Crowne Plaza Vientiane

ຈອງຫ້ອງປະຊຸມຂອງທ່ານ ທີ່ໂຮງແຮມສຳລັບທຸລະກິດທີ່ດີທີ່ສຸດໃນວຽງຈັນ

ຈອງການປະຊຸມຄັ້ງຕໍ່ໄປຂອງທ່ານ ທີ່ໂຮງແຮມຊັ້ນທຸລະກິດທີ່ດີທີ່ສຸດໃນວຽງຈັນ

ຈອງການປະຊຸມຄັ້ງຕໍ່ໄປຂອງທ່ານ ທີ່ໂຮງແຮມຊັ້ນທຸລະກິດທີ່ດີທີ່ສຸດໃນວຽງຈັນ

ການຮັບຜິດຊອບຈັດງານຢູ່ນອກສະຖານທີ່ອາດເປັນເລື່ອງທີ່ທ້າທາຍ ແລະ ເຮັດໃຫ້ເກີດຄວາມກັງວົນ. ແຕ່ໃນຖານະໂຮງແຮມສຳລັບທຸລະກິດທີ່ດີທີ່ສຸດໃນວຽງຈັນ, ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ຈະຊ່ວຍຂຈັດທຸກຄວາມກັງວົນອອກໄປຈາກໜ້າທີ່ການຈັດງານຂອງທ່ານ. ເຖິງແມ່ນວ່າທ່ານຈະຕ້ອງຈັດງານຜ່ານທາງໂທລະສັບ ແລະ ອີເມລ, ທີມງານຈັດງານມືອາຊີບຂອງ ຄຣາວ ພລາຊ່າ ກໍຈະຄອຍເບິ່ງແຍງທຸກສິ່ງທຸກຢ່າງໃຫ້ທ່ານ. ເມື່ອທ່ານເດີນທາງມາຮອດ, ທ່ານກໍພ້ອມທີ່ຈະຕ້ອນຮັບແຂກຂອງທ່ານ ແລະ ກວດເຊັກຄວາມຮຽບຮ້ອຍໃນຂັ້ນສຸດທ້າຍ ຂອງງານປະຊຸມທີ່ທ່ານຈະເອກອ້າງທະນົງໃຈໃນການເປັນເຈົ້າພາບ.

ຄວາມສະດວກສະບາຍ ແລະ ສະຖານທີ່ຈັດງານທີ່ຫຼາກຫຼາຍ

ແຂກຂອງທ່ານບໍ່ຈຳເປັນຕ້ອງເດີນທາງໄກເພື່ອມາຮ່ວມງານ, ເພາະ ຄຣາວ ພລາຊ່າ ຕັ້ງຢູ່ຫ່າງຈາກສະໜາມບິນສາກົນວັດໄຕ ໂດຍການຂັບລົດໄລຍະສັ້ນໆ ພຽງແຕ່ 15 ນາທີເທົ່ານັ້ນ. ໂຮງແຮມສຳລັບທຸລະກິດໃນວຽງຈັນແຫ່ງນີ້ ຕັ້ງຢູ່ລຽບຕາມບໍລິເວນແຄມຂອງ ທີ່ມີສີສັນ ແລະ ເປັນທີ່ນິຍົມຂອງຕົວເມືອງ ເຊິ່ງໃຫ້ບັນຍາກາດທີ່ສົມບູນແບບສຳລັບການສ້າງຄວາມບັນເທີງຫຼັງຈົບງານ. ໂຮງແຮມມີສະຖານທີ່ຈັດງານຫຼາກຫຼາຍຮູບແບບ ທີ່ເໝາະສົມທີ່ສຸດສຳລັບງານທີ່ມີແຂກຕັ້ງແຕ່ 10 ຄົນ ໄປຈົນເຖິງຫຼາຍກວ່າ 1,000 ຄົນ. ຫ້ອງປະຊຸມທັງ 6 ຫ້ອງຂອງພວກເຮົາ ມີຂະໜາດທີ່ແຕກຕ່າງກັນເພື່ອຮອງຮັບການປະຊຸມຍ່ອຍ (Breakout), ໃນຂະນະທີ່ຫ້ອງ ແກຣນ ບອນລູມ (Grand Ballroom) ສາມາດຮອງຮັບແຂກໄດ້ເຖິງ 555 ຄົນ ສຳລັບການຈັດງານລ້ຽງອາຫານຄ່ຳ (Gala Dinner) ຫຼື 1,072 ຄົນ ສຳລັບການຈັດສຳມະນາ ຫຼື ການປະຊຸມໃຫຍ່ແບບຈັດຕັ່ງເກົ້າອີ້ຊົງໂຮງລະຄອນ (Theater-style). ພວກເຮົາຍັງສາມາດສະໜອງອຸປະກອນແສງສີສຽງທີ່ທັນສະໄໝ ພ້ອມກັບຊ່າງເຕັກນິກຄອຍຄວບຄຸມ. ພວກເຮົາໄດ້ຮັບຊື່ສຽງໃນການເປັນໂຮງແຮມສຳລັບທຸລະກິດທີ່ດີທີ່ສຸດໃນວຽງຈັນ ຍ້ອນການບໍລິການຈາກທີມງານຈັດງານມືອາຊີບຂອງພວກເຮົາ ທີ່ມີປະສົບການຫຼາຍປີໃນການເບິ່ງແຍງສ່ວນຕ່າງໆ ບໍ່ວ່າຈະເປັນການລົງທະບຽນ, ການຈັດສັນຫ້ອງພັກ, ການຂົນສົ່ງພາກພື້ນດິນ, ການຈັດລ້ຽງອາຫານ ແລະ ລາຍລະອຽດນ້ອຍໆ ອື່ນໆ ທັງໝົດ ທີ່ມີສ່ວນສຳຄັນຢ່າງຍິ່ງໃນການເປັນເຈົ້າພາບຈັດງານໃຫ້ປະສົບຄວາມສຳເລັດ. ນອກຈາກນີ້ ພວກເຮົາຍັງມີສູນທຸລະກິດ (Business Center) ທີ່ໃຫ້ບໍລິການສິ່ງພິມ ແລະ ການສຳເນົາເອກະສານ, ເຊິ່ງທີມງານຂອງພວກເຮົາພ້ອມທີ່ຈະຕອບສະໜອງທຸກຄຳຮ້ອງຂໍໃນນາທີສຸດທ້າຍ ເພື່ອຊ່ວຍໃຫ້ງານຂອງທ່ານດຳເນີນໄປຢ່າງຮຽບຮ້ອຍ.

ຫ້ອງສວີທ, ຫ້ອງພັກ ແລະ ສິ່ງອຳນວຍຄວາມສະດວກອັນຫຼູຫຼາ

ໃນຖານະໂຮງແຮມສຳລັບທຸລະກິດທີ່ດີທີ່ສຸດໃນວຽງຈັນ ພວກເຮົາຈຶ່ງມີຫ້ອງສວີທ (Suite) 3 ຮູບແບບ ແລະ ຫ້ອງພັກທຳມະດາ 4 ຮູບແບບ ເພື່ອມອບການພັກຜ່ອນທີ່ເໝາະສົມໃຫ້ກັບທຸກໆ ຄົນໃນບໍລິສັດຂອງທ່ານ. ຫາກເປັນຫ້ອງ ດີລັກຊ໌ ສວີທ (Deluxe Suite) ແລະ ເພຣສຊິເດນຊຽລ ສວີທ (Presidential Suite) ຂອງພວກເຮົາ ຈະມີບໍລິເວນຮັບປະທານອາຫານແບບເປັນທາງການ ເຊິ່ງສາມາດໃຊ້ເປັນສະຖານທີ່ຈັດການປະຊຸມສ່ວນຕົວ ແລະ ງານລ້ຽງສັງສັນໄດ້ອີກດ້ວຍ. ພວກເຮົາມີສະລອຍນ້ຳຂະໜາດໃຫຍ່ ທີ່ຕັ້ງຢູ່ທ່າມກາງສວນແບບເຂດຮ້ອນ ລວມເຖິງສູນຟິດເນສທີ່ທັນສະໄໝ ພ້ອມດ້ວຍອຸປະກອນອອກກຳລັງກາຍທັງແບບແອໂຣບິກ ແລະ ເວທເທຣນນິງ. ສຳລັບຜູ້ທີ່ຕ້ອງການຜ່ອນຄາຍ ຫຼັງຈາກມື້ທີ່ຫຍຸ້ງຍາກກັບການປະຊຸມ, ທ່ານສາມາດໃຊ້ເວລາໜຶ່ງ ຫຼື ສອງຊົ່ວໂມງ ທີ່ ເຊັນເຊສ ສະປາ (Senses Spa) ເພື່ອທົດລອງບໍລິການນວດ ແລະ ທຣີດເມນຕ໌ສະປາທີ່ຫຼາກຫຼາຍຂອງພວກເຮົາ.

ເພີດເພີນໄປກັບກິດຈະກຳຍາມຄ່ຳຄືນຂອງວຽງຈັນ

ການເຮັດທຸລະກິດຈະສົມບູນແບບໄດ້ແນວໃດ ຫາກຂາດການສ້າງເຄືອຂ່າຍ, ການດື່ມສັງສັນ ແລະ ການຮັບປະທານອາຫານຮ່ວມກັນຫຼັງຈົບງານ? ດ້ວຍເຮັດເລທີ່ຕັ້ງອັນສະດວກສະບາຍຂອງ ໂຮງແຮມ ຄຣາວ ພລາซ່າ ວຽງຈັນ ເຮັດໃຫ້ການອອກໄປຊຶມຊັບທັດສະນີຍະພາບຍາມຄ່ຳຄືນຂອງຕົວເມືອງ ແລະ ການໄປຢ້ຽມຢາມສະຖານທີ່ທ່ອງທ່ຽວຍາມລາຕີທີ່ຍອດນິຍົມ ກາຍເປັນເລື່ອງທີ່ງ່າຍດາຍ ແລະ ຮວດເຣັດ. ເພີດເພີນໄປກັບການດື່ມ ແລະ ຮັບປະທານອາຫານໃຕ້ແສງດາວແຄມຝັ່ງແມ່ນ້ຳຂອງ, ຢ້ຽມຢາມຮ້ານ The Spirit House Bar & Restaurant ເຊິ່ງເປັນໜຶ່ງໃນສະຖານທີ່ຍອດນິຍົມທີ່ສຸດໃນຕົວເມືອງ ທີ່ໄດ້ຮັບການປັບປຸງຢ່າງມີສະເໜ່ຈາກເຮືອນໄມ້ດັ້ງເດີມ ໂດຍມີບໍລິການອາຫານຕາເວັນຕົກສະໄຕລ໌ຜັບ ແລະ ຄັອກເທລສູດພິເສດຫຼາກຫຼາຍ ລວມເຖິງວາຍ ແລະ ເບຍຫຼາກຫຼາຍຊະນິດ. ສຳລັບເພື່ອນຮ່ວມງານ ທີ່ຢາກແທງສະນຸກເກີ ແລະ ຜ່ອນຄາຍອາລົມຫຼັງຈາກມື້ອັນຍາວນານ, ຮ້ານ ບໍ່ເປັນຫຍັງ (Bor Pen Nyang) ມີພື້ນທີ່ແຫ່ງຄວາມມ່ວນຊື່ນເຖິງ 4 ຊັ້ນ ພ້ອມບໍລິການເບີເກີ, ຟາຮີຕ້າ (Fajitas) ແລະ ອາຫານຕາເວັນຕົກຍອດນິຍົມອື່ນໆ ອີກຫຼາກຫຼາຍ ທັງຍັງມີເມນູອາຫານລາວແບບຄົບຄັນ ສຳລັບແຂກຂອງທ່ານທີ່ຢາກລິ້ມລອງອາຫານແບບທ້ອງຖິ່ນ, ໂດຍທ່ານສາມາດພາແຂກຂຶ້ນໄປທີ່ຊັ້ນ 4 ເພື່ອເພີດເພີນກັບເຄື່ອງດື່ມ ພ້ອມຊົມວິວພະອາທິດຕົກດິນເໜືອແມ່ນ້ຳຂອງ. ຮ້ານອາຫານ ຄົວລາວ (Kualao Restaurant) ມອບຄວາມປະທັບໃຈເປັນພິເສດ ສຳລັບແຂກຕ່າງປະເທດທີ່ຍັງບໍ່ເຄີຍມາຢ້ຽມຢາມລາວມາກ່ອນ ແລະ ຢາກສຳຜັດກັບວັດທະນະທຳໃນຊ່ວງເວລາທີ່ຢູ່ໃນຕົວເມືອງ ເຊິ່ງຮ້ານອາຫານແຫ່ງນີ້ ເສີບອາຫານລາວແບບດັ້ງເດີມໃນຄຳຫລິງອັນສະຫງ່າງາມສະໄຕລ໌ໂຄໂລນຽນ ໂດຍຄ່ຳຄືນທີ່ຄົວລາວ ຍັງລວມມີການສະແດງຟ້ອນລຳ ແລະ ດົນຕີພື້ນເມືອງຈາກກອງລະຄອນແຫ່ງຊາດ. ອີກໜຶ່ງສະຖານທີ່ທີ່ມີຊີວິດຊີວາຄື Sticky Fingers ຮ້ານອາຫານ ແລະ ບາ ທີ່ມີເຈົ້າຂອງເປັນຊາວອົດສະຕຣາລີ ເຊິ່ງມີເມນູອາຫານຕາເວັນຕົກແບບຫຼາກຫຼາຍ ລວມເຖິງເມນູຄັອກເທລ ແລະ ເບຍມາກມາຍ ໂດຍທ່ານສາມາດລອງ ຕົ້ມຍຳ ມາດຕິນີ (Tom Yum Martini) ເພື່ອລິ້ມລອງລົດຊາດທີ່ແປກໃໝ່ ແລະ ທີ່ນີ້ຍັງເປັນສະຖານທີ່ທີ່ດີໃນການພົບປະກັບຊາວຕ່າງຊາດ ທີ່ອາໄສຢູ່ໃນວຽງຈັນ ເຊິ່ງມັກຈະມາຮ່ວມຕົວຜ່ອນຄາຍໃນຊ່ວງ Happy Hour ວັນພຸດ ແລະ ວັນສຸກ. ເພື່ອໃຫ້ແຂກຂອງທ່ານໄດ້ສຳຜັດກັບວິຖີຊີວິດທ້ອງຖິ່ນທີ່ມີສີສັນ, ທ່ານສາມາດພາພວກເຂົາມາທີ່ Lao Bowling Center ເຊິ່ງທີ່ລານໂບລິງແຫ່ງນີ້ ທ່ານຈະໄດ້ພົບກັບບັນຍາກາດການໂຍນໂບລິງແບບຕີນເປົ່າ, ມີບາເຄື່ອງດື່ມແບບເຕັມຮູບແບບ, ດົນຕີສຽງດັງ ແລະ ຜູ້ຄົນທີ່ໜາແໜ້ນຫຼັງຈາກເວລາ 22:00 ໂມງ ເຊິ່ງຄົນທ້ອງຖິ່ນມີຄວາມອົບອຸ່ນ ແລະ ເປັນກັນເອງ ເຮັດໃຫ້ເປັນສະຖານທີ່ທີ່ສົມບູນແບບໃນການຜ່ອນຄາຍ ຫຼັງຈາກມື້ຂອງການປະຊຸມທາງທຸລະກິດອັນເຄັ່ງຂຶມ, ພຽງແຕ່ຜ່ອນເນັກໄທຂອງທ່ານອອກ ແລ້ວສະໜຸກສະໜານໃຫ້ເຕັມທີ່.

ເອກ ເລຟານ ໂລນຈ໌ (The Elephant Lounge)

ຫາກສະຖານທີ່ທ່ອງທ່ຽວຍາມຄ່ຳຄືນເຫຼົ່ານີ້ ຍັງບໍ່ແມ່ນສິ່ງທີ່ທ່ານຊອກຫາ, ທ່ານອາດຈະພິຈາລະນາພາລູກຄ້າ ແລະ ເພື່ອນຮ່ວມງານຄົນສຳຄັນຂອງທ່ານ ໄປສຳຜັດກັບບັນຍາກາດອັນອົບອຸ່ນຂອງ ເອກ ເລຟານ ໂລນຈ໌ ເພື່ອດື່ມສັງສັນຫຼັງຈົບງານ. ທີ່ນີ້ເປັນສະຖານທີ່ນັດພົບອັນສະຫງ່າງາມ ແລະ ມີຊື່ສຽງສຳລັບບຸກຄົນລະດັບສູງໃນຕົວເມືອງ ເປັນສະຖານທີ່ທີ່ເໝາະສົມໃນການພົບປະສັງສັນ ໂດຍໂລນຈ໌ແຫ່ງນີ້ມີຊື່ສຽງໃນເລື່ອງຂອງວິດສະກີສູດພິເສດ ລວມເຖິງເມນູຄັອກເທລ ແລະ ເຄື່ອງດື່ມຫຼາກຫຼາຍຊະນິດ ແລະ ຫາກກຸ່ມຂອງທ່ານຮູ້ສຶກຫິວ ທີ່ນີ້ກໍມີບໍລິການອາຫານວ່າງທີ່ແຊບນົວຫຼາກຫຼາຍຮູບແບບ. ໂໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ໄດ້ຮັບການຍອມຮັບວ່າເປັນໂຮງແຮມສຳລັບທຸລະກິດທີ່ດີທີ່ສຸດໃນວຽງຈັນ ຍ້ອນເຮັດເລທີ່ຕັ້ງອັນສະດວກສະບາຍ, ສະຖານທີ່ຈັດງານທີ່ກວ້າງຂວາງ, ການຈັດລ້ຽງອາຫານທີ່ດີເລີດ ແລະ ທີມງານບໍລິການຈັດງານແບບມືອາຊີບ ມັນຈຶ່ງເປັນທາງເລືອກທີ່ດີທີ່ສຸດສຳລັບໂຮງແຮມທຸລະກິດໃນວຽງຈັນ ມາຮ່ວມສຳຜັດກັບຄວາມງ່າຍດາຍໃນການເປັນເຈົ້າພາບຈັດງານປະຊຸມຄັ້ງຕໍ່ໄປຂອງທ່ານ ທີ່ໂຮງແຮມ ຄຣาว ພລາຊ່າ ວຽງຈັນ.