Crowne Plaza Vientiane

ວັດຊຽງເງິນ

ວັດທີ່ຖືກເບິ່ງຂ້າມ ປັດສະຈາກນັກທ່ອງທ່ຽວ.

ບາງທີອາດຈະເປັນຍ້ອນວັດແຫ່ງນີ້ມີຄວາມໂດດເດັ່ນໜ້ອຍທີ່ສຸດຢູ່ໃນຕົວເມືອງວຽງຈັນ ຈຶ່ງເຮັດໃຫ້ວັດແຫ່ງນີ້ໄດ້ຮັບຄວາມສົນໃຈໜ້ອຍຈາກນັກທ່ອງທ່ຽວ. ແຕ່ບໍ່ໄດ້ໝາຍຄວາມວ່າວັດແຫ່ງນີ້ມີຄວາມໜ້າສົນໃຈໜ້ອຍລົງ.

ຕັ້ງຢູ່ກົງກັນຂ້າມກັບສວນເຈົ້າອານຸວົງ ແລະ ຮູບປັ້ນເຈົ້າອານຸວົງ ວັດຊຽງເງິນມັກຈະຖືກເບິ່ງຂ້າມຈາກນັກທ່ອງທ່ຽວສ່ວນໃຫຍ່ ທີ່ມັກຈະພາກັນແຫ່ແຫນໄປທ່ຽວຊົມວັດອື່ນທີ່ມີຊື່ສຽງກວ່າ. ນັ້ນໝາຍຄວາມວ່າ ນັກທ່ອງທ່ຽວສາມາດສໍາຜັດກັບກິດຈະວັດປະຈໍາວັນທີ່ແທ້ຈິງຂອງພະສົງໃນວັດແຫ່ງນີ້ໄດ້.

ເນື່ອງຈາກວັດແຫ່ງນີ້ມີຕົນໄມ້ໃຫ້ຮົ່ມໜ້ອຍກວ່າວັດອື່ນໆ ສະນັ້ນຊ່ວງເວລາທີ່ເໝາະສົມທີ່ສຸດໃນການເຂົ້າໄປຢ້ຽມຊົມ ແມ່ນໃນຕອນເຊົ້າ ແລະ ຕອນແລງ ເມື່ອມີແສງແດດເໝາະສົມສໍາລັບ ການຖ່າຍຮູບກັບຮູບປັ້ນພະຍານາກເກົ້າຫົວ, ຍອດແຫຼມສີທອງ ແລະ ສຸສານທີ່ປານີດງົດງາມຂອງວັດ.