດ້ເລີຍວ່າ ຮ້ານນີ້ຈະມີສີສັນທີີ່ສຸດ ຫຼັງ ຈາກຕາເວັນຕົກດິນ ໂດຍມີເພງສາກົນທີ່ຈະມາສ້າງຄວາມບັນເທີງໃຫ້ແກ່ທ່ານ.

ຮ້ານ O’GRADY’S IRISH PUB

ຮ້ານນີ້ຈະເອົາໃຈທ່ານທີ່ມາກັບລູກເປັນພິເສດ ເພາະນອກຈາກເຄື່ອງດື່ມທີ່ສົດໃໝ່ແລ້ວ ຮ້ານດັ່ງກ່າວຈະມີບ່ອນຫຼິ້ນສຳລັບເດັກນ້ອຍ ເພື່ອໃຫ້ທ່ານໄດ້ໃຊ້ເວລາຜ່ອນຄາຍຢ່າງເຕັມທີ່. ນອນນັ້ນ ຍັງມີພື້ນທີ່ສຳລັບທ່ານທີ່ມັກຜ່ອນຄາຍໄປກັບການເບິ່ງກິລາບານເຕະ ທ່າມກາງແອເຢັນໆ, ໃນຂະນະທີ່ເດັກນ້ອຍ ເອງກໍເພີດເພີນໄປກັບການຫຼິ້ນຢູ່ດ້ານນອກ.ໃນຕອນແລງ ຈະມີການສະແດງດົນຕີສົດຢູ່ສວນເບຍຢ່າງພາດບໍ່ໄດ້. ເຊິ່ງຮ້ານນີ້ຖືໄດ້ວ່າເປັນທີ່ທີ່ດີທີ່ສຸດຂອງນັກທ່ອງທ່ຽວຊາວຕາເວັນຕົກທີ່ໃຫ້ຄວາມຮູ້ສຶກຄືຢູ່ບ້ານຂອງພວກເຂົາ. ວຽງຈັນຈັດວ່າເປັນເມືອງໜຶ່ຶ່ງທີ່ມີສະຖານທີ່ສວຍງາມ ແລະ ເໝາະແກ່ການທ່ອງທ່ຽງຫຼາຍທີ່ສຸດ ສະນັ້ນ ຢ່າປ່ອຍໃຫ້ອາກາດອັນຮ້ອນອົບເອົ້າມາກຳນົດການເດີນທາງຂອງທ່ານ. ຜ່ານການແນະນຳບາຣ໌ທີ່ດີທີ່ສຸດໃນວຽງຈັນ ພວກເຮົາຂໍໃຫ້ການເດີນທາງມາວຽງຈັນຂອງທ່ານຈະເປັນທີ່ໜ້າຈົດຈຳຫຼາຍທີ່ສຸດ.

ຂໍ້ສະເຫນີຫ້ອງພັກຫຼ້າສຸດ

Special Room Offer

Jetsetter Package

Special Room Offer

Leisure Escape

Special Room Offer

Dinner, Bed and Breakfast