Crowne Plaza Vientiane

ຍ່າງຫຼີ້ນລຽບຕາມແຄມແມ່ນໍ້າຂອງ

ໃຊ້ເວລາຍ່າງຫຼິ້ນເພື່ອຜ່ອນຄາຍ ໂດຍການເລາະລຽບຕາມແຄມຝັ່ງແມ່ນໍ້າຂອງ ເຊິ່ງເປັນແມ່ນໍ້າທີ່ຍິ່ງໃຫຍ່ທີ່ສຸດຂອງອາຊີຕາເວັນອອກສ່ຽງໃຕ້.

ເມື່ອອາທິດອັດສະດົງ ທ້ອງຟ້າຈະປ່ຽນເປັນສີບົວ ປະສົມກັບສີຟ້າທີ່ສົດໃສ ເຮັດໃຫ້ແມ່ນໍ້າຂອງມີຊີວິດຊີວາ ເຕັມໄປດ້ວຍກິດຈະກໍາຕ່າງໆທີ່ຄົນໃນທ້ອງຖິ່ນທຸກເພດທຸກໄວ ມາຊຸມນຸມກັນຢູ່ຕາມແຄມຝັ່ງຂອງແມ່ນໍ້າ.

ການຍ່າງເລາະລຽບຕາມແຄມຝັ່ງແມ່ນໍ້າຂອງ ຖືເປັນວິທີທີ່ດີທີ່ສຸດ ເພື່ອສໍາຜັດກັບວັດທະນະທໍາທີ່ເປັນກັນເອງຂອງເມືອງຫຼວງແຫ່ງນີ້. ທ່ານຈະພົບເຫັນບັນດາຄອບຄົວມາຮ່ວມຮັບປະທານອາຫານແລງນໍາກັນຢູ່ແຄມຝັ່ງແມ່ນໍ້າ, ບັນດາຄູ່ໜຸ່ມ-ສາວນັດພົບກັນພາຍໃຕ້ບັນຍາກາດທີ່ງຽບສະຫງົບ ແລະ ບັນດາພະນັກງານຫ້ອງການມານັ່ງຈິບເບຍລາວໃນຂະນະທີ່ຫຼຽວເບິ່ງຊາວປະມົງຄວ່າງແຫ-ລົງມອງໃນນໍ້າທີ່ມີສີຂຸ່ນຂອງແມ່ນໍ້າຂອງ.

ເສັ້ນທາງສຳລັບການຍ່າງຫຼີ້ນດ້ານທິດຕາເວັນຕົກນັ້ນ ແມ່ນຢູ່ບໍ່ໄກຈາກ ໂຮງແຮມຄຣາວພລາຊ່າ ວຽງຈັນ ເສັ້ນທາງດັ່ງກ່າວນີ້ມີຮ້ານອາຫານຂະໜາດນ້ອຍ ແລະ ບາຣ໌ຕ່າງໆລຽງລາຍໄປຕາມທາງ ທ່ານສາມາດເຕີມພະລັງໄດ້ຢ່າງສະດວກສະບາຍໃນຂະນະທີ່ຍ່າງຊົມທິວທັດທີ່ສວຍງາມຂອງແມ່ນໍ້າແຫ່ງນີ້.