Crowne Plaza Vientiane

ຕາມຮອຍປະຫວັດສາດຝຣັ່ງ ຮ່ອງຮອຍອາລິຍະທຳທີ່ຍັງຄົງຫຼົງເຫຼືອຢູ່ໃນວຽງຈັນ

ຕາມຮອຍປະຫວັດສາດຝຣັ່ງ ຮ່ອງຮອຍອາລິຍະທຳທີ່ຍັງຄົງຫຼົງເຫຼືອຢູ່ໃນວຽງຈັນ

ເຖິງວ່າໜ້າປະຫວັດສາດສະໄໝສົງຄາມຈະຈົບລົງໄປດົນນານກວ່າ 100 ປີແລ້ວ ແຕ່ມົນສະເໜ່ຂອງວຽງຈັນນັ້ນບໍ່ເຄີຍເລືອນຫາຍໄປຕາມການເວລາ ຫາກແຕ່ຍິ່ງທະວີຄວາມງົດງາມ ແລະ ກິ່ນອາຍສິລະປະສຸດແສນຈະຄລາສສິກໄວ້ຕາມຮ່ອງຮອຍເທິງຕຶກອາຄານບ້ານເຮືອນຕ່າງໆ ທົ່ວວຽງຈັນ ຫຼື ທີ່ຫຼາຍໆ ຄົນຄຸ້ນຫູກັນດີວ່າ “ສະຖາປັດຕະຍະກຳສະໄຕລ໌ໂຄໂລນຽລ (Colonial Style Architecture)” ໂດຍ Colonial Style ນັ້ນ ມີຄວາມໝາຍມາຈາກ Colony ຫຼື ທີ່ແປວ່າ “ອານານິຄົມ” ແລະ ປະເທດລາວນັ້ນໄດ້ຮັບອິດທິພົນມາຕັ້ງແຕ່ສະໄໝທີ່ຝຣັ່ງເຂົ້າມາຢຶດຄອງ ໂດຍຝຣັ່ງນັ້ນໄດ້ຕັ້ງຊື່ວ່າ ‘ລາວ’ ແລະ ມີການແບ່ງແຍກດິນແດນການປົກຄອງ ເຊິ່ງວຽງຈັນນັ້ນປົກຄອງໂດຍຂ້າຣາຊະການຊາວຝຣັ່ງ ເຊິ່ງເປັນສູນກາງການບໍລິຫານໃນຂະນະນັ້ນນຳອີກ.

ສະຖາປັດຕະຍະກຳສະໄຕລ໌ໂຄໂລນຽລໃນວຽງຈັນນັ້ນຊອກຫາເບິ່ງໄດ້ບໍ່ຍາກ ເພາະມີລັກສະນະໂດດເດັ່ນໃນເລື່ອງຂອງການອອກແບບຮູບຊົງອາຄານ ໂດຍສາມາດສັງເກດໄດ້ຈາກຈຸດເດັ່ນຕ່າງໆ ດັ່ງຕໍ່ໄປນີ້:

  • ຮູບຊົງຂອງຕົວອາຄານຈະເປັນລັກສະນະສີ່ຫຼ່ຽມແບບສົມມາດ (Symmetrical).

  • ດ້ານໜ້າຂອງອາຄານຊັ້ນລຸ່ມມັກອອກແບບເປັນຊຸ້ມໂຄ້ງຄ້າຍຄືເກີບມ້າ ທີ່ສ້າງຂຶ້ນຢ່າງຕໍ່ເນື່ອງເພື່ອເຮັດເປັນທາງຍ່າງ.

  • ມີການໃຊ້ເສົາສູງເປັນແນວຮັບຊາຍຄາກວ້າງ ຕົກແຕ່ງດ້ວຍລວດລາຍກົ້ນຫອຍ ຫຼື ໃບໄມ້ຂະໜາດໃຫຍ່.

  • ມີການອອກແບບແນວເສັ້ນປະຕູປ່ອງຢ້ຽມໃຫ້ເປັນແນວດຽວກັນ ຝາສ່ວນໃຫຍ່ເປັນຝາໄມ້ຕີຊ້ອນເກັດ ສະຫຼັບກັບໂຄງສ້າງປູນ.

  • ເນັ້ນການອອກແບບໃຫ້ມີລະເບຽງໂດຍອ້ອມ.

ໂດຍໃນຍຸກປັດຈຸບັນນັ້ນ ນັກທ່ອງທ່ຽວສາມາດຊົມຄວາມງົດງາມຂອງອາຄານສະໄຕລ໌ໂຄໂລນຽລໄດ້ຕາມຖະໜົນຫົນທາງເກືອບທຸກແຫ່ງທົ່ວວຽງຈັນ ເຊິ່ງອາຄານບາງແຫ່ງໄດ້ຖືກປັບປຸງເປັນສະຖານທີ່ລາຊະການ, ບາງແຫ່ງກໍໄດ້ຮັບການພັດທະນາເປັນພິພິດທະພັນປະຫວັດສາດຊາດລາວ, ສ່ວນອາຄານອື່ນໆ ບາງແຫ່ງກໍຖືກຈັດຕັ້ງເປັນສະຖານທູດຂອງປະເທດຕ່າງໆ ເຊັ່ນ: ຫໍຄຳ (ທຳນຽບປະທານປະເທດ) ທີ່ໄດ້ມີການບູລະນະຈາກອາຄານຫຼັງເດີມ ແຕ່ຫາກຍັງຄົງກິ່ນອາຍຂອງສິລະປະສະໄຕລ໌ໂຄໂລນຽລໄວ້ຢ່າງເຕັມປ່ຽມ. ແລະ ແນ່ນອນວ່າບໍ່ແມ່ນພຽງແຕ່ສະຖາປັດຕະຍະກຳຂອງວຽງຈັນເທົ່ານັ້ນທີ່ຖືກປົກຄຸມໄປດ້ວຍອາລິຍະທຳຈາກປະເທດຝຣັ່ງ ແຕ່ເລື່ອງອາຫານການກິນຂອງປະຊາຊົນໃນວຽງຈັນນັ້ນກໍຮ້ອງໄດ້ວ່າຮັບອິດທິພົນມາຈາກຝຣັ່ງແບບເຕັມໆ ເຊັ່ນກັນ ທັງກາເຟ, ເບເກີຣີຊະນິດຕ່າງໆ ແລະ ເຂົ້າຈີ່ບາແກັດ (Baguette) ທີ່ບໍ່ວ່າຈະປິ່ນໜ້າໄປທາງໃດກໍຈະພົບເຫັນຂອງກິນເຫຼົ່ານີ້ຢູ່ທົ່ວວຽງຈັນ ໂດຍສະເພາະເຂົ້າຈີ່ບາແກັດ ຫຼື “ເຂົ້າຈີ່ປາເຕ້” ທີ່ຊອກຊື້ທານໄດ້ງ່າຍ ໂດຍສູດເຂົ້າຈີ່ຂອງຄົນລາວນັ້ນ ໄດ້ມີການນຳໄປປັບປຸງສູດໃຫ້ແຕກຕ່າງກັບການທານສະໄຕລ໌ຝຣັ່ງ ຕົງທີ່ຄົນລາວຈະນຳເຂົ້າຈີ່ບາແກັດມາຜ່າອອກຕາມຄວາມຍາວ ຈາກນັ້ນກໍໃສ່ໄສ້ຕ່າງໆ ລົງໄປຕາມໃຈຊອບ ບໍ່ວ່າຈະເປັນ ໝູບົດ, ໝູຢໍ, ໝູແດງ, ໝູຢອງ ລວມໄປເຖິງຜັກຊອຍເປັນເສັ້ນຍາວຊະນິດຕ່າງໆ ທັງໝາກຫຸ່ງ, ແຄຣັອດ, ແຕງກວາ, ຜັກຫອມປ້ອມ ແລະ ອື່ນໆ.

ແລະ ນອກເໜືອຈາກເມນູເຂົ້າຈີ່ອັນເລື່ອງຊື່ແລ້ວ ອິດທິພົນໃນດ້ານຂອງກິນຈາກປະເທດຝຣັ່ງທີ່ມາເຜີຍແຜ່ໃນປະເທດລາວຍັງບໍ່ໝົດພຽງເທົ່ານີ້ ເພາະໃນສ່ວນຂອງປະເພນີການຈິບຊາຍາມແລງ (Afternoon tea) ນັ້ນ ກໍໄດ້ແຊກຊຶມເຂົ້າມາເປັນສ່ວນໜຶ່ງຂອງຊາວວຽງຈັນດ້ວຍເຊັ່ນກັນ ສັງເກດໄດ້ຈາກເມນູເບເກີຣີຕ່າງໆ ທີ່ເປັນທີ່ນິຍົມຢ່າງແຜ່ຫຼາຍ ອີກທັງໃນວຽງຈັນນັ້ນຍັງມີຄາເຟ່ຕັ້ງຢູ່ຫຼາກຫຼາຍ ທັງຕາມຍ່ານທ່ອງທ່ຽວ ແລະ ພາຍໃນໂຮງແຮມຫຮູ ໂດຍສ່ວນຫຼາຍມັກມີເບເກີຣີວາງຈຳໜ່າຍຢ່າງຄົບຄັນ ບໍ່ວ່າຈະເປັນ ມາກາຣົງ, ຄຣົວຊັງ, ເມີແຣັງ, ພາຍ, ເຄຣບ ແລະ ເຄ້ກອີກຫຼາກຫຼາຍຮູບແບບທີ່ໜ້າຕານັ້ນຄືຖອດແບບມາຈາກປະເທດຝຣັ່ງບໍ່ມີຜິດພ້ຽນ.

ຫາກໃຜທີ່ໄດ້ມີໂອກາດແວ່ມາຢ້ຽມຢາມວຽງຈັນ ເມືອງແຫ່ງປະຫວັດສາດແຫ່ງນີ້ ແລະ ຢາກລອງຊິມເບເກີຣີລົດຊາດລະມຸນ ພ້ອມເຄື່ອງດື່ມຢ່າງກາເຟລະດັບພຣີມຽມສົ່ງຕົງຈາກປາກເຊແທ້ໆ ແນະນຳໃຫ້ແວ່ມາເຊັກອິນທີ່ ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ແລ້ວຕຽມຕົວມາສຳຜັດຄວາມແຊບແບບຈັດເຕັມໄດ້ທີ່ Elephant Lounge ພື້ນທີ່ພັກຜ່ອນແສນສະບາຍທີ່ພ້ອມເສີບຄວາມແຊບຫຼາກຫຼາຍໃຫ້ທ່ານເປັນຄົນເລືອກສັນເມນູສຸດໂປດໄດ້ດ້ວຍຕົນເອງ ບໍ່ວ່າຈະເປັນເມນູເຄື່ອງດື່ມປະເພດກາເຟ, ຊາ ລວມໄປເຖິງສະປາກກິ້ງວາຍ ທີ່ເສີບພ້ອມກັບເມນູຂອງຫວານຫຼາກຫຼາຍຊະນິດ ທັງຄຣົວຊັງ, ມາກາຣົງ, ເຂົ້າຈີ່ບາແກັດ, ເຄ້ກ ແລະ ອື່ນໆ. ທຣິບໜ້າຢ່າພາດຈອງປີ້ເຄື່ອງບິນມາທ່ຽວວຽງຈັນກັນເດີ້!

 

ຫ້ອງພັກຂອງພວກເຮົາມີບໍລິການ...