Crowne Plaza Vientiane

The Major Festivals of Laos

The Major Festivals of Laos

ເທດສະການຕ່າງໆຢູ່ໃນບາວ

ລາວຖືເປັນດິນແດນທີ່ໜ້າຢູ່ ແລະ ງຽບສະຫງົບ ແຕ່ກໍມີຄວາມມ່ວນຊື່ນ ແລະ ຄຶກຄື້ນຫາກມີເທດສະການທີ່ສຳຄັນມາຮອດ. ໃນບັນດາປະເທດອາຊີຕາເວັນອອກສຽງໃຕ້ ມີປະເພນີ ແລະ ເທດສະການທີ່ປະສົມປະສານກັນຢ່າງຫຼວງຫຼາຍ ແຕ່ທຸກໆປະເທດກໍມີຄວາມພາກພູມໃຈທີ່ມີເອອກະລັກເປັນຂອງຕົນເອງ.

ຫຼາຍໆເທດສະການໃນລາວມັກຈະປະສົມປະສານກັບວິຖີກະເສດຕະກຳທີ່ລຽບງ່າຍ ແລະ ການອຸທິດຕົນໃຫ້ແກ່ສາດສະໜາ. ທ່ານຈະເຫັນວ່າທຸກເທດສະການແມ່ນມັກຈະກ້ຽວວົນກັບສິ່ງເຫຼົ່ານີ້ຢູ່ສະເໝີ.

ມາຮຽນຮູ້ຫົວໃຈແຫ່ງຄວາມເປັນລາວຜ່ານຜ່ານແຕ່ລະເທດສະການຢູ່ໃນລາວກັນເລີຍ.

ບຸນບັ້ງໄຟ

ລະດູຝົນຖືເປັນລະດູທີ່ມີຄວາມສຳຄັນທີ່ສຸດຕໍ່ກັບປະຊາຊົນລາວ ເພາະວ່າລະດູທີ່ມີອິດທິພົນໃນການເພາະປູກ ແລະ ເກັບກ່ຽວຫຼາຍ. ດັ່ງນັ້ນ ການເຮັດບຸນບັ້ງໄຟເພື່ອຂໍຝົນໃນໄລຍະປາຍລະດູແລ້ງ ຈຶ່ງມີຄວາມຈຳເປັນຫຼາຍຕໍ່ກັບຄວາມສັດທາຂອງພີ່ນ້ອງຄົນລາວ.

ໃນເທດສະການນີ້ຈະມີກາງສະແດງທີ່ຫຼາກຫຼາຍ ບໍ່ວ່າຈະເປັນ ການເຕັ້ນ, ຟ້ອນລຳ, ຮ້ອງເພງ ແລະ ດົນຕີຕ່າງໆ. ສິ່ງທີ່ໜ້າຕື່ນເຕັ້ນທີ່ສຸດໃນເທດສະການນີ້ ຈະເປັນຫຍັງໄປບໍ່ໄດ້ ນອກຈາກການແຂ່ງຂັນຍິງບັ້ງໄຟ ທີ່ຈະຈັດຂຶ້ນໃນມື້ວັນທີ 3 ຫຼັງເລີ່ມເທດສະການ.

ຜູ້ເຂົ້າແຂ່ງຂັນມັກຈະມາກັນເປັນທີມ ເພື່ອຊ່ວຍກັນສ້າງບັ໊ງໄຟໂດຍໃຊ້ໄມ້ໄຜ່ແບບດັ້ງເດີມ ທີ່ໄດ້ຮັບການຕົບແຕ່ງທີ່ປານີດ. ບັ້ງໄຟທັງໝົດຈະຖືກນຳມາວາງໄວ້ບ່ອນຈຸດປ່ອຍບັ້ງໄຟ. ບັ້ງໄຟທັງໝົດຈະຖືກປ່ອຍອອກຈາກສ່ວນກາງຂອງຈຸດ. ເຊິ່ງບັ້ງໄຟທີ່ຊະນະຈະຖືກຕັດສິນຈາກ 3 ຢ່າງຄື ບິນສູງ ສວຍງາມ ແລະ ທີມທີ່ດີເດັ່ນ.

ບັນຍາກາດຂອງງານແມ່ນເປັນໄປດ້ວຍຄວາມມ່ວນຊື່ນ ແລະ ຄຶກຄື້ນ ໃນຂະນະທີ່ທີມງານບັ້ງໄຟຕ່າງຕັ້ງໃຈເຮັດວຽງຍິງບັ້ງໄຟຂຶ້ນເທິງຟ້າເພື່ອໃຫ້ຜູ້ຊົມໄດ້ຕື່ນເຕັ້ນໄປກັບມັນ. ບຸນບັ້ງໄຟມັກຈະຈັດຂຶ້ນຢູ່ບໍລິເວນເຂດຊານເມືອງຂອງວຽງຈັນ ເຊິ່ງບ່ອນທີ່ເປັນທີ່ນິຍົມທີ່ສຸດນັ້ນແມ່ນ ນາຊອນ, ນາທາມ, ປາກຄະຍູງ, ແລະ ອື່ນໆ.

ບຸນປີໃໝ່ລາວ

ເທດສະການບຸນປີໃໝ່ລາວນີ້ ແມ່ນຈັດເປັນເທດສະການທີ່ສຸດຍອດທີ່ສຸດຂອງປະຊາຊົນລາວ ເຊິ່ງເລີ່ມແຕ່ວັນທີ 14 ຫາ 17 ເມສາ ຂອງທຸກໆປີ ທີ່ພາກັນລໍຄອຍຢ່າງໃຈຈົດໃຈຈໍ່. ເຊັ່ນດຽວກັບເທດສະການ ວັນສົງການ ຂອງປະເທດໄທ ທີ່ສະເຫຼີມສະຫຼອງກັນພາຍໃນ 3 ມື້ ທີ່ຜູ້ຄົນຫຼິ້ນນ້ຳກັນຢ່າງມ່ວນຊື່ນ.

ໃນມື້ທຳອິດຂອງເທດສະດານ, ຜູ້ຄົນສ່ວນຫຼາຍຈະພາກັນທຳຄວາມສະອາດ ມ້ຽນມັດສະສາງເຮືອນສານຂອງຕົນເອງຢ່າງພ້ອມພຽງ ເພື່ອສົ່ງທ້າຍປີເກົ່າ. ຕໍ່ວ່າວັນທີສອງຂອງເທດສະການ, ຜູ້ຄົນຕ່າງພາກັນເລີ່ມຕົ້ນວັນໃໝ່ໃນປີໃໝ່ຢ່າງເບີກບານ. ໃນຊ່ວງເທດສະການບຸນປີໃໝ່ນີ້ ທຸກສະຖານທີ່ໃນລາວລ້ວນແຕ່ພາກັນສະຫຼອງປີໃໝ່ກັນທົ່ວໜ້າ ໂດຍສະເພາະແມ່ນຕາມແຄມຖະໜົນຫົນທາງທີ່ຜູ້ຄົນມັກຈະໄປເຕົ້າໂຮມເພື່ອຄວາມມູນຊື່ນ ແລະ ນີ້ແມ່ນຖະໜົນທີ່ໜ້າສົນໃຈ ແລະ ເປັນທີ່ນິຍົມໃນຊ່ວງໄລຍະພິເສດນີ້ທີ່ສຸດ.

ບຸນທາດຫຼວງ

ພະທາດຫຼວງແມ່ນຖືເປັນປູສະນີຍະສະຖານທີ່ສຳຄັນທີ່ສຸດໃນວຽງຈັນເຊິ່ງຕັ້ງຢູ່ໃຈກາງເມືອງ. ເຈດີໃນພຸດທະສາດສະໜານີ້ເປັນໜຶ່ງສະຖານທີ່ທີ່ໃຫຍ່ທີ່ສຸດຂອງປະເທດລາວ ແລະ ໄດ້ຮັບການຍົກຍ້ອງໃຫ້ເປັນອານຸສາວະລີແຫ່ງຊາດ.

ເຊິ່ງປະຊາຊົນຊາວພຸດຢູ່ໃນລາວຕ່າງກໍ່ພາກັນສະຫຼອງເທດສະການດັ່ງກ່າວຢູ່ບໍລິເວນອ້ອມແອ້ມເຈດີສັກສິດນີ້ໃນທຸກໆເດືອນພະຈິກ. ເຊິ່ງໃນທຳອິດພະສົງສຳມະເນນ ແລະ ພໍ່ແມ່ປະຊາຊົນລາວທຸກໆໄດ້ພາກັນມາເພື່ອດຳເນີນພິທີໄຫວ້ເພື່ອເປີດປະຕູສູ່ບຸນນະມັດສະການພະທາດຫຼວງເປັນເວລາ 3 ວັນ.

ຜ່ານໄປໜຶ່ງອາທິດຫຼັງຈາກການດຳເນີນພິທີ 3 ວັນດັ່ງກ່າວ, ຈະເປັນການເລີ່ມສະເຫຼີມສະຫຼອງບຸນນະມັດສະການພະທາດຫຼວງຢ່າງແທ້ຈິງທ່າມກາງບັນຍາກາດສຽງເພງ ແລະ ດົນຕີໄປທົ່ວບໍລິເວນເດີ່ນທາດຫຼວງ ແລະ ຍັງມີການຈັດວາງສະແດງສິນຄ້າພິເສດຕ່າງໆໃນສ໌ໄຕລ໌ຕະຫຼາດນັດອີກດ້ວຍ. ໃນຕະຫຼອດໄລຍະຂອງເທດສະການ ທ່ານຈະໄດ້ເພີດເພີນໄປກັບຂະບວນແຫ່ຜາສາດເຜິ້ງ ແລະ ການແຂ່ງຂັນຕີຄີທີ່ພາດບໍ່ໄດ້.

ປະເພນີບຸນຊ່ວງເຮືອ

ເທດສະການນີ້ໄດ້ເລີ່ມຈັດຂຶ້ນຫຼັງຈາກງານອອກພັນສາ ທີ່ຖືເອົານະຄອນຫຼວງວຽງຈັນເປັນສູນກາງໃນການເລີ່ມເທດສະການບຸນຊ່ວງເຮືອ. ເຖິງວ່າສູນກາງຈະຈັດຂຶ້ນຢູ່ວຽງຈັນ ແຕ່ກໍຍັງເປັນທີ່ຕັ້ງຕາຄອຍຖເາກັນຢ່າງຕື່ນເຕັ້ນ ສຳລັບຄົນລາວທົ່ວປະເທດ.

ໃນລະຫວ່າງເທດສະການ, ໄດ້ເອົາຖະໜົນຟ້າງຸ່ມທີ່ນອນຢູ່ແນວລຽບຕາມແຄມຂອງໄດ້ກາຍເປັນຈຸດລວມຂອງການສະເຫຼີມສະຫຼອງງານດັ່ງກ່າວ ເພື່ອມາເຕົ້າໂຮມກັນຮັບຊົມການແຂງຂັນເຮືອຊ່ວງນັ້ນເອງ.

ຢ່າງໃດກໍ່ຕາມການແຂ່ງຂັນບຸນຊ່ວງເຮືອກໍຍັງໄດ້ຈັດຢູ່ໃນແຂວງອື່ນຂອງປະເທດລາວເຊັ່ນດຽວກັນ, ແຕ່ສ່ວນທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນນັ້ນແມ່ນເລີ່ມແຕ່ວັນທີ່ 25 ຕຸລາ.

ຜ່ານເທດສະການທີ່ກ່າວມານັ້ນ ເວົ້າລວມແລ້ວ ວັດທະນະທຳກໍຖືວ່າມີຄວາມຫຼາກຫຼາຍ ແລະ ມີເອກກະລັກທີ່ສວຍງາມ. ຂໍເຊີນທຸກທ່ານມາພັກທີ່ ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ເພື່ອສຳພັດກັບວັດທະນະທຳທີ່ຫຼາກຫຼາຍ ໄດ້ທີ່ນີ້ເທົ່ານັ້ນ.

ຂໍ້ສະເຫນີຫ້ອງພັກຫຼ້າສຸດ

Special Room Offer

Jetsetter Package

Special Room Offer

Leisure Escape

Special Room Offer

Dinner, Bed and Breakfast