Crowne Plaza Vientiane

ວັດອິນແປງ

ສະຖານທີ່ຫຼົບໜີຈາກຝູງຊົນທີ່ຮົ່ມເຢັນ

ຕັ້ງຢູ່ໃກ້ກັບແຄມແມ່ນໍ້າຂອງ ວັດອິນແປງເປັນວັດໜຶ່ງໃນນະຄອນຫຼວງວຽງຈັນ ທີ່ມີນັກທ່ອງທ່ຽວແວະວຽນເຂົ້າມາຢ້ຽມຊົມໜ້ອຍ ເຮັດໃຫ້ວັດແຫ່ງນີ້ເປັນສະຖານທີ່ໆເໝາະສົມທີ່ຈະເຂົ້າໄປສໍາຜັດກັບກິດຈະວັດປະຈໍາວັນຂອງບັນດາພະສົງທີ່ພັກອາໃສຢູ່ໃນວັດ.

ສ້າງຂຶ້ນໃນສະຕະວັດທີ 16 ວັດແຫ່ງນີ້ກໍ່ຄືກັບວັດອື່ນໆອີກຫຼາຍແຫ່ງໃນເມືອງຫຼວງຂອງລາວ ໄດ້ຖືກທໍາລາຍໃນປີ 1827 ຈາກການຮຸກຮານຂອງກອງທັບສະຫຍາມ ແຕ່ຫຼັງຈາກນັ້ນກໍ່ໄດ້ຖືກສ້າງຂຶ້ນຄືນໃໝ່ ແລະ ນັບແຕ່ນັ້ນມາກໍ່ໄດ້ຮັບການບູລະນະປະຕິສັງຂອນແລ້ວຫຼາຍຄັ້ງ.

ໃນປັດຈຸບັນ ວັດອິນແປງກໍ່ຍັງຄົງເປັນທີ່ພັກອາໃສຂອງພະສົງຈຳນວນໜຶ່ງ ທີ່ຍິນດີຕ້ອນຮັບນັກທ່ອງທ່ຽວຊາວຕ່າງປະເທດຢູ່ສະເໝີ ແລະ ພາທ່ຽວຊົມພາບຈິດຕະກໍາຝາຜະໜັງແຕ້ມດ້ວຍມືທີ່ສວຍງາມຂອງວັດ, ອາຄານຫ້ອງສະໝຸດຂະໜາດນ້ອຍ ແລະ ສວນທີ່ສະງຽບສະຫງົບຂອງວັດອີກດ້ວຍ.