ຄົ້ນພົບທຸກຫ້ອງອາຫານ ແລະ ບາຣ໌ ທີ່ ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ
ມີສິ່ງໃໝ່ໆ ທີ່ໜ້າຕື່นເຕັ້ນຫຼາກຫຼາຍກຳລັງເກີດຂຶ້ນຢູ່ ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ. ນັບຕັ້ງແຕ່ ເອເລຟັນ ເລົາຈ໌ ເອັກສເພຼສ (Elephant Lounge Express) ແຫ່ງໃໝ່ ຢູ່ສູນການຄ້າ ວຽງຈັນ ເຊັນເຕີ ໄປຈົນເຖິງແຜນການອັນດີເລີດໃໝ່ໆ ພາຍໃນໂຮງແຮມ, ບໍ່ວ່າຈະເປັນການບໍລິການຈັດລ້ຽງນອກສະຖານທີ່ (Outside catering) ຫຼື ຄໍ່າຄືນແຫ່ງດົນຕີແຈສ (Jazz nights) ພາຍໃຕ້ແສງດາວ, ພວກເຮົາພ້ອມມີທຸກສິ່ງທີ່ຕອບໂຈດ ແລະ ເໝາະສຳລັບທຸກຄົນ. ໃນຂະນະທີ່ພວກເຮົາສືບຕໍ່ມອບປະສົບການການທານອາຫານທີ່ມີຄຸນນະພາບສູງສຸດ ໃນສະພາບແວດລ້ອມທີ່ປອດໄພ, ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ກໍກຳລັງກ້າວໄປສື່ອະນາຄົດເຊັ່ນກັນ. ເມື່ອທ່ານໄດ້ເຂົ້າມາສຳຜັດພາຍໃນໂຮງແຮມ ທ່ານຈະໄດ້ຄົ້ນພົບບັນຍາກາດທີ່ຫຼາກຫຼາຍ ພ້ອມກັບຕົວເລືອກອາຫານໃໝ່ໆ ທີ່ໜ້າຕື່ນເຕັ້ນ ແລະ ເຄື່ອງດື່ມສຸດເອັກສຄຼູຊີຟ. ຈາກຄວາມສຳເລັດຂອງອາຫານຟິວຊັນ (Fusion food) ຂອງພວກເຮົາ, ຕອນນີ້ພວກເຮົາກຳລັງຂະຫຍາຍສິ່ງນີ້ ແລະ ມຸ່ງເນັ້ນໃສ່ແນວຄິດ "ຟາມສູ່ໂຕະລ້ຽງ" (Farm to table). ດ້ວຍວິທີນີ້, ບໍ່ພຽງແຕ່ພວກເຮົາຈະສາມາດມອບສິ່ງທີ່ດີທີ່ສຸດຈາກຜົນຜະລິດທ້ອງຖິ່ນເທົ່ານັ້ນ ແຕ່ພວກເຮົາຍັງເຮັດໃນຮູບແບບທີ່ຍືນຍົງ ເຊິ່ງຊ່ວຍສົ່ງເສີມທຸລະກິດລາວ ແລະ ສະໜັບສະໜູນເສດຖະກິດທ້ອງຖິ່ນນຳອີກ. ນອກຈາກນີ້, ເຮົາຍັງໄດ້ເພີ່ມລາຍຊື່ວາຍ (Wine), ເພີ່ມເຄື່ອງດື່ມຊິກເນເຈີ ແລະ ຈະມີບໍລິການຄັອກເທວເກັດຫິມະ (Frozen cocktails) ຫຼາກຫຼາຍເມນູ.
Elephant Lounge Express ໂດຍ ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ຈະຮວບຮວມເອົາເມນູໂປດຫຼາກຫຼາຍຂອງທ່ານຈາກໂຮງແຮມ ມາເສີບພ້ອມກັບເມນູພິເສດໃໝ່ໆ. ເຊິ່ງລວມມີ ເຄື່ອງດື່ມຊິກເນເຈີຂອງຄຣາວ ພລາຊ່າ, ສະລັດຊີ່ (Slushies), ສະມູດຕີ້ (Smoothies), ໄອສະກຼີມໂຮມເມດທີ່ມີຫຼາກຫຼາຍລົດຊາດອັນດີເລີດໃຫ້ເລືອກ, ອາຫານວ່າງທານຫຼິ້ນ, ແລະ ເບເກີຣີ່ອົບໃໝ່ອັນດີເລີດ ທີ່ສ້າງສັນຂຶ້ນມາເພື່ອທ່ານໂດຍສະເພາະ ຈາກເຊຟປາດຕິຊິເຢ (Pâtissier) ຄົນໃໝ່ຂອງພວກເຮົາ "ເຊຟ ເຈເຣມີ້" (Jeremie) ຜູ້ທີ່ໄດ້ຝຶກຝົນຝີມືມາຈາກຮ້ານອາຫານລະດັບມິດຊະລິນສະຕາຣ໌ (Michelin starred) ໃນປະເທດຝຣັ່ງ.
ໃນຂະນະດຽວກັນພາຍໃນໂຮງແຮມ, "ເຊຟ ຈີຈີ້" (Gigi) ກໍໄດ້ພັດທະນາເມນູໃໝ່ໆ ທີ່ໜ້າຕື່ນເຕັ້ນສຳລັບຫ້ອງອາຫານສຸດໂປດຂອງທ່ານ. ໂດຍຫ້ອງອາຫານ ໂມເສກ (Mosaic) ຈະນຳສະເໜີເມນູຟິວຊັນເມດິເຕີເຣນຽນໃໝ່ ເພື່ອນຳເອົາລົດຊາດອັນດີເລີດເຫຼົ່ານັ້ນມາປະສົມປະສານເຂົ້າກັບຜົນຜະລິດອັນມະຫັດສະຈັນທີ່ພວກເຮົາມີຢູ່ທີ່ນີ້ໃນລາວ. ສ່ວນໃນຕອນເຊົ້າ, ບຸບເຟ້ມີ້ອາຫານເຊົ້າກໍຍັງຄົງມອບຕົວເລືອກອັນແຊບຊ້ອຍທີ່ຫຼາກຫຼາຍ ໂດຍມີທຸກສິ່ງທີ່ຕອບໂຈດກັບທຸກຄົນ ແລະ ຢ່າລືມລິ້ມລອງເບເກີຣີ່ອົບໃໝ່ຂອງພວກເຮົາ ບອກເລີຍວ່າແຊບແທ້ໆ.
ຢູ່ທີ່ຫ້ອງອາຫານ ທຼີ ເມີເຊິນສ໌ (3 Merchants), ເມນູທີ່ມີການປ່ຽນແປງຢູ່ສະເໝີຈະຍັງຄົງນຳເອົາສິ່ງທີ່ດີທີ່ສຸດຂອງອາຫານຟິວຊັນມາເສີບໃນບັນຍາກາດອັນດີເລີດ. ເມນູເຊັດມີ້ທ່ຽງ (Lunchtime set menu) ມອບອາຫານ 3 ຄຼອສອັນແຊບຊ້ອຍໃນລາຄາທີ່ຄຸ້ມຄ່າຢ່າງເຫຼືອເຊື່ອ, ໃນຂະນະທີ່ມີ້ຄໍ່າຈະເປັນເມນູອາລາຄາດ (À la carte) ທີ່ປະສົມປະສານລະຫວ່າງສູດອາຫານອິນດູຈີນ, ອາຫານຕາເວັນຕົກ ແລະ ຟິວຊັນອັນດີເລີດຂອງທັງສອງຢ່າງ, ຫຼື ຫາກຢາກໄດ້ຄໍ່າຄືນທີ່ໜ້າຈົດຈຳ, ເມນູທົດລອງຊິມ (Tasting menu) ກໍເປັນສິ່ງພິເສດທີ່ດີເລີດ. ແລະ ຢ່າລືມຊຸດອາຟເຕີນູນທີ (Afternoon tea) ຟິວຊັນອັນມີສະເໜ່ ບອກເລີຍວ່າດີຫຼາຍ!
ຄໍ່າຄືນແຫ່ງດົນຕີແຈສພາຍໃຕ້ແສງດາວ ແລະ ງານອີເວັ້ນໃນຮູບແບບອື່ນໆ ໄດ້ຖືກວາງແຜນໄວ້ທີ່ ເດິ ລິ້ງ (The Link) ແລະ ເຊນ ກາເດັນ (Zen Garden), ເສີບຄູ່ໄປກັບທາປັສ (Tapas) ສໄຕລ໌ສະເປນ ແລະ ຄັອກເທວ, ໃນຂະນະທີ່ ເບຍກາເດັນ (Beer Garden) ຈະມີວົງດົນຕີສົດ ແລະ ດີເຈ (DJ) ໃນຄໍ່າຄືນທີ່ອາກາດເຢັນສະບາຍ.
ໃນຊ່ວງເວລາກາງເວັນ, ເອເລຟັນ ເລົາຈ໌ (Elephant Lounge) ຈະໃຫ້ຄວາມຮູ້ສຶກແບບເອີຣົບຕະເວັນຕົກ (Continental feel) ຫຼາຍຂຶ້ນ ໂດຍເຊຟເຈເຣມີ້ຈະສ້າງສັນເຄັກທີ່ປະສົມປະສານຄວາມອົບອຸ່ນຂອງຮ້ານເບເກີຣີ່ຝຣັ່ງ ເຂົ້າກັບລົດຊາດອັນມະຫັດສະຈັນທີ່ມີຢູ່ໃນລາວ ໂດຍການໃຊ້ອົງປະກອບວັດຖຸດິບຄຸນນະພາບສູງ ແລະ ທັກສະແມດເຕີປາດຕິຊິເຢ. ເຄື່ອງດື່ມທີ່ມີຫຼາກຫຼາຍຈະປ່ຽນຜ່ານໄປສູ່ບັນຍາກາດແບບບາຣ໌ເມື່ອຄໍ່າຄືນໃກ້ເຂົ້າມາ, ແລະ ຈະມຸ່ງເນັ້ນໃສ່ຟິງເກີຟູ້ດ (Finger food) ທີ່ມາໃນແນວທາງຂອງສະຕຼີດຟູ້ດລະດັບສາກົນ ແລະ ເສີບພ້ອມກັບຄັອກເທວສຸດເອັກສຄຼູຊີຟສະເພາະຂອງ ເອເລຟັນ ເລົາຈ໌ ເທົ່ານັ້ນ.
ພວກເຮົານ້ຳຮູ້ວ່າທ່ານກຳລັງລໍຄອຍທີ່ຈະສາມາດຈັດງານສັງສັນໄດ້ອີກຄັ້ງ. ແລະ ພວກເຮົາພ້ອມດູແລທ່ານ. ຕອນນີ້ພວກເຮົາສາມາດມອບປະສົບການລະດັບ ຄຣາວ ພລາຊ່າ ໃຫ້ແກ່ທ່ານໄດ້ເຖິງເຮືອນ ຫຼື ຫ້ອງການ ສຳລັບທ່ານ ແລະ ແຂກຂອງທ່ານ. ການບໍລິການຈັດລ້ຽງນອກສະຖານທີ່ (Outside catering) ຂອງພວກເຮົາມອບການບໍລິການລູກຄ້າທີ່ດີເລີດພ້ອມກັບຜະລິດຕະພັນທີ່ມີຄຸນນະພາບ. ພວກເຮົາສາມາດຈັດງານໄດ້ຕາມຄວາມຕ້ອງການຂອງທ່ານ ບໍ່ວ່າຈະເປັນງານໃຫຍ່ ຫຼື ງານຂະໜາດນ້ອຍ. ນັບຕັ້ງແຕ່ ປາດຕີ້ບັອກ (Party boxes) ທີ່ເລີ່ມຕົ້ນຈາກປະລິມານທີ່ສົມບູນແບບສຳລັບສອງຄົນ ໄປຈົນເຖິງການບໍລິການຈັດລ້ຽງແບບເຕັມຮູບແບບໃນສະຖານທີ່ຂອງທ່ານ, ພວກເຮົາສາມາດຮັບປະກັນງານລ້ຽງທີ່ຈະຢູ່ໃນຄວາມຊົງຈຳ. ປາດຕີ້ບັອກເຫຼົ່ານີ້ໄດ້ຮັບຄວາມນິຍົມຫຼາກຫຼາຍໃນຊ່ວງລັອກດາວ ດັ່ງນັ້ນພວກເຮົາຈຶ່ງຂະຫຍາຍກຸ່ມຜະລິດຕະພັນ ເພື່ອເພີ່ມກ່ອງອາຫານເພື່ອສຸຂະພາບ (Healthy eating box) ແລະ ກ່ອງອາຫານບຣັນຊ໌ (Brunch box), ເພີ່ມເຕີມຈາກ 4 ກ່ອງທີ່ພວກເຮົາມີໃຫ້ບໍລິການຢູ່ແລ້ວ ເຊິ່ງລວມມີ ໄຮທີພ້ອມສະປາກກິ້ງວາຍ (High tea with bubbles) ແລະ ອັລຕິເມດບັອກ (Ultimate box). ສິ່ງເຫຼົ່ານີ້ຈະປ່ຽນວັນທີ່ດີໃຫ້ກາຍເປັນວັນທີ່ດີເລີດ!