Crowne Plaza Vientiane
ເນລະມິດງານວິວາໃນຝັນໃຫ້ກາຍເປັນຈິງທີ່ໂຮງແຮມ ຄຣາວພລາຊ່າ ວຽງຈັນ
ງານວິວາທີ່ໂຮງແຮມ ຄຣາວພລາຊ່າ ວຽງຈັນ
ສຳພັດຄວາມເປັນເລີດໄດ້ທີ່ ຄຣາວພລາຊ່າ ວຽງຈັນ. ດ້ວຍຫ້ອງຈັດລ້ຽງທີ່ມີຄວາມຫຼູຫຼາ ສະຫງ່າງາມ ໂດຍຖືກອອກແບບມາເປັນພິເສດໃຫ້ມີຄວາມລົງຕົວ ແລະ ເໝາະສົມຢ່າງທີ່ສຸດ ເພື່ອເນລະມິດງານໃນຈິນຕະນາການຂອງທ່ານໃຫ້ກາຍເປັນຈິງ.
ຫ້ອງຈັດລ້ຽງ ຄຣາວພລາຊ່າ ວຽງຈັນ ສາມາດຮອງຮັບ ແລະ ອຳນວຍຄວາມສະດວກໃຫ້ແກ່ບັນດາແຂກ ໄດ້ເຖິງ 600 ທ່ານ. ນອກຈາກນີ້ ບັນດາແຂກຈະໄດ້ມ່ວນຊື່ນກັບສຽງເພງທີ່ຄອຍບັນເລງ ຂັບກ່ອມ ດ້ວຍຊຸດລະບົບເຄື່ອງສຽງທີ່ທັນສະໄໝທີ່ທາງເຮົາໄດ້ຈັດກຽມໄວ້ໃຫ້ອີກດ້ວຍ.
ທີ່ຄຣາວພລາຊ່າວຽງຈັນ, ພວກເຮົາໄດ້ພັດທະນາ ແລະ ອອກແບບຮູບແບບໃນການຈັດງານທີ່ແຕກຕ່າງກັນອອກໄປ ເພື່ອຕອບສະໜອງທຸກໆລົດສະນິຍົມຂອງທຸກໆທ່ານ. ເພາະເຮົາເຂົ້າໃຈວ່າການແຕ່ງງານເປັນສິ່ງໜື່ງທີ່ມີຄວາມໝາຍຄວາມສຳຄັນທີ່ສຸດໃນຊິວິດ ແລະ ພວກເຮົາມີຄວາມພ້ອມຈິດພ້ອມໃຈທີ່ສ້າງສັນງານວິວາທີ່ເປັນເລີດໃຫ້ແກ່ທ່ານ.
ດ້ວຍທີມງານທີ່ມີປະສົບການ ພວກເຮົາຈະເບິງແຍ່ງຄວາມຕ້ອງການຂອງທ່ານຢ່າງໃກ້ຊິດ, ຊ່ວຍອຳນວຍຄວາມສະດວກທຸກຢ່າງ ແລະ ຈະຕິິດຕາມທຸກໆລາຍລະອຽດຂັ້ນຕອນ ຈົນກວ່າຈະໝັ້ນໃຈວ່າທຸກສິ່ງທຸກຢ່າງເປັນໄປຕາມທີ່ທ່ານຕ້ອງການ ເພື່ອໃຫ້ງານວິວາໃນຝັນຂອງທ່ານກາຍເປັນຈິງ ແລະ ສົມບູນແບບທີ່ສຸດ.
ຕິດຕໍ່ ພະແນກຈັດງານລ້ຽງ
ຈົ່ງວາງໃຈໃຫ້ທີມງານມືອາຊີບຂອງເຮົາ ໄດ້ເນລະມິດວັນພິເສດຂອງທ່ານໃຫ້ເປັນດັ່ງໃຈຝັນ.
|
|
ເລີ່ມຕົວຈິງ!
ນັດມື້ເຂົ້າຊົມໂຊວ໌ຣູມງານແຕ່ງຂອງພວກເຮົາເພື່ອຮັບຄຳແນະຟຣີ
|
|
ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ເບີ: +85621908888 ຫຼື ອີເມລ: Vientiane.crownemeeting@ihg.com