Crowne Plaza Vientiane

5 Things to know before travelling to Vientiane, Laos

5 ສິ່ງທີ່ທ່ານຄວນຮູ້ກ່ອນເດີນທາງມາຍັງວຽງຈັນ

5 ສິ່ງທີ່ທ່ານຄວນຮູ້ກ່ອນເດີນທາງມາຍັງວຽງຈັນ

ວຽງຈັນເປັນເມືອງທີ່ງຽບສະຫງົບ ເຊິ່ງເຕັມໄປດ້ວຍສະຖາປັດຕະຍະກຳຍຸກອານານິຄົມທີ່ສວຍງາມແລະຖະໜົນທີ່ປະດັບດ້ວຍຕົ້ນໄມ້ລຽງກັນຢ່າງເປັນແຖວ. ນະຄອນຫຼວງວຽງຈັນຕັ້ງຢູ່ລຽບແຄມແມ່ນ້ຳຂອງທີ່ເປັນຊາຍແດນກັບປະເທດໄທ. ແລະຄຣາວ ພລາຊ່າ ວຽງຈັນ ກໍຕັ້ງບໍ່ໄກຈາກສະຖານທູດໄທ ແລະ ເປັນໜຶ່ງໃນໂຮງແຮມຊັ້ນນຳທີ່ຕັ້ງຢູ່ໃຈກາງເມືອງ. ວຽງຈັນຖືເປັນເມືອງທີ່ມີຄວາມທັນສະໄໝທີ່ມີຕູ້ເອທີເອັມຄວບຄຸມທົ່ວເມືອງ ແລະ ສັນຍານອິນເຕີເນັດໄຮ້ສາຍຢູ່ທົ່ວເກືອບທຸກໂຮງແຮມ ແລະ ຮ້ານກາເຟ. ເມືອງນີ້ຍັງເປັນເມືອງທີ່ງຽບສະຫງົບ ແລະ ມີສະເໜ່ຢ່າງເປັນເອກະລັກຢ່າງຫາໃສບໍ່ໄດ້ໃນພາກພື້ນອາຊີຕາເວັນອອກສຽງໃຕ້. ຜູ້ຄົນໃນລາວນັ້ນອົບອຸ່ນ ມີໄມຕີຈິດ ເຊັ່ນດຽວກັນກັບຕົວເມືອງທີ່ມີສະຖານທີ່ທີ່ໜ້າສົນໃຈຫຼາຍແຫ່ງໃຫ້ນັກທ່ອງທ່ຽວໄດ້ຄົ້ນພົບໄປກັບເລື່ອງລາວ ແລະ ປະຫວັດຄວາມເປັນມາໄປພ້ອມໆກັນ.

ຢ້ຽມຊົມສະຖານທີ່ທ່ອງທ່ຽວພາຍໃນຕົວເມືອງ

ມີຫຼາຍສະຖານທີ່ທ່ອງທ່ຽວເພື່ອໄປຢ້ຽມຊົມອີກຫຼາຍຫຼາຍໃນວຽງຈັນ ແລະນີ້ກໍຄືສະຖານທີ່ທ່ອງທ່ຽວທີ່ບໍ່ຄວນພາດເດັດຂາດ. ໂດຍສະເພາະແມ່ນປະຕູໄຊທີ່ຖືກສ້າງຂຶ້ນກົງກັນຂ້າມກັບຫໍຄຳ ຫຼື ທຳນຽບລັດຖະບານນັ້ນເອງ. ທີ່ມີຄວາມໜ້າສົນໃຈດ້ວຍສວນອຸທິຍານທີ່ສວຍງາມ. ທ່ານສາມາດເຂົ້າຊົມປະຕູໄຊໄດ້ພຽງແຕ່ໄປຊື້ປີ້ເຂົ້າຊົມ ແລະ ເພີນເພີນໄປກັບມັນໄດ້ທັນທີ. ເຊິ່ງໃນສວນອຸດທິຍານຈະປະກອບມີພະພຸດທະຮູບຈຳນວນກວ່າ 200 ອົງ, ເຊິ່ງຫຼໍ່ດ້ວຍຄອນກີດນຳພາໂດຍ ຫຼວງພູບຸນລີໃນປີ 1958. ສ່ວນແຫ່ງນີ້ເປັນສວນທີ່ງຽບສະຫງົບສຳລັບຍ່າງຫຼິ້ນ ແລະ ເພີດເພີນໄປກັບການຖ່າຍພາບທີ່ມີເລື່ອງລາວເຫຼົ່ານີ້. ຕະຫຼາດກາງຄືນທີ່ທ່ານສາມາດມາລອງຊິມອາຫານແຄມທາງໄດ້ ແລະ ເລືອກຊື້ຂອງທີ່ລະລຶກຢ່າງເພີດເພີນອີກດ້ວຍ.  ເຊິ່ງທ່ານສາມາດມາສຳພັດບັນຍາກາດແບບນີ້ໄດ້ໃນເວລາຕອນແລງ ຈົນຮອດ 9.30 PM. ຫ້າມພາດສຳລັບຜູ້ທີ່ຢາກລອງອາຫານລາວ.

ວິຖີຊີວິດຂອງວຽງຈັນ

ຫນຶ່ງໃນສິ່ງທໍາອິດທີ່ທ່ານຈະສັງເກດເຫັນນັ້ນແມ່ນເມືອງທີ່ມີຄວາມລຽບງ່າຍຂອງການໃຊ້ຊີວິດ. ໃນຖານະເປັນນັກທ່ອງທ່ຽວ ທ່ານຄວນຈະກຽມພ້ອມສໍາລັບການປັບຕົວທ່ານເອງ ແລະ ໃຊ້ເວລາຮຽນຮູ້ໄປກັບມັນມັນ. ດ້ວຍວິຖີຊີວິດຂອງວຽງຈັນ ທ່ານຈະເພີດເພີນກັບຄວາມສະຫງົບທີ່ມາພ້ອມກັບຄວາມລຽບງ່າຍນີ້. ເຊິ່ງທ່ານຈະໄດ້ຮູ້ຈັກສະເໜ່ຂອງວຽງຈັນຫຼາຍຂຶ້ນ.

ຈອງໂຮງແຮມກ່ອນລ່ວງໜ້າໃນລະຫວ່າງເດືອນພະຈິກເຖິງເດືອນພຶດສະພາ

ໃນຂະນະທີ່ນັກທ່ອງທ່ຽວຫຼາຍໆຄົນໄດ້ຄົ້ນພົບບັນຍາກາດທີ່ຜ່ອນຄາຍ ແລະຄວາມງາມຂອງລາວ, ເດືອນທີ່ມີສະພາບອາກາດທີ່ສະດວກສະບາຍແມ່ນລະຫວ່າງເດືອນພະຈິກຫາເດືອນພຶດສະພາ ເຊິ່ງເປັນໄລຍະທີ່ນິຍົມທີ່ສຸດສຳລັບນັກທ່ອງທ່ຽວໃນເມືອງ. ທ່ານບໍ່ຄວນປ່ອຍໂອກາດແບບນີ້ໃຫ້ຫຼຸດມືໄປ ຮີບຈອງກ່ອງລ່ວງໜ້າ ຫາກທ່ານມີແຜນທີ່ຈະມາຢ້ຽມຢາມວຽງຈັນ.

ມອງຫາຊີວິດຍາມຄ່ຳຄືນທີ່ງຽບສະຫງົບ

ບາ ຮ້ານອາຫານ ແລະ ດີສ໌ໂກ້ຢູ່ວຽງຈັນມັກຈະປິດບໍລິການຕອນ 11 ໂມງ ຫຼື ທ່ຽງຄືນ. ແຕ່ຂໍແນະນຳ ແອເລເຟັ້ນ ເລົ້າ ຂອງໂຮງແຮມ ຄຣາວ ພລາຊ່າ ວຽງຈັນ, ຮ້ານອາຫານບໍ່ເປັນເປັນຫຍັງ, ແລະ ຮ້ານອາຫານມາກທູ ທີ່ກຳລັງເປັນທີ່ນິຍົມໃນຕອນນີ້ ບໍ່ວ່າຈະສຳລັບຊາວຕ່າງປະເທດ ແລະ ພາຍໃນ.

ເອທີເອັມ ແລະ ເງິນ

ຢູ່ວຽງຈັນຈະມີຕູ້ ATM ທົ່ວເມືອງ. ຢ່າງໃດກໍຕາມ, ຕູ້ທີ່ສະດວກໃຊ້ງານໄດ້ຫຼາຍທີ່ສຸດແມ່ນຕິດກັບສາຂາທະນາຄານ. ແຕ່ຈື່ໄວ້ວ່າທ່ານຈະຖືກປັບຄ່າທໍານຽມຢ່າງຫນ້ອຍ 5 ໂດລາສະຫະລັດຕໍ່ການຖອນເງິນທຸກໆຄັ້ງ ສຳລັບບັນຊີຕ່າງປະເທດ. ເອົາເງິນຫຼາຍເທົ່າທີ່ເປັນໄປໄດ້ເມື່ອທ່ານມາຮອດເມືອງແລະຖອນເງິນໃຫ້ຫຼາຍເທົ່າທີ່ເປັນໄປໄດ້ທຸກຄັ້ງທີ່ທ່ານໃຊ້ເຄື່ອງ ATM ເພື່ອຫຼີກລ້ຽງທີ່ຕ້ອງຈ່າຍຄ່າທໍານຽມການໂອນສູງ. ຕູ້ເອທີເອັມຈະແຈກຈ່າຍເປັນເງິນກີບລາວ.ທ່ານຄວນໃຫ້ແນ່ໃຈວ່າໃຊ້ເງິນສະກຸນຂອງລາວທັງຫມົດກ່ອນທີ່ຈະອອກຈາກປະເທດ, ຍ້ອນວ່າມັນບໍ່ສາມາດແລກປ່ຽນໄດ້ນອກປະເທດ.

ຂໍ້ສະເຫນີຫ້ອງພັກຫຼ້າສຸດ

Special Room Offer

Jetsetter Package

Special Room Offer

Leisure Escape

Special Room Offer

Dinner, Bed and Breakfast