Crowne Plaza Vientiane

ໄປທ່ຽວລາວຊື້ຫຍັງດີ? ຕາມໄປສ່ອງຂອງແຮນເມດທີ່ໜ້າຊື້ຝາກກັນດີກວ່າ

ໄປທ່ຽວລາວຊື້ຫຍັງດີ? ຕາມໄປສ່ອງຂອງແຮນເມດທີ່ໜ້າຊື້ຝາກກັນດີກວ່າ

ໃຜທີ່ມີໂອກາດດີໆ ໄດ້ໄປຢ້ຽມຢາມເມືອງໜ້າທ່ຽວຢ່າງວຽງຈັນແລ້ວລະກໍ, ຕ້ອງຫ້າມພາດທີ່ຈະຊື້ຂອງຝາກທີ່ລະນຶກ ແລະ ຂຶ້ນຊື່ກັບມາເປັນຄວາມຊົງຈຳດີໆ ກ່ຽວກັບເມືອງຫຼວງແຫ່ງນີ້ດ້ວຍ. ແລະ ຫາກໃຜທີ່ຍັງບໍ່ຮູ້ວ່າເມືອງວຽງຈັນນັ້ນມີຂອງຫຍັງດີ, ໄອເທັມຫຍັງເດັດທີ່ນັກທ່ອງທ່ຽວບໍ່ຄວນພາດຊັອບປິ້ງ, ຢ່າລໍຊ້າ ຕາມມາເຊັກລິສຕ໌ກັນໄດ້ຢູ່ບ່ອນນີ້ເລີຍ ເພາະມື້ນີ້ພວກເຮົາໄດ້ຮວບຮວມຂອງແຮນເມດທີ່ໜ້າຊື້ຝາກກັນຈາກວຽງຈັນມາໃຫ້ໄດ້ເກັບຂໍ້ມູນກັນແລ້ວ.

 

ຂອງຝາກຂຶ້ນຊື່ຫັດຖະກຳງາມຢ່າງລາວ

ໃຜທີ່ມາຢ້ຽມຢາມຖິ່ນງານຫັດຖະກຳທັງທີຕ້ອງຫ້າມພາດ ງານຝີມືປະເພດສິ່ງທໍຂອງລາວເປັນອັນຂາດ, ເພາະຂຶ້ນຊື່ໃນເລື່ອງຂອງຄວາມສວຍງາມ, ສີສັນສົດໃສ, ແຖມຍັງມີລວດລາຍທ່ີເປັນເອກະລັກສວຍງາມບໍ່ແພ້ໃຜ. ໂດຍສະເພາະຢ່າງຍິ່ງ ເລື່ອງຂອງການຕັດຕໍ່ຜ້າທີ່ມີຜິວສຳຜັດທີ່ຕ່າງກັນ ນຳມາປະສົມປະສານເລື່ອງລາວຂຶ້ນໃໝ່ ຈົນໄດ້ຊິ້ນຜ້າທີ່ສວຍງາມບໍ່ຄືໃຜ. ຫາກນັກທ່ອງທ່ຽວຄົນໃດທີ່ມີໂອກາດໄດ້ແວ່ມາທ່ຽວວຽງຈັນລະກໍ ຂໍແນະນຳໃຫ້ລອງແວ່າມາທີ່ຮ້ານ ສາວບ້ານ ຄຣາຟຕ໌ (SaoBan Crafts) ໝູ່ບ້ານງານຄຣາຟຕ໌ທີ່ມີຄອນເຊັບຕ໌ດີໆ ຢ່າງການຜະລິດສິນຄ້າດ້ວຍຫົວໃຈງາມຢ່າງລາວ. ໂດຍຮ້ານນີ້ມີສິນຄ້າວາງຈຳໜ່າຍຫຼາກຫຼາຍປະເພດ ເຊັ່ນ: ໝອນອີງ, ກະເປົາຜ້າທໍ ແລະ ຜ້າມັດຍ້ອມຫຼາກຫຼາຍຮູບແບບ, ຜ້າພັນຄໍ ເປັນຕົ້ນ.

ຫຼືຫາກໃຜທີ່ຢາກເນັ້ນໄປທີ່ຜ້າທໍແບບເປັນຜືນໃຫຍ່ ສຳລັບນຳໄປຕັດເສື້ອຜ້າ ຫຼື ເປັນຂອງຝາກຊິ້ນພຣີມຽມລະກໍ, ຂໍແນະນຳໃຫ້ແວ່າມາທີ່ ແຄຣໍ ແຄສຊິດີ ລາວ ເທັກໄທລ໌ (Carol Cassidy Lao Textiles) ຮ້ານທີ່ຈັດຈຳໜ່າຍສິ່ງທໍເປັນຜືນ ດ້ວຍການດີໄຊລວດລາຍຢ່າງມີເອກະລັກສະເພາະຕົວບໍ່ຄືໃຜ ຈາກນັກອອກແບບຊາວອາເມຣິກັນຊື່ ແຄຣໍ ແຄສຊິດີ (Carol Cassidy) ທີ່ໄດ້ແຮງບັນດານໃຈຈາກຮູບແບບການຕ່ຳຜ້າຂອງຊາວລາວດັ້ງເດີມ ເຮັດໃຫ້ເກີດເປັນລາຍຜ້າທີ່ຮ່ວມສະໄໝ ແລະ ສາມາດນຳໄປຕັດຫຍິບເພື່ອສວມໃສ່ໄດ້ຈິງຫຼາຍຍິ່ງຂຶ້ນ. ລວດລາຍທີ່ໄດ້ແມ່ນຖືກນຳໄປຖັກທໍເລື່ອງລາວຈາກຊ່າງຝີມືຢ້ຽມຊາວທ້ອງຖິ່ນແທ້ໆ ຈຶ່ງເຮັດໃຫ້ໝັ້ນໃຈໄດ້ເລີຍວ່າ ທ່ານຈະໄດ້ຂອງຝາກຊິ້ນພຣີມຽມທີ່ມີຄຸນຄ່າ ເຊິ່ງມາພ້ອມລາຄາທີ່ສົມເຫດສົມຜົນຢ່າງແນ່ນອນ.

ຂອງຝາກຈິປະຖະ

ຫາກໃຜທີ່ເປັນສາຍສະຕຣີທເນັ້ນຫາຂອງຝາກທ້ອງຖິ່ນແບບຊິວໆ ຢູ່ລະກໍ ຂໍແນະນຳ ວຽງຈັນ ໄນທ໌ ມາກເກັດ (Vientiane Night Market) ແຫຼ່ງຊັອບປິ້ງທີ່ຂຶ້ນຊື່ໃນເລື່ອງຂອງຝາກທີ່ລະນຶກຫຼາກຫຼາຍຮູບແບບສະໄຕລ໌ງານຝີມື ບໍ່ວ່າຈະເປັນ ຜ້າຊິ່ນ, ພາບວາດ, ໂປສກາດ ຯລຯ. ນອກຈາກນີ້ ຍັງສາມາດຫາເມນູທ້ອງຖິ່ນກິນໄດ້ຕະຫຼອດທາງອີກດ້ວຍ. ຫຼື ຫາກໃຜຢາກໄດ້ຂອງຝາກເປັນສິນຄ້າເຄື່ອງຫອມຕ່າງໆ ຂໍແນະນຳຮ້ານ ທີຊັອບ ແກເລີຣີ ລາຍ (T'Shop Gallery Lai) ຮ້ານທີ່ຈັດຈຳໜ່າຍສິນຄ້າປະເພດສະບູ, ນ້ຳມັນນວດ, ນ້ຳຫອມ, ລິບມັນ ຯລຯ ທີ່ທັງໝົດນີ້ເຮັດມາຈາກສ່ວນປະສົມຈາກທຳມະຊາດ ບໍ່ວ່າຈະເປັນກິ່ນຫອມຫວານຂອງໝາກພ້າວ, ກິ່ນແຫ່ງຄວາມສົດຊື່ນຈາກຫວ້ານຫາງແກ້ວ ເປັນຕົ້ນ.

ເພາະສິນຄ້າແຮນເມດນັ້ນ ນອກຈາກຜູ້ຜະລິດຈະໂຊສັກກະຍະພາບ ແລະ ຝີມືຂອງຊາວລາວທ້ອງຖິ່ນຜ່ານທາງຊິ້ນງານຕ່າງໆ ແລ້ວ ຍັງມີຄຸນຄ່າທາງຈິດໃຈ, ເໝາະເປັນຢ່າງຍິ່ງສຳລັບການນຳໄປເປັນຂອງຝາກ ບໍ່ວ່າຈະເປັນການຊື້ຝາກໝູ່ເພື່ອນ, ຄົນຮູ້ໃຈ ຫຼື ຜູ້ຫຼັກຜູ້ໃຫຍ່ກໍຕາມ. ຮັບຮອງໄດ້ເລີຍວ່າ ບໍ່ວ່າໃຜທີ່ໄດ້ຮັບນັ້ນ ຕ່າງກໍຕ້ອງປະທັບໃຈໃນຄວາມສວຍງາມຢ່າງແນ່ນອນ. ແລະ ບໍ່ແນ່ວ່າ ຄວາມສຸກທີ່ເກີດຂຶ້ນນັ້ນ ອາດຈະເຮັດໃຫ້ຜູ້ຮັບຢາກທີ່ຈະມາຢ້ຽມຢາມວຽງຈັນ ປະເທດລາວ ດ້ວຍຕົວເອງຈັກຄັ້ງໃນຊີວິດກໍເປັນໄດ້!

ຫ້ອງພັກຂອງພວກເຮົາມີບໍລິການ...