Crowne Plaza Vientiane

ທ່ຽວນ້ຳປ່ຽນໃຫ້ຄຸ້ມກັບ 5 ກິດຈະກຳສຸດຮິດ

ທ່ຽວນ້ຳປ່ຽນໃຫ້ຄຸ້ມກັບ 5 ກິດຈະກຳສຸດຮິດ

ທ່ຽວນ້ຳປ່ຽນໃຫ້ຄຸ້ມກັບ 5 ກິດຈະກຳສຸດຮິດ

ບໍ່ຕ້ອງໄປໄກເຖິງ “ນຳ້ກັດຢໍລະປາ” ແຂວງອຸດົມໄຊ! ກໍສາມາດມ່ວນ, ມັນ ແລະ ຕື່ນເຕັ້ນໄປກັບກິດຈະກຳຕ່າງໆທີ່ທາງນ້ຳປຽນຢໍລະປາຈັດຂຶ້ນ! ຂໍບອກເລີຍວ່າຄວາມຕື່ນເຕັ້ນມ່ວນບໍ່ແພ້ກັບນ້ຳກັດຢໍລະປ່າເລີຍ ເພາະໃນທີ່ສຸດກຸ່ມທຸລະກິດຜູ້ສ້າງ ນ້ຳກັດຍໍລະປ່າ ກໍໄດ້ລົງທຶນ 6 ລ້ານກວ່າດອນລາ ສ້າງນ້ຳປຽນຢໍລະປ່າ ເພື່ອເປັນແຫຼ່ງທ່ອງທ່ຽວແຫ່ງໃໝ່ໃກ້ນະຄອນຫຼວງວຽງຈັນ, ເຊິ່ງໄດ້ເປີດໃຫ້ບໍລິການໄປໃນເດືອນ 7 ເມື່ອບໍ່ດົນມານີ້. ສຳລັບສາຍປະຈົນໄພ ຫຼື ຄົນທີ່ມັກກິດຈະກຳພາຍໃນປ່າ ແລະ ຢາກຊຶມຊັບທຳມະຊາດ ຂໍແນະນຳກັບ 5 ກິດຈະກຳສຸດຮິດທີ່ໄປນ້ຳປຽນຕ້ອງລອງໃຫ້ໄດ້!!

 

1. ຫຼິ້ນເຄື່ອງໝຸນໂຣເຣີ (Playing Roller)

ເອ໊ະ!! ຫຼາຍຄົນອາດຈະສົງໃສ ແລະ ຍັງບໍ່ຮູ້ວ່າມັນແມ່ນຫຍັງ!? ເພາະຍັງບໍ່ເຄີຍເຫັນໃນລາວມາກ່ອນ!! ເຊິ່ງກິດຈະກຳນີ້ຖືກສ້າງຂຶ້ນໃນນ້ຳປຽນຢໍລະປ່າ ເປັນແຫ່ງທຳອິດຂອງລາວ. ສຳລັບການຫຼິ້ນໂຣເຣີ ແມ່ນເປັນກິດຈະກຳທີ່ໜ້າຕື່ນເຕັ້ນ ແລະ ສຽວວູບຫົວໃຈໄປຫຼາຍບາດ ກັບຄວາມສຽວທີ່ແປກໃໝ່ທີ່ບອກໄດ້ເລີຍວ່າ ກິດຈະກຳນີ້ເຮັດໃຫ້ຮ້ອງອອກມາດັງໆຕະຫຼອດສຸດທາງເລີຍ! ເພາະວ່າຜູ້ຫຼິ້ນຈະຕ້ອງໄດ້ຫ້ອຍໂຫນໄປຕາມທາງອັນຄົດຄ້ຽວ ປັ່ນໂຄ້ງໄປມາຢູ່ເທິງຕົ້ນໄມ້ ເອີ້ນໄດ້ວ່າເປັນກິດຈະກຳທີ່ເອີ້ນສຽງກຣີດໄດ້ດີຫຼາຍ!

ການບໍລິການ: 60 ທ່ານ/ມື້

 

2. ຂີ່ລົດລູຈ (Playing Luge)

ນອກຈາກໂຣເຣີຈະເປັນກິດຈະກຳອັນທຳອິດໃນລາວແລ້ວ ທາງນ້ຳປຽນຍັງໄດ້ສ້າງກິດຈະກຳອີກອັນໜຶ່ງທີ່ເປັນແຫ່ງທຳອິດໃນລາວນັ້ນກໍຄື “ຂີ່ລົດລູຈ” ບອກໄດ້ເລີຍວ່າກິດຈະກຳນີ້ເຮັດອອກມາຕອບສະໜອງຄວາມຕ້ອງການຂອງຄົນທີ່ມັກຊິ້ງໂດຍສະເພາະ!! ກັບຄວາມຮູ້ສຶກຕອນຂີ່ລົດທີ່ແສນຈະທ້າທາຍ ກາຣັນຕີໄດ້ວ່າກິດຈະກຳນີ້ກໍເປັນອີກກິດຈະກຳໜຶ່ງທີ່ໜ້າສົນໃຈໂດຍສະເພາະຫຼິ້ນກັນເປັນກຸ່ມ ເຊິ່ງຜູ້ຫຼິ້ນຈະຕ້ອງນັ່ງໃນລົດລູຈ ແລ້ວຂີ່ຕາມເສັ້ນທາງຄົດໂຄ້ງ ຜ່ານຂົວໄມ້ ແລະ ຜ່ານເສັ້ນທາງຫຼາຍບ່ອນກ່ອນຈະຮອດເສັ້ນໄຊ.

ການບໍລິການ: 200 ທ່ານ/ມື້

 

3. ຂີ່ລົດ ATV (Driving ATV Bike at the Water Park Area)

ສຳລັບຄົນທີ່ມັກຊິ້ງ ຖ້າວ່າຂີ່ລົດລູຈອາດຈະຍັງບໍ່ມັນສົມໃຈກັບສາຍລຸຍ ສາຍເລາະແລ້ວ!! ທາງນ້ຳປຽນກໍມີອີກກິດຈະກຳໜຶ່ງທີ່ຕອບໂຈດສາຍປະຈົນໄພສອງລໍ້ເປັນຢ່າງດີ ເພາະວ່ານອກຈາກຈະໄດ້ຊິ້ງລົດມັນສົມໃຈແລ້ວຍັງໄດ້ຊົມວິວຂ້າງທາງທີ່ບັນຍາກາດໂຄດດີນຳອີກ ເຊິ່ງເສັ້ນທາງທີ່ຂັບຜ່ານແມ່ນອ້ອມຮອບໄປດ້ວຍຕົ້ນໄມ້ໃຫຍ່ຫຼາກຫຼາຍຕົ້ນ ເຊິ່ງຜູ້ຫຼິ້ນຕ້ອງຂັບຜ່ານປ່າ, ຜ່ານຂົວໄມ້, ຜ່ານສາຍນ້ຳ...ເອີ້ນໄດ້ວ່າຕະຫຼອດເສັ້ນທາງ ໄດ້ຜ່ານຊົມຄວາມງົດງາມອັນຂຽວກະຈີຂອງທຳມະຊາດເລີຍກໍວ່າໄດ້! ກິນໃຈໄປສຸດໆ!

ການບໍລິການ: 150 ທ່ານ/ມື້

 

4. ຂີ່ສະລິງ (Zip Line)

ຫຼິ້ນສະລິງຂ້າມພູ ກໍເປັນອີກໜຶ່ງກິດຈະກຳທີ່ຕັ້ງຈັດເມື່ອໄປຮອດນ້ຳປຽນ ເພາະວ່າເປັນໄຮໄລທ໌ທີ່ຄວບຄູ່ກັບການມາທ່ຽວທຳມະຊາດ. ສະນັ້ນ, ມາຮອດນ້ຳປຽນແລ້ວກໍຕ້ອງລອງຫຼິ້ນສິ່ງທີ່ມັນຫວາດສຽວ ແຕ່ແຝງຄວາມຕື່ນເຕັ້ນ ແລະ ທ້າທາຍໄປໃນໂຕ ເຊິ່ງກິດຈະກຳນີ້ຜູ້ຫຼິ້ນຈະໄດ້ໂຫນສະລິງຈາກຄວາມສູງເທິງຍອດໄມ້ຍາວ 800 ແມັດຂອງພູໜຶ່ງໄປອີກພູໜຶ່ງ. ໃນໄລຍະທາງທີ່ຜ່ານນັ້ນ, ນອກຈາກຈະໄດ້ຄວາມສຽວຈາກເທິງສູ່ລຸ່ມພື້ນດິນແລ້ວ ຍັງໄດ້ບັນຍາກາດຕອນໂຫນຜ່ານໝອກປົກຄຸມ ຟີລລິ້ງປານຢູ່ເມືອງໜາວເລີຍ!! ແຖມຍັງໄດ້ເອົາຊະນະໃຈໂຕເອງທີ່ໄດ້ລອງຫຼິ້ນສິ່ງທີ່ມັນສຽວໆອີກ.

ການບໍລິການ: 60 ທ່ານ/ມື້

 

5. ຕາໜ່າງແມງມູມ (Spider Net)

ຕັດພາບມາທີ່ສາຍຖ່າຍຮູບ ທີ່ກຳລັງແນມຫາບ່ອນຖ່າຍຮູບທີ່ເປັນເອກະລັກ ແລະ ຖ້າມານ້ຳປຽນຕ້ອງໄດ້ເຊັກອິນຢູ່ບ່ອນນີ້ໃຫ້ໄດ້! ຂໍແນະນຳວ່າ ຕາໜ່າງແມງມຸມເປັນບ່ອນສຸດຮິດທີ່ຫຼາຍຄົນໃຫ້ຄວາມສົນໃຈ. ສຳລັບການອອກແບບກໍເຮັດໃຫ້ສົມຊື່ກັບ “ແມງມຸມ” ເຊິ່ງຈະມີຕາໜ່າງສີຂາວຂຶງໄວ້ກາງນ້ຳ ແຖມບັນຍາກາດຍັງເປັນໃຈໃຫ້ກັບຄົນທີ່ມັກຄວາມສະຫງົບໆນຳອີກ. ພັກເລື່ອງຄວາມທ້າທາຍ ແລ້ວມານອນຊິລເຮັດໃຫ້ຈິດໃຈສະຫງົບ ຟັງສຽງນ້ຳໄຫຼຜ່ານຢູ່ກ້ອງພື້ນ ແລະ ຫຼັບຕາຮັບບັນຍາກາດອັນສົດຊື່ນຈາກທຳມະຊາດ ບອກໄດ້ເລີຍວ່າ! ຈະເປັນອີກໜຶ່ງປະສົບການທີ່ໜ້າປະທັບໃຈແນ່ນອນ.

ການບໍລິການ: 50 ທ່ານ/ມື້

||

ຂໍ້ແນະນຳ: ກ່ອນຈະໄປທ່ຽວ ຄວນຈອງກ່ອນແມ່ນເປັນການດີ ເພາະເຫັນຫຼາຍຄົນຣີວິວມາວ່າຄົນຫຼາຍ ແລະ ຄິວຫຼາຍແຮງ ແຖມຖ້າມີເວລາຄວນໄປວັນເຮັດວຽກ ເພາະວັນເສົາ-ອາທິດ ຄົນຫຼາຍ ແລະ ແອອັດ. ສຳລັບຜູ້ທີ່ມີເດັກນ້ອຍຄວນລະວັງຄວາມປອດໄພເປັນຫຼັກ ເພາະກິດຈະກຳສ່ວນຫຼາຍເໝາະກັບຜູ້ໃຫຍ່.​ ສ່ວນຄົນທີ່ກຳລັງຈະວາງແຜນໃສ່ປະຕິທິນໄວ້ ແລະ ແນມຫາລະດູທີ່ເໝາະແກ່ການໄປ ຂໍແນະນຳວ່າໄປຊ່ວງທ້າຍຝົນຕົ້ນໜາວຈະເປັນລະດູການທີ່ສວຍງາມທີ່ສຸດ ເພາະຈະໄດ້ສູດຮັບອາກາດອັນສົດຊື່ນ ແລະ ຊົມວິວງາມໆຢູ່ພູເຂົາຄວາຍອີກດ້ວຍ.

ນອກເໜືອຈາກ 5 ກິດຈະກຳທີ່ແອັດນຳມາຝາກກໍຍັງມີກິດຈະກຳອື່ນໆນຳອີກ ເຊິ່ງລາຄາເລີ່ມຕົ້ນແມ່ນ 30,000 ກີບ.​ສຳລັບຄົນທີ່ຢາກໄປຖ່າຍຮູບຢູ່ເຂດສູນທົວແມ່ນຟຣີ ບ່ອນຈອດລົດກໍຟຣີນຳ!

ຂ່າວດີສຳລັບຊ່ວງນີ້! ທາງນ້ຳປຽນຢໍລະປ່າຍັງສືບຕໍ່ຫຼຸດລາຄາ 20% ທຸກກິດຈະກຳຈົນເຖິງວັນທີ 31/10/2020 ສຳລັບແຂກທີ່ມາຫຼິ້ນກິດຈະກຳໃນນໍ້າປຽນຢໍລະປ່າຊ່ວງວັນຈັນຫາວັນສຸກ.

ເປັນຈັ່ງໃດ!? ຫຼັງຈາກທີ່ໄດ້ອ່ານແລ້ວ ຮູ້ສຶກຢາກພັກຕາພັກໃຈຈາກເມືອງທີ່ແສນເລ່ັງດ່ວນໄປທ່ຽວທຳມະຊາດຂຶ້ນມາເລີຍແມ່ນບໍ? ຫວັງວ່າບົດຄວາມນີ້ຈະມີປະໂຫຍດແກ່ຜູ້ອ່ານ ແລະ ເປັນອີກໜຶ່ງຕົວເລືອກທີ່ວາງແຜນຢາກໄປທ່ຽວ ຖ້າຫາກໃຜໄປມາແລ້ວກໍມາແຊຣ໌ປະສົບການໃຫ້ຟັງແດ່ເດີ! ສຸດທ້າຍນີ້, ສຳລັບໃຜສົນໃຈກໍເຂົ້າເບິ່ງທີ່ເພຈຂອງທາງນ້ຳປຽນ ແລະ ສອບຖາມຕື່ມໄດ້

ເຟສບຸຄ ເພຈ: Nam Pien Yorla Pa
ເບີໂທຕິດຕໍ່: +85620 5918 5559
ເປີດໃຫ້ບໍລີິການທຸກວັນ ເວລາ: 08.30-18.00
ສະຖານທີ່: ຕັ້ງຢູ່ບ້ານຊຽງແລທ່າ, ເມືອງປາກງື່ມ, ນະຄອນຫຼວງວຽງຈັນ

 


ข้อเสนอห้องพักล่าสุด

Special Room Offer

Jetsetter Package

Special Room Offer

Leisure Escape

Special Room Offer

Dinner, Bed and Breakfast