Crowne Plaza Vientiane

ເຄັດລັບບໍ່ລັບໃນການເລືອກໂຮງແຮມໃນວຽງຈັນ ປະເທດລາວ ແນວໃດບໍ່ໃຫ້ສະດຸດ

ເຄັດລັບບໍ່ລັບໃນການເລືອກໂຮງແຮມໃນວຽງຈັນ ປະເທດລາວ ແນວໃດບໍ່ໃຫ້ສະດຸດ

ນະຄອນຫຼວງວຽງຈັນ ປະເທດລາວ ເປັນອີກໜຶ່ງສະຖານທີ່ທ່ອງທ່ຽວທີ່ຢູ່ບໍ່ໄກບໍ່ໃກ້ຈາກປະເທດໄທ ອີກທັງຍັງມີຕົວເລືອກໃນການເດີນທາງທີ່ຫຼາກຫຼາຍ ບໍ່ວ່າຈະເປັນ ລົດທົວຣ໌, ລົດໄຟ ແລະ ເຄື່ອງບິນ ທັງແບບບິນກົງ ຫຼື ລົງທີ່ຈັງຫວັດອຸດອນທານີ ເພື່ອຕໍ່ລົດຂ້າມມາວຽງຈັນ ທີ່ສຳຄັນຄ່າຄองຊີບຂອງວຽງຈັນນັ້ນບໍ່ແຕກຕ່າງຈາກປະເທດໄທຫຼາຍປານໃດ. ສຳລັບໃຜທີ່ຢາກເປີດປະສົບການໃນການທ່ອງທ່ຽວໃນອີກມຸມມອງໜຶ່ງ ນະຄອນຫຼວງວຽງຈັນ ປະເທດລາວ ຄືໜຶ່ງໃນຕົວເລືອກທີ່ທ່ານຕ້ອງໄດ້ມາຢ້ຽມຢາມ.

ເມື່ອໄປທ່ຽວຕ່າງປະເທດ ເລື່ອງຂອງການເລືອກຈອງໂຮງແຮມກໍເປັນສິ່ງສຳຄັນທີ່ເບິ່ງຂ້າມບໍ່ໄດ້ເດັດຂາດ ບໍ່ວ່າຈະເປັນໂຮງແຮມ 5 ດາວໃນວຽງຈັນ ຫຼື ໂຮສເທວ (Hostel) ທົ່ວໄປກໍຕາມ. ທາງພວກເຮົາຈຶ່ງມາແນະນຳເຄັດລັບບໍ່ລັບໃນການເລືອກໂຮງແຮມໃນວຽງຈັນ ປະເທດລາວ ແນວໃດໃຫ້ທຣິບຂອງທ່ານບໍ່ມີສະດຸດ ມາເບິ່ງກັນເລີຍ:

 

ເລືອກທີ່ຕັ້ງຂອງໂຮງແຮມທີ່ເດີນທາງເຂົ້າອອກໄດ້ສະດວກ

ສິ່ງທີ່ຈະຊ່ວຍໃຫ້ການທ່ອງທ່ຽວຂອງທ່ານເປັນໄປຢ່າງຮາບຮື່ນ ຄົງໜີບໍ່ພົ້ນເລື່ອງຂອງການເດີນທາງໄປຍັງສະຖານທີ່ຕ່າງໆ ເພາະສະນັ້ນ ສິ່ງທຳອິດທີ່ຕ້ອງຄຳນຶງເຖິງຄື ທີ່ຕັ້ງຂອງໂຮງແຮມວ່າຢູ່ໃນຈຸດທີ່ສາມາດເດີນທາງເຂົ້າອອກໄດ້ສະດວກຫຼືບໍ່, ຫ່າງຈາກສະໜາມບິນ ຫຼື ສະຖານີລົດທົວຣ໌ທີ່ຕ້ອງເດີນທາງກັບເທົ່າໃດ, ລວມໄປເຖິງສະຖານທີ່ທ່ອງທ່ຽວທີ່ທ່ານວາງແຜນເອົາໄວ້ ເພື່ອໃຫ້ທ່ານໄດ້ທ່ຽວທຸກບ່ອນແບບບໍ່ຕົກຫຼົ່ນ. ໂດຍສ່ວນໃຫຍ່ ໂຮງແຮມລະດັບ 5 ດາວໃນວຽງຈັນຈະຕັ້ງຢູ່ໃນຈຸດທີ່ເຂົ້າເຖິງທຸກສະຖານທີ່ທ່ອງທ່ຽວສຳຄັນໆ ໄດ້ງ່າຍ.

 

ສິ່ງອຳນວຍຄວາມສະດວກພາຍໃນໂຮງແຮມ

ການເລືອກໂຮງແຮມທີ່ມີສິ່ງອຳນວຍຄວາມສະດວກຄົບຄັນຈະຊ່ວຍໃຫ້ທຣິບຂອງທ່ານນັ້ນຮາບຮື່ນໄດ້ເປັນຢ່າງດີ ບໍ່ວ່າຈະເປັນໂຮງແຮມລະດັບ 5 ດາວໃນວຽງຈັນ ຫຼື ໂຮສເທວທົ່ວໄປກໍຕາມ ຫາກຕອບໂຈດສິ່ງທີ່ທ່ານຕ້ອງການໄດ້ ກໍຖືວ່າຄຸ້ມຄ່າກັບການຈ່າຍຢ່າງແນ່ນອນ. ທີ່ສຳຄັນ ຄວນເລືອກໂຮງແຮມໃຫ້ເໝາະສົມກັບຜູ້ຮ່ວມທຣິບຂອງທ່ານນຳ ເພື່ອຄວາມສະດວກສະບາຍຂອງພວກເຂົາ.

 

ເລືອກໂຮງແຮມທີ່ໄດ້ມາດຕະຖານ ແລະ ຄວາມປອດໄພສູງ

ບໍ່ວ່າຈະເປັນໂຮງແຮມລະດັບ 5 ດາວໃນວຽງຈັນ ຫຼື ຈະເປັນທີ່ພັກແບບໃດກໍຕາມ ເລື່ອງຂອງມາດຕະຖານຄວາມປອດໄພນັ້ນເປັນສິ່ງທີ່ທ່ານຕ້ອງເລືອກໃຫ້ດີ ໂດຍສະເພາະຜູ້ທີ່ເດີນທາງຄົນດຽວໄປຕ່າງແດນຍິ່ງຕ້ອງໃສ່ໃຈເປັນພິເສດ ເພື່ອປ້ອງກັນອັນຕະລາຍ ຫຼື ການສູນເສຍຊັບສິນຂອງທ່ານທີ່ເກັບໄວ້ໃນຫ້ອງພັກ ເພາະບໍ່ມີຜູ້ຮ່ວມທຣິບຄອຍດູແລ ຫຼື ເປັນຫູເປັນຕາໃຫ້. ນອກຈາກນີ້ ຈະຕ້ອງມີເຈົ້າໜ້າທີ່ຄອຍດູແລ ແລະ ໃຫ້ຄວາມຊ່ວຍເຫຼືອເມື່ອເກີດເຫດການຕ່າງໆ ຕະຫຼອດເວລາ ເພື່ອເປັນການເພີ່ມຄວາມໝັ້ນໃຈໃຫ້ກັບທ່ານໃນຂະນະພັກຜ່ອນ.

 

ເຄັດລັບບໍ່ລັບໃນການເລືອກໂຮງແຮມໃນວຽງຈັນ ປະເທດລາວ ແນວໃດບໍ່ໃຫ້ສະດຸດທີ່ພວກເຮົາໄດ້ແນະນຳໄປນັ້ນ ຫວັງວ່າຈະເປັນປະໂຫຍດສຳລັບຜູ້ທີ່ກຳລັງວາງແຜນທ່ຽວວຽງຈັນບໍ່ຫຼາຍກໍໜ້ອຍ ເພາະທັງ 3 ຂໍ້ທີ່ພວກເຮົາໄດ້ກ່າວໄປຂ້າງເທິງຈະຊ່ວຍໃຫ້ທ່ານໄດ້ໂຮງແຮມທີ່ສະດວກສະບາຍ ແລະ ຕອບໂຈດຂອງທ່ານໄດ້ເປັນຢ່າງດີ. ຫາກວ່າທ່ານກຳລັງຊອກຫາທີ່ພັກຢູ່ລະກໍ ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ເປັນອີກໜຶ່ງໂຮງແຮມລະດັບ 5 ດາວໃນວຽງຈັນ ທີ່ມີສິ່ງອຳນວຍຄວາມສະດວກໃຫ້ບໍລິການຢ່າງຄົບວົງຈອນ ແລະ ມີລະບົບຮັກສາຄວາມປອດໄພທີ່ສູງ ລວມໄປເຖິງມີຫ້ອງພັກຮັບຮອງຫຼາຍເຖິງ 198 ຫ້ອງ ທີ່ຈະເຮັດໃຫ້ທຣິບຂອງທ່ານໃນວຽງຈັນ ບໍ່ມີສະດຸດຢ່າງແນ່ນອນ.