Crowne Plaza Vientiane

ຫໍວັດທະນະທໍາແຫ່ງຊາດ

ອີກໜຶ່ງຕົວຢ່າງທີ່ງົດງາມຂອງສະຖາປັດຕະຍະກໍາລາວສະໄໝໃໝ່ ຊຶ່ງຕ້ອນຮັບການຈັດງານສະແດງທີ່ຫຼາກຫຼາຍ ຈາກກຸ່ມງານສິນລະປະຈາກຕ່າງປະເທດ ແລະ ການຈັດສາຍຮູບເງົາໃນບາງໂອກາດ.

ອາຄານສີ່ຊັ້ນແຫ່ງນີ້ສ້າງເສັດສົມບູນໃນປີ 2000 ພື້ນທີ່ໂດຍຮອບຂອງອາຄານມີເສົາສູງຕັ້ງສູງເດັ່ນ ຕົບແຕ່ງດ້ວຍສີທອງທີ່ປານີດ ແລະ ປະຕູທາງເຂົ້າທີ່ເຮັດຈາກໄມ້ແກະສະລັກ.

ສ່ວນໃຫຍ່ແລ້ວ, ອາຄານແຫ່ງນີ້ຈະໃຊ້ສໍາລັບການຈັດສະແດງຮູບເງົາ, ການປະຊຸມທາງການເມືອງ, ງານວາງສະແດງ, ການຈັດຄອນເສີດ ແລະ ການຈັດງານຂອງພາກສ່ວນເອກະຊົນຕ່າງໆ. ໃນເວລາທີ່ບໍ່ມີການຈັດງານ, ຫໍດັ່ງກ່າວນີ້ຈະຖືກປິດໄວ້ – ແຕ່ສະຖາປັດຕະຍະກໍາທີ່ງົດງາມແຫ່ງນີ້ຍັງເປີດໂອກາດໃຫ້ສາມາດຖ່າຍຮູບນໍາໄດ້.