Crowne Plaza Vientiane

Top 10 ຮ້ານກະເຟໃນຕົວເມືອງວຽງຈັນ ບັນຍາກາດດີໆທີ່ຕ້ອງຫ້າມພາດ

Top 10 ຮ້ານກະເຟໃນຕົວເມືອງວຽງຈັນ ບັນຍາກາດດີໆທີ່ຕ້ອງຫ້າມພາດ

Top 10 ຮ້ານກະເຟໃນຕົວເມືອງວຽງຈັນ ບັນຍາກາດດີໆທີ່ຕ້ອງຫ້າມພາດ

Top 10 ຮ້ານກະເຟໃນຕົວເມືອງວຽງຈັນ ບັນຍາກາດດີໆທີ່ຕ້ອງຫ້າມພາດ

ຊວນຊິວໄປກັບ Top 10 ຮ້ານກະເຟໃນຕົວເມືອງວຽງຈັນ ກັບບັນຍາກາດດີໆ ເອົາໄວ້ເປັນຈຸດພັກກາຍພັກໃຈ ເຕີມພະລັງໃນການເຮັດວຽກ ຫຼື  ນັ່ງຈິບກະເຟຈອກພິເສດແບບຊິວໆ ແລະ ເຄື່ອງດື່ມອື່ນໆອີກ ພ້ອມອີມທ້ອງ ກັບອາຫານແຊບໆຫຼາກຫຼາຍເມນູໃຫ້ເລືອກ ຕົກທ້າຍດ້ວຍຂອງຫວານແບບໜໍາໃຈສຸດໆ ດືມດໍາໄປກັບບັນຍາກາດດີໆ ທີ່ຊວນໃຫ້ເພີດເພີນໄປຕາມສຽງເພງພາຍໃນຮ້ານ ດີຕໍ່ໃຈແບບນີ້ເຮົາໄປເບິງກັນເລີຍວ່າມີຮ້ານໃດແນ່

|

ອັບດັບ 1: Naked Espresso

ເປັນຮ້ານກະເຟທີ່ຂື້ນຊື່ໃນການຕັ້ງໃຈໃສ່ໃຈທຸກລາຍລະອຽດຂອງການຊົງກະເຟທຸກຈອກໃຫ້ອອກມາພິເສດ ດ້ວຍການ ຄັດສັນຊະນິດເມັດກະເຟຊັ້ນດີ ຈຶ່ງເຮັດໃຫ້ກະເຟທຸກຈາກຂອງຮ້ານອອກມາມີລົດຊາດທີ່ເຂັ້ມຂຸ້ນສູງ ພ້ອມເມນູ ກະເຟຫຼາກຫຼາຍຢ່າງໃຫ້ເລືອກ ທັງຮ້ອນ ແລະ ເຢັນ ພາຍໃນຮ້ານມີບັນຍາກາດດີເອື້ອອຳນວຍຕໍ່ການນັ່ງເຮັດວຽກ ແລະ ພັກຜ່ອນ ຈຶ່ງເປັນເຫດເຮັດໃຫ້ Naked Espresso ຄອງໃຈລູກຄ້າຫຼາຍໆທ່ານ.

ພິກັດ: ບ. ທາດຫຼວງ ມ. ໄຊເສດຖາ, ນະຄອນຫຼວງວຽງຈັນ

ເວລາປິດ-ເປີດ: ທຸກມື້ ຕັ້ງແຕ່ 7:00AM-19:00PM

ເຟສບຸກເພສ: Naked Espresso Premium ThatLuang

|

ອັນດັບ 2 : Bar2Bros

ຮ້ານກະເຟແບບ Modern style ມີຄວາມເກໄກ໋ຂອງການຕົກແຕ່ງທີ່ເປັນເອກະລັກ ນັ່ງຊິວໄດ້ເຕັມທີ ເພາະທາງຮ້ານເພີ່ນມີສະຖານທີ່ໄວ້ຄ່ອຍໃຫ້ບໍລິການເຖິງ 3 ຊັ້ນ Bar2Bros ຖືວ່າມີຊື່ສຽງໃນດ້ານມີເມນູກະເຟ ທີ່ແປກໃໝ່ ແລະ ເປັນທີ່ນິຍົມ ຂອງກຸ່ມລູກຄ້າຜູ້ມັກດື່ມກະເຟເປັນຊີວິດຈິດໃຈ ເນື່ອງຈາກເພີ່ນສາມາດໃຫ້ ລູກຄ້າເລືອກວິທີໃນການຊົງກະເຟ ແລະ ເລືອກຊະນິດຂອງເມັດກະເຟໄດ້ຕາມໃຈມັກ ຖືວ່າເອົາໃຈຄໍກະເຟແບບສຸດໆ  ນອກນີ້ເພີ່ນຍັງມີເມນູເຄື່ອງດື່ມສະໝູນໄພ ເພື່ອສຸຂະພາບ ແລະ ເມນູອາຫານທັງຄາວ ແລະ ຫວານ ໄວ້ໃຫ້ບໍລິການ ອີກດ້ວຍ.

ພິກັດ: ບ. ໜອງບອນ ມ. ໄຊເສດຖາ, ນະຄອນຫຼວງວຽງຈັນ

ເວລາປິດ-ເປີດ: ທຸກມື້ ຕັ້ງແຕ່ 7:00AM-19:00PM

ເຟສບຸກເພສ: Bar2Bros

|

ອັນດັບ 3 : Tree Town café

ເວົ້າເຖິງການຕົກແຕ່ງຮ້ານແບບ ໜ້າຮັກໆ ທີ່ກໍາລັງເປັນເທຣນໃນຕອນນີ້ ບໍ່ເວົ້າເຖິງ ຮ້ານ Tree Town café ຄືສິບໍ່ໄດ້ ສາວໆ ຫຼື ໜຸ່ມໆທີ່ຕ້ອງການນັ່ງຊິວໃນຮ້ານຄ່າເຟ້ຕົກແຕ່ງ style ວິນເທດ ປະດັບດ້ວຍດອກໄມ້ ເນັ້ນສີສັນທີ່ສົດໃສ ມີຮູບແຕ້ມນົກຝຣາມິງໂກ້ຢູ່ຝາຜະໜັງ ບັນຍາກາດດີໆ ຕ້ອງມາທີນີ້ ບອກໄດ້ເລີຍວ່າມຸມໃນການຖ່າຍຮູບຫຼາຍອີຫຼີ ແລະ ຈຸດເດັ່ນອີກຢ່າງຂອງເພີ່ນກໍຄືເມນູຂອງຫວານ ແລະ ເຄື່ອງດື່ມທີ່ມີຄວາມໜ້າສົນໃຈໃນດ້ານໜ້າຕາ ແລະ ລົດຊາດ ຈົນຫຼາຍໆຄົນຕິດໃຈໄປຕາມໆກັນ.

ພິກັດ: ບ. ວັດຈັນ ມ. ຈັນທະບູລີ , ນະຄອນຫຼວງວຽງຈັນ

ເວລາປິດ-ເປີດ: ເປີດວັນອັງຄານ ຫາ ວັນອາທິດ (ປິດວັນຈັນ) ຕັ້ງແຕ່ 8:00AM-22:00PM

ເຟສບຸກເພສ: Tree town café

 |

ອັນດັບ 4: Elephant Lounge

ອີງຫຼັງພັກກາຍດ້ວຍຄວາມຮູ້ສືກຜ່ອນຄາຍ ລຽບງ່າຍ ແລະ ຮ່ວມມ່ວນຊື່ນກັບຄວາມບັນເທິງດ້ວຍດົນຕີສົດທຸກຄ່ໍາຄືນ ເພື່ອສ້າງບັນຍາກາດໃຫ້ ເອເລີແຟນລາວຈ໌ ເປັນທີ່ໜ້າປະທັບໃຈ ແລະ ໜ້າຈົດຈໍາ ພ້ອມມີເມນູອາຫານທັງຄາວ ແລະ ຫວານທີ່ີມີລົດຊາດໂດດເດັ່ນເປັນທີ່ຖືກປາກຂອງລູກຄ້າພາຍໃນພື້ນທີ່ ແລະ ຕ່າງປະເທດ ນອກນີ້ຈຸດເດັ່ນເປັນ Signature ຂອງ ເອເລີແຟນເລົ້າ ກໍຄື ເຊັດຊາຍາມບ່າຍ ພ້ອມເຄື່ອງດື່ມສະປາກກຼິງວາຍ ແລະ ຂອງຫວານຫຼາກຫຼາຍ ຊະນິດທຸກໆວັນ ເພີດເພີນໄປກັບເຊັດຊາຍາມບ່າຍຄຸນນະພາບເປັນເລີດ ປະດິດໂດຍ ພໍ່ຄົວລະດັບໂລກ ຊຶ່ງເນັ້ນຄວາມເອົາໃຈໃສ່ໃນອົງປະກອບຕ່າງໆ ເພື່ອໃຫ້ທ່ານໄດ້ຮັບປະທານແຕ່ສິ່ງທີ່ດີເລີດທີ່ສຸດ.

ພິກັດ: ຊັ້ນ G ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ

ເວລາປິດ-ເປີດ: ທຸກມື້ ຕັ້ງແຕ່ 8:00AM-23:00PM

ເຟສບຸກເພສ: Crowne Plaza Vientiane

|

ອັນດັບ 5:  Kaogee Café

ເປັນຮ້ານຄ່າເຟ້ ທີ່ມີການຕົກແຕ່ງພາຍໃນຮ້ານເປັນເອກະລັກສະເພາະແບບບໍ່ຄືໃຜ ມີຫຼາຍສາຂາໄວ້ໃຫ້ໄປນັ່ງຊິວກີນເຂົ້າ ໄດ້ທົ່ວຕົວເມືອງນະຄອນຫຼວງວຽງຈັນ ມີຄວາມດຶງດູດໃຈລູກຄ້າດ້ວຍເມນູເຂົ້າຈີຫຼາກຫຼາຍແບບ ເຊັ່ນ ເຂົ້າຈີໄຂ່ດາວ ເຂົ້າຈີຊີ້ນໝາຍ ເຂົ້າຈີລາກູ້ ເປັນຕົ້ນ ເຂົ້າຈີຂອງທາງຮ້ານລ້ວນແຕ່ອົບສົດໆຮ້ອນໆຈາກເຕົາທຸກມື້ ໜັ້ນໃຈໄດ້ເລີຍ ມີຄວາມພິຖີພິຖັນທຸກຂັ້ນຕອນ ພ້ອມເສີບກັບກາເຟລົດຊາດເຂັ້ມຂຸ້ນ ຫຼື  ເຄື່ອງດື່ມຫຼາກຫຼາຍຊະນິດ ນອກນີ້ທາງຮ້ານ ເພີ່ນກໍຍັງມີໂປຣໂມຊັ້ນສຸດວ້າວ ຊຸດເມນູ ອາຫານເຊົ້າສຸດຄູ້ມໄວ້ໃຫ້ທຸກທ່ານໄປລອງຊີມກັນໄດ້ເລີຍທຸກສາຂາ.

ພິກັດ: ມີ 5 ສາຂາ

ສາຂາ ປະຕູໄຊ , ນະຄອນຫຼວງວຽງຈັນ

ສາຂາ ເພຍວັດ, ນະຄອນຫຼວງວຽງຈັນ

ສາຂາ ໜອງບອນ, ນະຄອນຫຼວງວຽງຈັນ

ສາຂາ ໂພນສະຫວັນໃຕ້, ນະຄອນຫຼວງວຽງຈັນ

ສາຂາ ຫຼວງພະບາງ

ເວລາປິດ-ເປີດ: ທຸກມື້ ຕັ້ງແຕ່ 6:15AM-18:00PM

ເຟສບຸກເພສ: Kaogee Café

 |

ອັນດັບ 6: Comma Coffee-Reading Room

ຮ້ານກະເຟສໍາລັບຄົນມັກອ່ານ ຫຼື ຄົນມັກບັນຍາກາດຂອງຫ້ອງສະມຸດ ມັກຄວາມງຽບສະຫງົບ ຕ້ອງໄປລອງຮ້ານນີ້ເລີຍ Comma Coffee-Reading Room ເປັນຮ້ານໜຶ່ງ ທີ່ມີມຸມຊິວໆຫຼາຍມູມໃຫ້ເລືອກ ໄດ້ອາລົມສະບາຍສະບາຍ ແບບຢູ່ບ້ານເຮົາເລີຍ ມີພື້ນທີ່ກວ້າງດີ ເໝາະແກ່ການໄປນັ່ງເຮັດວຽກ ຫຼື ອ່ານໜັງສືແບບເພີນໆ ຫາແຮງບັນດານໃຈ ຫາໄອເດຍໃໝ່ໆ ທາມກາງບັນຍາກາດອັນງຽບສະຫງົບໃນຫ້ອງReading ມີປື້ມໃຫ້ອ່ານ ຫຼາກຫຼາຍປະເພດ ມີບໍລິການ ອາຫານ ຂະໜົມ ແລະ ເຄື່ອງດື່ມ ພ້ອມເສີບທຸກຢ່າງ.

ພິກັດ: ບ. ໂພນສີນວນ ມ. ສີສັດຕະນາກ, ນະຄອນຫຼວງວຽງຈັນ

ເວລາປິດ-ເປີດ: ທຸກມື້ ຕັ້ງແຕ່ 8:00AM-20:00PM

ເຟສບຸກເພສ: Comma Coffee-Reading Room

|

ອັນດັບ 7:  Little forest café & restaurant

ເປັນອີກຮ້ານຄ່າເຟ້ໜຶ່ງທີ່ມີຂະໜາດນ້ອຍ ມີການຕົກແຕ່ງພາຍໃນຮ້ານstye ວີນເທດ ໜ້າຮັກໆ ເນັ້ນໂທນສີຂາວ ແລະ ເຟີນິເຈີໄມ້ ເພີ່ມສີສັນດ້ວຍຕົ້ນໄມ້ສີຂຽວເຕັມຮ້ານ ໃຫ້ເຂົ້າກັບຊື່ຮ້ານ little forest ສິ່ງທີ່ເຮັດໃຫ້ລູກຄ້າ ຕິດໃຈ ແລະ ບອກກັນປາກຕໍ່ປາກກັນວ່າດີແທ້ກໍຄື ເມນູອາຫານຈານຫຼັກ ແລະ ເມນູນໍ້າປັ່ນຫຼາກຫຼາຍເປັນທີ່ເດັ່ດຂອງຮ້ານ ມີລົດຊາດແຊບ ໄດ້ປະລິມານຫຼາຍ ແລະ ລາຄາເໝາະສົມ.

ພິກັດ: ບ. ບຶງຂະຫຍອງ, ມ. ສີສັດຕະນາກ, ນະຄອນຫຼວງວຽງຈັນ

ເວລາປິດ-ເປີດ: ວັນຈັນ ຫາ ວັນເສົາ (ປິດ ວັນອາທິດ) ຕັ້ງແຕ່ 9:00AM-20:00PM

ເຟສບຸກເພສ: Little Forest Café & Restaurant

 |

ອັນດັບ 8: Dough and Co

ສໍາລັບໃຜທີ່ມັກບັນຍາກາດແບບ glass house ໂປ່ງແຈ້ງມີແສງສະຫວ່າງຈາກທໍາມະຊາດ Dough & Co ຖືວ່າ ເປັນອີກຮ້ານຕ້ອງແວະມາເລີຍ ເພາະພາຍໃນເຮືອນແກ້ວມີການຕົກແຕ່ງທີ່ໜ້າຮັກ ເນັ້ນໂທນສີຂາວ ແລະ ເຟີນິເຈີໄມ້ ສີອ່ອນໆ ໃຫ້ຄວາມຮູ້ສືກອົບອຸນ ແລະ ສະບາຍໃຈ ເພີ່ມຄວາມຫວານ ແລະ ຄວາມສຸກໃຫ້ຕົວເອງ ກັບ signature ຂອງທາງຮ້ານກໍຄື ໂດນັດ ຫອມໆຫວານໆ ໄສ້ເນັ້ນໆ ສົດໃໝ່ທຸກມື້ ຟິນຂະໜາດນີ້ແລ້ວ ບໍ່ໄປຖືວ່າພາດແຮງ.

ພິກັດ: ບ. ສ້າງເຫວີຍ , ນະຄອນຫຼວງວຽງຈັນ

ເວລາປິດ-ເປີດ: ທຸກມື້ ຕັ້ງແຕ່ 7:00AM-17:00PM

ເຟສບຸກເພສ: Dough & Co

 |

ອັນດັບ 9: Once upon a time

ສາຍ Healthy ຮັກສຸຂະພາບ ຕ້ອງຫ້າມພາດກັບຮ້ານນີ້ Once upon a time ຮ້ານຄ່າເຟ້ທີ່ມີເມນູອາຫານຈານຫຼັກເປັນ Comfort Food ເປັນອາຫານກີນງ່າຍເຊັ່ນ ອາຫານອິດຕະລີ ອາຫານຟິວຊັ້ນ ອາຫານເອເຊຍ ແລະ ອາຫານເພື່ອສຸຂະພາບ ຈາກວັດຖຸດິບ Organic  ດື່ມດໍາບັນຍາກາດຂອງການຕົກແຕ່ງ ພາຍໃນແບບ ອິນດີ້ໆ ເທ້ໆ ກັບ ກະເຟຈອກພິເສດ ພ້ອມກັບການຕອນຮັບ ແລະ ການບໍລິການ ຂອງພະນັກງານທີ່ອົບອຸນ ແລະ ໜ້າປະທັບໃຈ.

ພິກັດ: ບ. ສະພານທອງເໜືອ ມ. ສີສັດຕະນາກ, ນະຄອນຫຼວງວຽງຈັນ

ເວລາປິດ-ເປີດ: ທຸກມື້ ຕັ້ງແຕ່ 7:00AM-18:00PM

ເຟສບຸກເພສ: Once upon a Time

|

ອັນດັບ 10: A-House Project

ສໍາລັບໃຜທີ່ມັກຮ້ານຄ່າເຟ້ແຄມນໍ້າຕ້ອງຫ້າມພາດກັບຮ້ານນີ້ເລີຍ A-House project  ໄດ້ຄວາມຮູບສຶກນັ່ງຈິບກະເຟແບບຊິວໆໄດ້ເຕັມທີ່ກັບບັນຍາກາດແຄມນໍ້າ ແລະ ຍັງມີບັນຍາກາດຫ້ອງແອໃນ ຕູ້ຄອນເທນເນີ້ ທີ່ສ້າງຄວາມແປກໃໝ່ ພາຍໃນຮ້ານກໍມີການຕົກແຕ່ງໄດ້ກີ່ນອາຍຂອງທໍາມະຊາດ ມີແສງສະຫວ່າງຈາກ ກະຈົກ ແລະ ຕົ້ນໄມ້ ໃຫ້ຄວາມຮົມເຢັນ ມີເຟີນິເຈີ້ຫຼາກຫຼາຍແບບບໍ່ວ່າຈະເປັນ ຕັ່ງ ໂຊຟາ ບຣ໌າ ໃຫ້ເລືອກນັ່ງຕາມໃຈ ອີມທ້ອງກັບອາຫານລາວໆທີ່ຖືກປາກ ແລະ ຖືກໃຈຫຼາຍໆຄົນ ພ້ອມເຄື່ອງດື່ມອີກຫຼາກຫຼາຍປະເພດໃຫ້ເລືອກ.

ພິກັດ: ບ. ຮ່ອງກາຍແກ້ວ ຮ່ອມ 10, ນະຄອນຫຼວງວຽງຈັນ

ເວລາປິດ-ເປີດ: ເປີດວັນພຸດ ຫາ ວັນຈັນ (ປິດວັນອັງຄານ) ຕັ້ງແຕ່ 9:00AM-22:30PM

ເຟສບຸກເພສ: A-House Project


最新客房报价

Special Room Offer

Jetsetter Package

Special Room Offer

Leisure Escape

Special Room Offer

Dinner, Bed and Breakfast