Crowne Plaza Vientiane

ສູນກາງແຫ່ງຊີວິດການເຮັດວຽກ ແລະ ທຸລະກິດໃນວຽງຈັນ

ສູນກາງແຫ່ງຊີວິດການເຮັດວຽກ ແລະ ທຸລະກິດໃນວຽງຈັນ

ສູນກາງແຫ່ງຊີວິດການເຮັດວຽກ ແລະ ທຸລະກິດໃນວຽງຈັນ

ສູນກາງແຫ່ງຊີວິດການເຮັດວຽກ ແລະ ທຸລະກິດໃນວຽງຈັນ (The Hub of Business Life in Vientiane)

ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ເປັນໂຮງແຮມທີ່ນອກຈາກຈະນຳສະເໜີການບໍລິການ ແລະ ສະຖານທີ່ຈັດງານທາງທຸລະກິດທີ່ຫຼາກຫຼາຍແລ້ວ, ຍັງມອບສິ່ງອຳນວຍຄວາມສະດວກອັນດີເລີດນຳອີກ, ລວມເຖິງທີ່ຕັ້ງອັນໂດດເດັ່ນໃຈກາງນະຄອນຫຼວງວຽງຈັນ. ສຳລັບນັກເດີນທາງເພື່ອທຸລະກິດ, ຊີວິດທີ່ຕ້ອງເດີນທາງຢູ່ສະເໝີອາດຈະເປັນເລື່ອງທີ່ຍາກລຳບາກ ເພາະບໍ່ພຽງແຕ່ທ່ານຕ້ອງຢູ່ໃນເມືອງທີ່ບໍ່ຄຸ້ນເຄີຍເປັນປະຈຳເທົ່ານັ້ນ ແຕ່ທ່ານຍັງຕ້ອງພົບປະກັບຜູ້ຄົນໃໝ່ໆ ຢູ່ເລື້ອຍໆ ແລະ ຕ້ອງສ້າງຄວາມປະທັບໃຈທີ່ດີໃຫ້ແກ່ພວກເຂົາອີກດ້ວຍ. ວິຖີຊີວິດແບບນີ້ສາມາດສ້າງຄວາມເຄັ່ງຕຶງ ແລະ ພາໃຫ້ອິດເມື່ອຍໄດ້. ນັ້ນຄືເຫດຜົນທີ່ເຮັດໃຫ້ນັກເດີນທາງເພື່ອທຸລະກິດທີ່ມີປະສົບການ ເມື່ອເດີນທາງມາຮອດວຽງຈັນ ພວກເຂົາຈະມຸ່ງໜ້າກົງມາຍັງ ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ທັນທີ. ພວກເຂົາຮູ້ດີວ່າ ໂຮງແຮມ ຄຣາວ ພລາຊ່າ ບໍ່ພຽງແຕ່ຈະມອບທຸກສິ່ງທີ່ພວກເຂົາຕ້ອງການເພື່ອດຳເນີນການປະຊຸມທາງທຸລະກິດໃຫ້ປະສົບຜົນສຳເລັດເທົ່ານັ້ນ ແຕ່ຍັງຈະຊ່ວຍໃຫ້ການພັກເຊົາຄັ້ງນີ້ມີຄວາມເພີດເພີນ ດ້ວຍການບໍລິການສິ່ງອຳນວຍຄວາມສະດວກລະດັບທັອບຄຸນນະພາບ. ສິ່ງອຳນວຍຄວາມສະດວກເຫຼົ່ານີ້ປຽບເໝືອນຂອງຂວັນສຸດພິເສດ (The icing on the cake) ສຳລັບນັກເດີນທາງເພື່ອທຸລະກິດທີ່ອິດເມື່ອຍ ມັນຄືສິ່ງທີ່ປ່ຽນຊີວິດການເດີນທາງໃຫ້ມີຄວາມສຸກ ແລະ ງ່າຍດາຍຂຶ້ນໃນການຮັບມືກັບວຽກງານວັນຕໍ່ວັນ. ແຕ່ກ່ອນທີ່ທ່ານຈະໄປເພີດເພີນກັບສິ່ງດີໆ ໃນຊີວິດ, ທ່ານຈຳເປັນຕ້ອງຈັດການກັບເລື່ອງທຸລະກິດໃຫ້ຮຽບຮ້ອຍເສຍກ່ອນ.

ການຈັດການດ້ານທຸລະກິດ (Taking Care of Business)

ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ມອບສະຖານທີ່ຈັດງານທີ່ຫຼາກຫຼາຍເຖິງ 11 ແຫ່ງ ເໝາະສົມສຳລັບການປະຊຸມທາງທຸລະກິດ. ສະຖານທີ່ທີ່ໃຫຍ່ທີ່ສຸດຄື ຫ້ອງລ້ານຊ້າງ (Lane Xang room) ເຊິ່ງສາມາດຮອງຮັບບ່ອນນັ່ງໄດ້ສູງເຖິງ 1,012 ທ່ານ ບໍ່ວ່າຈະເປັນເພື່ອນຮ່ວມງານ ຫຼື ແຂກຜູ້ມີກຽດ. ນອກເໜືອຈາກສະຖານທີ່ແລ້ວ, ພວກເຮົາຮວມມີການບໍລິການອັນທັນສະໄໝຂອງສູນທຸລະກິດ (Business centre) ຕະຫຼອດ 24 ຊົ່ວໂມງ, 7 ວັນຕໍ່ອາທິດ. ພວກເຮົານຳຮູ້ວ່າທຸລະກິດລະດັບໂລກບໍ່ມີວັນຢຸດນິ້ງ ແລະ ພວກເຮົາຢາກໃຫ້ທ່ານສາມາດກ້າວທັນທຸກການພັດທະນາ ແລະ ພາລະກິດຕ່າງໆ ທີ່ສາຍງານຂອງທ່ານຕ້ອງການ.

ໂອເອຊິດໃຈກາງນະຄອນຫຼວງວຽງຈັນ (An Oasis in the Heart of Vientiane)

ແຕ່ການເຈລະຈາຂໍ້ຕົກລົງທາງທຸລະກິດໃນປັດຈຸບັນ ກໍມີໂອກາດທີ່ຈະບັນລຸຜົນໄດ້ງ່າຍຂຶ້ນຜ່ານການດື່ມເຄື່ອງດື່ມ ແລະ ທານມີ້ອາຫານອັນດີເລີດ ບໍ່ຕ່າງຫຍັງກັບການຄຸຍກັນໃນສະພາບແວດລ້ອມຂອງຫ້ອງປະຊຸມ. ແລະ ນີ້ຄືຈຸດທີ່ ໂຮງແຮມ ຄຣາວ ພລາຊ່າ ໂດດເດັ່ນຢ່າງແທ້ຈິງ. ທັງ 4 ຫ້ອງອາຫານ ແລະ ບາຣ໌ ຂອງພວກເຮົາ ໄດ້ຮັບການອອກແບບມາເພື່ອສົ່ງເສີມການສົນທະນາທີ່ເປັນກັນເອງ ພວກມັນມອບບັນຍາກາດທີ່ສົມບູນແບບສຳລັບການເຈລະຈາຂໍ້ຕົກລົງ ຫຼື ພຽງແຕ່ການສ້າງຄວາມສຳພັນທາງທຸລະກິດທີ່ດີເລີດ. ການຜ່ອນຄາຍເປັນສິ່ງຈຳເປັນສຳລັບທຸກຄົນ, ລວມເຖິງນັກເດີນທາງເພື່ອທຸລະກິດນຳດ້ວຍ. ເມື່ອທ່ານສາມາດຜ່ອນຄາຍໃນບາງຊ່ວງເວລາຂອງວັນ, ທ່ານຈະສາມາດຄິດສິ່ງຕ່າງໆ ໄດ້ຢ່າງປອດໂປ່ງຂຶ້ນ ແລະ ປະເຊີນກັບຄວາມເຄັ່ງຕຶງໜ້ອຍລົງຕະຫຼອດທັງວັນ ເຮັດໃຫ້ທ່ານເຮັດວຽກໄດ້ມີປະສິດທິພາບດີຂຶ້ນ. ການມີເຄື່ອງມື ແລະ ສິ່ງອຳນວຍຄວາມສະດວກໃນການຜ່ອນຄາຍ ຈຶ່ງເປັນສິ່ງສຳຄັນຫຼາຍສຳລັບນັກເດີນທາງເພື່ອທຸລະກິດ ເນື່ອງຈາກການປະຊຸມທັງແບບເປັນທາງການ ແລະ ບໍ່ເປັນທາງການ ໄດ້ກາຍເປັນເລື່ອງປົກກະຕິໃນໂລກທຸລະກິດປັດຈຸບັນ. ໃນແງ່ນີ້, ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ປຽບເໝືອນໂອເອຊິດ (Oasis) ໃຈກາງເມືອງ ດ້ວຍຈຳນວນ, ຂະໜາດ ແລະ ສິ່ງອຳນວຍຄວາມສະດວກທີ່ມີໃຫ້ໃນສະຖານທີ່ຈັດງານ, ພ້ອມທັງຄວາມຫຼາກຫຼາຍຂອງຫ້ອງອາຫານ ແລະ ສະຖານທີ່ບັນເທີງທີ່ເຮົາມີໄວ້ບໍລິການ. ໃນຄັ້ງຖັດໄປທີ່ທ່ານວາງແຜນການເດີນທາງທາງທຸລະກິດມາຍັງວຽງຈັນ, ຂໍໃຫ້ຈອງຫ້ອງພັກກັບ ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ. ທ່ານບໍ່ພຽງແຕ່ຈະໄດ້ຮັບສະຖານທີ່ທາງທຸລະກິດຫຼາກຫຼາຍສຳລັບການຈັດງານສໍາມະນາ ແລະ ການປະຊຸມເທົ່ານັ້ນ ແຕ່ທ່ານຍັງຈະມີຕົວເລືອກອັນດີເລີດຫຼາກຫຼາຍສຳລັບການທານອາຫານ ແລະ ຄວາມບັນເທີງ ເພື່ອເພີດເພີນຮ່ວມກັບເພື່ອນຮ່ວມງານ ແລະ ຄູ່ຄ້າທາງທຸລະກິດຂອງທ່ານ ໂດຍທັງໝົດນີ້ມາພ້ອມກັບວິວແມ່ນ້ຳຂອງອັນຜ່ອນຄາຍ ແລະ ສວຍງາມ.

ຫ້ອງພັກຂອງພວກເຮົາມີບໍລິການ...