The Sparkling Suite Celebration
ມາດຕະຖານໃໝ່ແຫ່ງການພັກຜ່ອນຢ່າງມີລະດັບ
ສຳຜັດກັບມາດຕະຖານໃໝ່ແຫ່ງການພັກຜ່ອນອັນແສນພິເສດ ໃຈກາງນະຄອນຫຼວງວຽງຈັນ. ອອກແບບມາເພື່ອຕອບໂຈດນັກເດີນທາງຍຸກໃໝ່ ທີ່ຊອກຫາທັງຄວາມທັນສະໄໝ ແລະ ຄວາມສະດວກສະບາຍ, ແພັກເກດນີ້ພ້ອມມອບການປະສົມປະສານທີ່ລົງຕົວ ລະຫວ່າງຄວາມຜ່ອນຄາຍ ແລະ ການບໍລິການອັນດີເລີດ.
ບໍ່ວ່າທ່ານຈະສະຫຼອງຊ່ວງເວລາອັນສຳຄັນ ຫຼື ພຽງແຕ່ຊອກຫາສະຖານທີ່ພັກຜ່ອນໃນເມືອງ, ມາຮ່ວມສຳຜັດກັບບັນຍາກາດທີ່ເຕັມໄປດ້ວຍຄວາມສະຫງ່າງາມ ແລະ ເພີ່ມຄວາມມີຊີວິດຊີວາໃຫ້ກັບວັນພັກຂອງທ່ານຢ່າງເຕັມທີ່.
ຂໍ້ສະເໜີສຸດພິເສດ:
ຫ້ອງພັກອັນແສນສະດວກສະບາຍໃນຫ້ອງ Executive Suite
ອາຫານເຊົ້າປະຈຳວັນ: ສາມາດເລືອກຮັບປະທານໄດ້ພາຍໃນຫ້ອງພັກສ່ວນຕົວ ຫຼື ທີ່ຮ້ານອາຫານ Mosaic
ຮັບຟຣີ ສະປາກກິ້ງວາຍ (Sparkling Wine) ແຊ່ເຢັນ 1 ຂວດ + ພ້ອມເລືອກຮັບ Charcuterie (ໂຄຄັດ) ຫຼື ຊີດແພລດເຕີ (Cheese Platter) 1 ຊຸດ ເມື່ອເດີນທາງມາເຖິງ
ສິດທິພິເສດ ເຊັກເອົາທ້າຍໄດ້ຈົນເຖິງເວລາ 14:00 ໂມງ (ຂຶ້ນກັບຈຳນວນຫ້ອງຫວ່າງ)
ລາຄາ ແລະ ໄລຍະເວລາ:
ຫ້ອງ Executive Suite ລາຄາ USD 199 ສຸດທິ ຕໍ່ຄືນ
ໄລຍະເວລາຈອງ ແລະ ເຂົ້າພັກ: ຕັ້ງແຕ່ມື້ນີ້ – 30 ກັນຍາ 2026
ຂໍ້ກຳນົດ ແລະ ເງື່ອນໄຂ:
ລາຄາແພັກເກດແມ່ນອີງໃສ່ການເຂົ້າພັກແບບຄູ່ (ຜູ້ໃຫຍ່ 2 ທ່ານ). ອາດມີຄ່າທໍານຽມເພີ່ມເຕີມສໍາລັບຜູ້ເຂົ້າພັກເສີມ.
ການຈອງນີ້ແມ່ນບໍ່ສາມາດຂໍຄືນເງິນໄດ້. ໃນກໍລະນีທີ່ມີການຍົກເລີກ, ການບໍ່ເຂົ້າພັກ (No-show), ຫຼື ການເຊັກເອົາກ່ອນກຳນົດ, ຈະຖືກຄິດຄ່າບໍລິການເຕັມຈໍານວນຂອງໄລຍะເວລາເຂົ້າພັກທັງໝົດ ແລະ ບໍ່ສາມາດໂອນສິດໃຫ້ຜູ້ອື່ນໄດ້.
ຂໍ້ສະເໜີນີ້ ບໍ່ສາມາດໃຊ້ຮ່ວມກັບໂປຣໂມຊັນ ຫຼື ສ່ວນຫຼຸດອື່ນໆ ໄດ້.
ໄລຍະເວລາການຈອງ ແລະ ເຂົ້າພັກ.
ຈຳກັດຂອງແຖມຟຣີ (Complimentary items) ໜຶ່ງ (1) ຊຸດ ຕໍ່ການເຂົ້າພັກເທົ່ານັ້ນ.
ການຈອງຫຼາຍຄັ້ງຕິດຕໍ່ກັນ (ເຊັ່ນ: การຈອງແຍກເທື່ອລະຄືນຕໍ່ກັນ) ຈະບໍ່ມີສິດໄດ້ຮັບຂອງແຖມຟຣີຫຼາຍຊຸດ.
ຫຼີກໜີຈາກຄວາມວຸ່ນວາຍ ແລ້ວມາຜ່ອນຄາຍຢ່າງມີລະດັບ. ຈອງຫ້ອງພັກເພື່ອການພັກຜ່ອນສຸດພຣີມ່ຽມຂອງທ່ານໄດ້ແລ້ວມື້ນີ້!
ສອບຖາມຂໍ້ມູນເພີ່ມເຕີມ:
ອີເມວ: Vientiane.Reservation@ihg.com
ໂທ: +856 21 908 888