Crowne Plaza Vientiane

ວັດມີໄຊ

ເປັນວັດຂະໜາດນ້ອຍ ແລະ ມີສີສັນ ພ້ອມກັບບັນຍາກາດທີ່ງຽບສະຫງົບ

ວັດມີໄຊອາດຈະມີຂະໜາດນ້ອຍກວ່າວັດອື່ນໆເລັກໜ້ອຍ ຕັ້ງຢູ່ໃນບໍລິເວນອ້ອມຮອບ ແຕ່ການຕົບແຕ່ງຂອງວັດທັງການປະດັບປະດາ ຫຼື ການອອກແບບ ແມ່ນມີຄວາມວິຈິດບັນຈົງ.

ດ້ານໜ້າທີ່ມີສີສັນຂອງໂຕອາຄານເຮັດໃຫ້ວັດແຫ່ງນີ້ ພົບເຫັນໄດ້ງ່າຍ ແລະ ນອກຈາກນີ້ເມື່ອເຂົ້າໄປດ້ານໃນ ກໍ່ຄວນໃຊ້ເວລາໃຫ້ຄຸ້ມຄ່າໃນການຊື່ນຊົມພາບຈິດຕະກໍາຝາຜະໜັງທີ່ປານີດສວຍງາມຂອງວັດ ເຊິ່ງສື່ໃຫ້ເຫັນເຖິງພະທໍາຄໍາສອນຂອງພະພຸດທະເຈົ້າ.

ເຊັ່ນດຽວກັນກັບວັດທີ່ມີຂະໜາດນ້ອຍອື່ນໆໃນເມືອງຫຼວງແຫ່ງນີ້ ບາງທີສິ່ງທີ່ໜ້າສົນໃຈທີ່ສຸດຂອງວັດມີໄຊ ອາດຈະແມ່ນເລື່ອງບັນຍາກາດ – ລານທີ່ຮົ່ມເຢັນຂອງວັດເປັນສະຖານທີ່ໆເໝາະສົມສໍາລັບການຫຼົບແດດ ແລະ ສໍາຜັດກັບວິຖີຊີວິດຂອງຄົນທ້ອງຖິ່ນ ຫຼື ສົນທະນາກັບພະສົງທີ່ມີອັດທະຍາໃສໄມຕີ ກ່ຽວກັບລາຍລະອຽດຂອງຄວາມສັດທາໃນພຸດທະສາສະໜາ.