Crowne Plaza Vientiane

Tips To Plan A Meeting Or Event That Will Impress Your Boss!

ເຄັດລັບໃນການວາງແຜນກອງປະຊຸມ ຫຼື ງານຈັດລ້ຽງທີ່ຈະສ້າງຄວາມປະທັບໃຈໃຫ້ກັບຫົວໜ້າຂອງທ່ານ

ເອົາໃຈຫົວໜ້າຂອງທ່ານດ້ວຍ ການຈັດງານປະຊຸມທີ່ມີຄຸນນະພາບ ເພື່ອສະແດງໃຫ້ເຫັນເຖິງສັກກະຍະພາບ ແລະ ຄວາມເອົາໃຈໃສ່ຕໍ່ໜ້າທີ່ຂອງທ່ານ ທີ່ຈະນຳທ່ານໄປສູ່ຄວາມກ້າວໜ້າໃນອານາຄົດ. ເພື່ອສ້າງຄວາມປະທັບໃຈໃຫ້ແກ່ຫົວໜ້າຂອງທ່ານ ພວກເຮົາຈຶ່ງນຳເອົາ 5 ເຄັດລັບໄພ້ຕາຍ ໃນການຈັດກອງປະຊຸມທີ່ມີຄວາມສຳເລັດ

 

 

  

ກຽມການກ່ອນລ່ວງໜ້າ

ດັ່ງທີ່ຮູ້ກັນດີ ການທີ່ລົງມືໃນນາທີສຸດທ້າຍການງານເລີ່ມແມ່ນເປັນຫຍັງທີ່ບໍ່ມີຄວາມເປັນມືອາຊີບ ແລະ ມີຂໍ້ຜິດພາດຫຼາຍທີ່ສຸດ. ຫານທ່ານຄິດຈະລິເລີ່ມລົງມືແລ້ວນັ້ນ ແມ່ນຄວນມີການວາງແຜນ ຫຼື ກຽມການກ່ອນລ່ວງໜ້າ, ເຊິ່ງທ່ານຈະສາມາດມີເວລາເອົາໃຈໃສ່ໃນລາຍລະອຽດໄດ້ດີກວ່າ. ບາງງານແມ່ນຕ້ອງໄດ້ໃຊ້ເວລາວາງແຜນເຖິງ 6 ເດືອນ ຫານເປັນງານທີ່ໃຫຍ່ ຫຼືບາງງານກໍໃຊ້ເວລາເປັນ 1-2 ອາທິດຕາມຄວາມເໝາະສົມ. ທັງນີ້ ກໍເພື່ອຫຼີກລ້ຽງຂໍ້ຜິດພາດ ແລະ ປັນຫາຕ່າງໆ. ການວາງແຜນແມ່ນຕ້ອງມີການແບ່ງວຽງກັນລະຫວ່າງທີມງານ ແລະ ຕ້ອງມີໂຄງຮ່າງແຜນງານຢ່າງລະອຽດ. 

 

 

 
 

ເລືອກລັກສະນະພື້ນທີ່ໃຫ້ເຂົ້າກັບງານຂອງທ່ານ

ການເລືອກພື້ນທີ່ທີ່ເໝາະສົມກໍມີຄວາມສຳຄັນຫຼາຍເຊັ່ນກັນ ທີ່ຈະເຮັດໃຫ້ງານຂອງທ່ານອອກມາສົມບູນແບບ. ຕາມມາດຕະຖານ, ການເລືອກສະຖານໃນການຈັດງານທີ່ທີ່ກວ້າງຂວາງ ແລະ ສາມາດປັບແກ້ໄດ້ຕາມຄວາມຕ້ອງການຖືກຕ້ອງທີ່ສຸດ. ຍົກຕົວຢ່າງເຊັ່ນ ຫ້ອງ ບໍໂຣມ ລ້ານຊ້າງ 1 , 2, 3 ຂອງ ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ທີ່ສາມາດຮອງຮັບແຂກສູງສຸດເຖິງ 1,012 ທ່ານ. ອີກສິ່ງໜຶ່ງທີ່ຂາດບໍ່ໄດ້ສຳລັບງານປະຊຸມທີ່ດີເລີດ, ນັ້ນກໍຄືບ່ອນຈອດລົດທີ່ກວ້າງຂວາງ ແລະ ບໍ່ແອອັດ. ແລະທີ່ໂຮງແຮມຄຣາວ ພລາຊ່າ ກໍທີບ່ອນຈອດລົດທີ່ສາມາດຮອງຮັບລົດໄດ້ເຖິງ 200 ກວ່າຄັນ ແລະ ຍັງໃກ້ກັບບໍລິເວນລິບ ທີ່ ເຊື່ອມຂຶ້ນໄປຫາງານໂດຍກົງໄດ້.

 

  

ຈັດຕັ້ງທີງານທີ່ມີຄວາມຊຳນານການກ້ານກອງປະຊຸມ

ການມີທີມງານທີມງານທີ່ມີຄວາມຊຳນານ ແມ່ນຖືເປັນທາງເລືອກທີ່ດີ. ຄວນມີການແຈກຢາຍໜ້າວຽກ ແລະ ແບ່ງປັນໜ້າທີ່ຮັບຜິດຊອບພາຍໃນທີມຢ່າງຊັດເຈນ. ເຊັ່ນກັນກັບ ຮງແຮມ ຄຣາວ ພລາຊ່າ ວຽງຈັນ ທີ່ມີຜູ້ອຳນວຍການຝ່າຍຈັດກອງປະຊຸມ ທີ່ເຮັດໜ້າທີ່ເປັນສື່ກາງລະຫວ່າງທີມງານ ແລະ ແຂກຜູ້ມາຈັດງານ ເພື່ອຄວາມສະດອກ ແລະ ວ່ອງໄວໃນການດຳເນີນງານ. ນອກນີ້ ທີມງານຈັດງານປະຊຸມຄວນມີຄວາມກະຕືລືລົ້ນ ແລະ ຕອບຮັບລູກຄ້າໃນເວລາອັນສັ້ນ ຄືກັບທີມງານຂອງ ຄຣາວ ພລາຊ່າ ທີ່ ສາມາດຕອບສະໜອງລູກຄ້າໄດ້ພາຍໃນ 2 ຊົ່ວໂມງ. ສິ່ງເຫຼົ່ານີ້ຈະຊ່ວຍປະຢັດເວລາອັນມີຄ່າຂອງທ່ານໃນການມອບໝາຍຕໍ່ບັນຫາທີ່ເລັ່ງດ່ວນອື່ນໆ.

 

 


  

ຄວນວາງແຜນການຈັດລ້ຽງໄປພ້ອມກັນ

ກິດຈະກຳການຈັດລ້ຽງອາດຈະຖືກມອງຂ້າມໃນບາງເທື່ອ ແລະ ຄິດວ່າເປັນສິ່ງທີ່ບໍ່ສຳຄັນ. ເຖິງຢ່າງໃດກໍຕາມ, ນັກຈັດງານປະຊຸມລະດັບມືອາຊີບມັກຈະຄຳນຶງເຖິງຖານຈັດລ້ຽງຢ່າງພິຖີພິຖັນຢູ່ສະເໝີ ເພື່ອຕອບສະໜອງຄວາມເພິ່ງພໍໃຈຂອງແຂກພາຍໃນງານ. ມັນເປັນສິ່ງທີ່ຈຳເປັນຫຼາຍທີ່ຕ້ອງວາງແຜນເລື່ອງອາຫານການກິນພາຍໃນງານ ເຊັ່ນ ອາຫານຊະນິດໃດຄວນເສີບໃນງານນີ້ ຫຼື ເຄື່ອງດື່ມຊະນິດໃດຄວນໃຊ້ໃນງານນັ້ນ. ນອນຈາກຊະນິດຂອງອາຫານແລ້ວ, ສິ່ງທີ່ຄວນເລັງໃສ່ອີກອັນໜຶ່ງຄື ດ້ານຄຸນນະພາບຂອງອາຫານ ທີ່ສະແດງເຖິງຄວາມເອົາໃຈໃສ່ໃນລາຍລະອຽດ ແລະ ຕໍ່ໜ້າທີ່ຮັບຜິດຊອບຂອງທ່ານ. ເຊັ່ນດຽວກັນກັບ ຄຣາວ ພລາຊ່າ ທີ່ທີງາຍຝ່າຍຈັດງານປະຊຸມຂອງພວກເຮົາທີ່ຈະຈົນລາຍລະອຽດອາຫານທີ່ລູກຄ້າສະໄວ້ຢ່າງລະອຽດ ຈົນທ່ານສາມາດໝັ້ນໃຈໄດ້ເລີຍວ່າອາຫານທີ່ເສີບມານັ້ນມີຄຸນນະພາບດີ ແລະ ສົດໃໝ່ໜ້າຮັບປະທານຢ່າງແນ່ນອນ.  

 

 


 

ໂອ້ລົມກັນພາຍໃນທີມກ່ອນງານຈິງເລີ້ມ

ຫາກຖ່າຍກຳລັງດຳເນີນການກະກຽມກອງປະຊຸມຂະໜາດໃຫຍ່ທີ່ມີເວລາ 48 ຫາ 24 ຊົາວໂມງກ່ອນງານຕົວຈິງຈະເລີ້ມ, ການໂອ້ລົມກັນພາຍໃນທີມກ່ອນງານເລີ້ມ ແມ່ນຖືເປັນແນວຄິດທີ່ດີ ເຊິ່ງຈະຊ່ວຍຫຼຸດຜ່ອນຄວາມຄວາມກົດດັນທີ່ອາດເກີດຂຶ້ນໃນລະຫວ່າງການດຳເນີນກອງປະຊຸມເພື່ອການເຮັດວຽກທີ່ມີປະສິດທິພາບບວກກັບຄວາມໝັ້ນໃຈ. ແນ່ນອນທາງທີມງານຂອງ ຄຣາວ ພລາຊ່າ ເອງກໍໄດ້ໃຊ້ວິທີດັ່ງກ່າວເຊັ່ນກັນ ເພື່ອໃຫ້ທີມງານຂອງພວກເຮົາມີຄວາມໝັ້ນໃຈໃນການເຮັດເຮັດວຽກ ແລະ ບໍລິການທ່ານດ້ວຍຄວາມຄ່ອງແຄ້ວວ່ອງໄວ.

|

ຮຽນຮູ້ເພີ່ມເຕີມ

 

ຂໍ້ສະເຫນີຫ້ອງພັກຫຼ້າສຸດ

Special Room Offer

Jetsetter Package

Special Room Offer

Leisure Escape

Special Room Offer

Dinner, Bed and Breakfast