Crowne Plaza Vientiane

ຫໍຄໍາ

ຊື່ນຊົມສະຖາປັດຕະຍະກໍາທີ່ໂດດເດັ່ນ ແຕ່ຊົມໄດ້ຈາກຖະໜົນເທົ່ານັ້ນ.

ໄດ້ຮັບການອອກແບບໃນເບື້ອງຕົ້ນໃນປີ 1973 ເພື່ອໃຊ້ເປັນທີ່ພຳນັກຂອງຄອບຄົວກະສັດລາວ ເມື່ອພັກຄອມມູນິດເຂົ້າຢຶດຄອງອາຄານແຫ່ງນີ້ເມື່ອປີ 1975 ຈຶ່ງເຮັດໃຫ້ການກໍ່ສ້າງລ່າຊ້າອອກໄປກວ່າໜຶ່ງທົດສະວັດ.

ໃນທີ່ສຸດ, ຫໍຄໍາກໍ່ໄດ້ມີການເປີດໃຊ້ໃນປີ 1986 ແຕ່ໃຊ້ເປັນສະຖານທີ່ທາງລັດຖະການຂອງລັດຖະບານເທົ່ານັ້ນ – ສ່ວນເຮືອນທີ່ແທ້ຈິງຂອງປະທານປະເທດ ແມ່ນຕັ້ງຢູ່ໃນເຂດຊານເມືອງຂອງນະຄອນຫຼວງວຽງຈັນ.

ຫໍຄໍາເປັນທີ່ຮູ້ຈັກເພາະເປັນສະຖາປັດຕະຍະກໍາທີ່ສະຫງ່າ ແລະ ງົດງາມ ແລະ ອ້ອມຮອບໄປດ້ວຍສວນທີ່ຕົບແຕ່ງຢ່າງສວຍງາມ. ເຖິງແມ່ນວ່າຫໍຄໍາຈະບໍ່ເປີດໃຫ້ປະຊາຊົນທົ່ວໄປເຂົ້າໄປທ່ຽວຊົມດ້ານໃນ ແຕ່ຍັງເໝາະສຳລັບການຖ່າຍຮູບຈາກດ້ານນອກ ຈາກຫໍຄໍາທ່ານຍັງສາມາດແນມເຫັນປະຕູໄຊ ຊຶ່ງຕັ້ງຢູ່ຝັ່ງຖະໜົນລ້ານຊ້າງໄດ້ຢ່າງຊັດເຈນອີກດ້ວຍ.