5 ແຫຼ່ງທ່ອງທ່ຽວນ້ຳຕົກຕາດໃນລາວທີ່ຕ້ອງໄດ້ໄປຢ້ຽມຢາມ
ປະເທດລາວ ເປັນທີ່ຮູ້ຈັກກັນດີໃນເລື່ອງຂອງບັນຍາກາດອັນສະຫງົບງຽບ ເຊັ່ນດຽວກັບສະຖານທີ່ທ່ອງທ່ຽວທາງສາສະໜາອັນອຸດົມສົມບູນ. ໃນແຕ່ລະປີ ມີນັກທ່ອງທ່ຽວຈຳນວນຫຼວງຫຼາຍຫຼັ່ງໄຫຼເຂົ້າມາຍັງດິນແດນສະຫວັນແຫ່ງນີ້ ເພື່ອຊົມຄວາມງາມຂອງສະຖານທີ່ສັກສິດ ແລະ ວັດວາອາຮາມທີ່ມີຊື່ສຽງ. ເຖິງຢ່າງໃດກໍຕາມ, ສິລະປະວັດຖຸທາງຈິດວິນຍານອັນປານີດ ບໍ່ແມ່ນສິ່ງດຽວທີ່ປະເທດອັນມີສະເໜ່ແຫ່ງນີ້ມີໄວ້ຕ້ອນຮັບທ່ານ.
ປະເທດລາວ ເປັນໜຶ່ງໃນບໍ່ກີ່ປະເທດທີ່ທັດສະນີຍະພາບທາງທຳມະຊາດຍັງຄົງຄວາມສົມບູນແບບເກືອບຮ້ອຍສ່ວນຮ້ອຍ ເຮັດໃຫ້ຍັງສາມາດຮັກສາຄວາມອັດສະຈັນຂອງສະພາບແວດລ້ອມອັນຂຽວງາມ ແລະ ເປັນທຳມະຊາດແບບດັ້ງເດີມເອົາໄວ້ໄດ້. ໃນບົດຄວາມນີ້, ພວກເຮົາຈະມາແນະນຳ 5 ນ້ຳຕົກຕາດ ທີ່ທ່ານຈຳເປັນຕ້ອງຮວມເຂົ້າໄວ້ໃນແຜນການເດີนທາງທ່ຽວລາວຂອງທ່ານ. ເຊິ່ງບາງແຫ່ງກໍມີຊື່ສຽງໂດ່ງດັງໃນເລື່ອງຂອງຄວາມງົດງາມອັນດີເລີດ, ໃນຂະນະທີ່ບາງແຫ່ງເປັນສະຖານທີ່ລັບໆ (Hidden gems) ທີ່ຮູ້ຈັກກັນສະເພາະໃນໝູ່ຄົນທ້ອງຖິ່ນເທົ່ານັ້ນ.
ນ້ຳຕົກຕາດເລິກ (Tad Leuk Waterfalls)
ຕາດເລິກ ເປັນສະຖານທີ່ທ່ອງທ່ຽວຫຼັກຂອງອຸທະຍານແຫ່ງຊາດພູເຂົາຄວາຍ. ຕັ້ງຢູ່ໃນເຂດບ້ານຫ້ວຍເລິກ, ນ້ຳຕົກຕາດແຫ່ງນີ້ເປັນຈຸດໝາຍປາຍທາງການພັກຜ່ອນສຸດໂປດຂອງທັງຄົນທ້ອງຖິ່ນ ແລະ ນັກທ່ອງທ່ຽວ. ຜູ້ມາຢ້ຽມຢາມສາມາດລົງຫຼິ້ນນ້ຳທີ່ໃສເຢັນ, ຕັ້ງແຄັມພັກຜ່ອນໃນລະຫວ່າງວັນ ຫຼື ແມ່ນແຕ່ສຶກສາຮຽນຮູ້ກ່ຽວກັບຄວາມຫຼາກຫຼາຍທາງຊີວະພາບອ້ອມຮອບບໍລິເວນພູເຂົາ. ຊ່ວງເວລາທີ່ດີທີ່ສຸດໃນການມາທ່ຽວຕາດເລິກແມ່ນລະຫວ່າງເດືອນຕຸລາ ຫາ ເດືອນມັງກອນ.
ການເດີນທາງ: ເດີນທາງໄປຕາມເສັ້ນທາງເລກທີ 13 ໃຕ້, ອຸທະຍານແຫ່ງຊາດພູເຂົາຄວາຍ ຈະຕັ້ງຢູ່ຫ່າງຈາກຫຼັກກິໂລແມັດທີ 92 ຂອງທາງຫຼວງປະມານ 15 ກິໂລແມັດ.
ນ້ຳຕົກຕາດແສ້ (Tad Sae Waterfalls)
ຕາດແສ້ ເປັນນ້ຳຕົກຕາດຂະໜາດກາງທີ່ມີຊື່ສຽງໃນຖານະເປັນສິ່ງມະຫັດສະຈັນທາງທຳມະຊາດອັນງົດງາມ. ຜູ້ມາຢ້ຽມຢາມມັກຈະຕົກຕະລຶງກັບຄວາມງາມຂອງສາຍນ້ຳທີ່ໄຫຼຜ່ານຊັ້ນຫີນປູນຫຼາກຫຼາຍຊັ້ນ ລົງສູ່ແອ່ງນ້ຳຂະໜາດໃຫຍ່ດ້ານລຸ່ມ. ຊ່ວງເວລາທີ່ດີທີ່ສຸດໃນການມາຢ້ຽມຢາມຕາດແສ້ແມ່ນໃນຊ່ວງລະດູຝົນ ເພາະປະລິມານນ້ຳຈະເຕັມປ່ຽມ ເຮັດໃຫ້ໜ້າລົງໄປແຊ່ຕົວຜ່ອນຄາຍເປັນຢ່າງຍິ່ງ.
ການເດີນທາງ: ມຸ່ງໜ້າສູ່ຫຼວງພະບາງ ໂດຍໃຊ້ເສັ້ນທາງເລກທີ 13, ນ້ຳຕົກຕາດແສ້ຈະຢູ່ທາງດ້ານຂວາມືຂອງທາງຫຼວງ.
ນ້ຳຕົກຕາດແກ້ງຍຸຍ (Kaeng Nyui Waterfalls)
ຕາດແກ້ງຍຸຍ ຄືຈຸດໝາຍປາຍທາງແຫ່ງໃໝ່ທີ່ກຳລັງຢູ່ໃນກະແສນິຍົມຂອງເມືອງວັງວຽງ. ທີ່ແຫ່ງນີ້ຖືກໂອບລ້ອມໄປດ້ວຍທັດສະນີຍະພາບອັນຂຽວງາມຮົ່ມຮື່ນ ເຮັດໃຫ້ມີບັນຍາກາດທີ່ສົດຊື່ນຜ່ອນຄາຍ. ນ້ຳຕົກຕາດຍັງມີໂຄງສ້າງແຜ່ນຫີນອັນສວຍງາມ ແລະ ມີແອ່ງນ້ຳຂະໜາດໃຫຍ່. ຜູ້ມາຢ້ຽມຢາມສາມາດເລືອກທານອາຫານທ້ອງຖິ່ນຈາກຮ້ານອາຫານໃກ້ຄຽງ ພ້ອມທັງເພີດເພີນໄປກັບທິວທັດອັນງົດງາມຮົ່ມຮື່ນຂອງນ້ຳຕົກຕາດ.
ການເດີນທາງ: ເດີນທາງເສັ້ນທາງເລກທີ 13 ມຸ່ງໜ້າໄປທາງບ້ານນາດ້ວງ ຈະມີປ້າຍບອກທາງໄປນ້ຳຕົກຕາດແກ້ງຍຸຍຢູ່ທາງດ້ານຂວາມື.
ນ້ຳຕົກຕາດກວາງຊີ (Tad Kuang Si Waterfalls)
ໜຶ່ງໃນນ້ຳຕົກຕາດທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນລາວ, ຕາດກວາງຊີ ເປັນນ້ຳຕົກຕາດຫີນປູນຂະໜາດໃຫຍ່ ໂດຍມີຕາດຊັ້ນຫຼັກທີ່ສູງເຖິງ 70 ແມັດ. ຄວາມຂຽວງາມອັນໜ້າທຶນສະອອນເຮັດໃຫ້ທີ່ແຫ່ງນີ້ເປັນຈຸດໝາຍປາຍທາງສຸດໂປດຂອງນັກທ່ອງທ່ຽວ. ອ້ອມຮອບນ້ຳຕົກມີຂົວ ແລະ ເສັ້ນທາງຍ່າງສຳລັບຜູ້ທີ່ມັກການສຳຫຼວດຄວາມງາມຂອງພັນພືດ ແລະ ສັດປ່າໃນບໍລິເວນອ້ອມຮອບ. ນອກຈາກນີ້ ຍັງມີຮ້ານຄ້າຫຼາກຫຼາຍແຫ່ງທີ່ທ່ານສາມາດເລືອກຊື້ຜະລິດຕະພັນທ້ອງຖິ່ນ ລວມເຖິງຂອງຝາກທີ່ເຮັດຈາກໄມ້ໄຜ່ຊະນິດຕ່າງໆ ເຊິ່ງງານຫັດຖະກຳພື້ນເມືອງເຫຼົ່ານີ້ ເປັນຂອງລະນຶກສຸດໂປດຂອງທຸກຄົນທີ່ໄດ້ມາເຢືອນຕາດກວາງຊີ.
ການເດີນທາງ: ນ້ຳຕົກຕາດກວາງຊີ ຕັ້ງຢູ່ຫ່າງຈາກທາງຕາເວັນຕົກສ່ຽງໃຕ້ຂອງຫຼວງພະບາງ ປະມານ 30 ກิໂລແມັດ.
ນ້ຳຕົກຕາດນ້ຳນົວ (Tad Nam Noua Waterfalls)
ຫາກທ່ານມີເວລາຫວ່າງພໍ, ພວກເຮົາຂໍແນະນຳທຣິບການເດີນທາງໄປຢ້ຽມຢາມ ນ້ຳຕົກຕາດນ້ຳນົວ ໃນແຂວງຫົວພັນ. ທີ່ແຫ່ງນີ້ຄືເພັດເມັດງາມທີ່ຊ່ອນຢູ່ (Hidden gem) ຢ່າງແທ້ຈິງ ໂດຍແທບຈະບໍ່ມີການແຕະຕ້ອງຈາກມະນຸດເລີຍ. ຄວາມຫຼາກຫຼາຍທາງຊີວະພາບອ້ອມຮອບນ້ຳຕົກໄດ້ຮັບການອະນຸລັກໄວ້ຢ່າງສົມບູນແບບເກືອບ 100%. ທັນທີທີ່ທ່ານກ້າວເຂົ້າສູ່ສະຖານທີ່ແຫ່ງນີ້ ທ່ານຈະຖືກໂອບລ້ອມດ້ວຍທັດສະນີຍະພາບອັນຂຽວງາມສະພຣັ່ງ ແລະ ສຽງນົກຮ້ອງອັນມ່ວນອອນຊອນ ມັນຄືຈຸດໝາຍປາຍທາງໃນຝັນທີ່ຄົນຮັກທຳມະຊາດບໍ່ຄວນພາດ!
ການເດີນທາງ: ເມື່ອເດີນທາງມາຮອດແຂວງຫົວພັນ, ໃຫ້ເດີນທາງຕໍ່ໄປຍັງເມືອງວຽງໄຊ. ນ້ຳຕົກຕາດນ້ຳນົວ ສາມາດເຂົ້າເຖິງໄດ້ດ້ວຍການຍ່າງເທົ່ານັ້ນ ໂດຍຜູ້ມາຢ້ຽມຢາມຕ້ອງຍ່າງເຂົ້າໄປປະມານ 3 ກິໂລແມັດ ຈຶ່ງຈະຮອດຕົວນ້ຳຕົກ.
ແລະທັງໝົດນີ້ຄື 5 ອັນດັບນ້ຳຕົກຕາດອັນສວຍສົດງົດງາມ ທີ່ພວກເຮົາແນະນຳໃຫ້ທ່ານໄປເຊັກອິນເມື່ອເດີນທາງມາທ່ຽວທີ່ປະເທດລາວ. ມັນຈະເປັນເລື່ອງທີ່ໜ້າເສຍດາຍຢ່າງຍິ່ງ ຫາກທ່ານພາດໂອກາດທີ່ຈະໄດ້ຊົມປະຕິມາກຳທາງທຳມະຊາດອັນໜ້າຫຼົງໄຫຼເຫຼົ່ານີ້ ໃນຂະນະທີ່ທ່ານໄດ້ມາຢືນຢູ່ໃນປະເທດທີ່ມີຊັບພະຍາກອນທຳມະຊາດອັນອຸດົມສົມບູນຄືແນວນີ້. ແລະ ຫາກທ່ານເປັນຜູ້ທີ່ຫຼົງຮັກໃນສາຍນ້ຳຕົກຕາດ, ພວກເຮົາຮັບປະກັນໄດ້ເລີຍວ່າທັງ 5 ສະຖານທີ່ນີ້ ຈະບໍ່ເຮັດໃຫ້ທ່ານຜິດຫວັງຢ່າງແນ່ນອນ.