Crowne Plaza Vientiane

5 ຮ້ານສະປາໃນວຽງຈັນ ທີ່ທ່ານບໍ່ຄວນພາດ!

5 ຮ້ານສະປາໃນວຽງຈັນ ທີ່ທ່ານບໍ່ຄວນພາດ!

ໃນທີ່ສຸດ ປະເທດຂອງເຮົາໄດ້ເປີດແລ້ວ. ມາ! ມື້ນີ້ເຮົາມີຮ້ານນວດ ແລະ ສະປາເດັດໆມາແນະນຳສາວໆໃຫ້ໄປນວດຜ່ອນຄາຍ ແລະ ເພີ່ມຄວາມນວນໃສໃຫ້ແກ່ຜິວໜ້າ ແລະ ຜິວກາຍເພື່ອຕຽມພ້ອມໄປທ່ຽວກັນ! ການນວດ ແລະ ສະປາກໍ່ຖືເປັນສິ່ງໜຶ່ງໃນການບົ່ງບອກເຖິງຄວາມທີ່ເຮົາຮັກ ແລະ ໃສ່ໃຈໃນສຸຂະພາບເຊັ່ນກັນ ພ້ອມຍັງ ໄດ້ຮັບຄວາມນິຍົມກັນທຸກຍຸກທຸກສະໄໝຈົນເຖິງປັດຈຸບັນນີ້, ເພື່ອຄາຍຄວາມເຄັ່ງຕຶງຂອງກ້າມເນື້ອ ແລະ ເຮັດໃຫ້ຜິວໜ້າ ແລະ ຜິວກາຍອອກມາສວຍງາມ ແລະ ເປັ່ງປັ່ງ.

ແລະມື້ນີ້ ທາງເຮົາ ໄດ້ລວບລວມ 5 ຮ້ານນວດ ແລະ ສະປາເດັດໆຢູ່ໃນວຽງຈັນ ທີ່ເຮົາພູມໃຈນຳສະເໜີສຸດໆໃຫ້ແກ່ສາຍຮັກສຸຂະພາບໄດ້ໄປລອງກັນ:

|

Dalah Spa ດາຫລາ ສະປາ

ໃຫ້ບັນຍາກາດຜ່ອນຄາຍເພາະດ້ວຍຄວາມມີຕົ້ນໄມ້ນ້ອຍໃຫ່ຍອ້ອມຮອບຮ້ານຂອງເພີ່ນ. ເພີ່ນໄດ້ຄັດສັນຜະລິດຕະພັນທີ່ອ່ອນໂຍນແກ່ຜິວ ແລະ ລ້ວນແຕ່ເປັນຜະລິດຕະພັນອໍແກນິກແທ້ຈາກມະຊາດອີກດ້ວຍ. ແອັດຢາກແນະນຳ ທຸກທ່ານໃຫ້ໄດ້ລອງນວດນໍ້າມັນ ເພາະຫອມແລະຜ່ອນຄາຍສຸດໆເລີຍ.

ເວລາເປີດ - ປິດ: 10:00 - 21:00 ຈັນ-ອາທິດ
ເບີໂທຕິດຕໍ່: 030 451 4541
ສະຖານທີ່: ບ້ານ ຄູວຽງ

|

Senses Spa ເຊັນ ສະປາ

ມາຕໍ່ກັນກັບ ເຊັນ ສະປາ ຕອນແລກທີ່ຍ່າງເຂົ້າໄປໃນຮ້ານເພີ່ນກະແອບຕື່ນເຕັ້ນ ເພາະເພີ່ນເປັນຮ້ານສະປາລະດັບ ເອັກກຼູຊິບ…ງາມທຸກມຸມມີຢູ່ຈິງ! ບັນຍາກາດໃຫ້ຄວາມງຽບສະຫງົບມີຄວາມເປັນສ່ວນໂຕສຸດໆ ແລະ ຍັງຮູ້ສຶກໄດ້ໃກ້ຊິດກັບມະຊາດອີກນຳ ເພາະດ້ວຍສວນດອກໄມ້ ແລະ ຜະລິດຕະພັນທີ່ອໍແກນິກຈາກທຳມະຊາດແທ້ ທີ່ໃຫ້ຄວາມຫອມ ແລະ ຜ່ອນຄາຍເປັນຍ່າງດີ. ເມນູທີ່ຢາກເເນະນຳສຸດໆແມ່ນ ການນວດດ້ວຍລູກປະຄົບສະໝຸນໄພ Indigo.ຍັງ ຍັງ ບໍ່ຫມົດ ເພີ່ນຍັງມີຫ້ອງຊາວນາ ແລະ ອ່າງຈາກຸດຊີໃຫ່ຍໆໃຫ້ເຮົາໄດ້ໃຊ້ຟຮີອີກ…ເລີດ!

ເວລາເປີດ - ປິດ: 08:00 - 20:00 ຈັນ-ອາທິດ
ເບີໂທຕິດຕໍ່: 021 908 888
ສະຖານທີ່: ບ້ານ ໜອງດ້ວງເໜືອ 

|

Manee Spa ມະນີ ສະປາ

ບັນຍາກາດໃຫ້ຄວາມຄືຢູ່ໃນສວນງາມໆ ບວກກັບສະຖານທີ່ຈອດລົດທີ່ສະດວກ. ພາຍໃນຮ້ານຂອງເພີ່ນກະຫອມສະຫມຸນໄພ ຂະໜາດແອັດບໍ່ທັນໄດ້ເລີມນວດກະຮູ້ສຶກຜ່ອນຄາຍລະ. ຜະລິດຕະພັນທີ່ເພີ່ນໃຊ້ໃຫ້ເຮົາກໍ່ຫອມ ເໝາະສຸດໆກັບສາວທທີ່ມັກຄວາມຫອມ ແລະ ຜ່ອນຄາຍ.

ເວລາເປີດ: 09:30 - 19:30 ຈັນ-ອາທິດ
ເບີໂທຕິດຕໍ່: 021 353 207
ສະຖານທີ່: ບ້ານ ທົ່ງກາງ

|

Nara Massage & Spa ນາຮາ ນວດ ແລະ ສະປາ

ເຫັນຕອນທຳອິດເລີຍຊິບໍ່ເຊື່ອວ່າຮ້ານ ສະປາ, ແອັດກະຄິດວ່າໂຕເອງຢູ່ສວນຂອງອັງກິດ ແລ້ວ ນັ່ງຈິບນໍ້າຊາແບບສະບາຍສະບາຍ! ອ່າ ບໍ່ແມ່ນ ເພາະຮ້ານເພີ່ນກະເປັນຮ້ານນວດ ແລະ ສະປາ ທີ່ມາພ້ອມກັບບັນຍາກາດທີ່ໃຫ້ໄດ້ຖ່າຍຮູບຫຼີ້ນ. ເຊີ່ງເມນູເດັດຮ້ານເພີ່ນແມ່ນນວດແຜນລາວນັ້ນເອງ, ຫຼັງຈາກນວດແລ້ວລະຮູ້ສຶກເບົາໂຕ ແລະ ຜ່ອນຄາຍສຸດໆ.

ເວລາເປີດ-ປິດ: 9:30 - 19:00 ຈັນ-ອາທິດ
ເບີໂທຕິດຕໍ່ 020 9666 6196
ສະຖານທີ່: ບ້ານ ໂພນຕ້ອງ

|

Adina Spa ອາດິນາ ສະປາ

ເປັນຮ້ານສະປາທີ່ໃຫ້ອາລົມອົບອຸ່ນ, ສະຫງົບໃຫ້ຄວາມຮູ້ສຶກເປັນກັນເອງຄືຢູ່ບ້ານສຸດໆ. ຮ້ານຂອງເພີ່ນໃຊ້ແຕ່ຜະລິດຕະພັນທີ່ເປັນອໍແກນິກທີ່ຫອມແລະຜ່ອນຄາຍແຮງ. ນອກນີ້ເພີ່ນຍັງມີຫຼາກຫຼາຍຜະລິດຕະພັນໃຫ້ເຮົາໄດ້ເລືອກໃຊ້ອີກ. ເຊື່ອວ່າຮ້ານເພີ່ນຈະເປັນ ຄົງຈະຖືກອົກຖືກໃຈຂອງທ່ານທີ່ເປັນສາຍສະປາແນ່ນອນ.

ເວລາເປີດ-ປິດ 09:00 - 20:00 ຈັນ-ອາທິດ
ເບີໂທຕິດຕໍ່: 021 414 138
ສະຖານທີ່: ບ້ານ ໂພນສະອາດ