Crowne Plaza Vientiane

ກິນລົມຊົມວິວ ແລະ ເພີດເພີນໄປກັບ 5 ແຫຼ່ງທ່ອງທ່ຽວນ້ຳຕົກຕາດໃນວຽງຈັນ

ກິນລົມຊົມວິວ ແລະ ເພີດເພີນໄປກັບ 5 ແຫຼ່ງທ່ອງທ່ຽວນ້ຳຕົກຕາດໃນວຽງຈັນ

ກິນລົມຊົມວິວ ແລະ ເພີດເພີນໄປກັບ 5 ແຫຼ່ງທ່ອງທ່ຽວນ້ຳຕົກຕາດໃນວຽງຈັນ

ສະບາຍດີ! ສຳລັບຄົນທີ່ກຳລັງວາງແຜນຫາບ່ອນທ່ຽວພັກຜ່ອນຢ່ອນໃຈ ແຕ່ບໍ່ຢາກໄປໃສໄກ... ແອັດມີແຫຼ່ງທ່ອງທ່ຽວງາມໆມາແນະນຳ ເຊິ່ງຢູ່ອ້ອມແອ້ມພາຍໃນນະຄອນຫຼວງເຮົານີ້ເອງ! ບໍ່ໃກ້ ບໍ່ໄກ! ແຖມຍັງເໝາະກັບຄົນທີ່ຢາກໄດ້ບັນຍາກາດທຳມະຊາດໆ ສົດຊື່ນໆນຳອີກ ນັ້ນກໍຄື…ນ້ຳຕົກຕາດ 5 ແຫ່ງທີ່ເຮົາບໍ່ຄວນພາດ! ມາເບິ່ງກັນເລີຍວ່າມີບ່ອນໃດແດ່

 

1. ຕາດມູນ (Tad Moun Waterfall)

ໂດຍລວມເປັນຕາດນ້ອຍໆຕາມລະດູການ ແຕ່ມີກິດຈະກຳໜ້າສົນໃຈເຊັ່ນ: ຍ່າງປ່າ ແລະ ຂີ່ລົດຖີບ. ຕາດມູນແມ່ນອ້ອມຮ້ອມໄປດ້ວຍຕົ້ນໄມ້ຫຼາກຫຼາຍທີ່ໃຫ້ຄວາມຮູ້ສຶກທຳມະຊາດໆ ແຖມຍັງມີຕູບໃຫ້ນັ່ງຊິລໆ ຈິບເບຍ ຊິດແຊັດ ລົມກັນກັບໝູ່ ກັບແຟນ ກັບຄອບຄົວ ໄດ້ຟິລລິ້ງ ແລະ ບັນຍາກາດໃນວັນພັກພ່ອນດີີໆໄປອີກ.

ແນະນຳ: ມີຄົນຣີວິວມາວ່າຄວນໄປຊ່ວງເດືອນ 5 ດີສຸດ ເໝາະກັບອຸນຫະພູມຄວາມຮ້ອນຂອງບັນຍາກາດ ແຖມຫຼິ້ນນຳ້ມ່ວນ ແຕ່ບໍ່ແນະນຳໃຫ້ໄປຊ່ວງເດືອນ 12 ເພາະບໍ່ມີນ້ຳຫຼາຍ.

ສະຖານທີ່ How to ໄປຕາດມູນ: ຕັ້ງຢູ່ເມືອງສີໂຄດຕະບອງ. ອອກຈາກຕົວເມືອງວຽງຈັນແລ້ວມຸ່ງໜ້າໄປຕາມຫຼັກ 10 ຈະເຫັນຖະໜົນເລກ 13 ເໜືອ ແລ້ວຂັບໄປກໍຈະເຫັນປ້າຍທາງຂວາມືວ່າ ໄປນ້ຳຕົກຕາດມູນ. ຈາກນັ້ນກໍລ້ຽວຊ້າຍເຂົ້າສູ່ຖະໜົນຄອນກຣີດ. ແລ້ວກໍຂັບຕໍ່ໄປອີກ 7-10 ກິໂລ ກໍຈະຮຮອດນຳ້ຕົກ.

 

2. ນ້ຳຕົກຕາດຫີນຄັນນາ (Hinkhanna Waterfall)

ເປັນອີກບ່ອນທີ່ເໝາະກັບການປິກນິກ ຫຼື ມານັ່ງກິນເຂົ້າ ຊິລໆ ເພີດເພີນໄປກັບທຳມະຊາດ ເອົາສາດມາປູນັ່ງກິນເຂົ້າແຄມນ້ຳກໍໄດ້, ມີຕູບຫຼາຍຕູບມຸງດ້ວຍສັງກະສີ (ບັນຍາກາດຈະຕ່າງຈາກຕູບໄມ້ແຄມນ້ຳໄປອີກແບບ)

ແນະນຳ: ຖ້າໃຜບໍ່ມັກຖືເຄື່ອງຫຍັງຫຼາຍໄປ ບໍ່ຕ້ອງຫ່ວງເພາະເພິ່ນໄດ້ໃຫ້ບໍລິການ ອຳນວຍຄວາມສະດວກໃຫ້ແກ່ລູກຄ້າບໍ່ວ່າຈະເປັນ ອາຫານການກິນທີ່ມີຫຼາກຫຼາຍເມນູ, ກົງເບັງໄວ້ລອຍນ້ຳ​ ໆລໆ

ສະຖານທີ່ How to ໄປນ້ຳຕົກຕາດຫີນຄັນນາ: ຕັ້ງຢູ່ເມືອງນາຊາຍທອງ. ຂີ່ລົດຈາກຖະໜົນເລກ 13 ເໜືອ ໄປຍັງຫຼັກ 15 ແລ້ວກໍຈະເຫັນປ້າຍຂ້າງຊ້າຍຊີ້ບອກ. ຈາກນັ້ນກໍລ້ຽວຊ້າຍ ແລະ ຂັບໄປອີກ 10 ກິໂລກໍຈະຮອດນ້ຳຕົກຕາດ.

 

3. ຕາດວັງຫຼວງ (Tad Vangluang Waterfall)

ເປັນອີກບ່ອນໜຶ່ງທີ່ຮິດ ແລະ ກາຣັນຕີຈາກຫຼາຍຄົນທີ່ໄປເຊັກອິນມາ. ເໝາະກັບຄົນທີ່ຮັກທຳມະຊາດທີ່ແທ້ທຣູ ເພາະວ່າແນມໄປທາງໃດກໍເຫັນຕົ້ນໄມ້ອັນຂຽວກະຈີ. ຈຸດເດັ່ນແມ່ນມີຂົວທີ່ຍາວຢຽດ ໄວ້ຍ່າງຊົມວິວກໍດີ ຖ່າຍຮູບກໍດີ ແຖມຍັງມີກິດຈະກຳໃຫ້ໂຫນສະລິງຫຼິ້ນອີກ.

ແນະນຳ: ຫຼິ້ນນຳ້ໄດ້ ແຕ່ຫ້າມຫາປາ ເພາະຖ້າລະເມີດຈະຖືກປັບໄໝ 10,000,000 ກີບ

ສະຖານທີ່ How to ໄປຕາດວັງຫຼວງ: ຕັ້ງຢູ່ແຖວເວີນກະເບົາ ເມືອງປາກງື່ມ. ຂັບລົດໄປທາງຖະໜົນເລກ 13 ໃຕ້ ປະມານ 60 ກິໂລ ເພື່ອໄປຍັງເມືອງປາກງື່ມ ແລະ ຂັບໄປອີກ 2 ກິໂລ. ຫຼັງຈາກຂ້າມຂົວແລ້ວກໍຈະເຫັນປ້າຍໃຫຍ່ໆໂຄສະນານ້ຳຕົກຕາດ.

 

4. ຕາດແກ່ງຍຸ້ຍ (Kaeng Nyui Waterfall)

ປຽບເປັນດັ່ງນ້ຳຕົກແຫ່ງໃໝ່ຂອງເມືອງວັງວຽງ ເຊິ່ງເປັນນຳ້ຕົກຕາດທີ່ມີຈຸດເດັ່ນຢູ່ບ່ອນຄວາມສູງຊັນ ມີສາຍນ້ຳໄຫຼລົງມາເປັນຊັ້ນໆ ໄຫຼເປັນທາງຍາວ ເປັນວິວງາມໆໃຫ້ເບິ່ງ ຄິດພາບບັນຍາກາດນ້ຳຕົກຕາດທີ່ໄຫຼຈາກເທິງລົງລຸ່ມ ແລະ ລະອອງນ້ຳກະຈາຍໄປອ້ອມໆ ຖ່າຍຮູບກໍງາມໄປອີກ!! ແຖມຍັງມີໄຮກິ້ງ ຫຼື ໄປຍ່າງປ່າຕາມສໄຕລ໌ຄົນມັກລຸຍນຳອີກ!

ແນະນຳ: ສຳລັບຄົນທີ່ໄປຍ່າງປ່າ ຍ່າງໄປຮອດບ່ອນໜຶ່ງຈະມີນ້ຳຕົກຂະໜາດນ້ອຍໆ ມີບ່ອນໃຫ້ລອຍນ້ຳຫຼິ້ນ ຂໍແນະນຳໃຫ້ຢຸດພັກເຊົາຊິລໆແຖວນັ້ນກ່ອນ ສູດເອົາບັນຍາກາດດີໆອ້ອມໆ ແລ້ວຄ່ອຍຍ່າງຕໍ່. ອີກຢ່າງໜຶ່ງຢ່າລືມຖືເອົາຖົງທີ່ມັນກັນນ້ຳໄປນຳ ເພາະໄປໃກ້ໆນ້ຳຕົກຈະມີລະອອງນ້ຳຫຼາຍ ດ໋ຽວກ້ອງ DSLR ງາມໆແພງໆຈະປຽກ.

ສະຖານທີ່ How to ໄປຕາດແກ່ງຍຸ້ຍ: ຂັບລົດໄປຍັງຖະໜົນເລກ 13 ເໜືອ ເຂົ້າສູ່ເມືອງວັງວຽງ, ກາຍຜ່ານສະໜາມບິນ ແລ້ວລ້ຽວຂວາທີ່ໂຮງຮຽນປະຖົມໂພນເພັງ ແລ້ວກໍມຸ່ງກົງໄປຍັງບ້ານນາດ້ວງ (ຈາກໂຮງຮຽນປະຖົມເພນເພັງມາເຖິງປ້າຍນ້ຳຕົກຕາດແກ່ງຍຸ້ຍ ປະມານ 3 ກິໂລ). ຈາກນ້ັນກໍຂັບກາຍໄປໜ້ອຍໜຶ່ງກໍຈະເຫັນປ້າຍນ້ຳຕົກຕາດແກ່ງຍຸ້ຍຕັ້ງຢູ່ບ່ອນຂວາມື ແລ້ວລ້ຽວໄປຕາມປ້າຍນັ້ນປະມານ 1 ກິໂລກໍຈະຮອດ.

 

5. ຕາດພັກຊອຍວອຍ

ໂດຍລວມແມ່ນບັນຍາກາດຄືກັບນ້ຳຕົກຕາດແຫ່ງອື່ນໆ ແຕ່ວ່າມີຈຸດເດັ່ນບ່ອນໜຶ່ງຄືນ້ຳໄຫຼມາຈາກບ່ອນສູງຊັນ ໄຫຼຜ່ານໂງ່ນຫີນໃຫຍ່ ເບິ່ງຕາມຮູບຈະໄດ້ບັນຍາກາດ ແລະ ຟີລລິ້ງແບບນ້ຳຕົກຕາດດ່ຽວໆ ໂດຍທີ່ບໍ່ຄ່ອຍມີຕົ້ນໄມ້ມາບົດບັງ.

ແນະນຳ: ສຳລັບຄົນທີ່ມັກຍ່າງຫຼິ້ນຕາມໂງ່ນຫີນ ຫຼື ນັ່ງຊິລໆແຄມນ້ຳ ອາດຈະໄປນັ່ງປິກນິກກິນເຂົ້າກໍໄດ້ ນ້ຳຕົກຕາດພັກຊອຍວອຍເປັນອີກໜຶ່ງທາງເລືອກທີ່ຄວນໄປ

ສະຖານທີ່ How to ໄປຕາດພັກຊອຍວອຍ: ຕັ້ງຢູ່ບ້ານນາຄັນທຸງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ຫ່າງຈາກເທສະບານນະຄອນຫຼວງປະມານ 50 ກິໂລແມັດ. ຂັບລົດໄປຕາມເສັ້ນທາງທ່າງ່ອນ-ບ້ານເກິນ ແລ້ວລ້ຽວຂວາທາງຕັດ ອອກໄປທາງເມືອງປາກງື່ມອີກປະມານ 23 ກິໂລແມັດ.

ເປັນແນວໃດກັບນ້ຳຕົກຕາດ 5 ແຫ່ງທີ່ແອັດມາແນະນຳ!? ເຖິງວ່າຊ່ວງນີ້ຈະບໍ່ມີເວລາອອກໄປໃສໄກໆ ການໄປທ່ຽວທຳມະຊາດເປັນອີກໜຶ່ງທາງເລືອກທີ່ເຮັດໃຫ້ເຮົາຮູ້ສຶກຜ່ອນຄາຍ ແລະ ຮັບພະລັງບວກໄດ້ ແຖມຍັງເປັນທຣິບ1ມື້ ຫຼື One Day Trip ທີ່ຕອບໂຈດກັບຄົນທີ່ບໍ່ຢາກໄປໃສໄກໆນຳ! ຖ້າໃຜມີໂອກາດໄປທ່ຽວກໍເກັບພາບມາຝາກ ແລະ ມາແຊຣ໌ປະສົບການໃຫ້ແອັດຟັງນຳເດີ້.


ข้อเสนอห้องพักล่าสุด

Special Room Offer

Jetsetter Package

Special Room Offer

Leisure Escape

Special Room Offer

Dinner, Bed and Breakfast