Crowne Plaza Vientiane

ສວນອາຫານທີ່ຫ້າມພາດພ້ອມທຳມະຊາດສຸດປັງ

ສວນອາຫານທີ່ຫ້າມພາດພ້ອມທຳມະຊາດສຸດປັງ

ສວນອາຫານທີ່ຫ້າມພາດພ້ອມທຳມະຊາດສຸດປັງ

ໃນມື້ວ່າງໆ ແລະ ອາກາດດີໆ ເຊື່ອວ່າຫຼາຍຄົນກຳລັງວາງແຜນຢາກອອກໄປທ່ຽວ ແລະ ກິນອາຫານແຊບໆ. ມື້ນີ້ແອັດມີແນວດີໆ ພິເສດໆ ມາແນະນຳ ເຊິ່ງບໍ່ແມ່ນພຽງແຕ່ເປັນຮ້ານອາຫານທຳມະດາໆ ແຕ່!! ເປັນສວນອາຫານທີ່ບັນຍາກາດດີ ທີ່ມາພ້ອມກັບອາຫານທີ່ແຊບ ບວກກັບຄວາມຊິລໆ ໄດ້ຟີລແບບທຳມະຊາດໆໃນວຽງຈັນໄປອີກ!! ຈະມີຮ້ານໃດນັ້ນ ມາເຊັກໄປພ້ອມກັນເລີຍ!!

|

1. ສວນອາຫານພະຂາວ
(Pakhao Garden Restaurant)


ເປັນສວນອາຫານທີ່ຄົນນິຍົມໄປຫຼາຍເພາະມີບັນຍາກາດທີ່ທຳມະຊາດ ເຊິ່ງຈຸດພິເສດຮ້ານນີ້ກໍແມ່ນການຈັດສັນຕູບແຄມນ້ຳ ໄວ້ນັ່ງຊິລໆ ຮັບປະທານອາຫານແຊບໆ ແຖມສະຖານທີ່ກໍກວ້າງຂວາງ ມີເດີ່ນຫຍ້າສີຂຽວໃຫ້ຍ່າງຫຼິ້ນ ບໍ່ແອອັດ ຮັບເອົາອາກາດດີໆສົດຊື່ນ ເໝາະແກ່ການພັກຜ່ອນອີຫຼີ ແລະ ມີບ່ອນຫຼິ້ນໃຫ້ເດັກນ້ອຍນຳ.

ເປີດທຸກວັນ ເວລາ: 11.00-22.00

ໂທ: +85620 5570 9696

ສະຖານທີ່: ຫຼັກ 7, ຖ. ໜອງດູ່ ເລກທີ 13 ໃຕ້, ບ.​ ພະຂາວ, ວຽງຈັນ 0100

ເຟສບຸຄ ເພຈ: Phakhao Garden Restaurant ສວນອາຫານ ພະຂາວ - PK Garden

|

2. ສວນອາຫານຈຳປາມຸງຄຸນ 
(Champa Garden and Restaurant)

ເປັນສວນອາຫານທີ່ເໝາະກັບຄົນທີ່ຢາກໄປພັກຜ່ອນແຄມນ້ຳ ທີ່ກວ້າງຂວາງ ເປັນອີກຮ້ານທີ່ໜ້າສົນໃຈ ດ້ວຍການອອກແບບທີ່ປະສົມທັງບ່ອນນັ່ງໃກ້ແຄມນ້ຳກໍດີ ບ່ອນນັ່ງຢູ່ເທິງບົກກໍດີ ມີແບບອິນດໍຣ໌ ທີ່ເປີດແອຣ໌ເຢັນໆ ກໍລ້ວນແລ້ວແຕ່ໃຫ້ອາລົມ ແລະ ຟີລລິ້ງແຕກຕ່າງກັນອອກໄປ ໂດຍສະເພາະຈຸດພິເສດຂອງຮ້ານນີ້ກໍແມ່ນຕາມຊື່ເລີຍ ຄືດອກຈຳປາ... ນອກຈາກດອກຈຳປາແລ້ວ ກໍຍັງມີດອກໄມ້ຫຼາຍຊະນິດປະດັບປະດາໃນສວນແຫ່ງນີ້ນຳ.​

ເປີດທຸກວັນ ເວລາ: 09.00-21.00

ໂທ: +85630 9355 603

ສະຖານທີ່: ໄປທາງຖະໜົນທີ່ຕັ້ງ ຖ. 450 ປີ, ເຂົ້າຮ່ອມທາງຫຼັງສະໜາມກິລາແຫ່ງຊາດ, ບ. ນາແຄ, ມ. ໄຊທານີ, ນະຄອນຫຼວງວຽງຈັນ

ເຟສບຸຄ ເພຈ: ສວນອາຫານຈຳປາມຸງຄຸນ Champa Garden and Restaurant

 |

3. ສວນອາຫານ ມານາແມະ 
(Manamae Garden Restaurant)

ຖ້າກຳລັງຄິດເຖິງທົ່ງນາສີຂຽວ ກວ້າງໆ ບັນຍາກາດດີໆ! ສວນອາຫານມານະແມະເປັນອີກທາງເລືອກໜຶ່ງທີ່ຄວນໄປລອງ ດ້ວຍບັນຍາກາດທີ່ຂຽວສົດຊື່ນ ອາກາດດີ ແຖມຍັງມີຕູບໃຫ້ບໍລິການຫຼາຍຕູບອີກ ມີມຸມຖ່າຍຮູບງາມໆເໝາະກັບສາຍຖ່າຍຮູບທຳມະຊາດ ແລະ ຍ່າງຫຼິ້ນຊິລໆ ໄດ້ບັນຍາກາດຄືຢູ່ທົ່ງນາຂອງແທ້ເລີຍ!!

ເປີດທຸກວັນ ເວລາ: 10.00-21.00

ໂທ: +85620 5565 7700 ແລະ +85620 5700 0042

ສະຖານທີ່: ບ. ດອນຕິ້ວ, ມ. ໄຊທານີ, ນະຄອນຫຼວງວຽງຈັນ. ກາຍວົງວຽນດອນໜູນ ຂີ່ຊື່ມາທາງດ່ານຊ້າງ ກາຍມາໜ້ອຍໜຶ່ງ ມີປ້າຍບອກຢູ່ເບື້ອງຂວາມື ແລ້ວກໍລ້ຽງເຂົ້າມາຕາມປ້າຍເລີຍ.

ເຟສບຸຄ ເພຈ: Manamae Garden Restaurant ມານາແມະ

4. ສວນອາຫານແວ່ນາ 
(Vaena Garden)

ສຳລັບສວນອາຫານແວ່ນາ ຢາກຈະບອກວ່າຮ້ານນີ້ຕັ້ງສົມຊື່ກັບຕີມບັນຍາກາດຂອງຮ້ານເລີຍ ເພາະບໍລິເວນຂອງຮ້ານຈະມີທົ່ງນາກວ້າງຂວາງ ຂຽວກະຈີ ແລະ ໄດ້ກິ່ນອາຍທຳມະຊາດຈາກຕົ້ນເຂົ້າ ເໝາະແກ່ການໄປພັກຜ່ອນ ໃນວັນສະບາຍໆ ແລະ ຊຶມຊັບກັບຄວາມງົດງາມຂອງບັນຍາກາດຂອງຮ້ານ ບວກກັບລອງຊິມອາຫານ ນັ່ງຫຼິ້ນຊິລໆ ຜ່ອນຄາຍກັບໝູ່ເພື່ອນ ແລະ ຄອບຄົວໄດ້ເປັນຢ່າງດີ.

ເປີດທຸກວັນ ເວລາ: 09.00-21.00

ໂທ: +85630 4835 622

ສະຖານທີ່: ບ. ນາໄຫ, ມ. ຫາດຊາຍຟອງ, ນະຄອນຫຼວງວຽງຈັນ

ເຟສບຸຄ ເພຈ: ສວນອາຫານແວ່ນາ Vaena garden

 |

5. ສວນອາຫານປາຍນາ 
(Pai Na Garden Restaurant)

ເປັນສວນອາຫານທີ່ກວ້າງຂວາງ ມີບັນຍາກາດສີຂຽວປະຈັກຕາ ຈຸດເດັ່ນຂອງຮ້ານນີ້ນອກຈາກຈະມີສວນດອກໄມ້ ຕົບແຕ່ງເພື່ອຄວາມງາມຂອງສວນແລ້ວ ຍັງມີທາງຍ່າງທີ່ໃຊ້ໄມ້ໄຜ່ມາເຮັດເປັນວົງມົນຂອງທາງຍ່າງນຳ ເອີ້ນໄດ້ວ່າ ເປັນຄວາມຄຣີເອທີຟທີ່ນຳໄມ້ໄຜ່ມາປະຍຸກໃຊ້ ແບບທຳມະຊາດ ເຮັດໃຫ້ຮ້ານອອກມາງາມ ແລະ ໄດ້ບັນຍາກາດດີສຸດໆ.

ເປີດທຸກວັນ ເວລາ: 10.00-21.00

ໂທ: +85620 5666 6517

ສະຖານທີ່: ຖ. 13 ໃຕ້ ຫຼັກ21, ບ. ທ່ານາກ,​ ມ. ໄຊທານີ, ນະຄອນຫຼວງວຽງຈັນ. ຮ່ອມ ຂ້າງວິທະຍາຄານເຕັກນິກການທະຫານ

ເຟສບຸຄ ເພຈ: ສວນອາຫານປາຍນາPai na Garden Restaurant

 |

6. ຮ້ານເລີປາແດກ
(
Le Padaek)

ເປັນອີກຮ້ານທີ່ໜ້າສົນໃຈ ແລະ ຫຼາຍຄົນນິຍົມໄປ ດ້ວຍການຕົບແຕ່ງທີ່ຮຽບງ່າຍ ແຕ່ກໍເປັນເອກະລັກ ໂດຍນຳໃຊ້ກະໂຕກຫວາຍມາປະຍຸກໃຊ້ຕົບແຕ່ງຮ້ານ ແຖມຍັງເສີບອາຫານດ້ວຍກະໂຕກຫວາຍນຳ. ສຳລັບຈຸດເດັ່ນຂອງຮ້ານນີ້ກໍແມ່ນ ໜອງບົວທີ່ໃຫ້ບັນຍາກາດດີໆ ມີເປັັດລອຍນ້ຳ ໄດ້ຟີລລິ້ງທຳມະຊາດໆໄປອີກ.

ເປີດທຸກວັນ ເວລາ: 11.00-21.00

ໂທ: +85630 5557 766

ສະຖານທີ່: ບ. ນາໄຊ, ນະຄອນຫຼວງວຽງຈັນ

ເຟສບຸຄ ເພຈ: Le Padaek

 |

7. ສວນອາຫານງື່ມວິວ 
(Nguem View Art Garden)

ເປັນອີກຮ້ານທີ່ມີຄວາມເປັນເອກະລັກ ແລະ ສໄຕລ໌ຂອງໂຕເອງ ໂດຍການນຳໃຊ້ວັດສະດຸເກົ່າໆມາປະຍຸກໃຊ້ ເຮັດໃຫ້ຮ້ານໜ້າສົນໃຈຂຶ້ນ ບໍ່ວ່າຈະເປັນຕູ້ເກົ່າ, ປະຕູເກົ່າ, ລົດຄັນເກົ່າໆ ໆລໆ ສ້າງໃຫ້ຮ້ານມີຄວາມເກົ໋າ ແລະ ວິນເທຈໄປອີກແບບ!! ສວນອາຫານງື່ມວິວ ມີບໍລິເວນທີ່ກວ້າງຂວາງ ບໍ່ແອອັດ ແລະ ອາກາດໂລ່ງ. ນອກຈາກໄປຮັບປະທານອາຫານແຊບໆແລ້ວ ກໍຍັງມີບ່ອນໃຫ້ຖ່າຍຮູບ ແລະ ເກັບຄວາມປະທັບໃຈກັບບ້ານໄປພ້ອມ.

ເປີດທຸກວັນ ຍົກເວັ້ນວັນຈັນ ເວລາ: 10.00-20.00

ໂທ: +8520 9885 5668

ສະຖານທີ່: ບ.​ທ່າງ່ອນ, ຮ່ອມ ໂຮງໝໍເມືອງໄຊທານີ,​ ນະຄອນຫຼວງວຽງຈັນ

ເຟສບຸຄ ເພຈ: Nguem View Art Garden ສວນອາຫານງື່ມວິວ

8. ສວນອາຫານອ້າຍເອງ 
(Ai-Eng Restaurant and Garden)

ເປັນສວນອາຫານມີຄວາມປະສົມທັງຕູບແຄມນ້ຳ ທີ່ໄດ້ບັນຍາກາດແບບຄວາມຣຽວຂອງທຳມະຊາດ ແລ້ວຍັງມີໂຕະຕັ່ງນັ່ງທີ່ຈັດຢູ່ໃນລານທີ່ກວ້າງ ມີຫຍ້າປອມ ທີ່ສ້າງບັນຍາກາດສີຂຽວອີກແບບໜຶ່ງອີກດ້ວຍ.​ ບໍ່ວ່າຈະເປັນບັນຍາກາດສີຂຽວແບບໃດ ຮ້ານນີ້ກໍໜ້າໄປລອງ. ສຳລັບຕູບແມ່ນຕັ້ງຢູ່ແຄມນ້ຳ ເຢັນໆ ອາກາດໂລ່ງ ນັ່ງຊິລໆ ແຖມຍັງມີຜ້າກັ້ງອີກ (ໄວ້ກັ້ງຕອນແດດແຮງ ບໍ່ຂັດອາລົມນຳ) ມີທັງໝົດ 46 ຕູບ.

ເປີດທຸກວັນ ເວລາ: 10.00-23.30

ໂທ: +85620 5626 2691 ແລະ +85620 2392 2252

ສະຖານທີ່: ບ. ໜອງໄຮ, ມ. ຫາດຊາຍຟອງ, ນະຄອນຫຼວງວຽງຈັນ

ເຟສບຸຄ ເພຈ: ສວນອາຫານອ້າຍເອງ

 

9. ບ້ານສວນກາເຟສົດ 
Café Garden: creative, nature

ເປັນອີກຮ້ານທີ່ໜ້າສົນໃຈ ດ້ວຍການອອກແບບ ແລະ ຕົບແຕ່ງຮ້ານໃຫ້ເປັນລັກສະນະຮຽບງ່າຍ ແລະ ເຂົ້າກັບຕີມທຳມະຊາດ. ໂດຍໂຕຮ້ານຈະໃຊ້ວັດສະດຸທົ່ວໄປທີ່ ສ້າງໃຫ້ຮ້ານເປັນຄືສວນຫຼັງບ້ານ ໄດ້ຟີລລິ້ງຄືນັ່ງກິນໃນສວນຫຼັງບ້ານເຮົາເອງນີ້ແຫຼະ! ຍ້ອນຄວາມຮຽບງ່າຍນີ້ແຫຼະເປັນສິ່ງດຶງດູດ, ໂຕະອາຫານກໍຈະໃຊ້ໂຕະທີ່ເປັນຈັກເຮັດເສື້ອຜ້າ ປະຍຸກມາເປັນໂຕະແບບວິນເທຈ, ທາງຍ່າງກໍຈະມີຕົ້ນໄມ້ອ້ອມສອງຂ້າງທາງ ແລະ ມີຕັ່ງໄມ້ຍາວຮຽງກັນ, ມີເປ ເປັນບ່ອນນັ່ງຫຼິ້ນອີກ.

ເປີດທຸກວັນ ຍົກເວັ້ນວັນເສົາ ເວລາ: 07.00-21.00

ໂທ: +85620 5569 9526

ສະຖານທີ່: ຖ. ເລກທີ13ໃຕ້, ມ. ໄຊທານີ, ນະຄອນຫຼວງວຽງຈັນ

ເວັບໄຊ: https://cafe-garden-restaurant.business.site/


最新客房报价

Special Room Offer

Jetsetter Package

Special Room Offer

Leisure Escape

Special Room Offer

Dinner, Bed and Breakfast