Crowne Plaza Vientiane

ວັດອົງຕື້

ສະຖານທີ່ປະດິດສະຖານພະພຸດທະຮູບທີ່ໃຫຍ່ທີ່ສຸດໃນນະຄອນຫຼວງວຽງຈັນ

ສ້າງຂຶ້ນໃນຕົ້ນສະຕະວັດທີ 16 ໂດຍ ເຈົ້າໄຊເສດຖາທິຣາດ ວັດອົງຕື້ຕັ້ງຊື່ຕາມ ອົງພະພຸດທະຮູບທອງສໍາລິດຂະໜາດໃຫຍ່ທີ່ໄດ້ຮັບການປະດິດສະຖານໄວ້ໃນອຸໂບສົດຂອງວັດ – ເປັນພະພຸດທະຮູບທີ່ມີຂະໜາດໃຫຍ່ທີ່ສຸດໃນນະຄອນຫຼວງວຽງຈັນ.

ວັດອົງຕື້ໄດ້ຖືກທໍາລາຍໃນລະຫວ່າງສົງຄາມຕໍ່ຕ້ານສະຫຍາມ ແລະ ໄດ້ຖືກສ້າງຂຶ້ນຄືນໃໝ່ໃນສະຕະວັດທີ 19 ແລະ ທີ 20. ປັດຈຸບັນ ວັດແຫ່ງນີ້ໄດ້ກາຍເປັນສູນກາງການສຶກສາທາງດ້ານພຸດທະສາດສະໜາໃນລາວ ແລະ ເປັນທີ່ພຳນັກຂອງ ສົມເດັດພະສັງຄະຣາດ ຜູ້ນໍາທາງສາສະໜາທີ່ອາວຸໂສທີ່ສຸດຂອງປະເທດ.