Crowne Plaza Vientiane

3 MERCHANTS –ຄົ້ນພົບອາຫານອິນໂດຈີນທີ່ແຕກຕ່າງ

ຫ້ອງອາຫານ MOSAIC – ຫ້ອງອາຫານແບບຕະຫຼາດສົດ

ຫ້ອງນັ່ງຫຼີ້ນ ELEPHANT LOUNGE – ສະຖານທີ່ພົບປະສັງສັນແຫ່ງໃໝ່ຂອງຊາວນະຄອນຫຼວງວຽງຈັນ

The Link - Café and Tapas Bar

ລານເບຍ GARDEN – ສະຖານທີ່ພັກຜ່ອນແບບສະບາຍໆ ທີ່ມີບັນຍາກາດເປັນກັນເອງ

ຫ້ອງອາຫານ & ບາຣ໌

ເພີດເພີນໄປກັບທາງເລືອກດ້ານອາຫານ ແລະ ເຄື່ອງດື່ມທີ່ຫຼາກຫຼາຍຕະຫຼອດວັນ ຢູ່ທີ່ ຫ້ອງອາຫານ ແລະ ບາຣ໌ຂອງພວກເຮົາ ເຊິ່ງມີທັງອາຫານເມນູພິເສດ ແລະ ອາຫານເບົາພ້ອມໃຫ້ບໍລິການແກ່ທ່ານ.

ໂຮງແຮມຄຣາວພລາຊ່າ ວຽງຈັນ ໃຫ້ຄໍາໝັ້ນທີ່ຈະນໍາເອົາມາດຕະຖານໃໝ່ແຫ່ງຄວາມເປັນເລີດມາສູ່ວຽກງານການບໍລິການໃນປະເທດລາວ ແລະ ຍັງລວມໄປເຖິງປະສົບການອັນລໍ້າຄ່າທີ່ຫຼາກຫຼາຍໃນການຮັບປະທານອາຫານ.

ບໍ່ວ່າຈະເປັນໂຊນຫ້ອງອາຫານແບບຕະຫຼາດສົດ ຫ້ອງອາຫານ Mosaic, ອາຫານຊັ້ນເລີດຂອງອາຊີຕາເວັນອອກສ່ຽງໃຕ້ ຢູ່ທີ່ຫ້ອງອາຫານ 3 Merchants ຫຼື ອາຫານຫວ່າງແຄມສະລອຍນໍ້າທີ່ມີບັນຍາກາດຜ່ອນຄາຍ ຢູ່ທີ່ບາຣ໌ Splash ໂຮງແຮມຂອງພວກເຮົາກໍ່ສາມາດຕອບສະໜອງຄວາມຕ້ອງການຂອງທ່ານໄດ້ ໃນທຸກໂອກາດ.

ນະຄອນຫຼວງວຽງຈັນຖືກປົກຄຸມໄປດ້ວຍ ບັນຍາກາດທີ່ເປັນກັນເອງ ແລະ ມົນສະເໜ່ທີ່ແປກໃໝ່. ປະສົບການທີ່ໜ້າຫຼົງໄຫຼຂອງການຮັບປະທານອາຫານນັ້ນ ກໍ່ບໍ່ຕ່າງກັນ ທ່ານຈະໄດ້ລິ້ມລອງອາຫານຄຸນນະພາບລະດັບສຸດຍອດ ໃນຄວາມສະດວກສະບາຍສູງສຸດ.

ຢູ່ທີ່ໂຮງແຮມຄຣາວພລາຊ່າ ວຽງຈັນ ຂອງພວກເຮົາອາຫານແຕ່ລະຈານແມ່ນໄດ້ຮັບການປຸງແຕ່ງຈາກ ບັນດາພໍ່ຄົວລະດັບໂລກ ເຮັດໃຫ້ທ່ານຮູ້ສຶກຢາກສະຫຼອງໄປກັບອາຫານນາໆຊາດລົດເລີດ ແລະ ລົດຊາດອາຫານພື້ນເມືອງທີ່ສົດໃໝ່.

ຢູ່ທີ່ຫ້ອງອາຫານ Mosaic ທ່ານຈະໄດ້ສຳພັດກັບບັນຍາກາດທີ່ມີຊີວິດຊີວາຂອງຫ້ອງອາຫານທີ່ມີຄວາມສະດວກສະບາຍ ຊຶ່ງໄດ້ຮັບການອອກແບບຢ່າງມີສະໄຕລ໌ທັນສະໄໝ ຫຼື ພົບກັບປະສົບການໃນການຮັບປະທານອາຫານທີ່ເປັນເອກະລັກ ຢູ່ທີ່ຫ້ອງອາຫານ 3 Merchants ຊຶ່ງເປັນຮ້ານອາຫານອິນໂດຈີນທີ່ລ້ຳສະໄໝທີ່ສຸດ ໃນນະຄອນຫຼວງວຽງຈັນ - ນໍາສະເໜີລົດຊາດອາຫານທີ່ມີສີສັນຈາກທົ່ວອິນໂດຈີນມາໃຫ້ທ່ານໄດ້ລິ້ມລອງ.

ລອງສຳພັດກັບອາຫານຫວ່າງທີ່ສົດໃໝ່ ຫຼື ເຄື່ອງດື່ມແຄມສະລອຍນໍ້າຢູ່ທີ່ ບາຣ໌ The Link ຫຼື ເພີດເພີນກັບຕົວເລືອກອາຫານຄູ່ກັບເບຍ ຢູ່ທີ່ລານເບຍ Garden ເມື່ອທ່ານຕ້ອງການທົດລອງກັບສິ່ງໃໝ່.

ບໍ່ວ່າຈະເນື່ອງໃນໂອກາດໃດກໍ່ຕາມ ທ່ານສາມາດໝັ້ນໃຈໄດ້ເລີຍວ່າ ພະນັກງານຫ້ອງຄົວທີ່ເອົາໃຈໃສ່ຂອງພວກເຮົາ ຈະນໍາພາທ່ານໄປລິ້ມລອງກັບການປຸງແຕ່ງອາຫານທີ່ເຕັມໄປດ້ວຍ ຄວາມສົດໃໝ່, ລົດຊາດດັ້ງເດີມທີ່ເຊື່ອຖືໄດ້ ແລະ ການໃຫ້ບໍລິການໃນລະດັບທີ່ບໍ່ມີໃຜທຽບເທົ່າ.

ໂມເສກ

ບໍລິການອາຫານນາໆຊາດທີ່ປຸງສົດໆສູ່ສາຍຕາຂອງທ່ານ ໃຫ້ທ່ານໄດ້ປະຫຼາດໃຈກັບຮູບແບບການປຸງອາຫານທີ່ໜ້າຕື່ນຕາຕື່ນໃຈ

ສະຖານທີ່: ຊັ້ນ 1

ອາຫານເຊົ້າເລີ່ມຕັ້ງແຕ່ 6 AM - 10 AM - ບໍລິການເປັນເມນູ, ຈັນ - ສຸກ (ບຸບເຟ່ອາຫານເຊົ້ານານາຊາດ) 

ອາຫານເຊົ້າເລີ່ມຕັ້ງແຕ່ 6 AM - 11 AM - ບໍລິການເປັນເມນູ, ເສົາ - ອາທິດ (ບຸບເຟ່ອາຫານເຊົ້ານານາຊາດ) 

ອາຫານທ່ຽງເລີ່ມຕັ້ງແຕ່ 12.00 AM - 1.30 PM - ບໍລິການເປັນບຸບເຟ່ນານາຊາດ

10 AM - 09.30 PM - ບໍລິການເປັນເມນູ A la carte (ອາຫານຕາມສັ່ງ)

ຮ້ານອາຫານ 3 MERCHANTS

ຄົ້ນພົບຄວາມແຕກຕ່າງກັບອາຫານອິນດູຈີນທີ່ຍັງຄົງຄວາມເປັນເອກະລັກທີ່ຮ້ານອາຫານ 3 Merchants.

ສະຖານທີ່ຕັ້ງ: ຊັ້ນລຸ່ມ
ອາຫານ: ອິນໂດຈີນ

ວັນຈັນ ເຖິງ ວັນສຸກ

ອາຫານທ່ຽງ 11:30 AM ຫາ 2:30 PM


ຊົ່ວໂມງໃຫ້ບໍລິການຊາຍາມບ່າຍ: 2:30 PM - 5:30 PM (ຈອງກ່ອນເທົ່ານັ້ນ)
ອາຫານຄ່ຳ 6:00 PM ຫາ 9:30 PM

ວັນເສົາ - ອາທິດ 

ອາຫານຄ່ຳ 6:00 PM ຫາ 9:30 PM

ELEPHANT LOUNGE

ບາຣ໌ນັ່ງຫຼີ້ນ ໃຫ້ບັນຍາກາດແບບສະບາຍໆ

ສະຖານທີ່ຕັ້ງ: ຊັ້ນລຸ່ມ

 

ເມນູອາຫານຕາມສັ່ງ , ທຸກມື້ , 07.00 AM - 11.00 PM
Happy Hour,  ວັນອາທິດ-ວັນພະຫັດ,  06.00 ແລງ -07.00 ແລງ
ເຄັກ ແລະ ເບເກີຣີ, ທຸກມື້, 09.00 AM - 08.30 PM

 

ເດິລິ້ງ

ທາປາສ໌ ແລະ ບາຣ໌

ສະຖານທີ່ຕັ້ງ: ຊັ້ນ 3
ເວລາໃຫ້ບໍລິການ: 11:00 – 18:00  ໂມງ ທຸກໆມື້

ສວນບາຣ໌

ລານເບຍທີ່ໃຫ້ບັນຍາກາດແບບເປັນກັນເອງ

ສະຖານທີ່ຕັ້ງ: ຊັ້ນລຸ່ມ

ວັນພະຫັດຫາວັນເສົາ

ຊົ່ວໂມງເປີດໃຫ້ບໍລິການ: 

ອາຫານຕາມສັ່ງ: 05:00 ແລງ - 12:00 ຄ່ຳ

ແຮບປີອາວເວີ: 05.00 ແລງ - 06.00 ແລງ

ຂໍ້ສະເໜີລ້າສຸດ

Great experience with greater value...

Dining Offers

Experience excellence with greater benefits...

Accommodation Offers

Save more on your meetings...

Meetings and Events Offers

Visit our Gift Gallery

Gift Gallery